ຊ່ອງແຄບມາລາກາ ແມ່ນຊ່ອງແຄບທີ່ຍາວທີ່ສຸດ ແລະມີກຳປັ່ນແລ່ນໄປມາຫຼາຍທີ່ສຸດໃນໂລກ. ເມື່ອຕົ້ນສະຕະວັດທີ 15, ກອງກຳປັ່ນຂະໜາດໃຫຍ່ທີ່ນຳພາໂດຍທ່ານເຈີ້ງເຫີ ນັກເດີນທະເລທີ່ມີຊື່ສຽງຂອງຈີນໄດ້ເດີນທາງລຽບຕາມເສັ້ນທາງສາຍໄໝທາງທະເລແລະ ເຄີຍແວ່ຈອດໃນຊ່ອງແຄບມາລາກາຫຼາຍເທື່ອໃຊ້ເວລາເຖິງ 28 ປີ, ທ່ານເຈີ້ງເຫີໄດ້ນຳພາກອງກຳປັ່ນໄປຈອດທຽບທ່າຢ້ຽມຢາມ 30 ກວ່າປະເທດ ແລະ ເຂດແຄວ້ນຢູ່ອາຊີຕາເວັນອອກສຽງໃຕ້, ອາຊີໃຕ້, ອາຊີຕາເວັນຕົກ,ອາຟຣິກາຕາເວັນອອກ ແລະ ແຫ່ງອື່ນໆໂດຍສັນຕິ. ນີ້ກໍຄືເລື່ອງທີ່ທ່ານເຈີ້ງເຫີເດີນທະເລທາງໄກທີ່ທ່ານປະທານສີຈິ້ນຜິງເຄີຍເລົ່າໃນຫຼາຍໂອກາດ.
ກອງກຳປັ່ນເດີນທະເລທາງໄກຂອງທ່ານເຈີ້ງເຫີລວມທັງກຳປັ່ນເດີນທະເລ 240 ກວ່າລຳ, ມີທະຫານ ແລະລູກເຮືອ 2 ໝື່ນກວ່າຄົນ. ຕາມຂໍ້ມູນປະຫວັດສາດໄດ້ບັນທຶກໄວ້ວ່າ:ກຳປັ່ນຂອງທ່ານເຈີ້ງເຫີຍາວ 125 ແມັດ, ກວ້າງ 50 ແມັດ, ພື້ນກຳປັ່ນຢັ່ງລົງນໍ້າ 9 ແມັດ, ມີບໍລິມາດດັນລົງນໍ້າເຖິງ 17000 ກວ່າໂຕນ.
ເຖິງວ່າກອງກຳປັ່ນຂອງທ່ານເຈີ້ງເຫີມີຂະໜາດໃຫຍ່ທີ່ສຸດໃນໂລກສະໄໝນັ້ນ, ແຕ່ເຂົາເຈົ້າບໍ່ເຄີຍຮຸກຮານຍຶດຄອງດິນແດນຂອງປະເທດອື່ນແມ່ນແຕ່ໜ້ອຍດຽວ, ຫາກໄດ້ສະແດງມາລະຍາດທີ່ດີຕໍ່ທຸກປະເທດ ແລະ ທຸກຊົນເຜົ່າຢູ່ສະເໝີ, ນີ້ໄດ້ກາຍເປັນເລື່ອງເລົ່າຂານທີ່ໜ້າປະທັບໃຈໃນການໄປມາຫາສູ່ກັບປະຊາຊົນຂອງປະເທດລຽບຕາມເສັ້ນທາງເດີນທະເລ, ເປັນການຊຸກຍູ້ການແລກປ່ຽນດ້ານການຄ້າ ແລະການຖ່າຍທອດວັດທະນະທຳ.
