尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກົນ​ອຸ​ບາຍ​ທີ່​ຍຸ​ແຍ່ເພື່ອ​ຫວັງ​ສ້າງ​ຄວາມ​ແຕກ​​ແຍກກັນ​ຈະ​ບໍ່​ປະ​ສົບ​ຜົນ​ສຳ​ເລັດຢ່າງ​ເດັດ​ຂາດ

2020-07-30 15:46:30 cri

ກົນ​ອຸ​ບາຍ​ທີ່​ຍຸ​ແຍ່ເພື່ອ​ຫວັງ​ສ້າງ​ຄວາມ​ແຕກ​​ແຍກກັນ​ຈະ​ບໍ່​ປະ​ສົບ​ຜົນ​ສຳ​ເລັດຢ່າງ​ເດັດ​ຂາດ_fororder_W020200715505880215990

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ໄມ ພົມ​ເພວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ໄດ້​ກ່າວ​ຄຳ​ປາ​ໄສ​ອີກ​ເທື່ອ​ໜຶ່ງ​ຢູ່​​ຫໍ​ພິ​ພິ​ທະ​ພັນ​ຂອງ​ທ່ານ ​ນິກ​ສັນ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາໂດຍ​ໄດ້​ປ່ຽນ​ແປງ​ສະ​ພາບ​ການ​ການ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ຣິ​ກາ-ຈີນ​ທີ່​ເຄັ່ງ​ຕຶງ​ແລະ​ເລີ່ມ​ໃຊ້​ນະ​ໂຍ​ບາຍ​​ຕິດ​ຕໍ່​ພົວ​ພັນກັບ​ຈີນ​ ໂດຍ​ໄດ້​ສືບ​ຕໍ່​​ນຳ​ໃຊ້ຖ້ອຍ​ຄວາມ​ເກົ່າ​ທີ່​ມີ​ເຈດ​ຕະ​​ນາ​ຮ້າຍໃສ່​ຮ້າຍ​ປ້າຍ​​ສີ​ແລະ​ຈົງ​ໃຈ​ກ່າວ​ໂຈມ​ຕີຈີນ​ແລະ​ພັກ​ກອມ​ມູ​ນິດ​ຈີນ, ຍຸ​ແຍ່​ປະ​ຊາ​ຊົນ​ຈີນ​ແລະ​ນຳ​ໃຊ້​ຖ້ອຍ​ຄວາມ​ທີ່​ວ່າ: “ໂລກ​​ເສ​ລີ”​ ຈົ່ງຮ່ວມ​ມື​ກັນ​ຕໍ່​ຕ້ານ​ກັບ “ຈີນ​ທີ່​ນຳ​ພາ​ໂດຍພັກ​ກອມ​ມູ​ນິດ”.
 

ລະ​ບອບ​ຂອງ​ປະ​ເທດ​ໜຶ່ງ​ດີ​ຫຼື​ບໍ່​ຕ້ອງ​ເອົາ​ຫຍັງ​ມາ​ຢັ້ງ​ຢືນ? ​ຕ້ອງໃຊ້​ເລື່ອງ​ຈິ​ງ! ປີ 1949, ລາຍ​ຮັ​ບ​ທີ່​ໃຊ້​​ຈ່າຍ​ໄດ້​ຈິງ​ໂດຍສະ​ເລ່ຍ​ຕໍ່​ຫົວ​ຄົນ​ຂອ​ງ​ປະ​ຊາ​ຊົນ​ຈີນ​ພຽງ​ແຕ່​ໄດ້ 49,7 ຢວນ, ​ແຕ່​ມາ​ຮອດ​ປີ 2019, ຕົວ​ເລກ​ດັ່ງ​ກ່າວ​ໄດ້​​ຖືກ​ຍົກ​ສູງ​ຂຶ້ນ​ເປັນ 30.733 ຢວນ; ປີ 1978, ມາດ​ຕາ​ສ່ວນ​ຂອງ GDP ຂອງ​ຈີນ​ໃນ​ປີ 1978 ກວມ​ພຽງ​ແຕ່ 1,8% ຂອງ​ເສດ​ຖະ​ກິດ​ໂລກ​ເທົ່າ​ນັ້ນ, ​ແຕ່​ໃນປີ 2019, ມາດ​ຕາ​ສ່ວນ​ນີ້​​ໄດ້​ບັນ​ລຸຫຼາຍກວ່າ 16% ແລະ​ອື່ນໆ. ເວົ້າ​ສຳ​ລັບ​ທ່ານ ໄມ ພົມ​ເພວພ້ອມ​ດ້ວຍ​ນັກ​ການ​ເມືອງ​ຜູ້​ອື່ນໆ​ແລ້ວ, ເຖິງວ່າ​ພວກ​ເຂົາ​ເຈົ້າ​ຈຳ​ເປັນ​ຕ້ອງ​​ຍອມ​ຮັບ​ເລື່ອງ​ຈິງຢ່າງ​ພາ​ວະ​ວິ​ໄສ​ໃນການ​ພັດ​ທະ​ນາ​ຂອງ​ຈີນ​ກໍ​ຕາມ, ແຕ່​ພັດ​ໄດ້​ປະ​ຕິ​ເສດ​ບໍ່​ຍອມ​ຮັບ​ລະ​ບອບ​ທີ່​ເຮັດ​ໃຫ້​ເກີດ​ມີ “​ສິ່ງມະ​ຫັດ​ສະ​ຈັນ​ສຳ​ລັບ​ຈີນ” ຍ້ອນ​ຮູບ​ຖານ​ຈິດ​ສຳ​ນຶກ​ແລະ​ສາ​ເຫດ​ອື່ນໆ.
 

