尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮ່ວມ​ກັນ​ຊົມ​ໃຊ້​ໂອ​ກາດ​ໃໝ່​ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 3

2020-07-28 15:56:17 cri

ຮ່ວມ​ກັນ​ຊົມ​ໃຊ້​ໂອ​ກາດ​ໃໝ່​ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 3_fororder_2020072713503326531

ວັນ​ທີ 27 ກໍ​ລະ​ກົດ​ນີ້​ແມ່ນ​ວັນ​ນັບ​ເວ​ລາ​ຖອຍ​ຫຼັງ 100 ວັນ​ຂອງ​ການ​ຈັດງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 3. ພະ​ຍາດ​ໂຄວິດ-19 ຍັງ​ພວມແຜ່​ລະ​ບາດ​ໃນ​ທົ່ວ​ໂລກ,ເສດ​ຖະ​ກິດ​ໂລກ​ໄດ້​ປະ​ເຊີນກັບ​ຄວາມ​ສ່ຽງທີ່​ຊຸດ​ໂຊມ​ລົງຢ່າງ​ໜັກ​ໜ່ວງ, ຈີນໄດ້​ສຸມ​ໃສ່​ຄວາມ​ຕ້ອງ​ການໃນການ​ຈັດ​ງານ​ນັບ​ມື້​ນັບ​ໃຫ້​ດີ​ຂຶ້ນ, ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ຈັດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າຕົວ​ຈິງ​ທີ່​ມີ​ຄວາມ​ປອດ​ໄພ,ລະ​ດັບ​ສູງ​ແລະ​ຄຸນ​ນະ​ພາບ​ສູງ​​ຕາມ​ເວ​ລາ​ກຳ​ນົດ.

ຮ່ວມ​ກັນ​ຊົມ​ໃຊ້​ໂອ​ກາດ​ໃໝ່​ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 3_fororder_微信图片_20200728155501

ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ໄດ້ມີ 172 ປະ​ເທດ,ເຂດ​ແຄວ້ນ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ເຂົ້າ​ຮ່ວມ, ມີວິ​ສາ​ຫະ​ກິດ 3.600 ກວ່າ​ແຫ່ງ​ເຂົ້າ​ຮ່ວມ​ການ​ວາງ​ສະ​ແດງ, ນັກ​ທຸ​ລະ​ກິດ​ຈັດ​ຊື້ທັງພາຍໃນຈີນ​ແລະ​ຕ່າງ​ປະ​ເທດມີ​ຫຼາຍກວ່າ 4 ແສນ​ຄົນ​ໄດ້​ເຂົ້າ​ຮ່ວມ​ແລ​ະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຈັດ​ຊື້​ໃນ​ງານ, ສຳລັບໝົດປີໄດ້​ບັນ​ລຸ​ສັນ​ຍາ​ໂຄງ​ການ​ທີ່​ມີ​ມູນ​ຄ່າ 57,83 ຕື້​ໂດ​ລາ​ສະ​ຫະ​ລັດ​; ສ່ວນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 2 ໄດ້​​ມີ 181 ປະ​ເທດ, ເຂດ​ແຄວ້ນ​ແລະ​ອົງ​ການ​ຈັດ​ຕັ້​ງ​ສາ​ກົນ​ເຂົ້າ​ຮ່ວມ, ມີວິ​ສາ​ຫະ​ກິດ 3.800 ກວ່າ​ແຫ່ງ​ເຂົ້າ​ຮ່ວມ​ງານ, ນັກ​ທຸ​ລະ​ກິດ​ຈັດ​ຊື້ທັງພາຍ​ໃນ​ຈີນ​ແລະ​ຕ່າງ​ປະ​ເທດມີ​ຫຼາຍກວ່າ 5 ແສນ​ຄົນ​ໄດ້​ເຂົ້າ​ຮ່ວມ​ແລ​ະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຈັດ​ຊື້​ໃນ​ງານ, ສຳລັບໝົດປີໄດ້​ບັນ​ລຸ​ສັນ​ຍາ​ໂຄງ​ການ​ທີ່​ມີ​ມູນ​ຄ່າ 71,13 ຕື້​ໂດ​ລາ​ສະ​ຫະ​ລັດ.

