ທ່ານຫວາງຈ້ຽນຊ່ວງ ເລຂາຄະນະພັກນະຄອນເຊ້ຍເມີນໃນເວລານັ້ນ
ປີ 1985, ລັດຖະບານຈີນໄດ້ອະນຸມັດໃຫ້ເປີດກວ້າງເຂດເສດຖະກິດພິເສດເຊ້ຍເມີນໄປສູ່ຂອບເຂດທົ່ວເກາະ. ໃນລະດູຮ້ອນປີນັ້ນ, ທ່ານສີຈິ້ນຜິງທີ່ມີອາຍຸ 32 ປີໄດ້ເດີນທາງຈາກແຂວງເຫີເປີຍໄປດຳລົງຕຳແໜ່ງຮອງເຈົ້າຄອງຜູ້ປະຈຳການນະຄອນເຊ້ຍເມີນ, ທ່ານໄດ້ກາຍເປັນຜູ້ນຳພາ ຜູ້ບຸກເບີກ ແລະ ຜູ້ສ້າງສາເຂດເສດຖະກິດພິເສດເຊ້ຍເມີນໃນໄລຍະເບື້ອງຕົ້ນ.
ນະຄອນເຊ້ຍເມີນໃນເວລານັ້ນ, ຍັງບໍ່ທັນມີບົດຮຽນຫຍັງເລີຍທີ່ຖອດຖອນໄດ້ຈາກການສ້າງເຂດເສດຖະກິດພິເສດ. ອີກຢ່າງໜຶ່ງແມ່ນຍ້ອນວ່າທ່ານສີຈິ້ນຜິງແມ່ນລູກຊາຍຂອງການນຳສູນກາງ, ບາງຄົນເຄີຍເປັນຫ່ວງວ່າ: ທ່ານຈະມີຄວາມອວດອົ່ງທະນົງຕົວ ແລະ ຖືຕົວເອງຢູ່ເໜືອກວ່າຜູ້ອື່ນຫຼືບໍ່? ໃນການສ້າງເຂດເສດຖະກິດພິເສດ, ຕ້ອງຮື້ໂຄງປະກອບເກົ່າຫຼາຍດ້ານ, ແລະຕ້ອງຫັນປ່ຽນກົນໄກເກົ່າຫຼາຍຢ່າງ. ທ່ານສີຈິ້ນຜິງທີ່ຍັງມີອາຍຸໜຸ່ມປານນັ້ນ, ຈະກ້າແຕະຕ້ອງໂຄງປະກອບເກົ່າ ແລະ ກົນໄກເກົ່າເຫຼົ່ານີ້ໄດ້ຫຼືບໍ່? ຫຼາຍຄົນໄດ້ເຝົ້າສັງເກດເບິ່ງທ່າທີຂອງທ່ານໃນເບື້ອງຕົ້ນ.
ເວົ້າສຳລັບທ່ານສີຈິ້ນຜິງແລ້ວ, ທ່ານເຄີຍຫວນຄືນວ່າ, ການໄປນະຄອນເຊ້ຍເມີນ, “ກໍແມ່ນຢາກທົດລອງປະຕິບັດຕົວຈິງໃນການປະຕິຮູບ ແລະ ການເປີດປະຕູສູ່ພາຍນອກ. ທັງແມ່ນເທື່ອທຳອິດທີ່ຂ້າພະເຂົ້າດຳລົງຕຳແໜ່ງການນຳຂັ້ນນະຄອນ, ເປັນຄັ້ງທຳອິດທີ່ເຂົ້າຮ່ວມການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຂອງເຂດພັດທະນາແຄມທະເລ, ກໍເປັນຄັ້ງທຳອິດທີ່ສຳຜັດກັບການສ້າງສາ ແລະ ຄຸ້ມຄອງຕົວເມືອງດ້ວຍຕົນເອງ.” “3 ປີນີ້ແມ່ນຂະບວນການຮ່ຳຮຽນຢ່າງຮອບດ້ານ, ລຳບາກ ແລະ ດຸໝັ່ນຂະຫຍັນພຽນທີ່ສຸດ, ທັງໄດ້ຮັບການຝຶກຝົນຫຼໍ່ຫຼອມຈາກເລື່ອງນີ້.”
“ຖ້າບໍ່ດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ສັງຄົມນິຍົມກໍຈະບໍ່ສາມາດກ້າວໄປໜ້າໄດ້.” ນີ້ແມ່ນຄວາມເຫັນຂອງທ່ານສີຈິ້ນຜິງທີ່ກ່າວໃນກອງປະຊຸມຄະນະກຳມະການປະຈຳຄະນະພັກ ນະຄອນເຊ້ຍເມີນທີ່ຈັດຂຶ້ນໃນວັນທີ 8 ມິຖຸນາປີ 1987.
