黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຂໍ​ບອກ​ໃຫ້​ທ່ານ​ໄມ ພົມ​ເພວ​ຊາບ​ວ່າ, ທະ​ເລ​ຈີນ​ໃຕ້​ບໍ່​ແມ່ນ​ລັດ​​ຮາ​ວາຍ​ຂອງ​ອາ​ເມ​ຣິ​ກາ

2020-07-29 10:53:28 cri

ຂໍ​ບອກ​ໃຫ້​ທ່ານ​ໄມ ພົມ​ເພວ​ຊາບ​ວ່າ, ທະ​ເລ​ຈີນ​ໃຕ້​ບໍ່​ແມ່ນ​ລັດ​​ຮາ​ວາຍ​ຂອງ​ອາ​ເມ​ຣິ​ກາ_fororder_0ca13886367f4bfe8f23a98792c28cb4

ໃນ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ໄມ ພົມ​ເພວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິກ​າ​ໄດ້​ຂຽນ​ບົດ​ຄວາມ​ລົງ​ທາງ Twitter ​ວ່າ: ທະ​ເລ​ຈີນ​ໃຕ້​ບໍ່​ແມ່ນ “ທະ​ເລ​ຂອງ​ຈັກ​ກະ​ພັດ​​ຈີນ”, ຈີນ​ໄດ້​ລະ​ເມີດ​ກົດ​ໝາຍ​ສາ​ກົນ. ທ່ານ​ໄມ ພົມ​ເພວ​ໄດ້​ກ່າວ​ຖ້ອຍ​ຄວາມ​​ເພື່ອ​ກ່າວ​ໂຈມ​ຕີ​ແລະ​ໃສ່​ຮ້າຍ​ປ້າຍ​ສີ​ຈີນ​ຫຼາຍ​ເທື່ອ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຈີນ​ໃຕ້, ຈີນ​ຈຶ່ງ​ຢາກ​ຖາມ​ວ່າ, ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​​ຢາກ​ກໍ່​ເຫດ​ການ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ຫຼື​ບໍ່?

ທີ່​ຈິງ​ແລ້ວ, ນະ​ໂຍ​ບາຍຂອງ​ຈີນ​ກ່ຽວ​ກັບ​ທະ​ເລ​ຈີນ​ໃຕ້​​ມີ​ລັກ​ສະ​ນະ​ຕໍ່​ເນື່ອງ​ແລະ​ໝັ້ນ​ທ່ຽງ. ຈີນ​ໄດ້​ເອົາ​ໃຈ​ໃສ່​ປະ​ຕິ​ບັດ​ກົດ​ໝາຍ​ສາ​ກົນ​ຕ່າງໆ​ລວມ​ທັງ “ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ກົດ​ໝາຍ​ທາງ​ທະ​ເລ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ” ມາ​ໂດຍ​ຕະ​ຫຼອດ, ແລະ​ໄດ້​ປະ​ຕິ​ບັດ “ຖະ​ແຫຼງ​ການ​ວ່າ​ດ້ວຍການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້” ຢ່າງ​ເຂັ້ມ​ງວດ, ພ້ອມ​​ດຽວກັນ​ນັ້ນ​ຈີນຍັງ​ໄດ້​ພະ​ຍາ​ຍາມ​ຮ່ວມ​ກັນ​ກັບປະ​ເທດ​ອາ​ຊຽນ​ດຳ​ເນີນ​ງານ​ເພື່ອ​ບັນ​ລຸກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຈີນ​ໃຕ້​ໂດຍ​ໄວ.

