何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ: ທ່ານ​ສີ​ຈິ້ນ​ຜິງ​ຢູ່​ນະ​ຄອນ​ເຊ້ຍ​ເມີນ 5

2020-08-09 17:09:49 CRI

ສີ​ແສງ​ແຫ່ງ​ຍຸກ: ທ່ານ​ສີ​ຈິ້ນ​ຜິງ​ຢູ່​ນະ​ຄອນ​ເຊ້ຍ​ເມີນ 5

ຢູ່​ເຊ້ຍ​ເມີນ​ມີ​ໜອງ​ຢຸນ​ຕ່າງ​ທີ່​ເປັນ​ໜອງ​ທຳ​ມະ​ຊາດ​ທີ່​ຕິດ​ກັບ​ທະ​ເລ, ​​ສະ​ນັ້ນນ້ຳ​ທະ​ເລ​ຈຶ່ງ​ສາ​ມາດ​ໄຫຼ​ເຂົ້າ​ສູ່​ພາຍ​ໃນ​ຕົວ​ເມືອງ​ໄດ້. ໃນ​ຊຸມ​ປີ 1970, ໄດ້​​ສ້າງ​ເຂື່ອນ​ກັ້ນ​ທະ​ເລ​ເພື່ອ​ສ້າງ​ທົ່ງ​ນາ, ຈົນ​ເຮັດ​ໃຫ້​ໜອງ​ຢຸນ​ຕ່າງ​ກາຍ​ເປັນ​ທະ​ເລ​ສາບ​ທີ່​ຖືກ​ປິດ​ກັ້ນ​ໄວ້, ເມື່ອ​ຮອດ​ຊຸມ​ປີ 1980, ນະ​ຄອນ​ເຊ້ຍ​ເມີນ​ໄດ້​ດຳ​ເນີນ​ການ​ສ້າງເຂດ​ພິ​ເສດ, ນ້ຳ​ເສດ​ເຫຼືອ​ຈາກ​ອຸດ​ສາ​ຫະ​ກຳ ແລະ ນ້ຳ​ເປື້ອນ​ຈາກ​​ຕົວ​ເມືອງ​ ຖືກ​ລະ​ບາຍ​ລົງ​ສູ່​ໜອງ​ຢຸນ​ຕ່າງ, ເຮັດ​ໃຫ້​ນ້ຳ​​ໜອງ​ເປື້ອນ​ເໝັນ, ຈົນ​ເຮັດໃຫ້​ປາ ກຸ້ງ ແລະ ນົກ​ຍາງ​ຫາຍ​ໄປ​ຈາກ​ໜອງ​ໝົດເລີຍ.

 

“ຍາມ​ໃດ​ເນາະໜອງ​ຢຸນ​ຕ່າງ​ຈະ​ບໍ່​ເປື້ອນ ແລະ ບໍ່​ສົ່ງ​ກິ່ນ​ເໝັນ​ອີກ?” ປະ​ຊາ​ຊົນ​ມີ​​ສຽງ​ຮຽກ​ຮ້ອງ​ຢ່າງ​ແຮງ​ກ້າ​ຕໍ່​ການ​ປັບ​ປຸງ​ໜອງ​ຢຸນ​ຕ່າງ, ທ່ານ​ສີ​ຈິ້ນ​ຜິງ​ກໍ​ມີ​ຄວາມ​ຮູ້​ສຶກ​ແບບ​ນັ້​ນ​ຄື​ກັນ.

ສີ​ແສງ​ແຫ່ງ​ຍຸກ: ທ່ານ​ສີ​ຈິ້ນ​ຜິງ​ຢູ່​ນະ​ຄອນ​ເຊ້ຍ​ເມີນ 5_fororder_timg (4)