ຫຼັງຈາກທ່ານສີຈິ້ນຜິງໄດ້ໄປຮອດນະຄອນເຊ້ຍເມີນແລ້ວ, ທ່ານຮັບຜິດຊອບການປະຕິຮູບໂຄງປະກອບ ແລະ ກົນໄກ, ໄດ້ເປັນຜູ້ນຳພາໂດຍກົງໃນການຊຸກຍູ້ການຄົ້ນຄວ້າການປະຕິຮູບທີ່ຫຍຸ້ງຍາກລຳບາກຕ່າງໆ. ໃນນັ້ນ, ພວກເຮົາເຄີຍເວົ້າເຖິງການ “ປ່ອຍນ້ຳລ້ຽງປາ” ໃນລາຍການຜ່ານມານັ້ນກໍແມ່ນມາດຕະການໜຶ່ງ. ເມື່ອຜະເຊີນໜ້າກັບສະພາບການທີ່ຄວາມສາມາດໃນການຂົນສົ່ງຂອງທ່າກຳປັ່ນເຊ້ຍເມີນບໍ່ພຽງພໍ, ສິ່ງກໍ່ສ້າງບໍ່ສົມບູນ, ຂັ້ນຕອນຕ່າງໆບໍ່ສອດຄ່ອງກັນ, ໃນຂະນະດຽວກັນລັດຖະບານກໍບໍ່ມີງົບປະມານຫຼາຍເພື່ອປັບປຸງພື້ນຖານໂຄງລ່າງໃຫ້ແກ່ວິສາຫະກິດ, ທ່ານສີຈິ້ນຜິງໄດ້ນຳໃຊ້ວິທີຄືດັ່ງນີ້: ລັດຖະບານບໍ່ເກັບເອົາຜົນກຳໄລຈາກວິສາຫະກິດ , ໃຫ້ວິສາຫະກິດສາມາດຮັກສາຜົນກຳໄລໄວ້ໄດ້, ແຕ່ມີເງື່ອນໄຂວ່າ: ວິສາຫະກິດທີ່ມີຜົນກຳໄລແລ້ວກໍຕ້ອງນຳໃຊ້ຜົນກຳໄລນັ້ນມາປັບປຸງພື້ນຖານໂຄງລ່າງໄປກ່ອນ. ນອກນີ້, ນະຄອນເຊ່ຍເມີນໄດ້ນຳໜ້າອອກມາດຕະການ ຜົນກຳໄລແບບແຍກສ່ວນສະບັບໃໝ່ກ່ອນໝູ່ໃນທົ່ວປະເທດ, ຈຸດປະສົງຕົ້ນຕໍກໍຄື:ນອກຈາກເສຍພັນທະແລ້ວ, ຈະໃຫ້ວິສາຫະກິດຮັກສາຜົນກຳໄລໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ເພື່ອພັດທະນາການຜະລິດ. ໃນປີທຳອິດຫຼັງການປະຕິຮູບ, ພະແນກກິດຈະການທ່າກຳປັ່ນຂອງນະຄອນເຊ້ຍເມີນກໍໄດ້ສ້າງຜົນກຳໄລໄດ້ 20 ກວ່າລ້ານຢວນ, ບໍ່ເທົ່າໃດປີ ກໍມີລາຍຮັບ 700 ກວ່າລ້ານຢວນ. ວິທີການແບບນີ້ໄດ້ກະຕຸ້ນກຳລັງບົ່ມຊ້ອນຂອງທ່າກຳປັ່ນເຊ້ຍເມີນ, ທັງໄດ້ກະຕຸກຊຸກຍູ້ຄວາມຄຶກຄື້ນຂອງລັດວິສາຫະກິດຫຼາຍແຫ່ງທີ່ພວມຕົກຢູ່ໃນສະພາບຫຍຸ້ງຍາກ.
