吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ: ທ່ານ​ສີ​ຈິ້ນ​ຜິງ​ຢູ່​ເຊ້ຍ​ເມີນ3

2020-08-07 16:18:08 cri

ສີ​ແສງ​ແຫ່ງ​ຍຸກ: ທ່ານ​ສີ​ຈິ້ນ​ຜິງ​ຢູ່​ເຊ້ຍ​ເມີນ3_fororder_厦门3郑金沐

 

ທ່ານ​ເຈີ້ງ​ຈິ່ນ​ມູ້ ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ແຜນ​ການ​ນະ​ຄອນ​ເຊ້ຍ​ເມີນ​ໃນ​ເວ​ລາ​ນັ້ນ​

 

ປີ 1986, ໜັງ​ສື​ພິມ​ເຊ້ຍ​ເມີນ​ລາຍ​ວັນ​ໄດ້​ຈັດ​ກິດ​ຈະ​ກຳ​ປະ​ກວດ​ບົດ​ຄວາມ​ໃນ​ຫົວ​ຂໍ້​ວ່າ: “ປີ 2000---ເຊ້ຍ​ເມີນ​ໃນ​​ໃຈ​ຂອງ​ຂ້ອຍ” ເຊິ່ງ​ໄດ້​ພາ​ໃຫ້ທົ່ວ​ສັງ​ຄົມນະ​ຄອນ​ເຊ້ຍ​ເມີນ​ເກີດ​ຫາງ​ສຽງ​ກ່ຽວ​ກັບ​ເລື້ອງ​ນີ້​ຢ່າງກວ້າງ​ຂວາງ, ຄົນ​ທັງຫຼາຍ​ພາ​ກັນ​​ຂຽນ​ບົດ​ຄວາມ​ຢ່າງ​ບໍ່​ຂາດ​ສາຍ​ເພື່ອ​ສະ​ແດງວິ​ໄສ​ທັດ​ຂອງ​ຕົນ​ທີ່​ມີ​ຕໍ່​ອະ​ນາ​ຄົດ.

ກິດ​ຈະ​ກຳ​ປະ​ກວດ​ບົດ​ຄວາມ​ຄັ້ງ​ນີ້​ເປັນ​ຂອດ​ໜຶ່ງ​ທີ່​ຂາດ​ບໍ່​ໄດ້​ໃນ​ຍຸດ​ທະ​​ສາດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ເຊ້ຍ​ເມີນ​ປີ 1985-ປີ2000 ທີ່​ທ່ານ​ສີ​ຈິ້ນ​ຜິງ​ເປັນ​ຜູ້​ນຳ​ພາ​ສ້າງ​ຂຶ້ນ. ​ຕໍ່​ຈາກ​ນັ້ນ, ຄຳ​ຄິດ​ເຫັນ​ທີ່​ດີ​ທີ່​ຄັດ​ອອກ​ມາ​ຈາກ​ບົດ​ຄວາມ 10 ກວ່າ​ບົດ​​ໃນ​ກິດ​ຈະ​ກຳ​ຄັ້ງ​ນັ້ນໄດ້​ຖືກ​ຮັບ​ຮອງ​ນຳ​ໃຊ້​ຈາກ​ອົງ​ການ​ປົກ​ຄອງ​ນະ​ຄອນ​ເຊ້ຍ​ເມີນ.

ທ່ານຫຼີ​ຊິ້ວ​ຈີ້ ຮອງ​ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ເຊ້ຍ​ເມີນ​ໃນ​ເວ​ລາ​ນັ້ນ​ໄດ້​ຫວນ​ຄືນ​ເຖິງ​ສະ​ພາບ​ໃນ​ອະ​ດີດ​ວ່າ: “ຕອນ​ນັ້ນ, ເຂດ​ເສດ​ຖະ​ກິດ​ພິ​ເສດ​ເຊ້ຍ​ເມີນ​ທີ່​ໄດ້​ຜ່ານ​ການ​ສ້າງ​ສາ​ມາ​ເປັນ​ເວ​ລາ 5 ປີ​ແລ້ວ​ນັ້ນ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່, ເຊິ່ງ​ຕ້ອງ​ການ​​ຍຸດ​ທະ​ສາດ​ການ​ພັດ​ທະ​ນາທີ່​ເປັນທິດ​ຊີ້​ນຳ​ຈາກ​ດ້ານ​ນະ​ໂຍ​ບາຍ​ຢ່າງ​ຮີບ​ດ່ວນ,​ເພື່ອ​ບັນ​ລຸ​ການ​ພັດ​ທະ​ນາ​ທີ່​ໄວ​ກວ່າ​ເກົ່າ​ແລະ​ດີກວ່າ​ເກົ່າ. ”

