ທ່ານຈູ່ຢ້າຢຽນ ອະດີດປະທານບໍລິສັດການບິນເຊ້ຍເມີນ
ສຳລັບການສ້າງເຂດເສດຖະກິດພິເສດ, ເຊ້ຍເມີນຍັງບໍ່ທັນມີບົດຮຽນທີ່ສາມາດນຳໃຊ້ປະຕິບັດຕົວຈິງໄດ້. ຕອນທີ່ທ່ານສີຈິ້ນຜິງໄປປະຕິບັດໜ້າທີ່ຢູ່ເຊ້ຍເມີນກໍແມ່ນຢາກທົດລອງປະຕິບັດຕົວຈິງໃນການປະຕິຮູບແລະເປີດປະຕູສູ່ພາຍນອກ. ສ່ວນ ບໍລິສັດການບິນເຊ້ຍເມີນ ໃນຖານະເປັນບໍລິສັດການບິນຮ່ວມທຶນທີ່ດຳເນີນທຸລະກິດແບບວິສາຫະກິດແຫ່ງທຳອິດຂອງຈີນ, ການກຳເນີດຂອງບໍລິສັດນີ້ກໍເປັນການທົດລອງເບື້ອງຕົ້ນໃນການປະຕິຮູບໂຄງປະກອບການບິນພົນລະເຮືອນຂອງຈີນ.
ໃນຄາວນັ້ນ, ສະໜາມບິນເຊ້ຍເມີນເປັນສະໜາມບິນນ້ອຍໆ, ບໍລິສັດການບິນເຊ້ຍເມີນບໍ່ມີເຮືອບິນ,ບໍ່ມີຈຸບິນແລະກໍບໍ່ມີເງິນທຶນ, ທ່ານສີຈິ້ນຜິງຈຶ່ງຕັດສິນໃຈເດີນທາງໄປນະຄອນຫຼວງປັກກິ່ງເພື່ອຂໍການສະໜັບສະໜູນຈາກລັດຖະບານກາງ,ກອງທັບເຮືອແລະກົມການບິນພົນລະເຮືອນ. ທ່ານຊົ້ງເສີງເຢີນ ອະດີດຮອງຜູ້ອຳນວຍການໃຫຍ່ບໍລິສັດການບິນເຊ້ຍເມີນໃຫ້ຮູ້ວ່າ: ເລື່ອງລາວໃນອະດີດເຫຼົ່ານີ້, ພະນັກງານອາວຸໂສຂອງບໍລິສັດການບິນເຊ້ຍເມີນໃຜໆກໍຮູ້ດີ.
ຜ່ານຈາກການສຸມຄວາມພະຍາຍາມຢ່າງບໍ່ລົດລະ, ໜ່ວຍນຳພາວຽກງານກູ້ເງິນທີ່ຊີ້ນຳໂດຍທ່ານສີຈິ້ນຜິງສາມາດຍາດແຍ່ງເງິນກູ້ຢືມຈາກລັດຖະບານຄູແວັດ ໄດ້ຈຳນວນ 18 ລ້ານໂດລາສະຫະລັດ,ເຊິ່ງສາມາດແກ້ໄຂບັນຫາຮີບດ່ວນທີ່ຂາດເຂີນເງິນທຶນໃນການຂະຫຍາຍສະໜາມບິນ. ໃນຂະນະດຽວກັນ, ບໍລິສັດການບິນເຊ້ຍເມີນຍັງໄດ້ຮັບການຊ່ວຍເຫຼືອຈາກພາກສ່ວນການບິນພົນລະເຮືອນ ໂດຍຊ່ວຍຄ້ຳປະກັນນຳສະຖາບັນການເງິນໃຫ້ສາມາດເຊົ່າເຮືອບິນໂບອີງ-737 ສອງລຳຈາກບໍລິສັດໂບອີງອາເມຣິກາເພື່ອນຳໃຊ້ເຂົ້າໃນການດຳເນີນທຸລະກິດ.
ມາຮອດເດືອນທັນວາປີ 2018, ບໍລິສັດການບິນເຊ້ຍເມີນໄດ້ມີເຮືອບິນ 210ລຳ, ເປີດບໍລິການເສັ້ນທາງການບິນ 350 ກວ່າສາຍ, ຈົນໄດ້ກາຍເປັນບໍລິສັດການບິນພົນລະເຮືອນຂອງຈີນພຽງແຫ່ງດຽວທີ່ສາມາດຮັກສາສະຖິຕິທີ່ສ້າງຜົນກຳໄລໄດ້ເປັນເວລາ 31 ປີລຽນຕິດ.
