ໃນເມື່ອບໍ່ດົນມານີ້, ລັດຖະບານອາເມຣິກາໄດ້ໃຊ້ແຮງກົດດັນຊອຟແວ TikTok ເຊິ່ງເປັນ APP ວິດີໂອສັ້ນຂອງບໍລິສັດຈີນ. ວັນທີ 31 ກໍລະກົດຜ່ານມາ, ທ່ານໂດໂນ ທຣຳ ປະທານາທິບໍດີອາເມຣິກາຍັງໄດ້ຂູ່ວ່າອາດຈະຫ້າມບໍ່ໃຫ້ TikTok ດຳເນີນທຸລະກິດຢູ່ອາເມຣິກາ. ສ່ວນສາເຫດທີ່ຫ້າມບໍ່ໃຫ້ໃຊ້ TikTok ກໍຄື, ນັກການເມືອງອາເມຣິກາຈຳນວນໜຶ່ງກ່າວວ່າ: APP ດັ່ງກ່າວໄດ້ຖືກສົ່ງໄສວ່າເປັນໄພຂົ່ມຂູ່ຕໍ່ “ຄວາມປອດໄພດ້ານຕົວເລກຂໍ້ມູນ”, ແລະຍັງອາດຈະ “ແຊກແຊງການເລືອກຕັ້ງປະທານາທິບໍດີຂອງອາເມຣິກາ.”
ສື່ມວນຊົນອາເມຣິກາກໍໄດ້ວິເຄາະສາເຫດຕໍ່ເຫດການດັ່ງກ່າວແລ້ວ. ວາລະສານການເງິນ ຟໍເບັສ Forbes ໄດ້ກ່າວວ່າ: ການນາບຂູ່ຂອງທ່ານທຣຳ, ອາດແມ່ນຍ້ອນເຫດການທີ່ເກີດຂຶ້ນໃນເດືອນມິຖຸນາປີນີ້ທີ່ຜູ້ໃຊ້ TikTok ໄດ້ຈອງຊື້ປີ້ເຂົ້າຮ່ວມງານຫາສຽງເລືອກຕັ້ງຂອງທ່ານທຣຳແຕ່ສຸດທ້າຍພັດບໍ່ໄປເຂົ້າຮ່ວມງານ. ເຫດການດັ່ງກ່າວເຮັດໃຫ້ທ່ານທຣຳ “ຮູ້ສຶກເຈັບປວດໃຈ”. ນອກນີ້ຍັງມີສື່ມວນຊົນແລະປະຊາຊົນອາເມຣິກາເຫັນວ່າ, ນາງຊາຣະ ຄູເປີ ເນັດໄອດອນຄົນໜຶ່ງໄດ້ເອົາວິດີໂອສັ້ນທີ່ມັກລໍ້ຫຼິ້ນທ່າທີທ່ານທຣຳລົງໃນ TikTok ຈຶ່ງແມ່ນສາເຫດທີ່ແທ້ຈິງທີ່ທ່ານທຣຳຢາກຫ້າມບໍ່ໃຫ້ໃຊ້ APP ດັ່ງກ່າວ.
ທີ່ຈິງແລ້ວ, ບໍ່ວ່າສາເຫດທີ່ແທ້ຈິງທີ່ລັດຖະບານທຣຳຢາກຫ້າມບໍ່ໃຫ້ໃຊ້ TikTok ເປັນຄືແນວໃດກໍຕາມ, ແຕ່ຄຳສັ່ງຫ້າມບໍ່ໃຫ້ໃຊ້ APP ດັ່ງກ່າວກໍ່ເປັນເລື່ອງທີ່ບໍ່ສົມເຫດສົມຜົນແລະບ່ອນອ້າງອີງ. “ສະຫະພັນເພື່ອເສລີພາບຂອງປະຊາຊົນອາເມຣິກາ”ຫຼື ACLU ເຊິ່ງເປັນອົງການຈັດຕັ້ງສິດທິມະນຸດອາເມຣິກາກໍ່ໄດ້ພິມບົດຄວາມລົງ Twitter ວ່າ: ການກະທຳທີ່ທ່ານທຣຳຢາກຫ້າມບໍ່ໃຫ້ໃຊ້ TikTok, ແມ່ນໄພຂົ່ມຂູ່ຊະນິດໜຶ່ງຕໍ່ສິດເສລີພາບດ້ານການປາກເວົ້າ.
ຄຳເຫັນ
0