黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນເປັນ​ແບບ​ຢ່າງ​ດ້ານ​ສິດ​ທິ​ມະ​ນຸດ​ໃນ​ຂະ​ບວນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19

2020-07-31 14:53:46 cri

 

ໃນ​ໄລ​ຍະ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ​ພາຍ​ໃຕ້​ແນວ​ຄວາມ​ຄິດ “ປະ​ຊາ​ຊົນ​ແລະ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຢູ່​ເໜືອ​ທຸກ​ສິ່ງ​ທຸກ​ຢ່າງ” ໄດ້​ກາຍ​ເປັນ​ຄວາ​ມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ຢ່າງກວ້າງ​ຂວາງ​ໃນ​ທົ່ວ​ປະ​ເທດ​ຈີນ, ປະ​ເທດ​ຈີນ​ໄດ້​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ດ້ວຍ​ກຳ​ລັງ​ຂອງ​ທົ່ວ​ປະ​ເທດ, ໄດ້​ສະ​ແດງ​ໃຫ້​ເຫັນ​ທັດ​ສະ​ນະ​ສິດ​ທິ​ມະ​ນຸດ​ທີ່​ຖື​ເອົາ​ປະ​ຊາ​ຊົນ​ເປັນ​ໃຈ​ກາງ.

ໃນ​ເວ​ລາ​ເກີດ​,uການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຄົນ​ທັງ​ຫຼາຍ​ໄດ້​ເຫັນ​ວ່າ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຊີ້​ນຳ​ແລະ​ວາງ​ແຜນ​ການວຽກ​ງານ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ດ້ວຍ​ຕົນ​ເອງ, ​ທ່ານ​ໄດ້ຮຽກ​ຮ້ອງ​​ໃຫ້​ຖື​ເອົາ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ແລະ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ໄວ້​ໃນ​ຖາ​ນະ​ສູງ​ສຸດ; ຄ່າ​ໃຊ້​ຈ່າຍ​ດ້ານ​ການ​ປິ່ນ​ປົວ​ພະ​ຍາດ​ໂຄວິດ-19 ລ້ວນ​ແຕ່​ແມ່ນ​ລັດ​ຖະ​ບານ​​ເປັນ​ຜູ້​ແບກ​ຫາບ, ​ສາ​ມາດ​ຍົກ​ສູງ​ອັດ​ຕາ​​ຫາ​ເຊື້ອ​ແລະ​ປິ່ນ​ປົວ​ໃຫ້​ຫາຍ​ຂາດ​ອອກ​ໂຮງ​ໝໍ​ໄດ້​ຈຳ​ນວນ​ຫຼວງ​ຫຼາຍ​ທີ່​ສຸດ, ແລະ​ໄດ້​ຫຼຸ​ດ​ອັດ​ຕາ​ຕິດ​ເຊື້ອ​ພະ​ຍາດ​ແລະ​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໃຫ້​ໜ້ອຍລົງ​ທີ່​ສຸດ.

ເລື່ອງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນທັດ​ສະ​ນະ​​ການບໍ​ລິ​ຫານ​ຂອງ​ພັກ​ການ​ເມືອງ​ທີ່​ຄອງ​ອຳ​ນາດ​ໂດຍ​ຍຶດ​ຖື​ລັດ​ທິ​ມາກ ​, ທັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ພະ​ຍາ​ຍາມ​ຂອງ​ປະ​ເທດ​ສັງ​ຄົມ​ນິ​ຍົມ​​ໃນ​ການ​ປົກ​ປັກ​ຮັກ​ສາ​ສິດ​ທິ​ມະ​ນຸດ.

ຈີນ​ໄດ້​ປົກ​ປັກ​ຮັກ​ສາ​ສິດ​ທິ​ມະ​ນຸດ, ຍັງ​ໄດ້​ສະ​ແດງ​ອອກ​ໃນ​ຄວາມ​ພະ​ຍາ​ຍາມ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງ​ມວນ​ມະ​ນຸດ. ພາຍ​​ຫຼັງ​ປະ​ສົບ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລ້ວ, ຈີນ​ໄດ້​ແຈ້ງ​ສະ​ພາບ​ການ​ແຜ່​ລະ​ບາດ​​ແລະ​ແບ່ງ​ປັນ​ລຳ​ດັບ​ແຊນເຊື້ອ​ພະ​ຍາດ​ໃຫ້​ແກ່​ອົງ​ການ​ອະ​ນາ​ໄມ​ໂລກ​​ຢ່າງ​ທັນ​ເວ​ລາ, ນັບ​ມາ​ຮອດ​ທ້າຍ​ເດືອນ​ພຶດ​ສະ​ພາ​ປີ​ນີ້, ໄດ້​ແບ່ງ​ປັນ​ວິ​ທີ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ແລະ​ວິ​ທີ​ປິ່ນ​ປົວ​ພະ​ຍາດ​ໂຄວິດ-19 ໃຫ້​ແກ່​ 180 ປະ​ເທດ, 10 ກວ່າ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ແລະ​ພາກ​ພື້ນ​ຂອງ​ໂລກ, ແລະ​ໄດ້​ສົ່ງ​ໜ່ວຍ​ຊ່ຽວ​ຊານ​ແລະ​ແພດ​ໝໍ​ໄປ​ຊ່ວຍ​ປະ​ເທດ​ທີ່​ມີ​ຄວາມ​ຕ້ອງ​ການ​ດ່ວນ​ທີ່​ສຸດ, ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ສຸກ​ເສີນ​​ແກ່ 150 ປະ​ເທດ​ແລະ 4 ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ຈີນ​ໄດ້​ອອກ​ແຮງ​ຢ່າງ​ສຸດ​ຂີດ​ເພື່ອ​ສ້າງ​ຄວາມ​ສະ​ດວກ​​ໃຫ້ແກ່​ປະ​ເທດ​ອື່ນໆ​​ເພື່ອຈັດ​ຊື້​ວັດ​ຖຸ​ປະ​ກອນປິ່ນ​ປົວ​ພະ​ຍາດ​ຈາກ​ຈີນ.

ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ຈີນ, ບໍ່​ພຽງ​ແຕ່​ໄດ້​ສ້າງ​ຄວາມ​ອັດ​ສະ​ຈັນ​ໃນ​ປະ​ຫວັດ​ສາດ​ຂອງ​ການ​ປ້ອງ​ກັນ​ແລະ​ປິ່ນ​ປົວ​ພະ​ຍາດ​ຕິດ​ແປດ​ຂອງມວນ​ມະ​ນຸດ​ເທົ່າ​ນັ້ນ, ທັງ​​ໄດ້​ຂຽນ​ປະ​ຫວັດ​ສາດ​ໜ້າ​ໃໝ່​ອັນ​ສະ​ຫງ່າ​ລາ​ສີ​​ໃນ​ພາ​ລະ​ກິດ​​ດ້ານສິ​ດ​ທິ​ມະ​ນຸດ, ໄດ້​ຊຸກ​ຍູ້​ໃຫ້​ພາ​ລະ​ກິດ​ສິດ​ທິ​ມະ​ນຸດ​ຂອງ​ໂລກ​ກ້າວ​​ເດີນ​ໄປ​ໜ້າ.

ຄຳ​ເຫັນ

0