ວັນທີ 23 ກັນຍາປີ 2015, ໃນເວລາຢ້ຽມຢາມໂຮງງານຜະລິດເຮືອບິນທຸລະກິດຂອງບໍລິສັດໂບອີງທີ່ຕັ້ງຢູ່ເມືອງຊີແອັດໂຕປະເທດອາເມຣິກາ, ທ່ານສີຈິ້ນຜິງໄດ້ຂຶ້ນເຮືອບິນໂບອີງ-787 ລຳໜຶ່ງທີ່ທາງບໍລິສັດໂບອີງຈະມອບສົ່ງໃຫ້ບໍລິສັດການບິນເຊ້ຍເມີນ,ທ່ານໄດ້ຫວນຄືນເຖິງເລື່ອງອະດີດທີ່ຕົນໄດ້ເຂົ້າຮ່ວມການສ້າງຕັ້ງບໍລິສັດການບິນເຊ້ຍເມີນດ້ວຍຄວາມຕື້ນຕັນໃຈວ່າ: “ເມື່ອ30ປີກ່ອນ,ຂ້າພະເຈົ້າໄດ້ດຳລົງຕຳແໜ່ງເປັນຮອງເຈົ້າຄອງຜູ້ປະຈຳການຂອງນະຄອນເຊ້ຍເມີນ ແລະມີໜ້າທີ່ຮັບຜິດຊອບວຽກງານຂອງບໍລິສັດການບິນເຊ້ຍເມີນ ໂດຍໄດ້ມີສ່ວນຮ່ວມໃນການສ້າງຕັ້ງບໍລິສັດ ແລະ ການພັດທະນາບໍລິສັດທີ່ຫາກໍ່ສ້າງຕັ້ງໃໝ່. ບໍລິສັດການບິນເຊ້ຍເມີນທີ່ຫາກໍ່ສ້າງຕັ້ງໃໝ່ໃນໄລຍະເບື້ອງຕົ້ນເຊິ່ງລວມທັງການສ້າງສະໜາມບິນເຊ້ຍເມີນກໍແມ່ນພັດທະນາຂຶ້ນໂດຍນຳໃຊ້ເງິນກູ້ຢືມຈາກສາກົນ, ໃນເວລານັ້ນມີເຮືອບິນພຽງບໍ່ເທົ່າໃດລຳເທົ່ານັ້ນ…”.
ທ່ານຈູ່ຢ້າຢຽນ ອະດີດປະທານບໍລິສັດການບິນເຊ້ຍເມີນເມື່ອໄດ້ອ່ານຂ່າວກ່ຽວກັບເລື່ອງນີ້ແລ້ວເວົ້າວ່າ: “ທ່ານເລຂາທິການໃຫຍ່ສີຈິ້ນຜິງເວົ້າຖ່ອມຕົວກ່ຽວກັບ ຕົນໄດ້ມີສ່ວນຮ່ວມໃນວຽກງານສ້າງຕັ້ງກໍຄືການພັດທະນາໃນໄລຍະເບື້ອງຕົ້ນຂອງບໍລິສັດຫາກໍ່ສ້າງໃໝ່.ໃນຄວາມເປັນຈິງແລ້ວ,ນັບຕັ້ງແຕ່ຊຸມປີ1980 ຈົນຮອດປັດຈຸບັນ, ທ່ານສີຈິ້ນຜິງໄດ້ເສີມຂະຫຍາຍບົດບາດສຳຄັນທີ່ສຸດໃນການສ້າງສາແລະພັດທະນາບໍລິສັດການບິນເຊ້ຍເມີນ, ເຊິ່ງສ່ຳກັບວ່າໄດ້ເຮັດໃຫ້ການເປີດປະຕູສູ່ພາຍນອກຂອງເຂດເສດຖະກິດພິເສດປານຕິດປີກບິນຂຶ້ນສູ່ທ້ອງຟ້າທີ່ກວ້າງໄກ.”
