吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ແສງ​ແຫ່ງ​ຍຸກ: ທ່ານ​ສີ​ຈິ້ນ​ຜິງ​ຢູ່​ເຊ້ຍ​ເມີນ 1

2020-08-07 16:03:39 cri

ສະ​ແສງ​ແຫ່ງ​ຍຸກ: ທ່ານ​ສີ​ຈິ້ນ​ຜິງ​ຢູ່​ເຊ້ຍ​ເມີນ 1_fororder_厦门1李秀记

 

ທ່ານຫຼີ​ຊິ້ວຈີ້  ຮອງ​ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ເຊ້ຍ​ເມີນ​ໃນ​ເວ​ລາ​ນັ້ນ

 

ແຕ່​ເດືອນ​ມິ​ຖຸ​ນາ​ປີ 1985ຫາ​ເດືອນ​ມິ​ຖຸ​ນາ​ປີ 1988, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໄປ​ຮັບ​ໜ້າ​ທີ່ຕຳ​ແໜ່ງ​ເປັນ​​ຄະ​ນະ​ປະ​ຈຳ​ພັກ, ຮອງ​ເຈົ້າ​ຄອງ​ນະ​ຄອນ, ຮອງ​ເຈົ້າ​ຄອງ​ນະ​ຄອນ​ຜູ້​​ປະ​ຈຳການ​ຂອງ​ນະ​ຄອນ​ເຊ້ຍ​ເມີນ​ແຂວງ​ຟູ​ຈ້ຽນ​ຕາມ​ລຳ​ດັບ ຈົນກາຍ​ເປັນ​ຜູ້​ນຳ​ພາ​ແລະ​ຜູ້​ບຸກ​ເບີກ​ທີ່​ສຳ​ຄັນ​ ​ໃນ​ໄລ​ຍະ​ເບື້ອງ​ຕົ້ນ​ຂອງ​ການສ້າງ​ຕັ້ງ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ເຊ້ຍ​ເມີນ. ທ່ານ​ໄດ້​ນຳ​ພາ​ໃນ​ການ​ກຳ​ນົດ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ເຊ້ຍ​ເມີນ ໂດຍ​ໄດ້​ຄົ້ນ​ຄວ້າ​ແລະ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ມາດ​ຕະ​ການ​ຕ່າງໆ​ໃນ​ການ​ປະ​ຕິ​ຮູບ​ຢ່າງ​ມີ​ການ​ປະ​ດິດ​ສ້າງ, ຕັ້ງ​ໜ້າ​ຄົ້ນ​ຄວ້າ​ເສັ້ນ​ທາງ​ເປີດ​ປະ​ຕູ​ສູ່​ພາຍນອກ​ເພື່ອ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ແລະ​ການ​ເພັດ​ທະ​ນາ, ອອກ​ແຮງ​ຊຸກ​ຍູ້​ວຽກ​ງານ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ, ເອົາ​ໃ​ຈ​ໃສ່​ອະ​ນຸ​ລັກ​ແລະ​ສືບ​ທອດ​ວັດ​ທະ​ນະ​ທຳ​​ໃນປະ​ຫວັດ​ສາດ, ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ແກ້​ໄຂ​ບັນ​ຫາ​ທີ່​ປະ​ຊາ​ຊົນ​ສົນ​ໃຈ​ທີ່​ສຸດ. ໃນ​ໄລ​ຍະ​ເວ​ລາ​ 3 ປີ ທີ່​ປະ​ຕິ​ບັດ​ໜ້າ​ທີ່​​ຕຳ​ແໜ່ງຢູ່​ເຊ້ຍ​ເມີນ​, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເຮັດ​ວຽກ​ເພື່ອ​ປະ​ຊາ​ຊົນ​ຢ່າງ​ດຽວ​ເທົ່າ​ນັ້ນ, ເຂັ້ມ​ງວດ​ໃນ​ດ້ານ​ລະ​ບຽບ​ວິ​ໄນ​ຕໍ່​ຕົນ​ເອງ, ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ແລະ​ສຳຫຼວດ​ຄົ້ນ​ຄວ້າ​ຢ່າງ​ດຸ​ໝັ່ນ​ຂະ​ຫຍັນ​ພຽນ, ກ້າ​ຮັບ​ຜິດ​ຊອບ,ກ້າ​ປະ​ດິດ​ສ້າງໃໝ່, ເຊິ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງຄວາມ​ສາ​ມາດ​ໃນ​ການ​ຮັບ​ຮູ້​ຢ່າງ​ຖືກ​ຕ້ອງ​ຕໍ່​ສະ​​ພາບການ​ລວມ​ແລະ​ມີ​ວິ​ໄສ​ທັດ​ທີ່​ເບິ່ງກວ້າງມອງ​ໄກ. ທ່ານ​ເຄີຍ​​ກ່າວ​ດ້ວຍ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງວ່າ: “ເຊ້ຍ​ເມີນ​ເປັນ​ບ່ອນ​ທີ່​ສ້າງ​ປະ​ສົບ​ການ​ຊີ​ວິດຫຼາຍ​ຢ່າງ​​ແລະ​ເປັບ​ບ່ອນ​ທີ່​ຝຶກ​ຝົນຫຼໍ່ຫຼອມໃຫ້​ກັບ​ຂ້າ​ພະ​ເຈົ້າ.”