ປີ 1986, ນະຄອນເຊ້ຍເມີນໄດ້ຖືກກຳນົດໃຫ້ເປັນຕົວເມືອງທົດລອງການປະຕິຮູບອົງການຈັດຕັ້ງຊຸດທຳອິດໃນທົ່ວປະເທດ. ທ່ານສີຈິ້ນຜິງເປັນຜູ້ຮັບຜິດຊອບໃນໜ່ວຍງານນຳພາການປະຕິຮູບໂຄງປະກອບດ້ານການເງິນ ການສ້າງສາ ແລະ ການຄຸ້ມຄອງເຂດເສດຖະກິດພິເສດ ແລະ ອື່ນໆ, ທ່ານໄດ້ນຳໜ້າຄົນຄວ້າ ແລະ ອອກນະໂຍບາຍ ແລະມາດຕະການຕ່າງໆເພື່ອຊຸກຍູ້ການປະຕິຮູບໂຄງປະກອບດ້ານການບໍລິຫານອົງການປົກຄອງເຂດເສດຖະກິດພິເສດ. ທ່ານໄດ້ມອບສິດຈຳນວນໜຶ່ງທີ່ລັດຄຸ້ມຄອງຄືນໃຫ້ບໍລິສັດທີ່ເປັນມືອາຊີບ, ປັບປຸງພາລະບົດບາດຂອງລັດໃນການຄຸ້ມຄອງອຸດສາຫະກຳ ແລະ ລັດວິສາຫະກິດໃນເມື່ອກ່ອນໃຫ້ກະທັດຮັດຕາມຫຼັກການເສດຖະກິດຕະຫຼາດ, ເຊິ່ງໄດ້ເຮັດໃຫ້ອົງການຈັດຕັ້ງ ແລະ ຖັນແຖວພະນັກງານກະທັດຮັດເຂົ້າຢ່າງມີປະສິດທິຜົນ.
ທ່ານຈູ່ລີ້ສຸຍໄດ້ຫວນຄືນວ່າ, “ການປະຕິຮູບໃນເວລານັ້ນ, ພຽງແຕ່ເປັນການປັບປຸງໂຄງປະກອບສັງຄົມນິຍົມດ້ວຍຕົນເອງ, ຈະກຳນົດເປົ້າໝາຍຫຍັງແດ່, ຈະປະຕິຮູບຮອດຂັ້ນໃດ, ຍັງບໍ່ທັນມີຄຳຕອບທີ່ແນ່ນອນ. ທ່ານສີຈິ້ນຜິງໄດ້ສະເໜີອອກຢ່າງຈະແຈ້ງວ່າ, ການປະຕິຮູບຕ້ອງຖືເອົາການສ້າງເສດຖະກິດຕະຫຼາດສັງຄົມນິຍົມເປັນເປົ້າໝາຍ, ການປະຕິຮູບອົງການບໍລິຫານແມ່ນການຮື້ມ້າງອົງການເກົ່າແລ້ວໂຮມເຂົ້າເປັນອົງການໃໝ່, ຕ້ອງດຳເນີນໄປຄຽງຄູ່ກັບການປະຕິຮູບໂຄງປະກອບເສດຖະກິດ, ຕ້ອງດຳເນີນການບໍລິການນັກທຸລະກິດຕ່າງປະເທດ ຮາກຖານ ວິສາຫະກິດ ແລະ ໜ່ວຍງານວິຊາການໃຫ້ດີ, ດັ່ງນັ້ນ, ຈຶ່ງເຮັດໃຫ້ແຜນການປະຕິຮູບໃນເວລານັ້ນມີຄວາມເຂັ້ມແຂງຫຼາຍ, ໄດ້ຕັດຮອນອົງການລັດຫຼາຍອົງການ.”
