尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສື່ມວນ​ຊົນ​ອາ​ເມ​ຣິ​ກາສະ​ຫຼຸບ: ຄວາມ​ຜິດ​ພາດ​ຂອງ​ອາ​ເມ​ຣິ​ກາ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ມີ​ຫຍັງ​ແດ່?

2020-08-07 17:08:22 cri

ສື່ມວນ​ຊົນ​ອາ​ເມ​ຣິ​ກາສະ​ຫຼຸບ: ຄວາມ​ຜິດ​ພາດ​ຂອງ​ອາ​ເມ​ຣິ​ກາ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ມີ​ຫຍັງ​ແດ່?_fororder_微信图片_20200807170155

ນັບ​ມາ​ຮອດ​ວັນ​ທີ 6 ສິງ​ຫາ​ນີ້, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​​ກາ​ໄດ້ມີເກືອບ 5 ລ້ານ​ຄົນ, ​ມີຜູ້ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​​ເກືອບ 1,6 ແສນ​ຄົນ. ​ປະ​ຊາ​ກອນ​ຂອງ​ອາ​ເມ​ຣິ​ກາ​ກວມ​ພຽງ​ແຕ່ 4% ຂອງ​ໂລກ, ແຕ່​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ພັດ​ໄດ້​ກວມ 22% ຂອງ​ຜູ້​ເສຍ​ຊີ​ວິດ​ໃນ​ທົ່ວ​ໂລກ​ຍ້ອນ​ພະ​ຍາດ​ດັ່ງ​ກ່າວ. ໜັງ​ສື​ພິມ​ນິວຢອກ​ທາມ​ສ໌​ຂອງ​ອາ​ເມ​ຣິ​ກາ​ໄດ້​ສຳ​ພາດ​ຜູ້​ຊ່ຽວ​ຊານ​ຫຼາຍ​ທ່ານ​ຈາກ​ແຫ່ງ​ຕ່າງໆ​ໃນ​ໂລກ, ຜູ້​ຊ່ຽວ​ຊານ​​ສ່ວນ​ຫຼາຍເຫັນ​ວ່າ: ສະ​ພາບ​ການ​ໃນ​ປັດ​ຈຸ​ບັນ​ຂອງ​ອາ​ເມ​ຣິ​ກາ​ແມ່ນ​ຍ້ອນ​ຄວາມ​ຜິດ​ພາດ​ຢ່າງ​ຮ້າຍ​ແຮງ​ຊ້ຳ​ແລ້ວ​ຊ້ຳ​ອີກ​ຂອງ​ລັດ​ຖະ​ບານ​ໂດ​ໂນ ທ​ຣຳ.
 

ຄວາມ​ຜິດ​ພາດ​ທີ​ໜຶ່ງ​ຄື: ການຈຳ​ກັດ​ດ້ານ​ການ​ທ່ອງ​ທ່ຽວ​ມີ​ຂໍ້​ບົກ​ຜ່ອງ​ຫຼາຍ

ໃນ​ວັນ​ທີ 31 ມັງ​ກອນ​ປີນີ້, ລັດ​ຖະ​ບານ​ໂດ​ໂນ ທ​ຣຳ​ໄດ້​ປະ​ກາດ​ຈະ​ຈຳ​ກັດ​ຄົນ​ຕ່າງ​ປະ​ເທດ​ຈາກ​ຈີນ​ເຂົ້າ​ແດນ​ອາ​ເມ​ຣິ​ກາ,ແຕ່​ໃນ​ນີ້​ມີ​ຂໍ້​ບົກ​ຜ່ອງ​ຫຼາຍ, ຄວາມ​ຈຳ​ກັດ​ດັ່ງ​ກ່າວ​ບໍ່​ໄດ້​ລວມ​ທັງ​ພົນ​ລະ​ເມືອງ​ອາ​ເມ​ຣິ​ກາ,ຜູ້​ຄົນ​ທີ່​ອາ​ໄສ​ຢູ່​ອາ​ເມ​ຣິ​ກາຢ່າງ​ຖາ​ວອນ​ກໍ​ຄື​ຄອບ​ຄົວ​ເຂົາ​ເຈົ້າ. ສິ່ງ​ທີ່​ສຳ​ຄັນ​ກວ່າ​ນີ້​ອີກ​ແມ່ນ: ນະ​ໂຍ​ບາຍ​ດັ່ງ​ກ່າວ​ບໍ່​ໄດ້​ພິ​ຈາ​ລະ​ນາ​ເຖິງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ເຂດ​ອື່ນໆ​ຂອງ​ໂລກ.