ວັນ​ທີ 30 ມີ​ນາ ປີ 1988, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ກ່ຽວ​ກັບ​ການປົວ​ແປງ​ໜອງ​ຢຸນ​ຕ່າງ​ແບບ​ສັງ​ລວມ.​ເຊິ່ງໄດ້​ຜ່ານ​ມະ​ຕິ​ກ່ຽວ​ກັບ​ການ​ປົວ​ປ​ແປງ, ທັງ​ໄດ້​ວາງ​ແຜນ​ການ​ປົວ​ແປງ​ຢ່າງ​ຄົບ​ຊຸດ. ແຕ່​ກໍ​ໄດ້​ພົບ​ກັບ​ບັນ​ຫາ​ຫຍຸ້ງ​ຍາກ​ຂໍ້​ໜຶ່ງ, ຄື, ທຸກ​ປີ​ຕ້ອງ​ໃຊ້​ງົບ​ປະ​ມານ 10 ລ້ານຢວນ​ໃນ​ການ​ອະ​ນາ​ໄມ​ນ້ຳ​ໜອງ, ເຊິ່ງກວມເກືອບ 10% ​ຂອງ​ງົບ​ປະ​ມານ​ລາຍ​ຈ່າຍ​ດ້ານ​ພື້ນ​ຖານ​ໂຄ​ງ​ລ່າງ​ຂອງ​ທົ່ວ​ນະ​ຄອນ​ເຊ້ຍ​ເມີນ. ​ແຕ່ໃນ​ຕອນ ​ນັ້ນ, 10 ລ້ານຢວນ​ແມ່ນ​ຕົວ​ເລກ​ມະ​ຫາ​ສານ, ເງິນ​ກ້ອນ​ນີ້​ເອົາ​ອອກ​ໄປ​ນຳ​ໃຊ້ຫຼື​ບໍ່ ແລະ ຄວນ​ນຳ​ໃຊ້​ແບບ​ໃດ? ທາງ​ອົງ​ການ​ປົກ​ຄອງ​ນະ​ຄອນ​ເຊ້ຍ​ເມີນ​ຮູ້​ສຶກ​ລຳ​ບາກ​ໃນ​ທີ່​ສຸດ, ໃນ​ເວ​ລາ​ປຶກ​ສາ​ຫາ​ລື​ກໍ​ມີ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນຫຼາຍ. ​ແຕ່​ທ່ານ​ສີ​ຈິ້ນ​ຜິ​ງທີ່​ເປັນ​ຮອງ​ເຈົ້າ​ຄອງ​ຜູ້​ປະຈຳການ​ທີ່​ຮັບຜິດຊອບ​​ດ້ານການ​ເງິນ ​ໄດ້​ສະໜັບສະໜູນ​ວຽກ​ງານ​ນີ້​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ​ສຸ​ດ​ທ້າຍ​ເຈົ້າ​ໜ້າ​ທີ່​ການ​ນຳ​ຫຼາຍ​ທ່ານ​​ໄດ້​ມີຄວາມ​ເຫັນ​ເປັນ​ເອກະ​ພາບ​ກັນ​, ​ທ່ານ​ສີ​ຈິ້ນ​ຜິ​ງ​ຈຶ່ງ​ໄດ້​ອະນຸມັດ​ເບີກ​ຈ່າຍ​ເງິນ​ກ້ອນ​ນີ້.

 

ທ່ານ​ຫວາງ​ຈີ່ນສຸຍ ຫົວໜ້າ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ນະຄອນ​ເຊ້ຍ​ເມີນ​ໃນ​ເວລາ​ນັ້ນ​ໄດ້ຫວນ​ຄືນ​ວ່າ: “​ໃນ 3 ປີ​ລຽນ​ຕິດ, ​ໄດ້ຂຶ້ນ​ງົບປະມານ​ທັງ​ໝົດ 30 ລ້ານ​ຢວນ, ​ໃນ​ທີ່​ສຸດພວກ​ເຮົາ​ໄດ້​ປັບປຸງ​ໜອງ​ຢຸນຕ່າງ​ໃຫ້​​ໄດ້. ​ເລື່ອງ​ນີ້​ແມ່ນ​ສະຫາຍ​ສີ​ຈິ້ນ​ຜິ​ງ​ໄດ້ປະຕິບັດຮ່ວມ​ກັນກັບ​ພວກ​ເຮົາ, ພວກ​ເຮົາ​ໄດ້​ຮັບ​ບົດຮຽນ​ຈາກ​ເລື່ອງ​ນີ້​ຄື, ບໍ່​ຄວນພັດທະນາ​ການ​ຜະລິດ​ທີ່​ແລກ​ດ້ວຍ​ການ​ທຳ​ລາຍ​ສິ່ງ​ແວດ​ລ້ອມ.”