ກອງກຳປັ່ນຂອງທ່ານເຈີ້ງເຫີເຄີຍເດີນທະເລທາງໄກຕັ້ງ 7 ຄັ້ງ, ໃນນັ້ນມີ 5 ເທື່ອໄດ້ໄປເຖິງມາລາກາ, ເຂົາເຈົ້າບໍ່ພຽງແຕ່ໄດ້ສ້າງມິດຕະພາບຢ່າງສະໜິດສະໜົມລະຫວ່າງປະເທດ, ຍັງໄດ້ໃຫ້ການຊ່ວຍເຫຼືອແກ່ປະຊາຊົນທ້ອງຖິ່ນໃນການສ້າງກຳແພງເມືອງ,ຂັບໄລ່ໂຈນສະຫຼັດ, ຖ່າຍທອດເຕັກນິກຜະລິດເຮືອ,ການປູກຝັງ ແລະລ້ຽງສັດ; ໃນເວລາໄປຢ້ຽມຢາມເກາະຊາວາຫຼາຍເທື່ອ, ເຂົາເຈົ້າເຫັນວ່າປະຊາຊົນທ້ອງຖິ່ນນີ້ປູກຝັງໂດຍອາໄສແຮງຄົນລາກຄັນໄຖເພື່ອເຮັດນາ, ຈຶ່ງໄດ້ຖ່າຍທອດວິທີການປູກຝັງໂດຍໃຊ້ແຮງງົວຄວາຍ, ເຕັກນິກການປູກເຂົ້ານາແລະວິທີແຕ່ງກິນ. ໃນການເດີນທະເລຄັ້ງທີ 4, ກອງກຳປັ່ນຂອງທ່ານເຈີ້ງເຫີໄດ້ໂຄ້ງຜ່ານແຫຼມອາຣັບ, ໄປຈົນຮອດມາລິນດີ ແລະໝູ່ເກາະລາມູຂອງປະເທດເຄັນຢາ, ທັງໄດ້ນຳເອົາສິນຄ້າຊະນິດຕ່າງໆ ເຊັ່ນ:ເຄື່ອງປັ້ນດິນເຜົາ, ເຄື່ອງເຄືອບເງົາ, ຜາໄໝແລະ ອື່ນໆ, ເຊິ່ງເປັນການເປີດເສັ້ນທາງການຄ້າທາງທະເລລະຫວ່າງຈີນ ແລະອາຟຣິກາ. ເຄື່ອງປັ້ນດິນເຜົາຂອງຈີນໄດ້ຮັບຄວາມນິຍົມຫຼາຍຢູ່ອາຟຣິກາ, ແລະຈົນໄດ້ກາຍເປັນສັນຍາລັກຂອງຄວາມຮັ່ງມີໃນໄລຍະໜຶ່ງ.
“ຜູ້ທີ່ມີອຸດົມການຮ່ວມ, ເຖິງຈະຢູ່ໄກກັນທີ່ກັ້ນຂວາງດ້ວຍສາຍພູ ແລະທະເລກໍຖືວ່າບໍ່ໄກ.” ທ່ານສີຈິ້ນຜິງເຄີຍນຳໃຊ້ປະໂຫຍກນີ້ມາຫຼາຍເທື່ອ ເພື່ອບັນລະຍາຍເຖິງທັດສະນະໃນການພັດທະນາໂດຍສັນຕິ ເຊິ່ງບັນດາປະເທດເຖິງຈະຢູ່ໄກກັນກໍເປັນປະເທດບ້ານໃກ້ເຮືອນຄຽງເຊັ່ນກັນ. ເຖິງຈະຢູ່ໄກກັນເປັນພັນເປັນໝື່ນລີ້ໂດຍມີພູຜາແມ່ນໍ້າຂັ້ນໄວ້,ມີປະຫວັດສາດ ແລະວັດທະນະທຳທີ່ແຕກຕ່າງກັນກໍຕາມ, ຂໍພຽງແຕ່ສະແຫວງຫາການພັດທະນາຮ່ວມກັນ, ແລະສົ່ງເສີມສັນຕິພາບ, ປະເທດຕ່າງໆກໍຈະສາມາດກາຍເປັນຄູ່ຮ່ວມມືທີ່ສະເໝີພາບກັນທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະໄປມາຫາສູ່ກັນຢ່າງມີໄມຕີຈິດມິດຕະພາບໄດ້.
ບົດຮຽນປະຫວັດສາດໄດ້ພິສູດໃຫ້ເຫັນວ່າ: ການພັດທະນາຂອງຂະແໜງການຂົນສົ່ງທາງນໍ້າສາມາດຊຸກຍູ້ໃຫ້ຖານະບົດບາດຂອງປະເທດໜຶ່ງສູງເດັ່ນຂຶ້ນ, ນີ້ແມ່ນສິ່ງທີ່ເຫັນໜ້ອຍໃນເສດຖະກິດອຸດສາຫະກຳຂອງໂລກ, ໂດຍສະເພາະການຈະເລີນຂຶ້ນຢ່າງວ່ອງໄວຂອງບາງປະເທດໃນຍຸກປະຈຸບັນ,ລ້ວນແຕ່ບໍ່ສາມາດປາສະຈາກການພັດທະນາຂອງການຂົນສົ່ງທາງນໍ້າ.