ສື່ມວນ​ຊົນ​ອາ​ເມ​ຣິ​ກາສະ​ຫຼຸບ: ຄວາມ​ຜິດ​ພາດ​ຂອງ​ອາ​ເມ​ຣິ​ກາ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ມີ​ຫຍັງ​ແດ່?_fororder_微信图片_20200807170201

ຄວາມ​ຜິດ​ພາດ​ທີ​ສອງ: ລັດ​ຖະ​ບານ​ໂດ​ໂນ ທ​ຣຳ ປະ​ລາ​ໄ​ຊ​ອີກ​ແລ້ວ​ອີກ​ຕື່ມໃນ​ການກວດ​ຫາ​ເຊື້ອ​ພະ​ຍາດ​ໂຄວິດ-19

    ໃນ​ຕົ້ນ​ປີ​ນີ້, ອາ​ເມ​ຣິ​ກາ​ພຽງ​ແຕ່​ສາ​ມາດ​ດຳ​ເນີນ​ການກວດ​ຫາ​ເຊື້ອ​ພະ​ຍາດ​ໂຄວິດ-19 ໃນ​ຂອບ​ເຂດ​ທີ່​ມີ​ຄວາມ​ຈຳ​ກັດ, ແຕ່​ເຊື້ອ​ພະ​ຍາດ​ໄດ້​ແຜ່​ລະ​ບາດຢ່າງ​ງຽບ​ໆຕະ​ຫຼອດ​ມາ. ​ຈົນຮ​ອດ​ຕົ້ນ​ເດືອນ​ມີ​ນາ​ປີ​ນີ້, ບັນ​ຫາ​ຄວາມ​ສາ​ມາດ​ດ້ານ​ການກວດ​ຫາ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ກໍ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ​ເທື່ອ, ແຕ່​ເຂດ​ນິວຢອກ​ພັດ​ໄດ້​ກາຍ​ເປັນ​ໃຈກາງ​ຂອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19​ ແລ້ວ.

 

ສື່ມວນ​ຊົນ​ອາ​ເມ​ຣິ​ກາສະ​ຫຼຸບ: ຄວາມ​ຜິດ​ພາດ​ຂອງ​ອາ​ເມ​ຣິ​ກາ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ມີ​ຫຍັງ​ແດ່?_fororder_微信图片_20200807170210

ຄວາມ​ຜິດ​ພາດ​ທີ​​ສາມ: ມີ​ຄວາມ​​ເຫັນຂັດ​ແຍ້ງ​ກັນ​ກ່ຽວ​ກັບ​ການ​ຈະ​ໃສ່​ຜ້າ​ປິດ​ປາກ​ຫຼື​ບໍ່.

ໃນ​ຫຼາຍ​ເດືອນໃນ​ໄລ​ຍະ​ຕົ້ນ​ຂອງ​ການ​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ, ຜູ້​ຊ່ຽວ​ຊານ​ດ້ານ​ສາ​ທາ​ລະ​ນະ​ສຸກ​ບໍ່​ສາ​ມາດ​ບັນ​ລຸ​ຄວາມເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ການ​ຈະໃສ່​ຜ້າ​ປິດ​ປາກ​ຫຼື​ບໍ່. ແຕ່​ຢູ່​ຍີ່​ປຸ່ນ, ຈີນ, ສ.ເກົາ​ຫຼີ ແລະ​ປະ​ເທດ​ອື່ນໆ​ໃນ​ໂລກ,ການ​ໃສ່​ຜ້າ​ປິດ​ປາກ​ໄດ້​ກາຍ​ເປັນ​ການ​ກະ​ທຳ​ທີ່ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໃນ​ສັງ​ຄົມ.