 

ຢູ່​ທິດ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ນະຄອນ​​ເຊ້ຍ​ເມີນ, ມີ​ເກາະດອນ​ແຫ່ງ​ໜຶ່ງ​ທີ່ຢູ່​ໃກ້​ກັບ​ນະຄອນ​ເຊ້ຍ​ເມີນ​ໂດຍ​ມີ​ທະ​ເລ​ຂັ້ນ​ໄວ້ ຊື່ວ່າ ​ເກາະ​ກູ​ລ້າງ​ອີ, ມີ​ເນື້ອ​ທີ່​ປະມານ 1,88 ກິ​ໂລ​ຕາ​ແມັດ. ​ໃນ​ປະຫວັດສາດ​ສະ​ໄໝ​ໃໝ່ຂອງ​ຈີນ, ​ເກາະດອນ​ແຫ່ງ​ນີ້​ເຄີຍ​​ແມ່ນ​ແດນ​ສະຫວັນ​ແຫ່ງ​ໜຶ່ງ​ທີ່ຫຼາຍ​ຄົນ​ມຸ່ງ​ຫວັງ​ຢາກ​ໄປ​ສຳ​ຜັດ​. ​ເມື່ອ 100 ກວ່າ​ປີ​ກ່ອນ, ຄຸນ​ພໍ່​ຈອນ ​ແມັກ​ໂກ​ວັນ​ຂອງ​ອັງກິດ​ໄດ້ເດີນທາງ​ໄປ​ຮອດ​ເກາະ​ກູ​ລ້າງ​ອີ​ເປັນ​ຄັ້ງ​ທຳ​ອິດ, ​ທ່ານ​ໄດ້​ບັນທຶກ​​ໄວ້​ວ່າ : “ຮ່ອມ​ພູ ທົ່ງພຽງ, ຫາດ​ຊາຍ ​ແລະ​ໜ້າ​ຜາ​ສູງ​​ຊັນ, ຍັງ​ມີ​ແຫຼມ​ທະ​ເລ​ເດ່​ອອກ​ມາ, ທິວ​ທັດ​ສວຍ​ສົດ​ງົດ​ງາມ​ເຮັດ​ໃຫ້​ເກາະ​​ດອນ​ແຫ່ງ​ນີ້​ກາຍ​ເປັນ​ໜຶ່ງ​ໃນ​ເກາະດອນ​ງາມ​ທີ່​ສຸດ​ຢູ່​ເຂດ​​ແຄມ​ທະ​ເລ​ຂອງ​ຈີນ.”

 

ກາງ​ສະຕະວັດ​ທີ 19, ຫຼັງ​ຈາກ​ນະຄອນ​ເຊ້ຍ​ເມີນ​ກາຍ​ເປັນ​ດ່ານໜ້າ​ໃນ​ການ​ເປີດ​ການ​ຄ້າ​​ຂາຍກັບ​ຕ່າງປະ​ເທດ​ແລ້ວ, ປະຊາຊົນ​ທ້ອງ​ຖິ່ນ, ຈີນ​ຕ່າງ​ດ້າວ​ທີ່​ກັບ​ຄືນ​ປະ​ເທດ​ຊາດ, ​ແລະ ພົນລະ​ເມືອງ​ຕ່າງປະ​ເທດ​ກໍ​ໄດ້​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່​ແຫ່ງ​ນີ້, ​ໄດ້​ສ້າງ​ສິ່ງ​ກໍ່ສ້າງ​ທີ່​ມີ​ສີສັນ​ຢ່າງ​ຫຼາກ​ຫຼາຍ, ສິລະ​ປະ ວັນນະຄະດີ ​ແລະ​ການ​ສຶກສາມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ໄດ້​ໄລຍະ​ໜຶ່ງ.