ພາຍຫຼັງ​ທ່ານ​ສີ​ຈິ້ນ​ຜິງ​ໄປ​ຮັບ​ໜ້າ​ທີ່​ຕຳ​ແໜ່ງ​ເປັນ​ຮອງ​ເຈົ້າ​ຄອງ​ນະ​ຄອນ​ຜູ້​ປະ​ຈຳ​ການ​ເຊ້ຍ​ເມີນ​ໂດຍ​ຮັບ​ຜິດ​ຊອບວຽກ​ງານ​ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບ​ແລ້ວ, ທ່ານ​ໄດ້​ເຮັດ​ວຽກ​ງານ​ສຳ​ຄັນ​ປະ​ການ​ໜຶ່ງ ຄື ເປັນ​ປະ​ທານ​ໃນ​ການ​ສ້າງ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ສະ​ບັບ​ທຳ​ອິດ​ຂອງ​ນະ​ຄອນ​ເຊ້ຍ​ເມີນ.

ທ່ານ​ເຈີ້ງ​ຈິ່ນ​ມູ້ ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ແຜນ​ການ​ນະ​ຄອນ​ເຊ້ຍ​ເມີນ​ໃນ​ເວ​ລາ​ນັ້ນ​ໄດ້​ຫວນ​ຄືນ​ເຖິ​ງ​ສະ​ພາບ​ອະ​ດີດ​ວ່າ: “ພວກ​ເຮົາ​ບໍ່​ມີ​ປະ​ສົບ​ການ, ທ່ານ​ສີ​ຈິ້ນ​ຜິງກໍ​ໄດ້​​ພາ​ພວກ​ເຮົາ​ເດີນ​ທາງ​ໄປ​ປັກ​ກິ່ງ ​ເພື່ອຂໍ​​ຄວາມ​ຮູ້​ກ່ຽວ​ກັບ​ບັນ​ຫາ​ຕ່າງໆ​ນຳ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ແລະ​ຜູ້​ຊ່ຽວ​ຊານ. ຜູ້​ທຳ​ອິດ​ທີ່​ພວກ​ເຮົາ​ໄປ​ຢ້ຽມ​ຢາມ​​ເຖິງ​ເຮືອນ​ກໍ​ຄື ທ່ານ​ຢ​ວີກວ່າງຢວນ (ນັກ​ເສດ​ຖະ​ສາດ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ). ທ່ານຢ​ວີກວ່າງຢວນ​ພົບ​​ໜ້າພວກ​ເຮົາ​ແລ້ວ​ກໍ​ເວົ້າ​ວ່າ: ‘ຈິ້ນ​ຜິງ, ເຈົ້​າ​ມາ​ອີກ​ແລ້ວ​ເນາະ! ’ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໄປ​ຂໍ​ຄວາມ​ຮູ້​ນຳ​ທ່ານ​ຢ​ວີກວ່າງຢວນມາຫຼາຍ​ເທື່ອ​ແລ້ວ. ”

