ການຊຸກຍູ້ການພັດທະນາເສດຖະກິດສັງຄົມ, ເປົ້າໝາຍສຸດທ້າຍກໍເພື່ອຕອບສະໜອງຄວາມຕ້ອງການຂອງປະຊາຊົນກ່ຽວກັບຊີວິດການເປັນຢູ່ທີ່ດີງາມຢ່າງບໍ່ຢຸດຢັ້ງ. ໃນເວລາສຳຫຼວດກວດການຢູ່ແຂວງຈີຫຼິນ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ກ່າວເນັ້ນໜັກວ່າ: ຄວນຖືເອົາຄວາມຢູ່ເຢັນເປັນສຸກແລະຄວາມປອດໄພຂອງປະຊາຊົນໄວ້ໃນໃຈຕະຫຼອດໄປ. ໃນໄລຍະສຳຫຼວດກວດການ, ທ່ານສີຈິ້ນຜິງໄດ້ເນັ້ນໜັກໃຫ້ນັກຄົ້ນຄວ້າວິທະຍາສາດວ່າ: ຄວນເພີ່ມທະວີການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກ, ເຮັດໃຫ້ຊາວກະສິກອນສາມາດຜະລິດສະບຽງອາຫານດີທີ່ສຸດໂດຍການນຳໃຊ້ເຕັກນິກທີ່ດີທີ່ສຸດ; ທ່ານຮຽກຮ້ອງໃຫ້ປະຕິບັດມາດຕະການຢ່າງແທ້ຈິງເພື່ອປົກປັກຮັກສາແລະນຳໃຊ້ດິນດຳໃຫ້ມີຄ່າຊ່ຳກັບ “ໝີແພນດາໃນເນື້ອທີ່ດິນ” ໃຫ້ດີ, ເຮັດໃຫ້ດິນດຳສາມາດສ້າງຄວາມສຸກໃຫ້ແກ່ປະຊາຊົນຈົນຕາບເທົ່າໃດໆ. ຄວາມເວົ້າຂອງທ່ານສີຈິ້ນຜິງ ໄດ້ສະແດງໃຫ້ເຫັນຫຼັກໝັ້ນທີ່ໃຫ້ຄວາມສຳຄັນກັບປະຊາຊົນຢ່າງຈະແຈ້ງແລະຈິດໃຈເພື່ອປະຊາຊົນຢ່າງຈິງໃຈຂອງຜູ້ນຳປະຊາຊົນ.
ການສ້າງສັງຄົມທີ່ອິ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານບໍ່ສາມາດປະຖິ້ມຜູ້ໃດຜູ້ໜຶ່ງໄດ້. ວຽກງານລຶບລ້າງຄວາມທຸກຍາກກໍຕ້ອງໃຫ້ສຳເລັດໃນປີນີ້ຢ່າງຮອບດ້ານ, ຕ້ອງຜ່ານຜ່າຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ເອົາໃຈໃສ່ບັນຫາພົ້ນເດັ່ນແລະຈຸດອ່ອນ, ສຸມຄວາມພະຍາຍາມທີ່ລຳບາດກວ່າເກົ່າ, ອອກແຮງຢ່າງສຸດຂີດເພື່ອຮັບປະກັບການບັນລຸເປົ້າໝາຍລຶບລ້າງຄວາມທຸກຍາກຕາມເວລາກຳນົດ.
ຫວ່າງມໍ່ໆມານີ້, ບໍລິສັດສຳຫຼວດຄວາມຄິດເຫັນທີ່ມີຊື່ສຽງຂອງອາເມຣິກາແຫ່ງໜຶ່ງໄດ້ປະກາດຜົນການຢັ່ງຫາງສຽງປະຊາຊົນໂດຍໄດ້ສະແດງໃຫ້ເຫັນວ່າ: ປະຊາຊົນຈີນມີ 95% ມີຄວາມເຊື່ອໝັ້ນຕໍ່ລັດຖະບານຈີນ, ເປັນອັນດັບທີໜຶ່ງໃນປະເທດທີ່ໄດ້ເຮັດການສຳຫຼວດ. ການຍຶດໝັ້ນໂດຍຖືເອົາປະຊາຊົນຢູ່ເໜືອທຸກສິ່ງທຸກຢ່າງມາໂດຍຕະຫຼອດ, ອາໄສປະຊາຊົນຢ່າງແໜ້ນແຟ້ນ, ສ້າງຄວາມສຸກໃຫ້ແກ່ປະຊາຊົນຢ່າງບໍ່ຢຸດຢັ້ງ, ຮ່ວມທຸກຮ່ວມສຸກກັບປະຊາຊົນຢ່າງໝັ້ນໜຽວ, ຮັບຮູ້ແລະເຂົ້າໃຈຄວາມຄິດເຫັນຂອງປະຊາຊົນ, ສາມັກຄີກັນກັບປະຊາຊົນ, ພວກເຮົາກໍຈະສາມາດຜ່ານຜ່າຄວາມທຸກຍາກທຸກໆຢ່າງໄດ້ຢ່າງແນ່ນອນ, ແລະສາມາດກ້າວເດີນໄປໜ້າໃນຂະບວນການເພື່ອບັນລຸຄວາມໃຝ່ຝັນທີ່ຈະຟື້ນຟູຄວາມຈະເລີນຮຸ່ນເຮືອງຂອງປະຊາຊາດຈີນຢ່າງສຳເລັດຜົນ.
ຄຳເຫັນ
0