ຮ່ວມ​ກັນ​ຊົມ​ໃຊ້​ໂອ​ກາດ​ໃໝ່​ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 3_fororder_微信图片_20200728155508

ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ໃນ​ປີ 2020 ຈະ​ມີ​ຄວາມ​ແຕກ​ຕ່າງ​ກັນ​ກັບຄັ້ງ​ທີ່​ຜ່ານ​ມາ. ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​​ເກີດ​ຂຶ້ນ​ຢ່າງ​ກະ​ທັນ​ຫັນ​​ໄດ້​ສ້າງ​ສິ່ງ​ທ້າ​ທາຍ​ທີ່​ໃຫຍ່​ຫຼວງ​ໃຫ້​ແກ່​ການ​ແລກປ່ຽນ​ດ້ານ​ການ​ຄ້າ​ຂອງ​ໂລກ, ຈີນ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ແລະ​ກະ​ກຽມ​ຢ່າງ​ຕັ້ງ​ໜ້າ, ງານ​ວາງ​ສະ​ແດງ​ໃນ​ປີ​ນີ້​ຈະ​ມີ​ຂະ​ໜາດ​ໃຫຍ່ກວ່າ, ການ​ຕັ້ງ​ເຂດ​ວາງ​ສະ​ແດງ​ມີ​ຄວາມສະດວກກວ່າ,ວິ​ສາ​ຫະ​ກິດ​ທີ່​ເຂົ້າ​ຮ່ວມ​ງານ​ມີ​ຄຸນ​ນະ​ພາບ​ສູງກວ່າ,​ການ​ສະ​ໜັບ​ສະ​ໜູນ​ດ້ານ​ນະ​ໂຍ​ບາຍ​ມີຄວາມເຂັ້ມແຂງກວ່າ. ໃນ 6 ເດືອນ​ຕົ້ນ​ປີ​ນີ້, ໄດ້​ມີ​ວິ​ສາ​ຫະ​ກິດ​ຈາກ​ບັນ​ດາ​ປະ​ເທດ​ໃນ​ໂລກ​ຫຼາຍກວ່າ 2 ພັນ​ແຫ່ງ​ສະ​ເໜີ​ຊື່​ເຂົ້າ​ຮ່ວມ​ງານ, ເນື້ອ​ທີ່​ວາງ​ສະ​ແດງຕາມ​ສັນ​ຍາ​ໂຄງ​ການ​ກວມ​ຫຼາຍກວ່າ 90% ຂອງ​ເນື້ອ​ທີ່​ວາງ​ສະ​ແດງ​ທັງ​ໝົດ, ປັດຈຸບັນ, ເຂດ​ວາງ​ສະ​ແດງ​ບາງ​ເຂດ​ເຕັມໝົດ.

ຮ່ວມ​ກັນ​ຊົມ​ໃຊ້​ໂອ​ກາດ​ໃໝ່​ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 3_fororder_微信图片_20200728155513

ຈີນ​ເປັນ​ຜູ້​ປົກ​ປ້ອງ​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ​ຢ່າງ​ເດັດ​ດ່ຽວ​ໜຽວແໜ້ນແລະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ຈີນ​ມີຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ຄວາມ​ຕ້ອງ​ການ​ພາຍ​ໃນ​ຢ່າງ​ບໍ່​ຢຸດ​ຢັ້ງ,ສາມາດ​ເຊື່ອມ​ຕໍ່​ຕະ​ຫຼາດ​ຈີນ​ແລະ​ສາ​ກົນເຂົ້າກັນໄດ້​ເປັນ​ຢ່າງ​ດີກວ່າ​ເກົ່າ ​ເຊິ່ງທັງ​ໝົດ​ນີ້​ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໂລກ​ແບບ​ເປີດ​ປະ​ຕູໄດ້​ຕື່ມ​ອີກ​ຢ່າງ​ແນ່ນອນ.
 

ຍັງອີກບໍ່ເຖິງ 100 ວັນ, ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 3 ຈະ​ຈັດ​ຂຶ້ນ​ຢູ່​ແຄມ​ສາຍ​ນ້ຳ​ຫວງ​ຜູ້​ຈ່ຽງ​ທີ່​ນະ​ຄອນ​ຊຽງ​ໄຮ,ຈີນໄດ້ເປີດປະຕູຕ້ອນຮັບແຂກຈາກແຫ່ງຕ່າງໆໃນໂລກ,ເປັນການພິກໂສມໜ້າໃໝ່ໃຫ້ກັບການສ້າງໂອກາດໃໝ່ທ່າມກາງວິກິດການແລະການສ້າງສະພາບການໃໝ່ທ່າມກາງສະພາບການປ່ຽນແປງເຊິ່ງຈະເປັນການສ້າງຄວາມຜາສຸກໃຫ້ແກ່ປະຊາຊົນຂອງບັນດາປະເທດໃນໂລກຢ່າງແນ່ນອນ.

ຄຳ​ເຫັນ

0