ນອກ​ຈາກ​ທ່ານຢ​ວີກວ່າງຢວນ​ແລ້ວ, ທ່ານ​ສີ​ຈິ້ນ​ຜິງ​ຍັງ​ໄດ້​ເຊື້ອ​ເຊີນ​ຊ່ຽວ​ຊານ​ແລະ​ສາ​ສະ​ດາ​ຈານ 100 ກວ່າ​ທ່ານ​ໄປ​ເຊ້ຍ​ເມີນ​ເພື່ອ​ລົງ​ເລິກ​ສຳຫຼວດ​ຄົ້ນ​ຄວ້າໂດຍ​ປິ່ນ​ອ້ອມ 3 ບັນ​ຫາ​ພື້ນ​ຖານ​ຄື ​ບັນ​ຫາ​ກ່ຽວ​ກັບ​ໄຕ້​ຫວັນ, ​ການປະ​ຕິ​ບັດ​ບາງ​ນະ​ໂຍ​ບາຍ​ກ່ຽວ​ກັບ​ທ່າ​ກຳ​ປັ່ນ​ເສ​ລີ, ການ​ສ້າງ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ທີ່​ເນັ້ນ​​ໃສ່ການ​ພັດ​ທະ​ນາ​ທ່າ​ກຳ​ປັ່ນ​ເສ​ລີ, ພ້ອມ​ດຽວ​ກັນ​ນັ້ນ, ທ່ານ​ຍັງ​ໄດ້​ຈັດ​ຕັ້ງ​ຜູ້​ເຮັດ​ວຽກ​ຕົວ​ຈິງ 300 ກວ່າ​ຄົນ​ໂດຍ​ໄດ້​ແບ່ງ​ງານ​ກັນ​ດຳ​ເນີນ​ການ​ຄົ້ນ​ຄວ້າ​ໃນ 21 ຫົວ​ຂໍ້.

ຫົວ​ຂໍ້​ຄົ້ນ​ຄວ້າທັງ​ໝົດ 21 ຂໍ້ ລ້ວນ​ແຕ່​ແມ່ນ​ທ່ານ​ສີ​ຈິ້ນ​ຜິງ​ເປັນ​ຜູ້​ພິ​ຈາ​ລະ​ນາ​ແລະ​ຕົກ​ລົງ​ດ້ວຍ​ຕົນ​ເອງ, ໃນ​ນັ້ນ ມີ 4 ຂໍ້ ເປັນ​ຫົວ​ຂໍ້​ທີ່​ສະ​ເໜີ​ອອກ​ມາ​ເປັນ​ເທື່​ອ​ທຳ​ອິດ​ໃນ​ທົ່ວ​ປະ​ເທດ. ​ສຳ​ລັບຫົວ​ຂໍ້​ສຸດ​ທ້າຍ​ຄື: “ລະ​ບົບ​ຕົວ​ເມືອງ​ກັບ​ບັນ​ຫາ​ສິ່ງ​ແວດ​ລ້ອມ​ແລະ​ທຳ​ມະ​ຊາດ​ຂອງ​ເຊ້ຍ​ເມີນ”, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເຊື້ອ​ເຊີນ​ໃຫ້​ສະ​ຖາ​ບັນ​ຄົ້ນ​ຄວ້າ​ພູ​ມ​ສາດ​ນານ​ກິ່ງ​ຂອງ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ຈີນ​ດຳ​ເນີນ​ການ​ຄົ້ນ​ຄວ້າ​ໂດຍ​ສະ​ເພາະ. ທ່ານ​ເຈີ້ງ​ຈິ່ນ​ມູ້ ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ແຜນ​ການ​ນະ​ຄອນ​ເຊ້ຍ​ເມີນ​ໃນ​ເວ​ລາ​ນັ້ນ​ກ່າວ​ວ່າ: “ນີ້​ເປັນ​ໂຄງ​ການ​ຄົ້ນ​ຄວ້າ​ທີ່​ມີ​ວິ​ໄສ​ທັດ​ເບິ່ງກວ້າງມອງ​ໄກ. ທັດ​ສະ​ນະ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ເນັ້ນ​ເປັນ​ປະ​ຈຳ​ໃນ​ທຸກ​ມື້​ນີ້​ກໍ​ຄື ‘ນ້ຳ​ໃສ​ພູ​ຂຽວກໍ​ແມ່ນ​​ພູ​ເງິນພູ​ຄຳ’,ໃນ​ຄວາມ​ເປັນ​ຈິງ​ແລ້ວ, ຕອນ​ທີ່​ເຮັດ​ວຽກ​ຢູ່​ເຊ້ຍ​ເມີນ,ເພິ່ນ​ກໍ​ໄດ້​ລົງ​ເລິກ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ບັນ​ຫ​າ​ໃນ​ດ້ານ​ນີ້​ແລ້ວ. ”