ສື່ມວນ​ຊົນ​ອາ​ເມ​ຣິ​ກາສະ​ຫຼຸບ: ຄວາມ​ຜິດ​ພາດ​ຂອງ​ອາ​ເມ​ຣິ​ກາ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ມີ​ຫຍັງ​ແດ່?_fororder_微信图片_20200807170221

ຄວາມ​ຜິດ​ພາດ​ທີສີ່: ​ດຳ​ເນີນການ​ຢ່າງ​ຜິດ​ພາດ​ໃນ​ການ​ຟື້ນ​ຟູ “ເສດ​ຖະ​ສາດຄືນ​ໃໝ່”

ໃນ​ໝົດ​ເດືອນ​ມີ​ນາ​ແລະ​ເດືອນ​ເມ​ສາ​ປີ​ນີ້, ທ່ານ ເຄັມ ເຈົ້າ​ຄອງ​ລັດຈໍ​ເຈຍ​ລ້ວນ​ແຕ່​ຫຍຸ້ງ​ນຳ​ການ​ປະ​ຊຸມ​ໝົດ​ເຊິ່ງ​ໜຶ່ງ​ໃນ​ຫົວ​ຂໍ້: ຈະ​ສິ້ນ​ສຸດ​ການ​ປິດ​ລັດ​ຈໍ​ເກຍ​ໃນ​ເວ​ລາ​ໃດ​ແລະ​ຟື້ນ​ຟູ​ເສດ​ຖະ​ກິດ​ຄືນ​ໃໝ່. ແຕ່​ລັດ​ຈໍ​ເກຍ​ບໍ່​ໄດ້​ເຖິງ​ມາດ​ຖານ​ຂອງ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຄືນ​ໃໝ່​ທີ່​ລັດ​ຖະ​ບານ ໂດ​ໂນ ທ​ຣຳ ວາງ​ໄວ້,ເຖິງວ່າ​ມາດ​ຕະ​ຖານ​ເຫຼົ່າ​ນີ້​ຖືກ​ເຫັນ​ວ່າ​ມີ​ການ​ຜ່ອນ​ຄາຍ​ເກີນ​ໄປ​ຢູ່​ແລ້ວກໍ​ຕາມ.

ສື່ມວນ​ຊົນ​ອາ​ເມ​ຣິ​ກາສະ​ຫຼຸບ: ຄວາມ​ຜິດ​ພາດ​ຂອງ​ອາ​ເມ​ຣິ​ກາ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ມີ​ຫຍັງ​ແດ່?_fororder_微信图片_20200807170227

ຄວາມ​ຜິດ​ພາດ​ທີຫ້າ: ການ​ເປີດ​ເຜີຍ​ຂໍ້​ມູນ​ຂ່າວ​ສານ​ທີ່​ສັບ​ສົນ

ອາ​ເມ​ຣິ​ກາ​ຍັງ​ມີ​ສິ່ງ​ທີ່​ແຕກ​ຕ່າງ​ກັນ​ກັບ​ປະ​ເທ​ດ​ອື່ນໆ​ໃນ​ໂລກ: ຜູ້​ນຳ​ທາງ​ການ​ເມືອງ​ໄດ້​ເປີດ​ເຜີຍ​ຂໍ້​ມູນ​ຂ່າ​ວ​ສານ​ທີ່​ສັບ​ສົນ. ຂໍ້​ມູນ​ເຫຼົ່າ​ນີ້​ໄດ້​ໂຄ​ສະ​ນາ​ຜ່ານ​ທາງ​ໂທ​ລະ​ພາບ​ແລະ​ເວັບ​ໄຊ​ບາງ​ແຫ່ງ​ຂອງ​ອາ​ເມ​ຣິ​ກາ, ເວົ້າ​ສຳ​ລັບ​ຜູ້​ຕິດ​ຕາມຂ່າວ​ກ່ຽວ​ກັບ​ເລື່ອງ​ເຫຼົ່​າ​ນີ້​ແລ້ວ, ຍາກ​ທີ່​ຈະ​ຮູ້​​ວ່າຈະ​ຮັບ​ມື​ກັບ​ພະ​ຍາດ​ໂຄວິດ-19 ​ໄດ້ແນວ​ໃດ.

ສື່ມວນ​ຊົນ​ອາ​ເມ​ຣິ​ກາສະ​ຫຼຸບ: ຄວາມ​ຜິດ​ພາດ​ຂອງ​ອາ​ເມ​ຣິ​ກາ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ມີ​ຫຍັງ​ແດ່?_fororder_微信图片_20200807170233

 

ຄຳ​ເຫັນ

0