ພາກຕາເວັນອອກສຽງເໜືອແມ່ນແຫຼ່ງຜະລິດສະບຽງອາຫານເພື່ອເປັນສິນຄ້າທີ່ສຳຄັນທີ່ສຸດຂອງຈີນ, ແຂວງຈີລິນກໍແມ່ນແຫຼ່ງຜະລິດສາລີທີ່ສຳຄັນ. ວັນທີ 22 ກໍລະກົດ ປີ 2020, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາການຜະລິດສະບຽງອາຫານຢູ່ແຂວງຈີລິນ, ເຊິ່ງສະແດງໃຫ້ເຫັນວ່າ “ສາງສະບຽງອາຫານຂອງປະເທດຈີນ” ມີຄວາມສຳຄັນເປັນພິເສດສຳລັບທ່ານສີຈິ້ນຜິງ. ທ່ານເຄີຍຊີ້ອອກວ່າ: “ການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານແມ່ນຫົວຂໍ້ສຳຄັນຕະຫຼອດການ, ຍາມໃດກໍບໍ່ໃຫ້ປ່ອຍປະລະເລີຍຢ່າງເດັດຂາດ.”
ວັນທີ 22 ກໍລະກົດ ປີ 2020, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາການຜະລິດສະບຽງອາຫານຢູ່ແຂວງຈີລິນ
ຢູ່ໃນປະຫວັດສາດຂອງຈີນເຄີຍເກີດມີໄພອຶດຫິວໜັກໜ່ວງຫຼາຍເທື່ອ.
ທ່ານສີຈິ້ນຜິງເຄີຍເລົ່າເລື່ອງໜຶ່ງໃຫ້ຮູ້ວ່າ: “ໃນລຸ້ນຄົນພວກເຮົານີ້ມີຄວາມຊົງຈຳທີ່ກິນບໍ່ອິ່ມ ແລະ ອຶດຫິວ ບໍ່ຫຼາຍກໍໜ້ອຍ. ໃນໄລຍະເກີດໄພທຳມະຊາດເປັນເວລາ 3 ປີ ຄື ລະຫວ່າງປີ 1959-1961, ຂ້າພະເຈົ້ານອນຢູ່ໂຮງຮຽນ, ອາຫານກໍບໍ່ຄ່ອຍດີປານໃດ, ໃນຕອນຄໍ່າກິນແຕ່ແກງເທົ່ານັ້ນ, ນີ້ຈຶ່ງເອີ້ນວ່າ “ຮັບປະກັນຄວາມອິ່ນ 70%”, ໃນໄລຍະທີ່ດຳເນີນ “ການປະຕິວັດວັດທະນະທຳ”, ຂ້າພະເຈົ້າໄປເຮັດວຽກຢູ່ຮາກຖານຊົນນະບົດ, ເຄີຍມີສະພາບທີ່ວ່າ 3ເດືອນບໍ່ເຫັນນໍ້າມັນພໍຢອດ, ທັງແມ່ນ “3ເດືອນທີ່ບໍ່ຮູ້ວ່າລົດຊາດຊິ້ນເປັນແນວໃດ”. ໃນລະດູໜາວປີນັ້ນ, ທາງບ້ານໄດ້ຝາກເງິນມາໃຫ້ໜ້ອຍໜຶ່ງ, ຂ້າພະເຈົ້າແລະເພື່ອນຮ່ວມຮຽນທີ່ອາໄສຢູ່ໃນເຮືອນຖໍ້າດຽວກັນນັ້ນກໍໄດ້ຊື້ຊິ້ນໝູຫຼາຍໂລທີ່ແຊ່ເຢັນໃນໄຫຫີນ, ໄປຊື້ກັບມາຍັງບໍ່ທັນໄດ້ປຸງແຕ່ງກໍພາກັນຊອຍເປັນປ່ຽງກິນໂລດ, ຈັ່ງແມ່ນແຊບຊ້ອຍອີຫຼີ! ຫຼັງຈາກນັ້ນພວກເຮົາຫ້າມກັນວ່າຢ່າສູ່ກິນອີກ, ຖ້າກິນອີກກໍບໍ່ມີຊິ້ນເຫຼືອມາຕົ້ມແລ້ວ. ຊີວິດທີ່ທຸກຍາກແບບນີ້ພວກເຮົາລ້ວນແຕ່ເຄີຍພົບມາແລ້ວ.