ໃນ​ທີ່​ສຸດ, ໂດຍ​ໃຊ້​ເວ​ລາ​ປີ​ເຄິ່ງ,  ບົດ​ລາຍ​ງານ​ຍຸ​ດ​ທະ​ສາດ​ທີ່​​ມີ​ຕົວ​ໜັງ​ສື​ທັງ​​ໝົດ 2 ແສນກວ່າ​ໂຕ ຄື “ຍຸດ​ທະ​​ສາດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ເຊ້ຍ​ເມີນ​ປີ 1985-ປີ2000” ໄດ້ສ້າງ​ສຳ​ເລັດ. ​ທ່ານ​ເຜີງຢີ່​ວ້ານ ທີ່​ເຮັດ​ວຽກ​ຢູ່​ພະ​ແນກ​ທ່ອງ​ທ່ຽວ​ນະ​ຄອນ​ເຊ້ຍ​ເມີນ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ຮຽບ​ຮຽງ​ຍຸດ​ທະ​ສາດ​ດັ່ງ​ກ່າວ. ທ່ານ​ກ່າວ​ວ່າ: “ທ້ອງ​ຖິ່ນ​ອື່ນ​ລ້ວນ​ແຕ່​ເຮັດ​ແຜນ​ການ 5 ປີ​ເທົ່າ​ນັ້ນ, ແຕ່​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເຮັດ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ຕົວ​ເມືອງ​ໄລ​ຍະ 15 ປີ, ວິ​ໄສ​ທັດ​ເບິ່ງກວ້າງມອງ​ໄກ​ແບບ​ນີ້​ໄດ້​ສ້າງ​ພາບ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງ​ໃຫ້​ແກ່​​ຄະ​ນະນຳ​ທັງຫຼາຍ​ຂອງ​ເຊ້ຍ​ເມີນ. ”

ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ສະ​ບັບ​ດັ່ງ​ກ່າວ​ເປັນ​ແຜນ​ຍຸ​ດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມໄລ​ຍະ 15 ປີ ສະ​ບັບ​ທຳ​ອິດ​ທີ່​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຂອງ​ຈີນ​ຮຽບ​ຮຽງ​ສ້າງ​ຂຶ້ນ ເຊິ່ງ​ໄດ້​ຕອບ​ບັນ​ຫາ​ທີ່​ວ່າ ເຂດ​ເສດ​ຖະ​ກິດ​ພິ​ເສດ​ເຊ້ຍ​ເມີນ​ຄວນ​ພັດ​ທະ​ນາ​ແນວ​ໃດ, ຈົນ​ມາ​ເຖິງ​ປັດ​ຈຸ​ບັນ, ແຜນ​ຍຸດ​ທະ​ສາດ​ດັ່ງ​ກ່າວ​ຍັງ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ຊີ້​ນຳ​ໃຫ້​ແກ່​ນະ​ຄອນ​ເຊ້ຍ​ເມີນ​ໃນ​ການ​ສ້າງ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ 5 ປີ​ສະ​ບັບ​ໃໝ່.

ທ່ານ​ເຈີ້ງ​ຈິ່ນ​ມູ້ ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ແຜນ​ການ​ນະ​ຄອນ​ເຊ້ຍ​ເມີນ​ໃນ​ເວ​ລາ​ນັ້ນ​​ກ່າວ​ວ່າ: “ທ່ານ​ສີ​ຈິ້ນ​ຜິງ​ບໍ່​ພຽງ​ແຕ່​ໄດ້​ວາງ​ແຜນ​ກ່ຽວ​ກັບ​ລະ​ບົບ​ພື້ນ​ຖານ​ໂຄງ​ລ່າງ​ຕົວ​ເມືອງ, ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ, ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບ, ຄົ້ນ​ຄວ້າ​ການ​ສ້າງ​ທ່າ​ກຳ​ປັ່ນ​ເສ​ລີ​ແລະ​ດຳ​ເນີນ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັບ​ໄຕ້​ຫວັນ​ເທົ່າ​ນັ້ນ, ໃນ​ຂະ​ນະ​ດຽວ​ກັນ, ທ່ານ​ຍັງ​ໄດ້​ຄົ້ນ​ຄວ້າ​ແລະ​ວາງ​ແຜນ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວຽກ​ງານ​ສັງ​ຄົມ​ເຊັ່ນ: ​ການ​ສຶກ​ສາ,ວິ​ທະ​ຍາ​ສາ​ດ​ເຕັກ​ນິກ, ການ​ສ້າງສິ່ງ​ແວດ​ລ້ອມນິ​ເວດ, ການ​ອະ​ນຸ​ລັກ​ຊັບ​ພະ​ຍາ​ກອນ​ທ່ອງ​ທ່ຽ​ວວັດ​ທະ​ນະ​ທຳ, ການ​ຄວບ​ຄຸມ​ຈຳ​ນວນ​ປະ​ຊາ​ກອນ, ສຳ​ລັບ​ການ​​ເພີ່ມ​ທະ​ວີ​ການປົກ​ປ້ອງ​ຊັບ​ສິນ​ທາງ​ປັນ​ຍາ ກໍ​ໄດ້​ວາງ​ແຜນ​ແມ່​ບົດ​ຢ່າງ​ຈະ​ແຈ້ງ ເຊິ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​​ວິ​ໄສ​ທັດ​ລ້ຳ​ຍຸກ​ຢ່າງ​ມີ​ການ​ປະ​ດິດ​ສ້າງ​ແລະ​ມີ​ສະ​ຕິ​ສູງ​ໃນ​ການ​ປະ​ສານ​ງານ​ການ​ພັດ​ທະ​ນາ​ຢ່າງ​ເປັນ​ເອ​ກະ​ພາບ​ກັນ. ”