ປີ1986ເປັນໄລຍະສຳຄັນທີ່ສຸດຫຼັງຈາກຄະນະລັດຖະບານຈີນຫາກໍ່ອະນຸຍາດໃຫ້ເຊ້ຍເມີນສາມາດປະຕິບັດນະໂຍບາຍຈຳນວນໜຶ່ງກ່ຽວກັບທ່າກຳປັ່ນເສລີ.ໃນຂະນະທີ່ສະແຫວງຫາເປົ້າໝາຍເພື່ອບັນລຸຄວາມໃຝ່ຝັນຂອງການບິນພົນລະເຮືອນເຊ້ຍເມີນ, ທ່ານສີຈິ້ນຜິງຍັງໄດ້ຂໍຄວາມເຫັນນຳຜູ້ຊ່ຽວຊານທີ່ນະຄອນຫຼວງປັກກິ່ງເລື້ອຍໆໃນເລື່ອງໜຶ່ງ ນັ້ນກໍຄື: ການຄົ້ນຄວ້າໃນການສ້າງທ່າກຳປັ່ນເສລີ. ໃນເວລານັ້ນ, ທ່າກຳປັ່ນເສລີເປັນສິ່ງໃໝ່ໆສຳລັບທົ່ວປະເທດຈີນ, ເກືອບວ່າບໍ່ມີໃຜຮູ້.
ທ່ານສີຈິ້ນຜິງໄດ້ຕັດສິນໃຈເລີ່ມລົງມືຈາກການສຶກສາຄົ້ນຄວ້າ. ທ່ານໄດ້ສະເໜີໃຫ້ຄະນະພັກແລະອົງການປົກຄອງນະຄອນເຊ້ຍເມີນຈັດຕັ້ງສັບຊ້ອນພະນັກງານຫຼັກແຫຼ່ງຈາກພາກສ່ວນທີ່ຮັບຜິດຊອບວຽກງານທີ່ກ່ຽວຂ້ອງສະເພາະແລະສະຖາບັນຄົ້ນຄວ້າເພື່ອນຳໜ້າເລີ່ມດຳເນີນການຄົ້ນຄວ້າເພື່ອຈັດຕັ້ງປະຕິບັດນະໂຍບາຍກ່ຽວກັບທ່າກຳປັ່ນເສລີ.
ທ່ານເຈີ້ງຈິ່ນມູ້ຮອງຫົວໜ້າຄະນະກຳມະການແຜນການນະຄອນເຊ້ຍເມີນໃນເວລານັ້ນໄດ້ເລົ່າເລື່ອງໃນອະດີດສູ່ຟັງວ່າ: “ທ່ານສີຈິ້ນຜິງໄດ້ພາພວກເຮົາເດີນທາງໄປປັກກິ່ງເລື້ອຍໆໂດຍໄດ້ໄປຢ້ຽມຢາມນັກວິຊາການຜູ້ມີຊື່ສຽງຂອງສະຖາບັນວິທະຍາສາດສັງຄົມຈີນເພື່ອຂໍຄວາມຮູ້ກ່ຽວກັບບັນຫາຕ່າງໆດ້ວຍຄວາມຖ່ອມຕົວ ທັງເຊື້ອເຊີນໃຫ້ສະຖາບັນຄົ້ນຄວ້າເສດຖະກິດຂອງສະຖາບັນວິທະຍາສາດສັງຄົມຈີນດຳເນີນການຮ່ວມມືຄົ້ນຄວ້າກັບນະຄອນເຊ້ຍເມີນ. ທ່ານມັກຊອກຮູ້ຮ່ຳຮຽນ,ມັກຄົ້ນຄວ້າສຶກສາດ້ວຍຄວາມດຸໝັ່ນຂະຫຍັນພຽນ,ເຊິ່ງໄດ້ສ້າງພາບປະທັບໃຈອັນເລິກເຊິ່ງໃຫ້ກັບພວກເຮົາ.”
ການປະຕິຮູບແລະເປີດປະຕູສູ່ພາຍນອກຕ້ອງການຮ່ຳຮຽນແລະຖອດຖອນບົດຮຽນນຳສາກົນ. ທ່ານສີຈິ້ນຜິງໄດ້ນຳພາຄະນະສຶກສາຄົ້ນຄວ້າໄປທັດສະນະສຶກສາຢູ່ສິງກະໂປ, ຍັງໄດ້ເປີດກອງປະຊຸມສຳມະນາສາກົນກ່ຽວກັບ “ເຂດປຸງແຕ່ງສິນຄ້າເພື່ອສົ່ງອອກແລະທ່າກຳປັ່ນເສລີ”ຄັ້ງທຳອິດຢູ່ຈີນ ເຊີ່ງເປັນການສະສົມຕົວເລກຂໍ້ມູນກ່ຽວກັບສາກົນໃຫ້ກັບເຊ້ຍເມີນ.