ກາງ​ເດືອນ​ມິ​ຖຸ​ນາ​ປີ 1985, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຖືກ​ຍົກ​ຍ້າຍໜ້າ​ທີ່​ຕຳ​ແໜ່ງ​ຈາກ​ເມືອງ​ເຈີ້ງ​ຕິ້ງ​ແຂວງ​ເຫີ​ເປີຍ​​ໃຫ້​ໄປ​ຮັບ​ໜ້າ​ທີ່​ໃໝ່ຢູ່​ນະ​ຄອນ​ເຊ້ຍ​ເມີນແຂວງ​ຟູ​ຈ້ຽນ ເຊິ່ງ​ເປັນ​ເມືອງ​ເຂດ​ພິ​ເສດ​​ທີ່​ຕັ້ງຢູ່​ແຄມ​ຝັ່ງ​ທະ​ເລ​ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ຈີນ. ​ໃນມື້​ນັ້ນ​ພໍ​ດີ​ແມ່ນ​ວັນ​ເກີດ​ຄົບ​ຮອບ 32 ປີ​ຂອງ​ທ່ານ. ຕອນ​ໄປ​ຮັບ​ໜ້າ​ທີ່ຕຳ​ແໜ່​ງ​ຢູ່​ເຊ້ຍ​ເມີນ, ທ່ານ​ບໍ່​ໄດ້​​ຖື​ສຳ​ພາ​ລະ​ໄປຫຼາຍ​ມີ​ພຽງ​ໜ້ອຍ​ດຽວ, ສ່ວນ​ການ​ເດີນ​ທາງ​ໄປ​ເຊ້ຍ​ເມີນ​, ທ່ານ​ກໍ​ອາ​ໄສ​ຮ່ວມ​ເດີນ​ທາງ​ໄປ​ນຳ​ລົດ​ຄົນ​ອື່ນ. ທ່ານຫຼີ​ຊິ້ວຈີ້  ຮອງ​ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ເຊ້ຍ​ເມີນ​ໃນ​ເວ​ລາ​ນັ້ນ​ໄດ້​ຫວນ​ຄືນ​ເຖິງ​ສະ​ພາບ​ທີ່​ຕົນ​ໄດ້ໄປ​ຮັບ​ທ່ານ​ສີ​ຈິ້ນ​ຜິງວ່າ: ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສ້າງ​ຄວາມປະ​ທັບ​ໃຈ​ໃຫ້​ຕົນ​ໃນ​ເວ​ລາ​ພົບ​ກັນຄັ້ງ​ທຳ​ອິດ​ຄື: ທ່ານນຸ່ງ​ຖື​ແບບ​ລຽບ​ງ່າຍ,​ໜ້າ​ຕາ​ຊົດ​ຊື່ນແຈ່ມ​ໃສ​ແບບໜຸ່ມ​ແໜ້ນ​ແລະ​ມີ​ລັກ​ສະ​ນະ​ທ່າ​ທີ​ອ່ອນ​ນ້ອມ​ຖ່ອມ​ຕົວ.

