蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສົ່ງ​ເສີມ​ການ​ປະ​ຢັດ​ມັດ​ທະ​ຍັດ ແລະ ​ສະ​ກັດ​ກັ້ນ​ການ​ບໍ​ລິ​ໂພກ​ທີ່​ສິ້ນ​ເປືອງ ແລະ ຟຸມ​ເຟືອຍ

2020-08-12 15:35:48 CRI

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້ໃຫ້ທິດ​ຊີ້​ນຳ​ທີ່​ສຳ​ຄັນ​ກ່ຽວ​ກັບ​ການ​ສະ​ກັດ​ກັ້ນ​ການ​ບໍ​ລິ​ໂພກ​ທີ່​ສິ້ນ​ເປືອງ ແລະ ​ຟຸມເຟືອຍ​. ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ປະ​ກົດ​ການ​ບໍ​ລິ​ໂພກ​ສິ້ນ​ເປຶອງ​ແລະຟຸມ​ເຟືອຍ​ເປັນ​ບັນ​ຫາ​ທີ່​ໜ້າ​ຕົກ​ໃຈຫຼາຍ ແລະ ​ເຈັບ​ໃຈແທ້ໆ!

ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ສູງ​ຕໍ່​ຄວາມ​ໝັ້ນ​ຄົງດ້ານທັນ​ຍາ​ຫານ, ສົ່ງ​ເສີມ​ການ​ປະ​ຢັດ​ມັດ​ທະ​ຍັດ ແລະ ​ສະ​ກັດ​ກັ້ນ​ການ​ບໍ​ລິ​ໂພກ​ທີ່​ສິ້ນ​ເປືອງ ແລະ ຟຸມ​ເຟືອຍ​ມາ​ໂດຍ​ຕະຫຼອດ, ​ທ່ານເຄີຍ​ໄດ້​ກ່າວ​​ເນັ້ນ​ມາຫຼາຍ​ເທື່ອ​ໃຫ້​ສະ​ກັດ​ກັ້ນ​ປາ​ກົດ​ການບໍ​ລິ​ໂພກ​ອາ​ຫານ​ການ​ກິນ​ແບບ​ສິ້ນ​ເປືອງ. ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ຕ້ອງ​ເພີ່ມ​ທະ​ວີ​​ໃນການ​ສ້າງ​ກົດ​ໝາຍ ແລະ ການ​ຕິດ​ຕາມ​ຄຸ້ມ​ຄອງ, ໃຊ້​ມາດ​ຕະ​ການ​ທີ່​ມີ​ປະ​ສິດ​ທິ​ຜົນ, ສ້າງ​ກົນ​ໄກ​ທີ່​ມີ​ຜົນໃນ​ໄລ​ຍະ​ຍາວ, ເດັດ​ດ່ຽວ​ສະ​ກັດ​ກັ້ນ​ການ​ບໍ​ລິ​ໂພກ​ອາ​ຫານ​ແບບ​ສິ້ນ​ເປຶອງ​ ແລະ ຟຸມ​ເຟືອຍ. ຕ້ອງ​ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ ແລະ ສຶກ​ສາ​ອົບ​ຮົມຕື່ມ​ອີກ, ​ສ້າງ​ຄວາມ​ຊິນ​ເຄີຍ​ທີ່​ຮູ້​ຈັກ​ການ​ປະ​ຢັດ​ມັດ​ທະ​ຍັດ, ສ້າງ​​ຈິດ​ສຳ​ນຶກ​ທີ່ ​ຖື​ເອົາ​ການ​ບໍ​ລິ​ໂພກ​ແບບ​ສິ້ນ​ເປືອງ ແລະ ​ຟຸມ​ເຟືອຍ​ເປັນ​ສິ່ງ​ທີ່​ໜ້າ​ອັບ​ອາຍ​ ​ ແລະ ຖື​ເອົາການ​ປະ​ຢັດ​ເປັນ​ສິ່ງ​ທີ່​ມີ​ກຽດໃນ​ທົ່ວ​ສັງ​ຄົມ.

ເຖິງວ່າ​ການ​ຜະ​ລິດ​ທັນ​ຍາ​ຫານ​ຂອງ​ຈີນ​ໄດ້​ມີ​ຜົນ​ເກັບ​ກ່ຽວ​ທີ່​ອຸ​ດົມ​ສົມ​ບູນ​ຢູ່​ທຸກ​ປີ​ກໍ​ຕາມ, ແຕ່​ພວກ​ເຮົາ​ຍັງ​ຕ້ອງ​ມີ​ສະ​ຕິ​ຕໍ່​ຄວາມ​ປອດ​ໄພ​ດ້ານ​ທັນ​ຍາ​ຫານ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຜົນ​ກ​ະ​ທົບ​ຂອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ຂອບ​ເຂດ​ທົ່ວ​ໂລກ​ໃນ​ປີ​ນີ້ ກໍ​ເປັນ​ສິ່ງ​ເຕືອນ​ໄພ​​ໃຫ້​ພວກ​ເຮົາ​ເຊັ່ນ​ກັນ.

ພວກ​ເຮົາ​ຕ້ອງ​ມີ​ສະ​ຕິ​ລະ​ວັງ​ຕົວ​ໂດຍ​ຕະຫຼອດ, ມີ​ແຕ່​​ໝັ່ນສຳຫຼວດ​ຕົນ​ເອງ​ເລື້ອຍໆ, ສ້າງ​ຄວາມ​ຊິນ​ເຄີຍ​ທີ່​ດີ, ປະ​ຊາ​ຊົນ​ຈີນ​ຈິ່ງ​ຈະ​ສາ​ມາດ​ມີ​ສະ​ບຽບ​ອາ​ຫານ​ທີ່ກຸ້ມ​ຕົນ​ເອງ​ໄດ້  ທັງ​ໄດ້​ປະ​ກອບ​ສ່ວນ​ອັນ​ຕັ້ງ​ໜ້າ​ຕໍ່​ການ​ຮັກ​ສາ​ຄວາມໝັ້ນ​ຄົງ​ດ້ານ​ທັນ​ຍາ​ຫານ​ຂອງ​ໂລກ.

ຄຳ​ເຫັນ

0