ໃນ​ຍຸກ​ທີ່​ຫາ​ກໍ່​ສ້າງ​ຕັ້ງ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ເຊ້ຍ​ເມີນ​ໃນ​ເບື້ອງຕົ້ນ, ການ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ມີ​ຄວາມ​ໝາຍ​ສຳ​ຄັນ​ຢູ່​​ບ່ອນ​ວ່າ: ​ການທົບ​ທ​ວນ​ຄືນ​ວຽກ​ງານ​ດ້ານ​ຕ່າງໆ​ຂອງ​ເຂດ​ເສດ​ຖະ​ກິ​ດ​ພິ​ເສດ​ໂດຍ​ພິ​ຈາ​ລະ​ນາ​ຈາກ​ຖາ​ນະ​ບົດ​ບາດ​ຂອງ​ຕົວ​ເມືອງ​ແລະ​ທິດ​ທາງ​ການ​ພັດ​ທະ​ນາ, ເລີ່ມ​ຕັ້ງ​ແຕ່​ຫົວ​ທີ ກໍ​ໄດ້​ກຳ​ນົດ​ທິດ​ທາງ​ອັນ​ຖືກ​ຕ້ອງ​ໃຫ້​ກັບ​ການ​ສ້າງ​ເຂດ​ເສດ​ຖະ​ກິ​ດ​ພິ​ເສດ ໂດຍ​ສາ​ມາດຫຼີກ​ລ່ຽງ​​ບັນ​ຫາ​ຫຍຸ້ງ​ຍາກ​ສັບ​ສົນໃຫຍ່​ແລະຫຼີກ​ລ້ຽງ​ການ​ເດີນ​ໄປ​ທາງ​ອ້ອມ, ເພື່ອ​ເຮັດ​ໃຫ້​ເຂດ​ເສດ​ຖະ​ກິດ​ພິ​ເສດ​ພັດ​ທະ​ນາ​ໄດ້​ໄວ​ກວ່າ​ເກົ່າ​ແລະ​ດີກວ່າ​ເກົ່າ.