 ພາຍຫຼັງ​ຮັບ​ທ່ານ​ສີ​ຈິ້ນ​ຜິງ​ແລ້ວ, ທ່ານຫຼີ​ຊິ້ວ​ຈີ້​ໄດ້​ພາ​ທ່ານ​ເຂົ້າ​ໄປ​ພັກ​ຢູ່​​ໃນ​ເຮືອນທີ່​ໄດ້​ຈັດ​​ສັນ​ໃຫ້ລ່ວງ​ໜ້າ. ຢູ່​ໃນ​ຫ້ອງ, ພາຍຫຼັງ​ໄດ້​ຟັງ​​ທ່ານຫຼີ​ຊິ້ວ​ຈີ້ ​ແນະ​ນຳ​ສະ​ພາບ​ກ່ຽວ​ກັບ​ເຊ້ຍ​ເມີນ​ສູ່​ຟັ​ງ​ແລ້ວ​ແລ້ວ, ທ່ານ​ສີ​ຈິ້ນ​ຜິງ​ເວົ້າ​ດ້ວຍ​ຄວາມ​ດີ​ໃຈ​ທີ່​ສຸດ​ວ່າ: “ມື້​ນີ້​ເວົ້າ​ສຳ​ລັບ​ຂ້າ​ພ​ະ​ເຈົ້າ​ແລ້ວ​ມີ​ຄວາມ​ໝາຍ​ສອງ​ຢ່າງ,ໜຶ່ງ​ແມ່ນ​ຂ້າ​ພະ​ເຈົ້າ​ມາ​ເຂົ້າ​ຮ່ວມ​ການ​ສ້າງ​ສາ​ພັດ​ທະ​ນາ​ເຂດ​ພິ​ເສດ​ເຊ້ຍ​ເມີນ, ສອງ​ແມ່ນ​ວັນ​ເກີດ​ຂອງ​ຂ້າ​ພະ​ເຈົ້າ. ” ປົກ​ກະ​ຕິ​ແລ້ວ, ການ​ສະຫຼອງວັນ​ເກີດ​ຄວນ​ມີ​ເຂົ້າ​ໜົມ​ເຄັກ, ແຕ່​ວ່າ​ຕາມ​ປະ​ເພ​ນີ​ຂອງ​ເຊ້ຍ​ເມີນ​ຕ້ອງ​ກິນ​ໝີ່​ອາ​ຍຸ​ຍືນ​ແລະ​ໄຂ່​ໄກ່. ແຕ່​ວ່າ​ໃນ​ເວ​ລາ​ນັ້ນ​ເງື່ອນ​ໄຂ​ມີ​ຈຳ​ກັດ, ບໍ່​ມີ​ເຂົ້າ​ໜົມ​ເຄັກ. ໃນ​ຄາບ​ເຂົ້າ​ມື້​ນັ້ນຂອງ​ທ່ານ​ສີ​ຈິ້ນ​ຜິງ​ມີ​ອາ​ຫານ​ພື້ນ​ເມືອງ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ເຊ້ຍ​ເມີນ​ເຊັ່ນ​: ຈືນ​ຫອຍ​ນາງ​ລົມ, ຂົ້ວ​ໝີ່, ວຸ້ນໜອນ​ທະ​ເລ​ແລະ​ອື່ນໆ. ຈືນ​ຫອຍ​ນາງ​ລົມ​ຍັງ​ໃສ່​ໄຂ່​ໄກ່, ແລະ​ເອົາ​ຂົ້ວ​ໝີ່​​ຕາງໝີ່​ອາ​ຍຸ​ຍືນ ເຊິ່ງ​ກໍ​ຖືວ່າ​ໄດ້​ສະຫຼອງວັນ​ເກີດ​ໃຫ້​​ກັບທ່ານ​ສີ​ຈິ້ນ​ຜິງ​ຕາ​ມ​ປະ​ເພ​ນີ​ຂອງ​ເຊ້ຍ​ເມີນ​ແລ້ວ.

ວັນ​ທີ 5 ກັນ​ຍາ ປີ 2010, ທ່ານ​ສີ​ຈິ້ນ​ຜິງ ທີ່​ເປັນ​ຮອງ​ປະ​ທານ​ປະ​ເທດ​ໃນ​ເວ​ລາ​ນັ້ນ​ໄດ້​ໄປ​ກວດ​ກາ​ແລະ​ຊີ້​ນຳ​ວຽກ​ງານ​ຢູ່​ນະ​ຄອນ​ເຊ້ຍ​ເມີນ, ທ່ານ​ໄດ້​ຈັບ​ມື​ກັບ​ທ່ານຫຼີ​ຊິ້ວ​ຈີ້ທັງ​ຍັງ​ໄດ້ກ່າວ​ເຖິງ ອາ​ຫານ​ 3 ເຍື່ອງ​ໃນ​ຄາບ​ເຂົ້າ​ທຳ​ອິດ​ຕອນ​ທີ່​ເພິ່ນ​ຫາ​ກໍ່​ໄປ​ຮັບ​ໜ້າ​ທີ່​ຕຳ​ແໜ່ງ​ຢູ່​ເຊ້ຍ​ເມີນ.

