黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ້າງ​ເສດ​ຖະ​ກິດ​ຈີນຫ້​ເຄື່ອນ​ໄຫວ​ແບບ​ສອງວົງ​ຈອນ​ເພື່ອ​ຕອບ​ໂຕ້​ຖ້ອຍ​ຄຳ​ເຫຼວ​ໄຫຼ​ທີ່​ວ່າ​ຕັດ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ກັບ​ຈີນ

2020-08-04 15:30:09 cri

ຜົນ​ການ​ສຳ​ຫຼວດ​ຄວາມ​ຄິດ​ເຫັນ​ສະ​ບັບ​ໜຶ່ງທີ່​​ກະ​ຊວງ​ການ​ຄ້າ​ຈີນ​ເປີດ​ເຜີຍ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ 99.1% ໄດ້ສະ​ແດງຄວາມ​ຄິດ​ເຫັນວ່າ​ຈະ​ສືບ​ຕໍ່​ລົງ​ທຶນ​ແລະ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຈີນ. ນີ້​ບໍ່​ພຽງ​ແຕ່​ຍ້ອນ​ວ່າ​ເສດ​ຖະ​ກິດ​ຈີນ​ມີ​ຄວາມ​ເຂັ້ມ​ແຂງ​ແລະ​​ມີກຳ​ລັງ​ບົ່ມ​ຊ້ອນເທົ່າ​ນັ້ນ, ຍັງ​​ເປັນຍ້ອນ​ວ່າ​ເສດ​ຖະ​ກິດ​ຈີນ​ໄດ້​ເປີດກວ້າງ​ຊ່ອງ​ທາງ​ໃນ​ການ​ພັດ​ທະ​ນາ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ​, ​ເຊິ່ງໄດ້​ເພີ່ມ​ຄວາມ​ໝັ້ນ​ໃຈ​ໃຫ້​ແກ່​ທົ່ວ​ໂລກ, ທັງ​ເປັນ​ການ​ຕອບ​ໂຕ້ອຍ​ຄຳ​​ໄຮ້​ສາ​ລະ​ທີ່​ວ່າ​ຕັດ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ກັບ​ຈີນ.

ກອງ​ປະ​ຊຸມ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ຫວ່າງ​ມໍ່​ໆ​ມາ​ນີ້​ດ້ເນັ້ນ​ໜັກ​ວ່າ, ບັນ​ຫາ​ທີ່​ຈີນ​ຜະ​ເຊີນ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ບັນ​ຫາ​ໄລ​ຍະ​ກາງ​ແລະ​ໄລ​ຍະ​ຍາວ, ຕ້ອງ​ເຂົ້າ​ໃຈບັນ​ຫາ​ເຫຼົ່າ​ນີ້​ດ້ວຍ​ວິ​ໄສ​ທັດ​ທີ່​ເບິ່ງກວ້າງມອງ​ໄກ, ເລັ່ງ​ລັດ​​ສ້າງ​ສະ​ພາບ​ການ​ໃໝ່​ໃນ​ການ​ພັດ​ທະ​ນາ​​ໃຫ້​ປະ​ກົດ​ໂຕ​ຂຶ້ນ​ໂດຍ​ຖື​ເອົາ​ການ​ເຄືີ່ອນ​ໄຫວ​ດ້ານ​ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ​ເປັນ​ຕົ້ນ​ຕໍ, ​ແລະ​ເປັນວົງ​ຈອນ​​ທີ່ເສດ​ຖະ​ກິດ​ຈີນ​ແລະ​ຕ່າງ​ປະ​ເທດ​ສາ​ມາດ​ຊຸກ​ຍູ້​ເຊິ່ງ​ກັນ​ແລະ​ກັນ​ໄດ້.