ທ່ານສີຈິ້ນຜິງເຄີຍກ່າວເນັ້ນວ່າ: “ປະເທດທີ່ເຂັ້ມແຂງທາງເສດຖະກິດຕ້ອງເປັນປະເທດເຂັ້ມແຂງທາງທະເລ ແລະ ເປັນປະເທດເຂັ້ມແຂງທາງການຂົນສົ່ງທາງນໍ້າ.” ການຂົນສົ່ງທາງນໍ້າບໍ່ສາມາດປາສະຈາກທ່າກຳປັ່ນໄດ້. ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ຢ່າງສູງຕໍ່ການພັດທະນາທ່າກຳປັ່ນຢູ່ສະເໝີ, ທ່າກຳປັ່ນກໍແມ່ນວຽກງານດ້ານໜຶ່ງທີ່ທ່ານສຳຫຼວດກວດກາ ແລະໃຫ້ຄວາມເອົາໃຈໃສ່ທີ່ສຸດຕະຫຼອດມາ.
ໃນເວລາດຳລົງຕຳແໜ່ງຢູ່ນິງເຕີແຂວງຟູຈ້ຽນ, ທ່ານສີຈິ້ນຜິງເຫັນວ່າ: ຖ້າເຂດທີ່ຕັ້ງຢູ່ແຄມທະເລຢາກຮັ່ງມີຂຶ້ນກໍຕ້ອງສ້າງທ່າກຳປັ່ນສາກ່ອນ; ໃນເວລາດຳລົງຕຳ ແໜ່ງຢູ່ແຂວງເຈີ້ຈ່ຽງ, ທ່ານໄດ້ຖືເອົາທ່າກຳປັ່ນເປັນຫົວຈັກໃນການພັດທະນາເສດຖະກິດທາງທະເລຂອງທົ່ວແຂວງ, ແລະເນັ້ນໃຫ້ກຳແໜ້ນຢ່າງບໍ່ລົດລະ; ໃນເວລາທີ່ທ່ານດຳລົງຕຳແໜ່ງເປັນການນຳຢູ່ນະຄອນຊຽງໄຮ, ກໍໄດ້ຖືເອົາທ່າກຳປັ່ນເປັນຈຸດສຳຄັນສຳລັບນະຄອນຊຽງໄຮເພື່ອກ້າວໄປສູ່ເວທີສາກົນ, ອອກແຮງຊຸກຍູ້ການສ້າງສູນບໍລິການການຂົນສົ່ງທາງນໍ້າສາກົນຊຽງໄຮ.
ປີ 2012, ຫຼັງຈາກທ່ານສີຈິ້ນຜິງດຳລົງຕຳແໜ່ງເປັນປະທານປະເທດຈີນແລ້ວ, ໄດ້ວາງແຜນການພັດທະນາທ່າກຳປັ່ນດ້ວຍວິໄສທັດທີ່ກວ້າງຂວາງກວ່າເກົ່າ, ໂດຍໄດ້ວາງແຜນການສ້າງສາປະເທດຈີນໃຫ້ເປັນປະເທດເຂັ້ມແຂງທາງດ້ານການຂົນສົ່ງທາງນໍ້າ. ທ່ານໄດ້ນຳໃຊ້ໂອກາດທີ່ໄປສຳຫຼວດກວດກາວຽກງານພາຍໃນປະເທດຫຼື ໄປຢ້ຽມຢາມຕ່າງປະເທດ, ເພື່ອດຳເນີນການສຳຫຼວດຄົ້ນຄວ້າກ່ຽວກັບທ່າກຳປັ່ນ.
ວັນທີ 29 ມີນາປີ 2020, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ແຂວງເຈີ້ຈ່ຽງ, ບ່ອນທຳອິດທີ່ທ່ານເດີນທາງໄປສຳຫລວດກວດກາກໍແມ່ນທ່າກຳປັ່ນໂຈ່ວສ່ານນະຄອນນິງໂປ່.