ເດືອນ​ຕຸ​ລາ​ປີ​ 1980, ລັດ​ຖະ​ບານ​ຈີນ​ໄດ້​ອະ​ນຸ​ມັດ​ໃຫ້​ສ້າງ​ຕັ້ງ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ເຊ້ຍ​ເມີນ ທີ່ກວມ​ເນື້ອ​ທີ່​ພຽງ 2,5 ກີ​ໂລ​ຕ​າ​ແມັດ​ເທົ່າ​ນັ້ນ. ປີ 1985, ລັດ​ຖະ​ບານ​ຈີນ​ໄດ້​ອະ​ນຸ​ມັດ​ໃຫ້​ຂະ​ຫຍາຍ​ເຂດ​ເສດ​ຖະ​ກິ​ດ​ພິ​ເສດ​ເຊ້ຍ​ເມີນ​ໃຫ້​ກວ້າງ​ອອກ​ໂດຍກວມ​ເຖິງ​ທົ່ວ​ເກາະ​ເຊ້ຍ​ເມີນ ເຊິ່ງ​ມີ​ເນື້ອ​ທີ່ 131 ກິ​ໂລ​ຕາ​ແມັດ. ໃນ​ເວ​ລາ​ນັ້ນ, ເຊ້ຍ​ເມີນ​ເປັນ​ຕົວ​ເມືອງ​ຂະ​ໜາດ​ນ້ອຍ,ເປັນ​ເມືອງ​ເກົ່າ, ພື້ນ​ຖານ​ເສດ​ຖະ​ກິດ​ອ່ອນ​ແອ, ຍອດ​ມູນ​ຄ່າ​ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ​ທົ່ວ​ນະ​ຄອນ​ເຊ້ຍ​ເມີນ​ໃນ​ເວ​ລາ​ນັ້ນ​ຍັງ​ບໍ່​ເທົ່າ​ກັບ​ຍອດ​ມູນ​ຄ່າ​ການ​ຜະ​ລິດ​ຂອງບໍ​ລິ​ສັດ​ແຫ່ງ​ໜຶ່ງ​ຂອງ​ຕົວ​ເມືອງ​​ໃນ​ຂະ​ໜາດ​ດຽວ​ກັນແຫ່ງ​ອື່ນໆ​​ພາຍໃນ​ຈີນ. ປະ​ຊາ​ຊົ​ນ​ເຊ້ຍ​ເມີນ​ມັກ​ເວົ້າ​ກັ​ນ​ວ່າ:​ເຊ້ຍ​ເມີນ​ຄື: “ເສັ້ນ​ທາງ​ບໍ່​ຮາບ​ພຽງ, ໄຟ​ຟ້າ​ບໍ່​ຮຸ່ງ,ໂທ​ລະ​ສັບ​ບໍ່​ມີ​ສັນ​ຍານ,ນ້ຳ​ປະ​ປາ​ຂາດ​ເປັນ​ປະ​ຈຳ.”ແລະ​ຍັງ​ມີ​ຄົນ​ພັນ​ລະ​ນາ​ສະ​ພາບ​ການ​ຂອງ​ເຊ້ຍ​ເມີນ​ວ່າ: “ເຊ້ຍ​ເມີນກໍ​ປຽບ​ເໝືອນນາງ​ສາວ​ງາມ​ແຕ່​ນຸ່ງ​ເຄື່ອງ​​ເກົ່າ​ຂາດ.”

