ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຫວ່າງມໍ່ໆມານີ້, “ງານວາງສະແດງຜົນງານສີລະປະກຳພາຍໃຕ້ຫົວຂໍ້ຮ່ວມແຮງຮ່ວມໃຈກັນຕ້ານກັບພະຍາດໂຄວິດ-19” ທີ່ຫໍພິພິທະພັນແຫ່ງຊາດຈີນ, ສະມາຄົມສີລະປະກອນຈີນແລະສະມາຄົມນັກປະພັນຈີນເປັນເຈົ້າພາບຮ່ວມກັນໄດ້ຈັດຂຶ້ນຢູ່ຫໍພິພິທະພັນແຫ່ງຊາດ.
ງານວາງສະແດງຄັ້ງນີ້ໄດ້ວາງສະແດງເຄື່ອງສີລະປະກຳເກືອບ 200 ອັນທີ່ຖືກເຮັດຂຶ້ນຕາມສະພາບການຂອງການຕ້ານກັບພະຍາດໂຄວິດ-19 , ເຊິ່ງເນື້ອໃນຂອງງານວາງສະແດງໄດ້ສະທ້ອນໃຫ້ເຫັນເຖິງສະຖານທີ່ການປິ່ນປົວຜູ້ເປັນພະຍາດແລະວຽກງານການປ້ອງກັນແລະຄວບຄຸມພະຍາດເປັນຫຼັກ, ທັງໄດ້ສະແດງໃຫ້ເຫັນເຖິງການຮັບປະກັນດ້ານຊີວິດການເປັນຢູ່ຂອງປະຊາຊົນໃນເຂດແຜ່ລະບາດພະຍາດ, ການຟື້ນຟູການຜະລິດ,ການເຮັດວຽກແລະການຊ່ວຍເຫຼືອ ຕ່າງປະເທດໃນດ້ານການແພດແລະອື່ນໆ,ນອກນີ້ຍັງໄດ້ສະແດງໃຫ້ເຫັນຂະບວນການຢ່າງລຳບາກໃນການຕໍ່ຕ້ານພະຍາດຂອງປະຊາຊົນຈີນແລະນ້ຳໃຈສູ້ຊົນຕ້ານກັບພະຍາດຂະໜາດໃຫຍ່ໃນຂະບວນການດັ່ງກ່າວ.
ຄຳເຫັນ
0