ສີ​ແສງ​ແຫ່ງ​ຍຸກ: ທ່ານ​ສີ​ຈິ້ນ​ຜິງ​ຢູ່​ນະ​ຄອນ​ເຊ້ຍ​ເມີນ 5_fororder_timg (3)

​ແຕ່​ວ່າ ​ເມື່ອ​ຊຸມ​ປີ 1980, ​ໃນ​ເວລາ​ທີ່​ທ່ານ​ສີ​ຈິ້ນ​ຜິ​ງ​ໄປ​ຮອດ​ແຫ່ງ​ນີ້, ສະພາບການ​ຂອງ​ເກາະ​ກູ​ລ້າງ​ອີ​ເຮັດ​ໃຫ້​ຜູ້​ພົບ​ເຫັນ​ແລ້ວ​ມີ​ຄວາມຮູ້​ສຶກ​ເປັນ​ຫ່ວງ​ທີ່​ສຸດ. ​ໃນ​ເວລາ​ນັ້ນ​ພໍດີ​ແມ່ນ​ໄລຍະ​ເບື້ອງ​ຕົ້ນ​ຂອງ​ການ​ປະ​ຕິ​ຮູບ ​ແລະ ​ເປີດ​ປະຕູ​ສູ່​ພາຍ​ນອກ, ​ໃນ​ກະ​ແສຂອງ​ການ​ພັດທະນາ​ເສດຖະກິດ​ຢ່າງ​ຄຶກຄື້ນ​ນັ້ນ, ຫຼາຍ​ຄົນ​ໄດ້​ເບິ່ງ​ຂ້າມ​ຄວາມ​ສຳຄັນ​ຂອງ​ເກາະ​ກູ​ລ້າງ​ອີ, ​ເຮືອນ​ວິນ​ລາ​ຫຼາຍຫຼັງ​ຕົກ​ເປັນ​ເຮືອນ​ເກົ່າ​ທີ່​ບໍ່​ໄດ້​ຮັບ​ການ​ປັບ​ປຸງ​ສ້ອມ​ແປງ, ຊາວ​ປະມົງ​ບາງ​ຄົນ​ຍັງ​ໄດ້​ມ້າງ​ເຮືອນ​ວິນ​ລາ​ເກົ່າ​ເພື່ອ​ເອົາ​ດິນ​ຈີ່​ໄປ​​ເຮັດ​ເຕົາ, ​ຕັດ​ຕົ້ນ​​ໄມ້​ທີ່​ມີຄ່າ​​ເອົາ​ໄປ​ເປັນ​ຟືນ.

 

​ກົງ​ກັນ​ຂ້າມ​ທ່ານສີ​ຈິ້ນ​ຜິ​ງ​ໄດ້ຖື​ເອົາ​ເກາະ​ດອນ​ນ້ອຍ​ແຫ່ງ​ນີ້​ເປັນ “ມິ່ງ​ຂວັນ​ຂອງຊາດ”. ທ່ານ​ເຄີຍ​ກ່າວ​ວ່າ: “ຢູ່​ໃນ​ການ​ສ້າງສາ​ຕົວ​ເມືອງ ​ແລະ ​ແຫຼ່ງທ່ອງ​ທ່ຽວ​ຂອງ​ປະ​ເທດ​ເຮົາ, ບ່ອນ​ທີ່​ສາມາດ​ເຊື່ອມ​ໂຍງ​ກັບ​ທິວ​ທັດ​ທຳ​ມະ​ຊາດ ​ແລະ ທິວ​ທັດ​​ດ້ານວັດທະນະທຳ​ໄດ້​ຢ່າງ​ກົມກຽວ​ກັນ​ນັ້ນ​ມີ​ຢູ່​ບໍ່​ຫຼາຍ, ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ​ທີ່​​ຈະ​ຕ້ອງ​ຖືເອົາ​ເກາະ​ກູ​ລ້າງ​ອີ​ເປັນ​ມິ່ງ​ຂວັນ​ຂອງ​ຊາດ, ທັງ​ຕ້ອງ​ວາງ​ແຜນການ​ເສີມ​ສ້າງ ​ແລະ ອະນຸລັກ​ຢ່າງ​ເປັນ​ເອກະ​ພາບ​ກັນ​ໃນ​ລະດັບ​ສູງ​.”