ໃນ​ນັ້ນ, “​ຕ້ອງ​ຖື​ເອົາ​ການ​ເຄື່ອນ​ໄຫວ​ດ້ານເສດ​ຖະ​ເກິດ​ພາຍ​ໃນ​ປະ​ເທດ​ເປັນ​ຕົ້ນ​ຕໍ” ໝາຍ​ຄວາມ​ວ່າການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຈີນ “ບໍ່​ຕ້ອງ​ອາ​ໄສແຕ່​ປະ​ເທດ​ອື່ນ”, ​ໃຫ້ການ​ພັດ​ທະ​ນາ​​ຈັ້ງ​ຕີນຢູ່​ພາຍ​ໃນ​ປະ​ເທດ​ຫຼາຍກວ່າ, ສືບ​ຕໍ່​ເປີດກ​ວ້າງ​ຄວາມ​ຕ້ອງ​ການ​ພາຍ​ໃນ, ເຮັດ​ວຽກ​ງານ​ຂອງ​​ຕົນ​ໃຫ້​ດີ. ແຕ່​ວ່າ, ​ການ​ຖື​ເອົາ​ການ​ເຄື່ອນ​ໄຫວ​ດ້ານເສດ​ຖະ​ເກິດ​ພາຍ​ໃນ​ປະ​ເທດ​ຈີນ​ເປັນ​ຕົ້ນ​ຕໍ​ນັ້ນ​ບໍ່​ໄດ້ບໍ່​ໝາຍ​ຄວາມ​ວ່າ​ຕ້ອງ​ປິດ​ປະ​ຕູ​ດ້ານ​ການ​ພັດ​ທະ​ນາ, ​ແຕ່​ຫາກແມ່ນ​ເຮັດ​ໃຫ້​ຕະ​ຫຼາດ​​ທັງພາຍ​ໃນ​ແລະ​ຕະ​ຫຼາດ​ສາ​ກົນ​ສາ​ມາດ​ເຊື່ອມ​ຈອດ​ກັນ​ໃຫ້​​ໄດ້ດີກວ່າ​ເກົ່າ​ໂດຍ​ຜ່ານ​ການ​ພັດ​ທະ​ນາ​​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ຄວາມ​ຕ້ອງ​ການ​ພາຍ​ໃນ, ນຳ​ໃຊ້​ຕະ​ຫຼາດ​ແລະ​ຊັບ​ພະ​ຍາ​ກອນ​ຂອງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ໃຫ້​ດີກວ່າ​ເກົ່າ. ການ​ທີ່​ໃຫ້ “ສອງວົງ​ຈອນ​​ເສດ​ຖະ​ເກິດຈີນ​ແລະ​ຕ່າງ​ປະ​ເທດ​ສາ​ມາດ​ບັນ​ລຸ​ການ​ຊຸກ​ຍູ້​ເຊິ່ງ​ກັນ​ແລະ​ກັນ” ​ໄດ້​ນັ້ນ, ບໍ່​ພຽງ​ແຕ່​ຈະເປັນ​ການ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ແບບ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ພັດ​ທະ​ນາ​​ດ້ວຍ​ຄຸນ​ນະ​ພາບ​ສູງກວ່າ​ເກົ່າ​ເທົ່​າ​ນັ້ນ, ທັງ​ຈະ​ເຮັດ​ໃຫ້​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ແລະຕ່ອງ​ໂສ້​​ການສະ​ໜອງ​ຂອງ​ທົ່ວ​ໂລກ​ໝັ້ນ​ທ່ຽງ, ແລະ​ສ້າງ​ຜົນ​ປະ​ໂຫຍດ​ຫຼາຍກວ່າ​ເກົ່າ​ໃຫ້​ແກ່​ເສດ​ຖະ​ກິດ​ໂລກ.

ພາຍ​ໃຕ້​ສະ​ພາບ​ການ​ທີ່​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາ​ດ​ໂຄວິດ-19 ​ໄດ້ກະ​ທົບ​ເຖິງ​ເສດ​ຖະ​ກິດ​ໂລກ​ຢ່າງ​ໜັກ​ໜ່ວງ, ເສດ​ຖະ​ກິດ​ຈີນ​ສາ​ມາດ​ເຮັດ​ໃຫ້ “ສອງວົງ​ຈອນ​ເສດ​ຖະ​ກິດ​ຈີນ​ແລະ​ຕ່າງ​ປະ​ເທດ​​ສາ​ມາດ​ບັນ​ລຸ​ການຊຸກ​ຍູ້​ເຊິ່ງ​ກັນ​ແລະ​ກັນ”ໄດ້​ນັ້ນ, ຈະ​ກາຍ​ເປັນ​ຈຸດ​ເດັ່ນ​ຂອງ​ເສດ​ຖະ​ກິດ​ໂລກ, ທັງ​ຈະ​ເພີ່ມ​ຄວາມ​ໝັ້ນ​ໃຈ​ແລະ​ພະ​ລັງຊຸກ​ດັນໃຫ້​ແກ່​ເສດ​ຖະ​ກິດ​ໂລກ​ທີ່​ພວມ​ຊຸດ​ໂຊມ​ແລະ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ທີ່​​ພວມປະ​ສົບ​ຄວາມ​ຫຍຸ້ງ​ຍາກ.

ຄຳ​ເຫັນ

0