ການປະຕິຮູບແລະເປີດປະຕູສູ່ພາຍນອກຍັງຕ້ອງຖືເອົາສະພາບຄວາມເປັນຈິງຂອງຈີນເປັນຈຸດເລີ່ມຕົ້ນ. ພາຍໃຕ້ການນຳພາໂດຍກົງຂອງທ່ານສີຈິ້ນຜິງ, ເຊ້ຍເມີນບໍ່ໄດ້ລອກແບບເອົາຮູບແບບທ່າກຳປັ່ນເສລີຂອງສິງກະໂປແບບອ້ອຍຕ້ອຍ, ແຕ່ໄດ້ອີງໃສ່ເງື່ອນໄຂຂອງຕົນ, ສະເໜີແນວຄວາມຄິດລະອຽດກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍທ່າກຳປັ່ນເສລີຈຳນວນໜຶ່ງໂດຍກຳນົດຢ່າງຈະ ແຈ້ງໃຫ້ປະຕິບັດແບບຄ່ອຍເປັນຄ່ອຍໄປ,ແບ່ງເປັນ “3 ບາດກ້າວ” ໃນການສ້າງເຊ້ຍເມີນໃຫ້ເປັນເຂດເສດຖະກິດພິເສດສຳລັບທ່າກຳປັ່ນເສລີ, ຄື: ບາດກ້າວທີໜຶ່ງ, ສ້າງເຂດປອດພາສີຢູ່ຊ້ຽງຢູ, ບາດກ້າວທີສອງ, ຂະຫຍາຍເຂດປອດພາສີໄປໃຫ້ເຖິງທົ່ວເກາະເຊ້ຍເມີນແລ້ວໃຫ້ຫັນເປັນເຂດການຄ້າເສລີ; ບາດກ້າວທີສາມຄື: ເປີດທ່າກຳປັ່ນເສລີໃນທົ່ວເກາະເຊ້ຍເມີນແບບມີຂໍ້ຈຳກັດ.
ທ່ານລິນຈ່າວຮຸຍ ຮອງອະທິການບໍດີຜູ້ປະຈຳການຂອງໂຮງຮຽນທິດສະດີພັກນະຄອນເຊ້ຍເມີນກ່າວວ່າ: ແນວຄວາມຄິດ “3 ບາດກ້າວ” ດັ່ງກ່າວເປັນການຄົ້ນຄວ້າໃນເບື້ອງຕົ້ນກ່ຽວກັບການບຸກເບີກເສັ້ນທາງພັດທະນາທ່າກຳປັ່ນເສລີທີ່ມີສີສັນພິເສດຂອງຈີນ ເຊິ່ງເປັນການປະດິດສ້າງໃໝ່ໃນລະດັບສູງສຳລັບທົ່ວປະເທດຈີນ. ເຊ້ຍເມີນໄດ້ກາຍເປັນຜູ້ໄດ້ຮັບຜົນປະໂຫຍດໂດຍກົງຈາກແນວຄວາມຄິດດັ່ງກ່າວ.
ເຊ້ຍເມີນຢາກເປີດກວ້າງການເປີດປະຕູສູ່ພາຍນອກກໍຕ້ອງເຊື່ອມໂຍງເຂົ້າກັບກະແສເສດຖະກິດໂລກທັງ ຕ້ອງກຳແໜ້ນຂໍ້ມູນຂ່າວສານເສດຖະກິດທັງພາຍໃນແລະຕ່າງປະເທດ. ແຕ່ວ່າ ສຳລັບເຊ້ຍເມີນທີ່ເປັນເມືອງເກາະທະເລແບບປິດປະຕູມາແຕ່ດົນນານແລ້ວຈະເຮັດໄດ້ແນວໃດ?