 

ທ່ານ​ຈ່າງ​ເວີຍ​ຊິ່ນ ຮອງ​ຫົວໜ້າ​ຫ້ອງການ​ຄຸ້ມ​ຄອງ​ແຫຼ່ງທ່ອງ​ທ່ຽວ​​ເກາະ​ກູ​ລ້າງ​ອີກ່າວ​ວ່າ, ປີ 1987 ​ທ່ານ​ເຄີຍ​ເຂົ້າ​ຮ່ວມ​ການ​ສ້າງ​ແຜນ​ແມ່​ບົດ​ໃນ​ການພັດທະນາ​ເຂດ​ເກາະ​ກູ​ລ້າງ​ອີ - ພູວ້ານຊື. ທ່ານ​ຫວນ​ຄືນ​ວ່າ: “ສະຫາຍ​ສີ​ຈິ້ນ​ຜິ​ງ​ໄດ້​ມາ​ຊີ້​ນຳ​ວຽກ​ງານຢູ່​ເລື້ອຍໆ, ​ບອກ​ພວກ​ເຮົາ​ວ່າ, ຕ້ອງ​ເກັບ​ກຳ​ຂໍ້​ມູນ​ພື້ນຖານ​ໃຫ້​ຄົບ​ຖ້ວນ ຮອບດ້ານ ຕິດ​ແທດ​ຕົວ​ຈິງ ​ແລະ ລະອຽດ​ຮອບ​ຄອບ. ກໍ​​ຍ້ອນ​ພາຍ​ໃຕ້​ການ​ນຳພາ​ຂອງ​ສະຫາຍ​ສີ​ຈິ້ນ​ຜິ​ງ, ໜ່ວຍ​​ງານ​ສ້າງ​ແຜນ​ແມ່​ບົດໄດ້​ໃຊ້​ເວລາ​ເກືອບ​ໜຶ່ງ​ປີ, ​ໄດ້​ເກັບ​ກຳ​ຂໍ້​ມູນ​ຢ່າງ​ລະອຽດ​ກ່ຽວ​ກັບ​ຕົ້ນ​ໄມ້​ທີ່​ມີຄ່າ ສິ່ງ​ກໍ່ສ້າງ​ທີ່​ມີ​ເອກະລັກ​ຢູ່​ແຫຼ່ງທ່ອງ​ທ່ຽວ​ຕ່າງໆ​ຂອງ​ນະຄອນ​ເຊ້ຍ​ເມີນ ​ເຊິ່ງລວມທັງ​ເກາະ​ກູ​ລ້າງ​ອີ.”

ສີ​ແສງ​ແຫ່ງ​ຍຸກ: ທ່ານ​ສີ​ຈິ້ນ​ຜິງ​ຢູ່​ນະ​ຄອນ​ເຊ້ຍ​ເມີນ 5_fororder_timg (5)

ຫໍ​ປ່າ​ກວ້າ - ຄືຕົວ​ແທນຂອງ​ສະຖາປັດຕະຍະກຳ​ສະ​ໄໝ​​ໃໝ່​ຂອງ​ນະຄອນ​ເຊ້ຍ​ເມີນ, ​ເປັນຂີດ​ໝາຍ​ທີ່​ກຳ​ປັ່ນ​ເດີນ​ທາງ​ເຂົ້າ​ອອກ​ທ່າ​ທີ່ ​ຕັ້ງ​ຢູ່​ເທິງ​ເກາະ​ກູ​ລ້າງ​ອີ. ທ່ານ​ກົງ​ເຈ ຜູ້​​ອຳ​ນວຍການ​ຫໍພິພິທະ​ພັນ​ເຊ້ຍ​ເມິ​ນ​ທັງ​ເປັນ​ຜູ້ທີ່​ຮັບຜິ​ດຊອບ​​ໃນການ​ປະຕິສັງຂອນ​ສິ່ງ​ກໍ່ສ້າງ​​ທີ່​ມີລັກສະນະ​ເປັນ​ສັນ​ຍະ​ລັກ​ຢູ່​​ເທິງ​ເກາະ​ກູ​ລ້າງ​ອີ​ໃນ​ເວລາ​ນັ້ນ, ທ່ານ​ຍັງ​ຈື່​ຈຳ​ເລື່ອງນີ້ມາ​ໂດຍ​ຕະຫຼອດ.