ສະນັ້ນ, ເຂົ້າເບຼກຳໜຶ່ງ, ເຂົ້າຖ້ວຍໜຶ່ງ, ສາລີມານໜຶ່ງ, ເບິ່ງແລ້ວຄືເປັນສິ່ງທຳມະດາໆ, ແຕ່ມັນມີຄວາມສຳຄັນພິເສດຢູ່ໃນໃຈຂອງທ່ານສີຈິ້ນຜິງ. ທ່ານເຄີຍຊີ້ອອກຢ່າງເຄັ່ງຂຶມວ່າ: “ເດັດຂາດບໍ່ໃຫ້ໂສກນາຕະກຳທາງປະຫວັດສາດເຫຼົ່ານີ້ ເກີດຂຶ້ນອີກ.”
ປະຈຸບັນ, ຄວາມຊົງຈຳກ່ຽວກັບຄວາມອຶດຫິວຂອງປະຊາຊົນໄດ້ຜ່ານພົ້ນໄປໄກແລ້ວ. ເວົ້າສຳລັບປະຊາຊົນສາມັນແລ້ວ, ການກິນອິ່ມບໍ່ໄດ້ເປັນບັນຫາແລ້ວ, ແຕ່ເວົ້າສຳລັບຜູ້ນຳປະເທດໃຫຍ່ແລ້ວ, ທຸກມື້ມີເຂົ້າໃຫ້ປະຊາກອນ 1,4 ຕື້ຄົນກິນ, ມີຄັງສະສົມສະບຽງອາຫານພຽງພໍຫຼືບໍ່ ມີຄຸນນະພາບດີຫຼືບໍ່, ລາຄາໝັ້ນທ່ຽງຫຼືບໍ່, ນີ້ແມ່ນວຽກງານສຳຄັນອັນດັບໜຶ່ງໃນການປົກຄອງປະເທດ.
ຂໍພຽງແຕ່ເລື່ອງສະບຽງອາຫານບໍ່ເກີດມີບັນຫາໜັກໜ່ວງ, ສະພາບການພາຍໃນຈີນກໍຈະສາມາດຮັກສາໄວ້ໄດ້ຢ່າງໝັ້ນຄົງ. ຄົນທັງຫຼາຍຮັບຮູ້ເຫດຜົນນີ້ດີ, ແຕ່ໃນການປະຕິບັດວຽກງານຕົວຈິງ ໂດຍສະເພາະໃນເວລາທີ່ວຽກງານກະສິກຳພວມຢູ່ໃນສະພາບການທີ່ດີ, ກໍມັກຈະເກີດມີສະພາບປ່ອຍປະລະເຫຼິງ. ກ່ຽວກັບເລື່ອງນີ້, ທ່ານສີຈິ້ນຜິງຄິດເປັນຫ່ວງເປັນໃຍຢູ່ສະເໝີ. ທ່ານເຄີຍຊີ້ອອກວ່າ: “ບໍ່ຄວນມີແນວຄິດປະໝາດ ຫຼື ເກີດຄວາມປັ່ນປ່ວນໃນບັນຫາສະບຽງອາຫານ, ຍາມໃດເກີດມີບັນຫາໃຫຍ່ແລ້ວ, ກໍຈະຕົກເຂົ້າສູ່ສະພາບຫຍຸ້ງຍາກເປັນເວລາຫຼາຍປີ, ຖ້າເປັນກໍລະນີແບບນັ້ນ ບໍ່ມີໃຜຈະສາມາດຊ່ວຍພວກເຮົາໄດ້.”
ປີນີ້ພະຍາດໂຄວິດ-19 ໄດ້ແຜ່ລະບາດຢ່າງຮ້າຍແຮງໃນທົ່ວໂລກ, ເຮັດໃຫ້ບັນຫາສະບຽງອາຫານໄດ້ຮັບຄວາມສົນໃຈຈາກປະຊາຄົມໂລກ. ອີງຕາມບົດລາຍງານ “ສະພາບການກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພສະນາການຂອງໂລກ”ທີ່ 5 ອົງການຈັກຕັ້ງສາກົນ ເຊິ່ງລວມທັງ ອົງການຟາວຂອງສະຫະປະຊາຊາດ ໄດ້ເຜີຍແຜ່ໃນຫວ່າງມໍ່ໆມານີ້, ຜົນການປະເມີນຜົນສະບັບໜຶ່ງສະແດງໃຫ້ເຫັນວ່າ, ການແຜ່ລະບາດຂອງພະຍາດໂຄວິດ-19ອາດຈະເຮັດໃຫ້ຈຳນວນຜູ້ທີ່ບໍ່ມີອາຫານພຽງພໍໃນໂລກໂລກເພີ່ມຂຶ້ນອີກ 83 ລ້ານຄົນ ລວມທັງໝົດ ແມ່ນ 132 ລ້ານຄົນໃນປີ 2020.
