ເມື່ອຫຼຽວເບິ່ງວົງການການເມືອງຂອງອາເມຣິກາ, ກໍ່ສາມາດເຫັນໄດ້ວ່ານັກການເມືອງຈຳນວນໜຶ່ງຂອງອາເມຣິກາພວມບັນຊາ “ເຄື່ອງຈັກຜະລິດຄວາມຂີ້ຕົວະ” ທີ່ຕົນເຮັດຂຶ້ນຢ່າງອັບປະຍົດ, ເພື່ອນຳໃຊ້ສະເພາະໃນການຜະລິດຄວາມຂີ້ຕົວະເພື່ອໃສ່ຮ້າຍປ້າຍສີຈີນ. ຫວ່າງກ່ອນນີ້ບໍ່ດົນ, ຄະນະກຳມະການການພົວພັນທາງການທູດຂອງສະພາສູງອາເມຣິກາໄດ້ເຜີຍແຜ່ບົດລາຍງານສະບັບໜຶ່ງໂດຍໄດ້ຕຳໜິການພັດທະນາເຕັກນິກດີຈີຕອນຂອງຈີນຢ່າງໄຮ້ເຫດຜົນແລະໄດ້ບິດເບືອນການພັດທະນາເຕັກນິກດີຈີຕອນຂອງຈີນວ່າເປັນ “ລັດທິເຈົ້າອຳນາດດີຈີຕອນ”, ໃສ່ຮ້າຍປ້າຍສີຈີນວ່າໄດ້ດຳເນີນການຕິດຕາມແລະໂຈລະກຳຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ,ພວກເຂົາຍັງມີເຈດຕະນາຮ່ວມມືກັບປະເທດພັນທະມິດສ້າງ “ກອງທຶນດີຈີຕອນ”, “ສະຖາບັນເຄືອຂ່າຍທາງການທະຫານ” ເພື່ອທ້ວງ “ປິດລ້ອມ” ຈີນ.
ສິ່ງທີ່ເຮັດໃຫ້ອາເມຣິກາເກີດມີຄວາມອິດສາ,ກໍຍ້ອນວ່າຈີນໄດ້ເສີມຂະຫຍາຍບົດບາດດ້ານປັນຍາປະດິດ,ຖານຂໍ້ມູນໃຫຍ່,ຄລາວດ໌ຄອມພີວຕິງ,ການວິໄຈດ້ານຊີວະພາບແລະເຕັກນິກດີຈີຕອນອື່ນໆໃນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແລະການຟື້ນຟູການພັດທະນາເສດຖະກິດສັງຄົມ.
ເຈດຕະນາຂອງອາເມຣິກາໃນການປົກປັກຮັກສາ “ເຈົ້າອຳນາດດ້ານດີຈີຕອນ” ພັດໄດ້ຖືກເຜີຍແບຢ່າງເຖິງຖອງ. ບົດລາຍງານຂອງຄະນະກຳມະການການພົວພັນກັບຕ່າງປະເທດຂອງສະພາສູງອາເມຣິກາໄດ້ອວດອ້າງເຕັກນິກຂອງອາເມຣິກາວ່າເປັນ “ອັນດັບໜຶ່ງ”ຂອງໂລກຊ້ຳແລ້ວຊ້ຳອີກ, ໄດ້ໂຄສະນາວ່າອາເມຣິກາຄວນເສີມຂະຫຍາຍບົດບາດນຳພາ,ແຕ່ພັດໄດ້ມີຄວາມຢ້ານກົວຕໍ່ການແຂ່ງຂັນຢ່າງເສລີ,ມີຄວາມອິດສາຢ້ານຈີນຈະລື່ນກາຍ.
ຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ: ອາເມຣິການັ້ນແຫຼະແມ່ນແຮັກເກີຫຼືຜູ້ໂຈມຕີທາງອິນເຕີເນັດທີ່ໃຫຍ່ທີ່ສຸດໃນໂລກ. ຜົນການສຳຫຼວດຫຼາຍເທື່ອຂອງສູນຄົ້ນຄວ້າປີວໃນຫຼາຍປີຜ່ານມາສະແດງໃຫ້ເຫັນວ່າ: ປະຊາຊົນອາເມຣິກາຫຼາຍກວ່າ 90% ໂດຍພື້ນຖານແລ້ວບໍ່ມີຄວາມໝັ້ນໃຈຕໍ່ຄວາມປອດໄພແລະຄວາມລັບສ່ວນຕົວດ້ານຂໍ້ມູນ; ປະຊາຊົນອາເມຣິກາຢ່າງໜ້ອຍ 64% ເຄີຍໄດ້ປະສົບເຫດການຖືກໂຈລະກຳຕົວເລກຂໍ້ມູນທີ່ໃຫຍ່ຫຼວງ. ຂໍຖາມແດ່, ນັກການເມືອງອາເມຣິກາຈຳນວນໜຶ່ງເປັນຫຍັງບໍ່ເອົາໃຈໃສ່ຕໍ່ຄວາມຮູ້ສຶກວ່າບໍ່ປອດໄພແລະບໍ່ໄວ້ເນື້ອເຊື່ອໃຈຈາກປະຊາຊົນອາເມຣິກາ?
ຄວາມກ້າວໜ້າດ້ານວິທະຍາສາດເຕັກນິກຂອງຈີນແມ່ນຍ້ອນເພິ່ງພາກຳລັງຂອງຕົນເອງແລະສູ້ຊົນຢ່າງລຳບາກດ້ວຍຕົນເອງ. ຈີນໄດ້ກາຍເປັນໜຶ່ງໃນປະເທດໃຫຍ່ດ້ານວິທະຍາສາດເຕັກນິກທີ່ມີອິດທິພົນຢູ່ໃນໂລກ, ຄວາມກົດດັນແລະການໂຈມຕີທາງການເມືອງໃດໆລ້ວນແຕ່ຈະບໍ່ສາມາດສະກັດກັ້ນການພັດທະນາຂອງຈີນໄດ້.
ຄຳເຫັນ
0