ແຕ່​ວ່າ, ເວົ້າ​ສຳ​ລັບ​ເຈົ້າ​ໜ້າ​ທີ່​ການ​ປົກ​ຄອງ​ຂອງ​ທ້ອງ​ຖິ່ນ​ໜຶ່ງ​ແລ້ວ, ເຊ້ຍ​ເມີນ​ເປັນ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ທີ່​ມີ​ເນື້ອ​ທີ່​ນ້ອຍ​ທີ່​ສຸດ​ໃນ ເຂດ​ເສດ​ຖະ​ກິດ​ພິ​ເສດ 4 ແຫ່ງ​ຂອງ​ທົ່ວ​ປະ​ເທດ​ໃນ​ເວ​ລາ​ນັ້ນ, ການ​ຄົ້ນ​ຄວ້າ​ແລະ​ສ້າງ​ ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ແມ່ນ​ຍາກ​ທີ່​ຈະ​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ພາຍ​ໃນ​ເວ​ລ​າ​ສັ້ນ, ເຈົ້າ​ໜ້າ​ທີ່​ການ​ປົກ​ຄອງ​ສ່ວນຫຼາຍ​ນິ​ຍົມ​ໃຊ້​ວິ​ທີ​ການ​ເຮັດ​ວຽກ​ຄື ໃນ​ໄລ​ຍະ​ດຳ​ລົງ​ຕຳ​ແໜ່ງ​ຂອງ​ຕົນ, ຈະ​ຄັດ​ເລືອກ​ເອົາ​ສິ່ງ​ທີ່​ເຮັດ​ໄດ້​ງ່າຍ​ແລະ​ສ້າງ​ຜົນ​ງານ​ໄດ້​ງ່າຍ​ຈຳ​ນວນ​ໜຶ່ງ, ເມື່ອ​ໃດ​ໄດ້​ຮັບ​ຜົນ​ງານ​ແລ້ວ​ກໍ​ຈະ​ໄດ້​ຮັບ​ການ​ເລື່ອນ​ຊັ້ນ​ຕຳ​ແໜ່ງ​ແລ້ວ​ໄປ​ເຮັດ​ວຽກ​ຢູ່​ບ່ອນ​ອື່ນ​ເລີຍ. ແຕ່​ວ່າ, ທ່ານ​ສີ​ຈິ້ນ​ຜິງ​ພັດ​ໄດ້​ນຳ​ໃຊ້​ຮູບ​ແບບ​ການ​ປະ​ຕິ​ບັດ​ວຽກ​ງານ​ໜຶ່ງ​ຕ້ອງ​ເຮັດ​ໃຫ້​ເຖິງ​ທີ່​ສຸດ​ໂດຍ​ບໍ່​ວາງ​ມື​ແມ່ນ​ແຕ່​ໜ້ອຍ​ດຽວ. ທ່ານ​ກ່າວ​ວ່າ: ໃນ​ຖາ​ນະ​ເປັນ​ການ​ນຳ, ຄວນ​ປະ​ຕິ​ບັດ​ງານ​ໂດຍ​ສຸມ​ໃສ່​ວຽກ​ງານ​ໃນ​ປັດ​ຈຸ​ບັນ, ຍິ່ງ​ຕ້ອງ​ມີ​ວິ​ໄສ​ທັດໄລ​ຍະ​ຍາວ​ນານ, ຍອມ​ເຮັດ​ວຽກ​ງານ​ລັກ​ສະ​ນະ​ທີ່​ເປັນ​ການ​ປູ​ທາງ, ຍອມກຳ​ກັບ​ວຽກ​ງານ​ທີ່​ຍັງ​ບໍ່​ທັນ​ເຮັດ​ສຳ​ເລັດ. ​ວາງ​ແຜນ​ແມ່​ບົດ​ໃຫ້​ສຳ​ເລັດ​ຮອ​ບ​ດ້ານ, ເຮັດ​ວຽກ​ຢ່າງ​ຕໍ່​ເນື່ອງ​ໂດຍ​ບໍ່​ລົດ​ລະ. ໃນ​ຊຸມ​ປີ 1980, ທ່ານ​ສີ​ຈິ້ນ​ຜິງ​ກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​ແນວ​ຄິດ​ອັນ​ສູງ​ສົ່ງ​ທີ່​ວ່າ “ຜົນ​ສຳ​ເລັດ​​ບໍ່ຈຳ​ເປັນ​ຕ້ອງ​ແມ່ນ​ແຕ່​ເຮົາ,ຂໍ​ພຽງ​ແຕ່​ໄດ້​ລົງ​ມື​ເຮັດ​ກໍ​ພໍ”, ບໍ່​ໂລບ​ມາກ​ໂລ​ພາ​​ຕໍ່ຄຸນ​ງາມ​ຄວາມ​ດີ​ໃນ​ໄລ​ຍະ​ໃດ​ໜຶ່ງ, ບໍ່​ສະ​ແຫວງ​ຫາ​ຊື່​ສຽງ​ພຽງ​ໄລ​ຍະ​ໃດ​ໜຶ່ງ, ເຊິ່ງ​ຈິດ​ໃຈ​ອັນ​ສູງ​ສົ່ງ​​ແບບ​ນີ້​ແມ່ນສຸດຍອດ​ທີ່​ສຸດ.