ທ່ານສີຈິ້ນຜິງໄດ້ຖືເອົາການກະກຽມສ້າງຕັ້ງສູນຂໍ້ມູນຂ່າວສານເສດຖະກິດເປັນຈຸດເລີ່ມຕົ້ນໃນການແກ້ໄຂບັນຫາດັ່ງກ່າວ. ທ່ານເຫັນວ່າ: ເຂດພິເສດຢາກພັດທະນາເສດຖະກິດຕະຫຼາດ, ມີສ່ວນຮ່ວມໃນການໝູນວຽນຮອບໃຫຍ່ຂອງເສດຖະກິດສາກົນ, ມີພຽງແຕ່ສະໜາມບິນ, ທ່າກຳປັ່ນ, ສິ່ງກໍ່ສ້າງໂທລະຄົມການສື່ສານເທົ່ານັ້ນແມ່ນຍັງບໍ່ພໍ, ຍັງຕ້ອງສ້າງ “ຕາທິບ”ທາງມະຫາພາກ ເພື່ອກຳແໜ້ນຂໍ້ມູນຂ່າວສານເສດຖະກິດທັງພາຍໃນແລະຕ່າງປະເທດຢ່າງຖືກຕ້ອງແລະທັນເວລາ. ສະນັ້ນ, ທ່ານສີຈິ້ນຜິງຈິ່ງໄດ້ໃຫ້ຄວາມສຳຄັນຫຼາຍທີ່ສຸດຕໍ່ການສ້າງສູນຂໍ້ມູນຂ່າວສານເສດຖະກິດ, ໂດຍໄດ້ສ້າງໜ່ວຍນຳພາຄຸ້ມຄອງຂໍ້ມູນຂ່າວສານເສດຖະກິດນະຄອນເຊ້ຍເມີນແລະຕົນເອງເປັນຫົວໜ້າໜ່ວຍນຳພາ ທັງກຳນົດເອົາການສ້າງສູນຂໍ້ມູນຂ່າວສານເສດຖະກິດເປັນໜຶ່ງໃນໂຄງການພື້ນຖານໂຄງລ່າງສຳຄັນ 8 ໂຄງການຂອງນະຄອນເຊ້ຍເມີນ.
ພາຍໃຕ້ການຊຸກຍູ້ຢ່າງແຂງແຮງຂອງທ່ານສີຈິ້ນຜິງ, ສູນຂໍ້ມູນຂ່າວສານເສດຖະກິດນະຄອນເຊ້ຍເມີນໄດ້ຮັບການສ້າງຕັ້ງຂຶ້ນຢ່າງວ່ອງໄວ. ຈົນມາເຖິງປັດຈຸບັນ, ສູນຂໍ້ມູນຂ່າວສານດັ່ງກ່າວໄດ້ປະຕິບັດງານມາແລ້ວເປັນເວລາ 30 ກວ່າປີ, ເຊິ່ງໄດ້ເສີມຂະຫຍາຍບົດບາດຢ່າງໃຫຍ່ຫລວງເຂົ້າໃນການຊຸກຍູ້ຂະບວນການຫັນເປັນເຕັກໂນໂລຊີຂໍ້ມູນຂ່າວສານແລະເລັ່ງລັດເອເລັກໂຕຣນິກຂອງເຊ້ຍເມີນ.
ທ່ານເຈີ້ງຈິ່ນມູ້ ຮອງຫົວໜ້າຄະນະກຳມະການແຜນການນະຄອນເຊ້ຍເມີນໃນເວລານັ້ນໄດ້ຫວນຄືນເລື່ອງລາວໃນອະດີດວ່າ: “ໃນເວລານັ້ນ, ທ່ານສີຈິ້ນຜິງໄດ້ພິຈາລະນາບັນຫາຢ່າງລ້ຳຍຸກແລະຮອບຄອບທີ່ສຸດ, ຕາມຄົນທຳມະດາເຫັນວ່າ: ຕົວເມືອງໜຶ່ງຫາກສາມາດສ້າງໃຫ້ມີສະໜາມບິນກໍພໍແລ້ວ, ໃຜຊິຄິດເຖິງເລື່ອງທີ່ຈະສ້າງສູນຂໍ້ມູນຂ່າວສານອີ່ຫຍັງອີກ. ສິ່ງທີ່ຄົນອື່ນເຫັນວ່າເປັນສິ່ງທີ່ຈະມີຫຼືບໍ່ມີກໍບໍ່ເປັນຫຍັງນັ້ນ, ທ່ານສີຈິ້ນຜິງພັດເຫັນວ່າມັນເປັນສິ່ງທີ່ຕ້ອງເຮັດຕາມທ່າອ່ຽງທີ່ຕ້ອງເປັນໄປ, ນີ້ຫຼະຄືຈຸດໂດດເດັ່ນຂອງທ່ານ.”
ຄຳເຫັນ
0