黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີຄືຜົນ​ປະ​ໂຫຍດ​ຂອງລັດ​ທິ​ຫຼາຍ​ຝ່າຍ

2020-07-30 14:41:42 cri

ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີຄືຜົນ​ປະ​ໂຫຍດ​ຂອງລັດ​ທິ​ຫຼາຍ​ຝ່າຍ_fororder_f636afc379310a550da8147d851e48ae83261009

ວັນ​ທີ 28 ກໍ​ລະ​ກົດ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ປາ​ໄສ​ໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ທະ​ນາ​ຄານ​ລົງທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ​ຄັ້​ງທີ 5 ທາງວີ​ດີ​ໂອ, ໂດຍເນັ້ນ​ໜັກ​ວ່າ: ​ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ​ຄວນ​ກາຍ​ເປັນ​ເວ​ທີ​ໃໝ່ເພື່ອ​ຊຸກ​ຍູ້​​ປະ​ເທດ​ສະ​ມາ​ຊິກ​ໃຫ້ພັດ​ທະ​ນາ​ຮ່ວມ​ກັນ​ແລະ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ.

ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖາ​ນ​ໂຄງ​ລ່າງອາ​ຊີ​ແມ່ນ​ອົງ​ການ​ການ​ເງິນ​ຫຼາຍ​ຝ່າຍ​ແບບ​ໃໝ່​ທີ່​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ຕ້າງ​ໜ້າ​ຈີນ​​ສະ​ເໜີ​ໃຫ້​ກະ​ກຽມ​ສ້າງ​ຕັ້ງ​ເມື່ອ​ປີ 2013, ເປົ້າ​ໝາຍ​ແມ່ນ​ເພື່ອ​ຊຸກ​ຍູ້​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ແລະ​​ການເຊື່ອມ​ຈອດ​ກັນ​ຢູ່​ພາກ​ພື້ນ​ອາ​ຊີ, ລົງ​ເລິກ​ການ​ຮ່ວມ​ມື​ໃນ​ພາກ​ພື້ນແລະ​ບັນ​ລຸ​ການ​ພັດ​ທະ​ນາ​ຮ່ວມ​ກັນ. ພາຍ​ຫຼັງ​ທະ​ນາ​ຄານ​ດັ່ງ​ກ່າວ​ເປີດ​ບໍ​ລິ​ການດ້​ 4 ປີ​ມາ​ນີ້, ໄດ້​ອະ​ນຸ​ມັດ​ໂຄງ​ການ 87 ໂຄງ​ການ​, ກ່ຽວ​ພັນ​ເຖິງ 24 ກຸ່ມ​ເສດ​ຖະ​ກິດ, ມີ​ຍອດ​ມູນ​ຄ່າ​ການ​ລົງ​ທຶນ​ປະ​ມານ 20 ຕື້​ໂດ​ລາ​ສະ​ຫະ​ລັດ, ໂຄງ​ການ​ລົງ​ທຶນ​ໄດ້​ກ່ຽວ​ພັນ​ເຖິງ​ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ໃນຫຼາຍ​ຂົງ​ເຂດ​ເຊັ່ນ: ພະ​ລັງ​ງານ, ສາ​ທາ​ລະ​ນະ​ສຸກ, ຄົມ​ມະ​ນາ​ຄົມ, ການ​​ທະ​ນາ​ຄານ, ຊັບ​ພະ​ຍາ​ກອນ​ນ້ຳ​ແລະ​ຂົງ​ເຂດ​ອື່ນໆ.

ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີຄືຜົນ​ປະ​ໂຫຍດ​ຂອງລັດ​ທິ​ຫຼາຍ​ຝ່າຍ_fororder_eac4b74543a98226716b1dcfb9d9b2064b90eb16

ພາຍ​ຫຼັງ​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ມາ​ນີ້, ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ​ໄດ້​ສ້າງ​ຕັ້ງ​ກອງ​ທຶນ​ຟື້ນ​​ຟູ​ຈາກວິ​ກິດ​ການ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ມີ​ມູນ​ຄ່າ 10 ຕື້​ໂດ​ລາ​ສະ​ຫະ​ລັດ, ເພື່ອ​ສະ​ໜອງ​​ເງິນ​ທຶນ​ໂດຍ​ດ່ວນ​ໃຫ້​ແກ່​ສະ​ມາ​ຊິກ, ​ເພື່ອ​ຊ່ວຍ​ເຫຼືອ​ປະ​ເທດ​ຕ່າງໆ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທັງ​ໃຫ້​ສາ​ມາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ເສດ​ຖະ​ກິດ​ສັງ​ຄົມ. ປັດ​ຈຸ​ບັນ, ທະ​ນາ​ຄາ​ນ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​​ອາ​ຊີໄດ້​ອະ​ນຸ​ມັດເງິນ​ກູ້​ໃຫ້​ 12 ປະ​ເທດ​ເຊັ່ນ: ຫວຽດ​ນາມ, ໂກຼ​ອາ​ຊີ​ແລະ​ປະ​ເທດ​ອື່ນໆ​ເພື່ອ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ.

ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ​ທີ່​ເຕີບ​ໃຫຍ່​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ນັ້ນ, ໄດ້​ເພີ່ມ​ຈຳ​ນວນສະ​ມາ​ຊິກ​ຂອງ​ມັນ​ຈາກ 57 ສະ​ມາ​ຊິກ​ໄດ້​ເພີ່ມ​ຂຶ້ນ​ເປັນ 102 ສະ​ມາ​ຊິກ​ໃນ​ປັດ​ຈຸ​ບັນ, ປະ​ຊາ​ກອນ​ຂອງ​ສະ​ມາ​ຊິກ​ໄດ້​ກວມ 78% ຂອງ​ປະ​ຊາກອນ​ໂລກ, GDP ຂອງ​ສະ​ມາ​ຊິກ​ທະ​ນາ​ຄານ​ດັ່ງ​ກ່າວໄດ້​ກວມ 63% ຂອງ GDP ຂອງ​ໂລກ, ເ​ປະ​ເທດ​ສະ​ມາ​ຊິກ​ຂອງທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ພະ​ລັງ​ຊີ​ວິດ​ຂອງ “ຂໍ້ລິ​ເລີ່ມ​ຂອງ​ຈີນ.”

ຄຳ​ເຫັນ

0