ລະ​ບອບ​ຂອງ​ປະ​ເທດ​​ໃດໜຶ່ງ​ດີ​ຫຼື​ບໍ່​ແມ່ນ​ຜູ້​ໃດ​ຈະ​ເປັນ​ຜູ້​ຕັດ​ສິນ​ພິ​ຈາ​ລະ​ນາ​ທີ່​ແທ້​ຈິງ? ກໍ່​ແມ່ນປະ​ຊາ​ຊົນ​ນັ້ນ​ເອງ! ​ເວົ້າສະ​ເພາະ​ໃນ​ກາ​ນ​ສູ້​ຊົນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ປີ​ນີ້, ​ນັບ​ແຕ່​ສູນ​ກາງ​ຈົນ​ຮອ​ດ​ທ້ອງ​ຖິ່ນ, ແຫ່ງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ຈີນ​ໄດ້​ສາ​ມັກ​ຄີ​​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ແນວ​ຄິດ​ຄອງ​ອຳ​ນາດ​ແລະ​ການ​ສະ​ແຫວງ​ຫາ​ຄຸນ​ຄ່າ​ທີ່​ຍາມ​ໃດ​ກໍ​ຖື​ເອົາ​ປະ​ຊາ​ຊົນ​ຢູ່​ເໜືອ​ທຸກ​ສິ່ງ​ທຸກ​ຢ່າງ​ແລະ​ຊີ​ວິດ​ຢູ່​ເໜືອ​ທຸກ​ສິ່ງ​ທຸກ​ຢ່າງ. ແຕ່​ເມື່ອ​ຂ້າມ​ໄປເບິ່ງ​ອາ​ເມ​ຣິ​ກາກໍ​ຄືທ່ານ ໄມ ພົມ​ເພວ​ແລະ​ນັກ​ການ​ເມືອງຜູ້​ອື່ນໆ​ແລ້ວ, ​ເຂົາ​ເຈົ້າ​ມີ​ພຶດ​ຕິ​ກຳເໝືອນ​ດັ່ງ “ຄົນ​ລີ້​​ຊ້ອນ​ປ່ອນ​ໂຕ” ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ປະ​ເທດ​ຕົນ, ບໍ່​​ໃຫ້​ຄວາມ​ສົນ​ໃຈນຳສະ​ພາບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​​​ທີ່​​ນັບ​ມື້​ຮ້າຍ​ແຮງ, ນັບ​ມາ​ຮອດ​ເວ​ລາ 7 ໂມງ 40 ນາ​ທີ​ຂອງວັນ​ທີ 29 ກໍ​ລະ​ກົດ​ນີ້​ຕາມ​ເວ​ລາ​ປັກ​ກິ່ງ, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ​ມີ​ເຖິງ 4.342.498 ຄົນ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດມີ 149.085 ຄົນ. ຢູ່​ເບື້ອງ​ຫຼັງຕົວ​ເລກ​ທີ່​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ນີ້​ແມ່ນ​ຊີ​ວິດ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ຈຳ​ນວນ​ຫຼວງ​ຫຼາຍ.