ວັນທີ 29 ມີນາປີ 2020, ໃນໄລຍະພິເສດທີ່ຕ້ານກັບພະຍາດໂຄວິດ-19, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ແຂວງເຈີ້ຈ່ຽງ, ບ່ອນທຳອິດທີ່ທ່ານເດີນທາງໄປສຳຫລວດກວດກາກໍແມ່ນທ່າກຳປັ່ນໂຈ່ວສ່ານນະຄອນນິງໂປ່. ນີ້ບໍ່ພຽງແຕ່ສະແດງໃຫ້ເຫັນວ່າທ່ານໄດ້ໃຫ້ຄວາມສຳຄັນຢ່າງສູງຕໍ່ການຟື້ນຟູການຜະລິດ ແລະການເຮັດວຽກເທົ່ານັ້ນ, ຍັງໄດ້ສະແດງໃຫ້ເຫັນເຖິງບົດບາດສຳຄັນຂອງທ່າກຳປັ່ນທີ່ມີຕໍ່ການເຄື່ອນໄຫວດ້ານເສດຖະກິດໃນປະຈຸບັນ.
ຂໍ້ມູນຂອງກະຊວງຄົມມະນາຄົມຂົນສົ່ງຈີນສະແດງໃຫ້ເຫັນວ່າ: ໃນເດືອນພຶດສະພາປີ 2020, ປະລິມານຂົນຖ່າຍສິນຄ້າໃນທ່າກຳປັ່ນທົ່ວປະເທດຈີນໄດ້ເພີ່ມຂຶ້ນ4,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ໃນເດືອນມິຖຸນາໄດ້ສືບຕໍ່ຮັກສາທ່ວງທ່າເພີ່ມຂຶ້ນ, ເຊິ່ງໄດ້ຊຸກຍູ້ເສດຖະກິດຈີນສາມາດຟື້ນຄືນທັງສາມາດຟື້ນຟູລະບົບຈໍລະຈອນສິນຄ້າ ແລະຮັກສາຄວາມໝັ້ນທ່ຽງຂອງຕ່ອງໂສ້ການສະໜອງ ແລະ ການຈໍລະຈອນສິນຄ້າໃນສາກົນ.
ທ່າກຳປັ່ນຍັງເປັນຂົວຕໍ່ແຫ່ງການແລກປ່ຽນກັບພາຍນອກ, ແມ່ນຈຸດເລີ່ມຕົ້ນ ແລະແມ່ນສິ່ງຄໍ້າຊູເສັ້ນທາງສາຍໄໝທາງທະເລ. ເຮັດແນວໃດຈຶ່ງຈະສາມາດເສີມຂະຫຍາຍບົດບາດຂອງທ່າກຳປັ່ນໃຫ້ດີ ເພື່ອຮັບໃຊ້ການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ນີ້ແມ່ນຫົວຂໍ້ສຳຄັນໃນການສຳຫຼວດຄົ້ນຄວ້າຂອງທ່ານສີຈິ້ນຜິງຕະຫຼອດມາ.
ທ່າເທຍສ່ານນະຄອນເປີຍໄຫເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ(ຖ່າຍໃນວັນທີ 16 ເມສາປີ 2020)
ເດືອນເມສາປີ 2017, ໄລຍະຫ່າງຈາກການຈັດກອງປະຊຸມສຸດຍອດເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ”ບໍ່ຮອດໜຶ່ງເດືອນ, ທ່ານສີຈິ້ນຜິງກໍໄດ້ເດີນທາງໄປສຳຫຼວດກວດກາທ່າເທຍສ່ານນະຄອນເປີຍໄຫເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ.
ຢູ່ຕາມທ່າກຳປັ່ນຂອງທ່າເທຍສ່ານ, ທ່ານສີຈິ້ນຜິງໄດ້ໂອ້ລົມກັບພະນັກງານທ່າກຳປັ່ນຢ່າງສະໜິດສະໜົມ. ທ່ານສີຈິ້ນຜິງກ່າວເນັ້ນວ່າ: ພວກເຮົາເວົ້າຊ້ຳແລ້ວຊ້ຳອີກວ່າຖ້າຢາກຮັ່ງມີຂຶ້ນກໍຕ້ອງສ້າງເສັ້ນທາງສາກອ່ນ, ຢູ່ເຂດແຄມທະເລຖ້າຢາກຮັ່ງມີຂຶ້ນກໍຕ້ອງສ້າງທ່າກຳປັ່ນສາກ່ອນ. ທ່ານໄດ້ສະເໜີໃຫ້ພັດທະນາ “ເສດຖະກິດທີ່ອວ່າຍໜ້າສູ່ທະເລ”, ໂດຍຊີ້ອອກວ່າ, ເປີຍໄຫມີພື້ນຖານທາງປະຫວັດສາດ ຄືຢູ່ຕາມເສັ້ນທາງສາຍໄໝທາງທະເລໃນສະໄໝບູຮານ, ປະຈຸບັນພວກເຮົາຄວນຂຽນປະຫວັດສາດໜ້າໃໝ່ຂອງເສັ້ນທາງສາຍໄໝທາງທະເລໃນສະຕະວັດໃໝ່.