ປີ 1987, ອົງການວິຊາການໃນລະບົບອຸດສາຫະກຳຂອງນະຄອນເຊ້ຍເມີນໄດ້ຖືກຕັດຮອນອອກໄປຈົນໝົດ, ໄດ້ນຳໜ້າໃນການຈັດຕັ້ງປະຕິບັດລະບຽບການວ່າດວ້ຍກົມກອງຂະໜາດໃຫຍ່, ຫຼຸດຂັ້ນຕອນການພິຈາລະນາການຂໍອະນຸມັດໃຫ້ໜ້ອຍລົງ ແລະ ມອບສິດໃຫ້ວິສາຫະກິດ. ສະຫາຍໃນຄະນະກຳມະການການປະຕິຮູບໂຄງປະກອບນະຄອນເຊ້ຍເມີນໄດ້ຫວນຄືນວ່າ: “ການປະຕິຮູບໃນລັກສະນະແບບນີ້ເຮັດໃຫ້ຫຼາຍຄົນຄັດຄ້ານ, ແຕ່ຕ້ອງເຮັດເພື່ອຊຸກຍູ້ໃຫ້ຄົນທັງຫຼາຍປົດປ່ອຍແນວຄິດ ແລະ ກ້າວເຂົ້າສູ່ເສັ້ນທາງປະຕິຮູບໂດຍໄວ, ເພື່ອເຊື່ອມໂຍງເຂົ້າກັບເສດຖະກິດຕະຫຼາດ. ”
ການປະຕິຮູບອົງການລັດແມ່ນການປະຕິຮູບພາຍໃນຕົນເອງ, ເຊິ່ງພົວພັນເຖິງຜົນປະໂຫຍດຫຼາຍດ້ານ, ທັງຜະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງກີດຂວາງຢ່າງຫຼວງຫຼາຍ. ກໍຍ້ອນວ່າໄດ້ຜ່ານການປະຕິຮູບທີ່ລຳບາກລັກສະນະນີ້, ຄົນທັງຫຼາຍຈຶ່ງໄດ້ປະກົດເຫັນຢ່າງວ່ອງໄວວ່າ, ທ່ານສີຈິ້ນຜິງທີ່ເປັນຄົນອ່ອນນ້ອມ ຖ່ອມຕົວ ແລະ ເປັນກັນເອງໃນຍາມປົກກະຕິ, ແຕ່ມີທ່າທີເດັດດ່ຽວ ແລະ ເດັດຂາດໃນບັນຫາກ່ຽວກັບການປະຕິຮູບ. ກໍຄືດັ່ງທີ່ທ່ານສີຈິ້ນຜິງກ່າວໄວ້ວ່າ, ໜ້າທີ່ຂອງເຂດເສດຖະກິດພິເສດກໍແມ່ນການປະຕິຮູບ, ເຂດເສດຖະກິດພິເສດກຳເນີດເກີດຂຶ້ນໃນກະແສການປະຕິຮູບ, ພວກເຮົາຕ້ອງແບກຫາບຄວາມຮັບຜິດຊອບນີ້. “ການປະຕິຮູບ, ນຳໜ້າກ້າວໄປກ່ອນແມ່ນມີຄວາມສ່ຽງ, ແຕ່ປະເທດຕ້ອງມີຄົນຜູ້ຊອກຫາວິທີທາງໄປກ່ອນ, ເມື່ອດຳເນີນດ້ວຍດີແລ້ວ ຈະເປັນບົດຮຽນໃຫ້ແກການປະຕິຮູບຂອງລັດໃນຕໍ່ໜ້າ, ມີບົດບາດໃນການຊຸກຍູ້ການພັດທະນາຂອງຂົງເຂດອື່ນ.”
ທ່ານຫວາງຈ້ຽນຊ່ວງ ເລຂາຄະນະພັກນະຄອນເຊ້ຍເມີນໃນເວລານັ້ນໄດ້ຫວນຄືນເຖິງຂະບວນການແລກປ່ຽນຄວາມເຫັນກ່ຽວກັບການປະຕິຮູບກັບສະມາຊິກຄະນະພັກນະຄອນດັ່ງກ່າວໃນອະດີດ, ທ່ານກ່າວວ່າ: “ການສ້າງເຂດເສດຖະກິດພິເສດຕ້ອງແກ້ໄຂບັນຫາ ແລະ ຄວາມຂັດແຍ່ງຫຼາຍຢ່າງ, ໃນນັ້ນມີບັນຫາພື້ນຖານ 2 ຢ່າງ, ຄື: ໜຶ່ງແມ່ນຈັດວາງຍຸດທະສາດການພັດທະນາເພື່ອນຳພາການພັດທະນາເສດຖະກິດສັງຄົມຂອງເຂດເສດຖະກິດພິເສດ; ສອງຄືປະຕິຮູບໂຄງປະກອບ ແລະ ກົນໄກ, ເພື່ອໃຫ້ສອດຄ່ອງກັບຄວາມຕ້ອງການໃນການພັດທະນາຂອງເຂດເສດຖະກິດພິເສດ. ສະຫາຍສີຈິ້ນຜິງໄດ້ສຸມໃສ່ວຽກງານສຳຄັນສອງຢ່າງນີ້, ທ່ານໄດ້ທຸ່ມເທເຫື່ອແຮງຢ່າງຫຼວງຫຼາຍໃນການຄົ້ນຄວ້າ ແລະ ມີພຶດຕິກຳຕໍ່ສອງບັນຫານີ້, ທັງໄດ້ສະແດງໃຫ້ເຫັນເຖິງແນວຄິດຍຸດທະສາດ ແລະ ຄວາມສາມາດດ້ານການນຳພາລະດັບສຸດຍອດຂອງທ່ານ.”
ຄຳເຫັນ
0