ວັນທີ 5 ສິງຫານີ້ຕາມເວລາທ້ອງຖິ່ນ, ທ່ານ ໄມ ພົມເພວ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາກ່າວວ່າ: ອາເມຣິກາຈະວາງແຜນການ ເພື່ອ“ການອະນາໄມທາງອິນເຕີເນັດ”, ຢຸດຕິການນຳໃຊ້ແອັບຫຼາຍອັນຂອງຈີນ, ຈຳກັດແອັບແລະການບໍລິການຄລາວຂອງຈີນ, ເພື່ອຮັບປະກັນຄວາມປອດໄພດ້ານຕົວເລກຂໍ້ມູນຂອງອາເມຣິກາ.
ວິສາຫະກິດຈີນທີ່ຖືກຂວ້ຳບາດແຕ່ຝ່າຍດຽວຈາກອາເມຣິກາເຫຼົ່ານີ້, ມີເຕັກໂນໂລຊີແລະຜະລິດຕະພັນທີ່ປອດໄພທັງໝົດ, ບໍ່ເຄີຍໄດ້ເກີດເຫດການກ່ຽວກັບຄວາມປອດໄພທາງອິນເຕີເນັດທີ່ຄ້າຍຄືກັນກັບ “ເຫດການແອັດເວີດ ສະໂນເດັນ” ແລະ “ເຫດການວິກິລິກສ໌” ຈັກເທື່ອ, ທັງບໍ່ເຄີຍໄດ້ເກີດມີການກະທຳທີ່ຕິດຕາມດັກຟັງທາງອິນເຕີເນັດທີ່ຄ້າຍຄືກັນກັບ“ເຫດການປຣີຊຶມຫຼື Prism” “ເຫດການອີເກເຊິນ ກຣຸບ ຫຼື Equation Group” ແລະ “ເຄືອຂ່າຍເກັບກຳແລະວິເຄາະຂ່າວລັບຫຼື Echelon”ຈັກເທື່ອ. ເຕັກໂນໂລຊີ 5G ຂອງບໍລິສັດຫົວເຫວີຍຂອງຈີນທີ່ຖືກກົດດັນແລະສະກັດກັ້ນຈາກອາເມຣິການັ້ນ, ກໍໄດ້ຮັບການຢັ້ງຢືນຈາກພາກສ່ວນຮັກສາຄວາມປອດໄພຂອງຫຼາຍປະເທດວ່າມີຄວາມປອດໄພແລະໜ້າໄວ້ໃຈໄດ້.
ອາເມຣິກາທີ່ມີການກະທຳເປືອນເປິຫຼາຍຄັ້ງປານນີ້ຍັງມີໜ້າມາເວົ້າເລື່ອງກ່ຽວກັບ “ການອະນາໄມທາງອິນເຕີເນັດ” ຈັ່ງແມ່ນຕະຫຼົກອີ່ຫຼີ. ຈຸດປະສົງທີ່ແທ້ຈິງຂອງເຂົາແມ່ນເພື່ອປົກປັກຮັກຖານະການຜູກຂາດດ້ານວິທະຍາສາດເຕັກນິກທີ່ກ້າວໜ້າທັນສະໄໝຂອງປະເທດຕົນ ເຊິ່ງເປັນການລະເມີດສຸດຂີດຕໍ່ຫຼັກການຕະຫຼາດແລະກະຕິກາດ້ານເສດຖະກິດການຄ້າຂອງສາກົນ, ເປັນໄພຂົ່ມຂູ່ຕໍ່ຄວາມປອດໄພຂອງຕ່ອງໂສ້ການສະໜອງແລະຕ່ອງໂສ້ອຸດສາຫະກຳຂອງໂລກຢ່າງໜັກໜ່ວງ, ເປັນການກະທຳຂອງລັດທິເຈົ້າອຳນາດທີ່ແທ້ຈິງ.
ອາເມຣິກາມີແຕ່ດັດແກ້ການກະທຳຜິດພາດຂອງຕົນ, ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດຂອງປະເທດຕ່າງໆໃນການດຳເນີນການຮ່ວມມືດ້ານເສດຖະກິດການຄ້າຢ່າງເປັນປົກກະຕິ,ຈຶ່ງຈະສາມາດສ້າງສະພາບແວດລ້ອມທາງອິນເຕີເນັດທີ່ມີເສລີ,ເປີດປະຕູແລະປອດໄພທີ່ແທ້ຈິງໃນຂອບເຂດ
ທົ່ວໂລກ.
ຄຳເຫັນ
0