ກໍ​ແມ່ນ​ໃນ​ເວ​ລາ​ນັ້ນຫຼະ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໄປ​ຮັບ​ໜ້າ​ທີ່​ຕຳ​ແໜ່ງ​ຢູ່​ເຊ້ຍ​ເມີນ. ປີ 2006, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ເຊ້ຍ​ເມີນ​ຄົບ​ຮອບ 25 ປີ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ຕອນ​ເພິ່ນ​ຫາ​ກໍ່​ໄປ​​ຮັບ​ໜ້າ​ທີ່​ຕຳ​ແໜ່ງ​ໃໝ່ໆ​ຢູ່​ເຊ້ຍ​ເມີ​ນ, ສະ​ພາບ​ຕົວ​ຈິງ​ຂອງ​ເຊ້ຍ​ເມີນ​ແມ່ນຫ່າງ​ໄກຈາກ​ການຄາດ​ຄິດ​ລ່ວງ​ໜ້າ. ເພາະ​ວ່າ​ກ່ອນ​ໜ້າ​ນັ້ນ, ທ່ານ​ບໍ່​ເຄີຍ​ໄປ​ແຂວງ​ຟູ​ຈ້ຽນ​ຈັກ​ເທື່ອ​, ເວົ້າ​ລວມ​ແລ້ວ​ຮູ້​ສຶກວ່າ ເຊ້ຍ​ເມີນ​ບໍ່​ໄດ້​ມີ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ແລະ​ມີ​ຄວາມ​ກ້າວ​ໜ້າ​ຄື​ດັ່ງ​​ທີ່​ໄດ້ຈິນ​ຕະ​ນາ​ການ​ໄວ້ ໂດຍ​ສະ​ເພາະ​ແມ່ນ​ເບິ່ງ​ໃນ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ແລະ​ສະ​ພາບ​ໂສມ​ໜ້າ​ຂອງ​ຕົວ​ເມືອງ​ແລ້ວ, ເຊ້ຍ​ເມີນ​ໃນ​ເວ​ລາ​ນັ້ນ​ແມ່ນ​ອ່າວຫຼ້າຫຼັງ​ແທ້ໆ.

ຄວາມຫຼ້າ​ຫຼັງ​ແບບ​ນີ້​ມັນ​ບໍ່​ພຽງ​ແຕ່​ແມ່ນ​ຄວາມຫຼ້າຫຼັງ​ທາງ​ດ້ານ​ເງື່ອນ​ໄຂວັດ​ຖຸ​ເທົ່າ​ນັ້ນ, ເມື່ອ​ທຽບ​ໃສ່​ເຂດ​ພິ​ເສດ​ແຫ່ງ​ອື່ນໆ​ແລ້ວ, ​ການ​ສ້າງ​ຕັ້ງເຂດ​ເສດ​ຖະ​ກິດ​ພິ​ເສດ​ເຊ້ຍ​ເມີນ​ແມ່ນ​ຕ້ອງ​ທຸ້ມ​ເທ​ຄວາມ​ພະ​ຍາ​ຍາມຫຼາຍກວ່າ​ແຫ່ງ​ອື່ນໆ, ນັ້ນ​ກໍ​ຄື​ການ​ປ່ຽນ​ແປງ​ໃໝ່​ດ້ານ​ແນວ​ຄິດ.

ທ່ານ​ຈູ່​ລີ້​ສຸຍ ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບ​ນະ​ຄອນ​ເຊ້ຍ​ເມີນ​ໃນ​ເວ​ລາ​ນັ້ນ​ໄດ້​ຫວນ​ຄືນ​ເຖິງ​ອະ​ດີດ​ວ່າ:ພາຍຫຼັງ​ທ່ານ​ສີ​ຈິ້ນ​ຜິງ​ໄປ​ຮອດ​ເຊ້ຍ​ເມີນ​ແລ້ວ​ກໍ​ໄດ້​ຮັບ​ຜິ​ດ​ຊອບ​ວຽກ​ງານ​ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບ ​ໂດຍ​ໄດ້​ຊີ້​ນຳ​ນຳ​ພາ​ໂດຍ​ກົງ​ໃນ​ການ​ຊຸກ​ຍູ້​ການ​ຄົ້ນ​ຄວ້າ​ການ​ປະ​ຕິ​ຮູບ​ທີ່​ເປັນ​ບັນ​ຫາ​ຫຍຸ້ງ​ຍາກ​ຕ່າງໆ. ເຊິ່ງ​ໃນ​ນັ້ນ ມາດ​ຕະ​ການ​ໜຶ່ງ​​ທີ່​ມີ​ຄຳ​ປຽບ​ທຽບ​ຄື: “ປ່ອຍ​ນ້ຳ​ລ້ຽງ​ປາ” ອັນ​ໄດ້​ກະ​ຕຸ້ນ​ການ​ພັດ​ທະ​ນາ​ຂອງ​ທ່າ​ກຳ​ປັ່ນ​ເຊ້ຍ​ເມີນ ທັງ​ໄດ້​ກະ​ຕຸກ​ຊຸກ​ຍູ້​ລັດ​ວິ​ສາ​ຫະ​ກິດ​ທີ່​ຕົກ​ຢູ່​ໃນ​ສະ​ພາບ​ຫຍຸ້ງ​ຍາກ​ຈຳ​ນວນຫຼາຍ​ແຫ່ງ​​ນັ້ນໃຫ້​ພັດ​ທະ​ນາ​ຢ່າງ​ມີ​ຊີ​ວິດ​ຊີ​ວາ.