ກົນ​ອຸ​ບາຍ​ທີ່​ຍຸ​ແຍ່ເພື່ອ​ຫວັງ​ສ້າງ​ຄວາມ​ແຕກ​​ແຍກກັນ​ຈະ​ບໍ່​ປະ​ສົບ​ຜົນ​ສຳ​ເລັດຢ່າງ​ເດັດ​ຂາດ_fororder_微信图片_20200730154543

​ສະ​ພາບ​ຄວາມ​ເປັນ​ຈິງ​ເປັນແນວ​ໃດ? ເບິ່ງ​ຕົວ​ເລກ​ຂໍ້​ມູນ​ກ່ອນ. ຫວ່າງ​ມໍ່ໆ​ມາ​ນີ້, ວິ​ທະ​ຍາ​ໄລ​ລັດ​ຖະ​ບານ​ເຄນ​ນີ​ດີ​ທີ່​ຂຶ້ນ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລຮາ​ເວີດຂອງ​ອາ​ເມ​ຣິ​ກາ​ໄດ້​ເຜີຍ​ແຜ່​ຜົນ​ການ​ສຳ​ຫຼວດ​ຄວາມ​ຄິດ​ເຫັນ​ຂອງ​ປະ​ຊາ​ຊົນໂຄງ​ການ​ໜຶ່ງ​ໂດຍ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ອັດ​ຕາ​ການ​ສະ​ໜັບ​ສະ​ໜູນ​ແລະ​ລະ​ດັບ​ຄວາມ​ເພິ່ງ​ພໍ​ໃຈ​ຂອງ​ປະ​ຊາ​ຊົນ​ຈີນ​ທີ່​ມີ​ຕໍ່​ລັດ​ຖະ​ບານ​ຈີນ​​ແລະ​ພັກ​ກອມ​ມູ​ນິດ​ຈີນໄດ້ກວມ​ຫຼາຍກວ່າ 93%, ແຕ່​​ຢູ່ອາ​ເມ​ຣິ​ກາ​ມີ​​ພຽງແຕ່ 48% ຢູ່​ໃນ​ອັນ​ດັບ​ທ້າຍ​ສຸດ​ຂອງ​ຕາ​ຕະ​ລາງ. ນີ້​ກໍ່​ເປັນ​ເລື່ອງ​ຈິງ! ນີ້​ກໍ່​ແມ່ນ​ຫຼັກ​ຖານ​ອ້າງ​ອີງ!
 

ກົນ​ອຸ​ບາຍ​ທີ່​ຍຸ​ແຍ່​ເພື່ອ​ຫວັງ​ສ້າງ​ຄວາມ​ແຕກ​​ແຍກກັນ​ຈະ​ບໍ່​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ເດັດ​ຂາດ! ຈີນ​ເຕືອນ​ໃຫ້​ທ່ານ ໄມ​ ພົມ​ເພວ ແລະ​ນັກ​ການ​ເມືອງ​​ຜູ້ອື່ນໆ​ຂອງ​ອາ​ເມ​ຣິ​ກາ​ຢ່າ​ສູ່​ເສຍ​ແຮງ​ເສຍ​ເວ​ລາ​ລ້າໆ​ເພື່ອ​ຍຸ​ແຍ່​ການ​ພົວ​ພັນ​ທີ່​​ສະ​ໜິດ​ສະ​ໜົມ​ແລະ​ແໜ້ນ​ແຟ້ນ​ລະ​ຫວ່າງ​ປະ​ຊາ​ຊົນ​ຈີນ​ກັບ​ພັກ​ກອມ​ມູ​ນິດ​ຈີນ, ​ທາງ​ທີ່​ດີຄວນ​ຄິດ​ຫາ​ວິ​ທີ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ພາຍ​ໃນປະ​ເທດ​ຕົນ​ໃຫ້​ຫຼາຍກວ່າ​ເກົ່າ​ຈຶ່ງ​ແມ່ນ​​ສິ່ງ​ສຳ​ຄັນ​ທີ່​ສຸດ.

ຄຳ​ເຫັນ

0