ວັນທີ 9 ສິງຫານີ້, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຢູ່ອາເມຣິກາມີເຖິງ 5.036.387 ຄົນ, ມີຜູ້ເສຍຊີວິດຍ້ອນພະຍາດມີເຖິງ 162.851 ຄົນ. ຈາກຜູ້ເປັນພະຍາດ 4 ລ້ານຄົນເພີ່ມຂຶ້ນເປັນ 5 ລ້ານຄົນ,ໃຊ້ເວລາພຽງແຕ່ 17 ວັນເທົ່ານັ້ນ. ຈຳນວນປະຊາກອນຂອງອາເມຣິກາກວມພຽງແຕ່ 4% ຂອງໂລກ, ແຕ່ໄດ້ກວມປະມານ 25% ຂອງຈຳນວນຜູ້ເປັນພະຍາດຂອງໂລກ ແລະ 22,4% ຂອງຈຳນວນຜູ້ເສຍຊີວິດຂອງໂລກ.
ໃນຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ທີ່ມີຫຼາຍກວ່າ 5 ລ້ານຄົນຢູ່ອາເມຣິກາ, ມີຫຼາຍກວ່າ 3,38 ແສນຄົນເປັນເດັກນ້ອຍ. ສະມາຄົມແພດເດັກນ້ອຍຂອງອາເມຣິກາຊີ້ໃຫ້ເຫັນວ່າ: ໃນທ້າຍເຄິ່ງເດືອນກໍລະກົດຜ່ານມາ, ຢູ່ອາເມຣິກາໄດ້ມີເດັກນ້ອຍເກືອບ 1 ແສນຄົນຖືກບົ່ງມະຕິເປັນພະຍາດໂຄວິດ-19, ໃນເດືອນກໍລະກົດປີນີ້ໄດ້ມີເດັກນ້ອຍຫຼາຍກວ່າ 25 ຄົນເສຍຊີວິດຍ້ອນເປັນພະຍາດໂຄວິດ-19. ແຕ່ວ່າ, ເມື່ອປະເຊີນໜ້າກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ໜັກໜ່ວງແນວນີ້, ທ່ານ ໂດໂນ ທຣຳ ຍັງໄດ້ອອກຄຳສັ່ງໃຫ້ໂຮງຮຽນຂອງອາເມຣິກາຟື້ນຟູການຮຽນການສອນໂດຍໄວ, ທ່ານເປັນປະທານາທິບໍດີແຕ່ພັດບໍ່ໃຫ້ຄວາມສຳຄັນຕໍ່ຄວາມປອດໄພດ້ານຊີວິດຂອງປະຊາຊົນ,ເຊື່ອວ່າລັກສະນະແບບນີ້ຈະບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງອາເມຣິກາ.
ຄຳຂວັນໃນການຫາສຽງເລືອກຕັ້ງຂອງທ່ານ ໂດໂນ ທຣຳ ໃນໄລຍະຜ່ານມາແມ່ນເຮັດໃຫ້ອາເມຣິກາຍິ່ງໃຫຍ່ຄືເກົ່າ, ແຕ່ທີ່ຈິງແລ້ວ, ທ່ານ ໂດໂນ ທຣຳ ພັດໄດ້ກະທຳຕາມຄຳຂວັນທີ່ວ່າເຮັດໃຫ້ເຊື້ອໄວຣັສຢູ່ອາເມຣິກາຫຼາຍກວ່າເກົ່າ!
ຄຳເຫັນ
0