ພາຍຫຼັງ​ໄປ​ຮັບ​ໜ້າ​ທີ່ຕຳ​ແໜ່ງ​ຢູ່​ເຊ້ຍ​ເມີນ​ບໍ່​ດົນ, ຮູບ​ຮ່າງ​ສູງ​​ໃຫຍ່ຂອງ​ທ່ານ​ສີ​ຈິ້ນ​ຜິງ​ກໍ​ໄດ້​ປາ​ກົດ​ໃຫ້​ເຫັນ​ເລື້ອຍໆ​ຢູ່​ທ່າ​ກຳ​ປັ່ນ​ຕຸ່ງ​ຕູ້. ທ່ານ​ຍ່າງ​ໄປ​ເຖິງ​ຈຸດ​ເຄ​ນ​ຍົກ​ຕູ້​ບັນ​ຈຸ​ສິນ​ຄ້າ ສອງ​ເຄື່ອງ ແລ້ວ​ຖາມ​ພະ​ນັກ​ງານ​ວ່າ: ເຄນສອງ​ເຄື່ອງ​ນີ້​ສາ​ມາດ​ຍົກ​ນ້ຳ​ໜັກ​ສິນ​ຄ້າໄດ້ຫຼາຍ​ປານ​ໃດ. ​ເຄນ​ສອງ​ເຄື່ອງ​ນີ້​ເປັນ​ເຄນ​ທີ່​ມີ​ຢູ່ທ່າ​ກຳ​ປັ່ນ​ເຊ້ຍ​ເມີນ​ພຽງ 2 ເຄື່ອງ​ເທົ່າ​ນັ້ນ.  ເຄື່ອງ​ໜຶ່ງ​ສາ​ມາດ​ຍົກ​ຕູ້​ບັນ​ຈຸ​ສິນ​ຄ້າ​ມາດ​ຕະ​ຖານ​ໄດ້​ພຽງ 35.000 ຕູ້​ຕໍ່​ປີ​ເທົ່າ​ນັ້ນ. ສ່ວນ​ເຄນ​ປະ​ເພດ​ດຽວ​ກັນ​ຢູ່​ຮົງ​ກົງ​ແມ່ນ​ສາ​ມາດ​ຍົກ​ຕູ້​ບັນ​ຈຸ​ສິນ​ຄ້າ​​ໄດ້​ເຖິງ 120.000 ຕູ້​ຕໍ່​ປີ. ຜ່ານ​ຈາກ​ການ​ສຳຫຼວດ​ຄົ້ນ​ຄວ້າ​ຢູ່​ພື້ນ​ທີ່​ຕົວ​ຈິງ​ມາຫຼາຍ​ເທື່ອ​ແລະ​ໄດ້​ຮັບ​ຟັງ​ຄວາມ​ຄິດ​ເຫັນ​ຂອງ​ພ​ະ​ນັກ​ງານ​ວິ​ສາ​ຫະ​ກິດ​ທີ່​ກ່ຽວ​ຂ້ອງ​ຢ່າງ​ລະ​ອຽດ​ແລ້ວ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຮັບ​ຮູ້​​ສະ​ພາບ​ການ​ຢ່າງ​ຈະ​ແຈ້ງ​ຄື ຄວາມ​ສາ​ມາດ​ການ​ຂົນ​ສົ່ງ​ບໍ່​ພຽງ​ພໍ, ພື້ນ​ຖານ​ໂຄງ​ລ່າງ​ບໍ່​ສົມ​ບູນ, ຂອດ​ແລະ​ຂັ້ນ​ຕອນ​ປະ​ຕິ​ບັດ​ງາ​ນ​​ບໍ່​ສອດ​ຄ່ອງ​ກັບ​ສະ​ພາບ​ຕົວ​ຈິງ. ສ່ວນ​ລັດກໍ​ບໍ່​ມີ​ງົບ​ປະ​ມານ​ພຽງ​ພໍ​ໃຫ້​ກັບ​ວິ​ສາ​ຫະ​ກິດ​ເພື່ອ​ປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງ​ໃຫ້​ສົມ​ບູນ​ຂຶ້ນ. ການ​ທີ່​ໄດ້​ຮັບ​ຜົນ​ກຳ​ໄລ​ໜ້ອຍຫຼື​ຂາດ​ທຶນ​ໜ້ອຍ, ເຊິ່ງ​ບໍ່​ພຽງ​ແຕ່​ເປັນ​ສະ​ພາບ​ຫຍຸ້ງ​ຍາກ​ຂອງ​ພະ​ແນກ​ກິດ​ຈະ​ການ​ທ່າ​ກຳ​ປັ່ນ​ເຊ້ຍ​ເມີນ​ເທົ່າ​ນັ້ນ​ຍັງ​ເປັນ​ບັນ​ຫາ​ຫຍຸ້ງ​ຍາກ​ຂອງ​ລັດ​ວິ​ສາ​ຫະ​ກິດ​ສ່ວນ​ຫຼາຍ​ຂອງ​ເຊ້ຍ​ເມີນ​ໃນ​ເວ​ລາ​ນັ້ນ​ອີກ​ດ້ວຍ. ພະ​ນັກ​ງານ​ອາ​ວຸ​ໂສ​ຂອງ​ພະ​ແນກ​ກິດ​ຈະ​ການ​ທ່າ​ກຳ​ປັ່ນ​ເຊ້ຍ​ເມີນ​ໄດ້​ເລົ່າ​ກ່ຽວ​ກັບ​ສະ​ພາບ​ການ​ປະ​ຊຸມ​ເທື່ອ​ໜຶ່ງ​ໃນ​ເວ​ລາ​ນັ້ນ​ໃຫ້​ຟັງ​ວ່າ:  “ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເວົ້າ​ກັບ​ພວກ​ເຮົາ​ວ່າ, ລັດ​ຈະ​ບໍ່​ໃຫ້​ພວກ​ເຈົ້າ​ມອບ​ກຳ​ໄລ​ໃຫ້ລັດ, ຜົນ​ກຳ​ໄລ​ທີ່​ພວກ​ເຈົ້າ​ສ້າງ​ຂຶ້ນ​ນັ້ນ, ຈະ​ບໍ່​ຕ້ອງມ​ອບ​ໃຫ້​ກັບ​ລັດ​ແມ່ນ​ແຕ່​ອັດ​ດຽວ, ຜົນ​ກຳ​ໄລ​ຈະ​ຈົ່ງ​ໄວ້​ໃຫ້​ພວກ​ເຈົ້າ, ແຕ່​ວ່າ​ມີ​ເງື່ອນ​ໄຂ​ຄື: ​ພວກ​ເຈົ້າ​ຕ້ອງ​ຮັບ​ປະ​ກັນ​ວ່າ ເມື່ອ​ຫາ​ຜົນ​ກຳ​ໄລ​ໄດ້​ແລ້ວ​ຕ້ອງ​ນຳໃຊ້​ເຂົ້າ​ໃນ​ການ​ປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງ​ໃຫ້​ສົ​ມ​ບູນ​ຂຶ້ນສາ​ກ່ອນ.”