ເມື່ອຜະເຊີນໜ້າກັບສະພາບການສາກົນທີ່ສັບສົນ, ຈີນຈະສາມາດຮັກສາຄວາມໝັ້ນທ່ຽງດ້ານສະບຽງອາຫານໄວ້ໄດ້ຢ່າງໜັກແໜ້ນຫຼືບໍ່? ກ່ຽວກັບເລື່ອງນີ້, ທ່ານສີຈິ້ນຜິງຄືຜູ້ທີ່ຮັບຮູ້ການຜະລິດກະສິກຳໄດ້ເປັນຢ່າງດີນັ້ນໄດ້ເບິ່ງກວ້າງມອງໄກ ແລະ ກຳແໜ້ນວຽກງານກະສິກຳມາກ່ອນແລ້ວ.
ວັນທີ 25 ກຸມພາປີ 2020, ກອງປະຊຸມວຽກງານການຜະລິດກະສິກຳລະດູໃບໄມ້ປົ່ງທົ່ວປະເທດຈີນໄດ້ຈັດຂຶ້ນທາງໂທລະພາບ ແລະ ໂທລະສັບ. ໃນທຸກປີຜ່ານມາກອງປະຊຸມນີ້ຈະຈັດຂຶ້ນໃນກາງ ຫຼື ທ້າຍເດືອນມີນາ, ແຕ່ກອງປະຊຸມໃນປີ 2020ໄດ້ຈັດຂຶ້ນໄວກວ່າປີຜ່ານມາເປັນເວລາເກືອບ 1 ເດືອນ, ເຊິ່ງກອງປະຊຸມດັ່ງກ່າວໄດ້ເປີດກວ້າງອອກໄປສູ່ໜ່ວຍງານຂັ້ນເມືອງ. ທ່ານສີຈິ້ນຜິງໄດ້ໃຫ້ທິດຊີ້ນຳທີ່ສຳຄັນຕໍ່ວຽກງານການຜະລິດກະສິກຳລະດູໃບໄມ້ປົ່ງຂອງທົ່ວປະເທດ, ໂດຍເນັ້ນວ່າ “ບໍ່ໃຫ້ພາດລະດູການຜະລິດກະສິກຳ.”
ຄຳເຫັນດັ່ງກ່າວຟັງແລ້ວຄືຊິທຳມະດາ, ແຕ່ໃນປີນີ້ມີຄວາມໝາຍພິເສດ. ຍ້ອນໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19, ອຸດສາຫະກຳ ແລະຂະແໜງການບໍລິການໄດ້ເລື່ອນເວລາການພັດທະນາ, ຍັງສາມາດເລັ່ງໃຫ້ທັນກັບເວລາໄດ້, ແຕ່ວ່າກະສິກຳມີລັກສະນະທີ່ “ພາດລະດູການປູກຝັງຍາມດຽວ ກໍຈະກະທົບເຖິງຜົນເກັບກ່ຽວໝົດປີ”. ທິດຊີ້ນຳຂອງທ່ານສີຈິ້ນຜິງເປັນຄຳເວົ້າທີ່ຖືກຈຸດ, ແຫ່ງຕ່າງໆ ແລະ ພາກສ່ວນຕ່າງໆໄດ້ສຸມທຸກຄວາມພະຍາຍາມເພື່ອຈັດຕັ້ງປະຕິບັດທິດຊີ້ນຳດັ່ງກ່າວໃຫ້ເປັນຮູບປະທຳ.
ຕອນບ່າຍວັນທີ 22 ກໍລະກົດປີ 2020,ທ່ານສີຈິ້ນຜິງໄປສຳຫຼວດກວດເບິ່ງເຂດສາທິດແກນກາງຂອງແຫຼ່ງຜະລິດມາດຕະຖານເພື່ອຜະລິດວັດຖຸດິບສຳລັບເຮັດອາຫານປອດສານພິດ (ສາລີ) ຂະໜາດລ້ານມູ (ປະມານ66.667ເຮັກຕາ) ຂອງຊາດ.
ການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ສິ່ງສຳຄັນຂຶ້ນຢູ່ກັບການຮັບປະກັນຄວາມສາມາດຜະລິດສະບຽງອາຫານ, ຕ້ອງຮັບປະກັນວ່າສາມາດຜະລິດໃຫ້ໄດ້ ແລະ ສະໜອງຢ່າງພຽງພໍ. ເຄື່ອງປູກຂອງຝັງທີ່ສຳຄັນຢ່າງໜຶ່ງໃນລະດູໃບໄມ້ຫຼົ່ນແມ່ນສາລີ, ເຖິງວ່າສາລີບໍ່ແມ່ນອາຫານຫຼັກຂອງປະຊາຊົນຈີນ, ແຕ່ແມ່ນສິ່ງສຳຄັນໃນການຄໍ້າຊູການພັດທະນາຂອງຂະແໜງການລ້ຽງສັດ, ທັງກ່ຽວຂ້ອງກັບປະຊາຊົນວ່າຈະໄດ້ມີຊີ້ນກິນຢ່າງພຽງພໍຫຼືບໍ່. ນີ້ກໍແມ່ນຈຸດປະສົງສຳຄັນທີ່ທ່ານສີຈິ້ນຜິງໄປສຳຫຼວດກວດເບິ່ງເຂດສາທິດແກນກາງຂອງແຫຼ່ງຜະລິດມາດຕະຖານເພື່ອຜະລິດວັດຖຸດິບສຳລັບເຮັດອາຫານປອດສານພິດ (ສາລີ) ຂະໜາດລ້ານມູ (ປະມານ66.667ເຮັກຕາ) ຂອງຊາດ.
ທ່ານສີຈິ້ນຜິງຍັງຊີ້ອອກວ່າ, ຍາມໃດຊາວຈີນກໍຕ້ອງກຳແໜ້ນຖ້ວຍເຂົ້າຢູ່ໃນກຳມືຂອງຕົນຢ່າງໜັກແໜ້ນ, ໃນຖ້ວຍເຂົ້າຂອງຊາວຈີນເອງຍັງຕ້ອງໃສ່ສະບຽງອາຫານດີທີ່ປູກດ້ວຍຕົນເອງ. ສຳລັບຄວາມມຸ່ງຫວັງດ້ານອາຫານຂອງປະຊາຊົນຈີນ, ທ່ານສີຈິ້ນຜິງກ່າວເນັ້ນວ່າຕ້ອງຖືເອົາການເພີ່ມການສະໜອງຜະລິດຕະພັນກະສິກຳທີ່ມີຄຸນນະພາບດີ ແລະ ປອດສານພິດໄວ້ຢູ່ຖານະພົ້ນເດັ່ນ, ເລັ່ງລັດການຜະລິດກະສິກຳແບບໄດ້ມາດຕະຖານ ສ້າງຍີ່ຫໍ້ຊື່ດັງ, ຕິດຕາມຄຸມຄອງຄວາມປອດໄພດ້ານຄຸນນະພາບ, ຊຸກຍູ້ການພັດທະນາຜະລິດຕະພັນທີ່ມີຄຸນນະພາບ, ປະຖິ້ມຜະລິດຕະພັນດ້ອຍຄຸນນະພາບ, ພັດທະນາກະສິກຳໃຫ້ຈະເລີນຮຸ່ງເຮືອງດ້ວຍຄຸນນະພາບສູງ.
ທ່ານຜູ້ຟັງ, ຄວາມໝັ້ນຄົງດ້ານສະບຽງອາຫານ, ເປັນວຽກສຳຄັນອັນດັບໜຶ່ງສຳລັບປະເທດ; ທັງເປັນສິ່ງຮັບປະກັນຕໍ່ການຢູ່ລອດສຳລັບປະຊາຊົນ. ສຳລັບປະເທດຈີນທີ່ມີປະຊາກອນຫຼາຍຢູ່ນີ້ແລ້ວ, ຄວາມໝັ້ນຄົງດ້ານສະບຽງອາຫານພົວພັນເຖິງການພັດທະນາແບບຍືນຍົງ, ແລະ ຄວາມສຸກຂອງປະຊາຊົນ, ຕ້ອງດຳເນີນໄປຢ່າງຕໍ່ເນື່ອງເປັນເວລາດົນນານ ແລະເອົາໃຈໃສ່ປະຕິບັດດ້ວຍຄວາມພາກພຽນພະຍາຍາມຢ່າງບໍ່ລົດລະ. ກໍຄືດັ່ງທີ່ທ່ານສີຈິ້ນຜິງກ່າວໄວ້ວ່າ, “ສຳລັບບັນຫາສະບຽງອາຫານ, ຕ້ອງເບິ່ງຈາກທາງຍຸດທະສາດ, ຕ້ອງເບິ່ງໃຫ້ເລິກເຊິ່ງ ແລະ ກວ້າງໄກ.”
ຄຳເຫັນ
0