ວັນທີ 7 ພຶດສະພາປີ 2017, ກຳປັ່ນບັນທຸກສິນຄ້າຂອງບໍລິສັດຈີນໄດ້ອອກຈາກທ່າກຳປັ່ນປີຣາອຸສ
ເດືອນພະຈິກປີ 2019, ໃນໄລຍະທີ່ຢ້ຽມຢາມປະເທດເກຼັກ, ທ່ານສີຈິ້ນຜິງໄດ້ເດີນທາງໄປທ່າກຳປັ່ນປີຣາອຸສທີ່ຫ່າງຈາກນະຄອນຫຼວງອາແຕນ ໄປທາງຕາເວັນຕົກສຽງໃຕ້ປະມານ 10 ກິໂລແມັດໂດຍສະເພາະ, ເພື່ອສຳຫຼວດໂຄງການແບບຢ່າງໃນການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ຮ່ວມກັນລະຫວ່າງຈີນ ແລະ ເກຼັກ. ທ່ານໄດ້ສະແດງຄວາມຊົມເຊີຍຕໍ່ໝາກຜົນໃນການສ້າງທ່າກຳປັ່ນປີຣາອຸສ, ທ່ານກ່າວວ່າ: “ມື້ນີ້ຢູ່ທີ່ນີ້ຂ້າພະເຈົ້າໄດ້ເຫັນວ່າ: “ໜຶ່ງແລວໜຶ່ງເສັ້ນທາງ”ທີ່ຈີນລິເລີ່ມນັ້ນບໍ່ແມ່ນພຽງແຕ່ຄຳຂວັນ ແລະ ເລື່ອງເລົ່າຂານເທົ່ານັ້ນ, ແຕ່ແມ່ນພຶດຕິກຳທີ່ສຳເລັດຜົນ ແລະ ຄວາມເປັນຈິງທີ່ສົດໃສ.”
ປະຈຸບັນ, ຈີນໄດ້ສົມຊື່ເປັນປະເທດໃຫຍ່ດ້ານການຂົນສົ່ງທາງນໍ້າ: ຄວາມສາມາດໃນດ້ານການສ້າງກຳປັ່ນ ທີ່ມີຂະໜາດນໍ້າໜັກລວມກັນທັງໝົດ 60 ລ້ານໂຕນຕໍ່ປີ, ເປັນອັນດັບໜຶ່ງໃນໂລກ; ປະລິມານການຂົນສົ່ງທາງທະເລກວມ 26%ຂອງໂລກ, ກໍເປັນອັນດັບໜຶ່ງຂອງໂລກເຊັ່ນກັນ; ຄວາມສາມາດດ້ານການຂົນສົ່ງທີ່ໄດ້ລົງທະບຽນມີເຖິງ 180 ລ້ານໂຕນ, ເປັນອັນດັບ 2 ຂອງໂລກ; ໃນ 20 ທ່າກຳປັ່ນທີ່ຂົນຖ່າຍສິນຄ້າຫຼາຍທີ່ສຸດໃນໂລກ, ຈີນມີເຖິງ 15 ແຫ່ງ; ໃນ 10 ທ່າຕູ້ບັນຈຸສິນຄ້າທີ່ມີຂະໜາດໃຫຍ່ທີ່ສຸດຂອງໂລກນັ້ນ, ຈີນມີ 7 ແຫ່ງ. ແຕ່ວ່າຄຽງຄູ່ກັບ ການພັດທະນາທີ່ເຂັ້ມແຂງຂຶ້ນນັ້ນກໍແມ່ນໝາຍເຖິງຄວາມຮັບຜິດຊອບທີ່ຫລາຍຂື້ນກວ່າເກົ່າ. ການພັດທະນາການຂົນສົ່ງທາງນໍ້າຂອງຈີນຍ່ອມຈະເສີມຂະຫຍາຍບົດບາດສຳຄັນທີ່ເປັນຂົວຕໍ່ໃນການຊຸກຍູ້ການພັດທະນາເສດຖະກິດການຄ້າຂອງໂລກ, ແລະພາລະກິດຍິ່ງໃຫຍ່ທີ່ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
ຄຳເຫັນ
0