ຫຼັງ​ຈາກ​ນັ້ນ, ເຊ້ຍ​ເມີນ​ໄດ້ນຳ​ໜ້າ​ໃນ​ການ​ວາງ​ມາດ​ຕະ​ການເກັບ​ສ່ວຍ​ສາ​ອາ​ກອນ​ແລະ​ຜົນ​ກຳ​ໄລ​ແບບ​ແຍກ​ສ່ວນ​ກ່ອນ​ໝູ່​ໃນ​ທົ່ວ​ປະ​ເທດ​ຈີນ, ລັດ​ວິ​ສາ​ຫະ​ກິດ​ອຸດ​ສາ​ຫະ​ກຳ​ທີ່​ຕ້​ອງ​ມອບ​ອາ​ກອນເຂົ້າ​​ຄັງ​ເງິນ​ຂອງ​ລັດ​ຈຳ​ນວນ 66 ແຫ່ງ​ໃນ​ທົ່ວ​ນະ​ຄອນ​ເຊ້ຍ​ເມີນ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ແຍກ​ສ່ວຍ​ສາ​ອາ​ກອນ​ແລະ​ຜົນ​ກຳ​ໄລ​, ​ໃຊ້​ຜົນ​ກຳ​ໄລ​ທີ່​ເຫຼືອ​ຈາກ​ການ​ເສຍ​ອາ​ກອນ​ແລ້ວ​ນັ້ນ​​ເພື່ອໃຊ້​​ຄືນ​ເງິນ​ກູ້, ​ສຳ​ລັບ​ວິ​ສາ​ຫະ​ກິດ​ທີ່​ແຕກ​ຕ່າງ​ກັນ​ຈະ​ປະ​ຕິ​ບັດ​ອັດ​ຕາ​ສ່ວນ​ເສຍ​ອາ​ກອນ​ທີ່​ແຕກ​ຕ່າງ​ກັນ. ຈຸດ​ປະ​ສົງ​​ຕົ້ນ​ຕໍ​ກໍເພື່ອ​ເຮັດ​ໃຫ້​ວິ​ສາ​ຫະ​ກິດ​ມອບອາ​ກອນ​ໃຫ້​ລັດ​ແລ້ວ, ​ຍັງຈະ​ສາ​ມາດ​ມີ​ກຳ​ໄລ​ໄວ້​ໃຫ້​ວິ​ສາ​ຫະ​ກິດ​ເພື່ອ​ພັດ​ທະ​ນາ​ການ​ຜະ​ລິດ​ໃຫ້ຫຼາຍ​ເທົ່າ​ທີ່​ຈະຫຼາຍ​ໄດ້. ສະ​ເພາະ​ແຕ່​ປີ​ທຳ​ອິດ​ທີ່​ດຳ​ເນີນ​ການ​ປະ​ຕິ​ຮູບ​ດັ່ງ​ກ່າວ, ພະ​ແນກ​ກິດ​ຈະ​ການ​ທ່າ​ກຳ​ປັ່ນ​ເຊ້ຍ​ເມີນ​ກໍ​ໄດ້​ສ້າງ​ຜົນ​ກຳ​ໄລ​ໄດ້ 20 ລ້ານກວ່າ​ຢວນ, ຈາກ​ນັ້ນ​ບໍ່​ເທົ່າ​ໃດ​ປີ​ກໍ​ສາ​ມາດ​ສ້າງ​ຜົນ​ກຳ​ໄລ​ໄດ້​ເຖິງ 700 ລ້ານກວ່າ​ຢວນ.

