ພະຍາດໂຄວິດ-19 ໄດ້ສືບຕໍ່ແຜ່ລະບາດໃນຂອບເຂດທົ່ວໂລກ, ການຜະລິດແລະຄວາມຕ້ອງການຂອງທົ່ວໂລກໄດ້ຮັບຜົນກະທົບຢ່າງຮອບດ້ານ, ເສດຖະກິດໂລກໄດ້ຜະເຊີນກັບຄວາມຫຍຸ້ງຍາກ. ໃນປັດຈຸບັນນີ້, ໃນດ້ານໜຶ່ງປະຊາຄົມໂລກຕ້ອງການເພີ່ມທະວີການເຕົ້າໂຮມພະລັງຮ່ວມມືເພື່ອຕ້ານກັບການແຜ່ລະບາດຂອງພະຍາດໂດຍດ່ວນ, ໃນອີກດ້ານໜຶ່ງຄວນຮ່ວມກັນເພີ່ມຄວາມແຮງດ້ານນະໂຍບາຍມະຫາພາກ, ເພື່ອປ່ຽນແປງທ່າອ່ຽງທີ່ເສດຖະກິດໂລກຈະຕົກສູ່ສະພາບຊຸດໂຊມຢ່າງໜັກໜ່ວງ. ແຕ່ວ່າ, ນັກການເມືອງອາເມຣິກາຈຳນວນໜຶ່ງພັດອອກແຮງໃສ່ຮ້າຍປ້າຍສີຕໍ່ສະພາບການຮ່ວມມືເສດຖະກິດສາກົນ, ປຸກປັ່ນໂຄສະນາໃຫ້ຕັດການພົວພັນດ້ານເສດຖະກິດແລະວິທະຍາສາດເຕັກນິກກັບຈີນ, ມີເຈດຕະນາຕັດຕ່ອງໂສ້ອຸດສາຫະກຳແລະຕ່ອງໂສ້ການສະໜອງຂອງໂລກ. ຖ້ອຍຄຳທີ່ໄຮ້ສາລະແບບນີ້, ກໍຄືສິ່ງກີດຂວາງດ້ານການຟື້ນ ຄືນໃໝ່ຂອງເສດຖະກິດໂລກ.
ຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ແລະຈຳນວນຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19 ຢູ່ອາເມຣິກາໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, GDP ຂອງອາເມຣິກາໃນໄຕມາດທີສອງໄດ້ຫຼຸດລົງ 32.9%, ສ້າງສະຖິຕິການຕົກຕ່ຳທາງດ້ານເສດຖະກິດສູງສຸດນັບແຕ່ປີ 1947 ມານີ້. ໂດຍຜະເຊີນກັບສະພາບຄວາມເປັນຈິງທີ່ເຄັ່ງຕຶງແບບນີ້, ນັກການເມືອງອາເມຣິກາຈຳນວນໜຶ່ງເຊັ່ນ: ທ່ານໄມ ພົມເພວ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາແລະທ່ານອື່ນໆພັດຕັ້ງໃຈຍຸຍົງສົ່ງເສີມເພື່ອໃຫ້ເກີດ “ສົງຄາມເຢັນຄັ້ງໃໝ່”, ເຂົາເຈົ້າເຫັນວ່າພຽງແຕ່ຖິ້ມໂທດໃສ່ປະເທດຈີນ, ກໍສາມາດປິດບັງຄວາມຈິງທີ່ອາເມຣິກາຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ດ້ດີແລະເສດຖະກິດອາເມຣິກາຊຸດໂຊມລົງ, ນີ້ແມ່ນການຫຼອກລວງຕົນເອງແທ້ໆ. ທ່ານ ຊາເລສ ຟຣີແມນອະດີດນັກການທູດອາວຸໂສອາເມຣິກາຊີ້ໃຫ້ເຫັນວ່າ, “ການຕັດການພົວພັນ” ຈະທຳລາຍເສດຖະກິດຂອງອາເມຣິກາແລະຈີນກໍຄືຂອງໂລກ, ແລະເຮັດໃຫ້ຄົນທັງຫຼາຍລ້ວນແຕ່ທຸກຍາກ.
ນັກການເມືອງອາເມຣິກາຈຳນວນໜຶ່ງຄວນຕັ້ງໃຈຮັບຟັງສຽງຂອງປະຊາຄົມໂລກ, ຢຸດຕິການຖືເອົາບັນຫາເສດຖະກິດຫັນເປັນບັນຫາການເມືອງ, ຢຸດຕິການປະຕິບັດນະໂຍບາຍຈຳແນກແລະປັດປ່າຍປະເທດອື່ນດ້ວຍຂໍ້ອ້າງຄວາມໝັ້ນຄົງແຫ່ງຊາດ, ຄວນເລືອກເຟັ້ນວິທີທີ່ຖືກຕ້ອງທີ່ມີຄວາມຮັບຜິດຊອບຕໍ່ເສດຖະກິດຂອງປະເທດຕົນແລະມີຄວາມຮັບຜິດຊອບຕໍ່ເສດຖະກິດໂລກ.
ຄຳເຫັນ
0