ຂໍ​ບອກ​ໃຫ້​ທ່ານ​ໄມ ພົມ​ເພວ​ຊາບ​ວ່າ, ທະ​ເລ​ຈີນ​ໃຕ້​ບໍ່​ແມ່ນ​ລັດ​​ຮາ​ວາຍ​ຂອງ​ອາ​ເມ​ຣິ​ກາ_fororder_11385343fbf2b211e60adf414dcb9c3e0cd78e6f

ທ່ານ​ໄມ ພົມ​ເພວ ກ່າວ​ວ່າ​ຈະ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ສາ​ກົນ, ແຕ່​ຄົນ​ທັງ​ຫຼາຍ​ລ້ວນ​ແຕ່​ຮູ້​​ດີແລ້ວ​ວ່າ: ອາ​ເມ​ຣິ​ກາ​ໄດ້​ຖອນ​ຕົວ​ອອກ​ຈາກ​ສົນ​ທິ​ສັນ​ຍາ​ສາ​ກົນ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນຫຼາຍ​ເທື່ອ, ​ສະ​ນັ້ນ​ຈຶ່ງສາ​ມາດ​ເວົ້າ​ໄດ້​ວ່າ: ອາ​ເມ​ຣິ​ກາ​ເປັນ​ປະ​ເທດ​ແຊມ​ປຽນ​ໃນ​ໂລກ​​ໃນ​ການ​ຖອນ​ຕົວ​ອອກ​ຈາກ​​ສົນ​ທິສັນ​ຍາ​ສາ​ກົນ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ. ອາ​ເມ​ຣິ​ກາ​ບໍ່​ແມ່ນ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​​ກັບ​ບັນ​ຫາ​ທະ​ເລ​ຈີນ​ໃຕ້, ບໍ່​ແມ່ນ​ປະ​ເທດ​ສະ​ມາ​ຊິກ​ຂອງ “ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ກົດ​ໝາຍ​​ທາງທະ​ເລ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ”, ແຕ່​ອາ​ເມ​ຣິ​ກາ​ພັດ​ສວຍ​ໃຊ້​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ກໍ່​ເຫດ​ການ​ຊ້ຳ​ແລ້ວຊ້ຳ​ອີກ, ເປົ້າ​ໝາຍ​ທີ່​ແທ້​ຈິງ​ຂອງ​ອາ​ເມ​ຣິ​ກາ​ແມ່ນ​ເພື່ອ​ສ້າງ​ຄວາມ​ຂັດ​ແຍ້ງ​​ໃຫ້​ກັບການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ອາ​ຊຽນ, ​ຫວັງ​ຍຸ​ຍົງ​ສົ່ງ​ເສີມ​ຄວາມ​ຂັດ​ແຍ້ງ​ກັນ​ເພື່ອ​ສ້າງ​ບັນ​ຫາ​ໃໝ່​ເພື່ອ​ສະ​ກັດ​ກັ້ນ​ການ​ພັດ​ທະ​ນາ​ຂອງ​ຈີນ.

ພວກ​ເຮົາ​ຢາກບອກ​ໃຫ້​ທ່ານ​ໄມ ​ພົມ​ເພວ​ຮູ້​ວ່າ: ທ​ະ​ເລ​ຈີນ​ໃຕ້​ບໍ່​ແມ່ນ​ລັດຮາ​ວາຍ​ຂອງ​ອາ​ເມ​ຣິ​ກາ, ຖ້າ​ວ່າ​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​​ຈຳ​ນວນ​ໜຶ່ງ​ຢາກ​ໃຫ້​ນ້ຳ​ທະ​ເລ​ໃນ​ທະ​ເລ​ຈີນ​ໃຕ້​ເປື້ອນ​ຂຸ່ນ, ປະ​ເທດ​ຢູ່​ພາກ​ພື້ນ​ແຫ່ງ​ນີ້​ແລະ​​ປະ​ຊາ​ຊົນ​ຜູ້​ທີ່​ຮັກ​ຫອມ​ສັນ​ຕິ​ພາບ​ໃນ​ທົ່ວ​ໂລກ​ລ້ວນ​ແຕ່​ບໍ່​ຍອມ​ຮັບ​​ຕໍ່ການ​ກະ​ທຳ​ແບບ​ນີ້​ຂອງ​ອາ​ເມ​ຣິ​ກາ.

ຄຳ​ເຫັນ

0