ຫໍ​ປ່າ​ກວ້າທີ່​ສ້າງ​ຂຶ້ນ​ໃນ​ປີ 1907, ມີ​ເນື້ອ​ທີ່​​ກໍ່ສ້າງ​ທັງ​ໝົດ 3710 ຕາ​ແມັດ, ສູງ 25,7 ​ແມັດ. ປີ 1983, ຄະນະ​ພັກ​ ​ແລະ​ອົງການ​ປົກຄອງນະຄອນ​ເຊ້ຍ​ເມີນ​ໄດ້​ຕົກລົງ​ສ້າງ​ຫໍພິພິທະ​ພັນ​ຢູ່​ແຫ່ງ​ນີ້, ​ແຕ່​ຫໍ​ປ່າ​ກວ້າບໍ່​ໄດ້​ຮັບ​ການ​ປະຕິສັງຂອນ​ມາ​ເປັນ​ເວລາ​ດົນ​ນານ​ແລ້ວ, ທ່ານ​ກົງ​ເຈ​ຈຶ່ງ​ໝົດ​ວິ​ທີ​ທາງ​ໃນ​ການ​ລະດົມ​ທຶນ​ເພື່ອ​ປະຕິສັງຂອນ.

 

​ໃນ​ມື້ໜຶ່ງ​ຂອງ​ປີ 1986, ຫຼັງ​ຈາກທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ປະກອບ​ຄຳ​ເຫັນ​ໃນ​ກອງ​ປະຊຸມ​ຄັ້ງ​ໜຶ່ງ​ທີ່​ຈັດ​ຂຶ້ນ​ຢູ່​ເກາະ​ກູ​ລ້າງ​ອີ​ແລ້ວ​​ກຳ​ລັງຍ່າງ​ອອກ​ຈາກ​ຫໍ​ປະຊຸມ, ທ່ານ​ກົງ​ເຈ​ໄດ້​ດຶງ​ທ່ານ​ສີ​ຈິ້ນ​ຜິ​ງ​ໄວ້ ​ແລະ​ເວົ້າ​ວ່າ : “ສະຫາຍ​ຮອງ​ເຈົ້າ​ຄອງ, ​ເຊີນ​ທ່ານ​ໄປ​ທ່ຽວ​ຊົມ​ຫໍ​ປ່າ​ກວ້າ.”  ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ຕອບ​ທັນ​ທີ​ເລີຍ​ວ່າ“​ໄດ້”. ​ເມື່ອຍ່າງ​ທ່ຽວ​​ເລາະ​ເບິ່ງ​ໄດ້ຮອບ​ໜຶ່ງ​ທົ່ວ​ເດີ່ນ​ແລ້ວ, ທ່ານ​ກົງ​ເຈ​ເວົ້າ​ຕໍ່​ວ່າ “​ເຊີນຂຶ້ນ​ໄປ​ເບິ່ງ​ຢູ່​​ຊັ້ນ​ເທິງ​ອີກ.” ທ່ານ​ສີ​ຈິ້ນ​ຜິ​ງຕອບ​ທັນທີ​ວ່າ : “ຂ້າພະ​ເຈົ້າ​ຮູ້​ຈຸດປະສົງ​ຂອງ​ທ່ານ​ແລ້ວ.” ທ່ານ​ສີ​ຈິ້ນ​ຜິງ​​ເຂົ້າ​ໄປ​ໃນ​ຫໍປ່າ​ກວ້າ, ​ແລະ​ຍ່າງ​ຂຶ້ນ​ຂັັ້ນ​ໄດ, ​ເມື່ອ​ຍ່າງ​​ຂຶ້ນ​ໄປ​ໃນ​ແຕ່​ລະ​ບາດກ້າວ ​ແປ້ນ​​ຂັ້ນ​ໄດໄມ້​ທີ່​ເກົ່າ​ແກ່​ກໍ​ມີ​ສຽງ​​ດັງ​ໂຄບ​ເຄບ, ນໍ້າ​ທີ່​ຮົ່ວ​ຈາກຫຼັງຄາ​ມາ​ເປັນ​ເວລາ​ດົນ​ນານ​ໄດ້​ສ້າງ​ຮອຍ​ໂໝກສີ​ເຫຼືອ​ງ​ໄວ້​ຕາມ​ສິ່ງ​ກໍ່​ສ້າງ​ຢ່າງ​ຫຼວງຫຼາຍ. ​ເມື່ອ​ເດັກ​ນ້ອຍ​ແລ່ນ​ຜ່ານ, ​ແປ້ນ​ຂັ້ນ​ໄດ​ໄມ້​ກໍ​ສັ່ນ​ສະ​ເທືອ​ນ​ໄວ້.