“​ເຮັດການ​ປະ​ຕິ​ຮູບ, ເມື່ອ​ເຮັດ​ກ່ອນ​ໝູ່​ຈະ​ຕ້ອງ​ມີ​ຄວາມ​ສ່ຽງ​ກ່ອນ​ໝູ່, ແຕ່​ວ່າ ລັດ​ຕ້ອງ​​ສົ່ງຄົນ​ໄປ​ທາບທາມ​ກ່ອນ, ເມື່ອ​ເຮັດ​ໄດ້​ດີ​ແລ້ວ ຈະ​ເປັນ​ບົດ​ຮຽນ​ທີ່​ດີ​ໃຫ້​​ກັບລັດ​ໃນ​ການ​ສືບ​ຕໍ່​ປະ​ຕິ​ຮູບ​ໃນ​ຕໍ່​ໜ້າ ເຊິ່ງ​ນີ້​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ໜ້າ​ໃນ​ຂອດ​ສຳ​ຄັນ​ເພື່ອ​ສືບ​ຕໍ່​ຊຸກ​ຍູ້​ວຽກ​ງານ​ດ້ານ​ອື່ນໆ​​ໃຫ້​ສາ​ມາດດຳ​ເນີນ​ໄປ​ດ້ວຍ​ດີ.”  ທ່ານ​ຜູ້​ຟັງ, ນີ້​ຄື​ຄຳ​ເຫັນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ທີ່​ທ່ານ​ປະ​ກອບ​ໃນ​ກອງ​ປະ​ຊຸມ​​ຄະ​ນະປະ​ຈຳ​ຄະ​ນະ​ພັກ​ນະ​ຄອນ​ເຊ້ຍ​ເມີນ​ຄັ້ງ​ໜຶ່ງ. ຈາກ​ເມືອງ​ເຈີ້ງ​ຕິ້ງ​ຮອດ​ນະ​ຄອນ​ເຊ້ຍ​ເມີນ, ທ່ານ​ສີ​ຈິ້ນ​​ຜິງ​ໄດ້​ເລີ່ມ​ດຳ​ເນີນ​ການ​ຄົ້ນ​ຄວ້າ​ແລະ​ທົດ​ລອງ​ຢູ່​ແນວ​ໜ້າ​ແຫ່ງ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ, ອັນ​ໄດ້​ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ​​ຢູ່​ເຂດ​ເສດ​ຖະ​ກິດ​ພິ​ເສດ​ເຊ້ຍ​ເມີນ.

ຄຳ​ເຫັນ

0