ພາຍຫຼັງ​ໄປ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເຈົ້າ​ແຂວງ​ແຂວງ​ຟູ​ຈ້ຽນ​ແລ້ວ, ທ່ານ​ສີ​ຈິ້ນ​ຜິງ​ ຮູ້​ດີ​ກ່ຽວ​ກັບ​ເຊ້ຍ​ເມີນ​ແລະ​ເອົາ​ໃຈ​ໃສ່ເຊ້ຍ​ເມີນ​ຢູ່​ຕະຫຼອດ​ນັ້ນ​ບໍ່​ເຄີຍ​ໄດ້​ຢຸດ​ຕິ​ການ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ນະ​ຄອນ​ເຊ້ຍ​ເມີນ​ຈັກ​ເທື່ອ.

ເດືອນ​ມິ​ຖຸ​ນາ​ປີ 2002, ທ່ານ​ສີ​ຈິ້ນ​ຜິງ ທີ່​ດຳ​ລົງ​ຕຳ​ແໜ່ງເປັນ​ເຈົ້າ​ແຂວງ​ແຂວງ​ຟູ​ຈ້ຽນ​ໃນ​ເວ​ລາ​ນັ້ນໄດ້​ເດີນ​ທາງ​ໄປ​ສຳຫຼວດ​ກວດ​ກາ​ວຽກ​ງານ​ຢູ່​ນະ​ຄອນ​ເຊ້ຍ​ເມີນ, ທ່ານ​ໄດ້​ຊີ້​ໃຫ້​ເຫັນ​ຂໍ້​ຈຳ​ກັດ​ຕໍ່​ການ​ພັດ​ທະ​ນາ​ຂອງ​ເຊ້ຍ​ເມີນ​ຢ່າງ​ຖືກ​ຈຸດ​ທີ່​ສຸດ ທັງ​ໄດ້​ກຳ​ນົດ​ຍຸ​ດ​ທະ​ສາດ “ຍົກ​ລະ​ດັບ​ການ​ພັດ​ທະ​ນາ​ຂອງ​ເກາະ​ເຊ້ຍ​ເມີນ​ແລະ​ພັດ​ທະ​ນາ​ແບບ​ຂ້າມ​ເກາະ​ເຊ້ຍ​ເມີນ” ເພື່ອ​ສົ່ງ​ເສີມ​ໃຫ້​ເຊ້ຍ​ເມີນ​ເລັ່ງ​ລັດ​​ການຂະ​ຫຍາຍ​ຕົວ​ຈາກ​ຕົວ​ເມືອງ​ເກາະ​ທະ​ເລ​ຫັນ​ໄປ​ສູ່​ຕົວ​ເມືອງ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ອ່າວ​ທະ​ເລ. ​ໃນທຸກ​ມື້​ນີ້, ນະ​ຄອນ​ເຊ້ຍ​ເມີນ​ໄດ້​ຊຸກ​ຍູ້​ການ​ປະ​ຕິ​ບັດ​ຍຸ​ດ​ທະ​ສາດ​ການ​ພັດ​ທະ​ນາ​ທັງ​ພາຍ​ໃນ​ແລະ​ນອກ​ເກາະ​ໃຫ້​ເຊື່ອມ​ໂຍງ​ເຂົ້າ​ກັນ​ຢ່າງ​ບໍ່​ຢຸດ​ຢັ້ງ, ເຊິ່ງ​ເຮັດ​ໃຫ້​ການ​ພັດ​ທະ​ນາ​ຂອງ​ເຊ້ຍ​ເມີນ​ສາ​ມາດ​ຜ່ານ​ຜ່າ​ຂໍ້​ຈຳ​ກັດ​ດ້ານ​ພື້ນ​ທີ່​ຢ່າງ​ມີ​ປະ​ສິດ​ທິ​ຜົນ ອັນ​ໄດ້​ສ້າງ​ຊ່ອງ​ທາງ​ທີ່​ໃຫຍ່​ຫຼວງກວ່າ​ເກົ່າ​ໃຫ້​ແກ່​ການ​ຫັນ​ປ່ຽນ​ຮູບ​ແບບ​ການ​ພັດ​ທະ​ນາ​ແລະ​ຍົກ​ລະ​ດັບ​ໂຄງ​ປະ​ກອບ​ອຸດ​ສາ​ຫະ​ກຳ​ຂອງ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ເຊ້ຍ​ເມີນ.

ຄຳ​ເຫັນ

0