 

ທ່ານ​ສີ​ຈິ້ນ​ຜິ​ງທັງ​ຍ່າງ​ທັງ​ຖາມ​ວ່າ: “ຍັງ​ຂາດ​ງົບປະມານ​ຫຼາຍ​ເທົ່າ​ໃດ?”

ທ່ານ​ກົງ​ເຈ​ຕອບ​ວ່າ: “ຍັງ​ຂາດ 3 ​ແສນ​ຢວນ.”

ທ່ານ​ສີ​ຈິ້ນ​ຜິ​ງ​ເວົ້າ​ວ່າ: “ມື້​ອື່ນ​ມາ​ເອົາ​ໂລດ.”

​ປະຈຸ​ບັນ​ເມື່ອ​ເວົ້າ​ເຖິງ​ເລື່ອງ​ນີ້, ທ່ານ​ກົງ​ເຈ​ຍັງ​ຮູ້ສຶກ​ຕື່ນ​ເຕັ້ນ​ດີ​ໃຈ​ຢູ່​ຕະຫຼອດ, ທ່ານ​ໄດ້​ຕັດ​ສິນ​ໃຈ​ໃນ​ທັນທີ, ຂ້າ​ພະ​ເຈົ້າ​ຈະ​ບໍ່​ມີ​ວັນ​ລືມ​ວ່າ, ​ໃນ​ເວລາ​ທີ່ພົບ​ພໍ້​ຄວາມ​ຫຍຸ້ງຍາກ​ລຳບາກ​ທີ່​ສຸດ, ທ່ານ​ໄດ້​ເບີກ​ງົບປະມານ 3 ​ແສນ​ຢວນນີ້, ​ໄດ້​ຫັນປ່ຽນ​ຊາຕາກຳ​ຂອງ​ສະ​ຖາ​ປັດຕະຍະ​ກຳ​ບູຮານ​ແຫ່ງ​ນີ້.”

 

     ຫຼັງ​ຈາກ​ປະຕິສັງຂອນ​ແລ້ວ, ຫໍ​ປ່າ​ກວ້າ​ໄດ້​ກາຍ​ເປັນ​ຫໍພິພິທະ​ພັນໂອ​ແກນ​ບູ​ຮານພຽງ​ແຫ່ງ​ດຽວ​ພາຍ​ໃນ​ປະ​ເທດ ​ແລະ ຂະໜາດ​ໃຫຍ່​ທີ່​ສຸດ​ໃນ​ໂລກ. ຍ້ອນ​ວ່າ​​ຍັງ​ສາ​ມາດໄດ້​ຮັກສາ​ສະພາບ​ດັ້ງ​ເດີມ​ໃນ​ອະດີດ, ຫໍ​ປ່າ​ກວ້າ ​ແລະ ສິ່ງ​ກໍ່ສ້າງ​ເກົ່າ​ແກ່​ອີກ 52 ຫຼັງ, ​ໄດ້​ກາຍ​ເປັນ​​ແຫຼ່ງ​ມໍລະດົກ​ດ້ານ​ວັດທະນະທຳ​ອັນ​ສຳ​ຄັນ​ທີ່​ສຸດ​ຂອງ​ເກາະ​ກູ​ລ້າງ​ອີ.

 

ປີ 2017, ​ເກາະ​ກູ​ລ້າງ​ອີ​ໄດ້​ຮ້ອງ​ຂໍເຂົ້າ​ເປັນ​ມໍລະດົກ​ໂລກ​ຢ່າງ​ສຳ​ເລັດ​ຜົນ, ທ່ານ​ສີ​ຈິ້ນ​ຜິ​ງທີ່ີ​ໄດ້​ເປັນ​ຜູ້ນຳ​ສູງ​ສຸດ​ຂອງ​ພັກ ​ແລະ ລັດຖະບານ​ຈີນ​ໄດ້​ໃຫ້​ທິຊີ້​ນຳ​ທີ່​ສຳຄັນ​ວ່າ: “ຕ້ອງ​ຮັກສາ​ມໍລະດົກ​ວັດທະນະທຳ​ຂອງ​ບັນພະບຸລຸດ​ໃຫ້​ດີ, ສືບ​ທອດ​ວັດທະນະທຳ​ປະຫວັດສາດ​ຕໍ່​ໆໄປ​ໃຫ້​ດີກ​ວ່າ​ເກົ່າ.”

 

ຄຳ​ເຫັນ

0