尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກ​ການ​ເມືອງ​ອາ​ເມ​ຣິ​ກາທີ່​ສວຍ​ໃຊ້​ບັນ​ຫາ​ໄຕ້​ຫວັນ​ນັ້ນ​ຈະ​ເປັນ​ການ​ຫາ​ເຫົາ​ໃສ່​ຫົວ​ໃນ​ທີ່​ສຸດ

2020-08-12 15:41:15 cri

ນັກ​ການ​ເມືອງ​ອາ​ເມ​ຣິ​ກາທີ່​ສວຍ​ໃຊ້​ບັນ​ຫາ​ໄຕ້​ຫວັນ​ນັ້ນ​ຈະ​ເປັນ​ການ​ຫາ​ເຫົາ​ໃສ່​ຫົວ​ໃນ​ທີ່​ສຸດ_fororder_微信图片_20200812154027

ທ່ານ ອາ​ເລັກ ອາ​ຊາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ແລະ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ຂອງອາ​ເມ​ຣິ​ກາ​ໄດ້​ເດີນ​ທາງ​ເຖິງ​ເຂດ​ໄຕ້​ຫວັນ​ຂອງ​ຈີນ​ໃນ​ວັນ​ທີ 9 ສິງ​ຫາ​ນີ້,ແລະ​ໄດ້​ພົບ​ປະ​ກັບ​ຜູ້​ນຳ​ເຂດ​ໄຕ້​ຫວັນ​ໃນ​ມື້​ທີ​ສອງ.
 

​ໃຜໆ​ກໍ​ຮູ້​ກັນ​ໝົດ​ວ່າ: ຫຼັກ​ການ​ປະ​ເທດ​ຈີນ​ດຽວ​ແມ່ນ​ພື້ນ​ຖານ​ການ​ເມືອງ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ. ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ພຽງ​ແຕ່​ສາ​ມາດ​ມີການ​ພົວ​ພັນ​​ທາງດ້ານ​ວັດ​ທະ​ນະ​ທຳ,ການ​ຄ້າ​ແລະ​ການ​ພົວ​ພັນ​ທີ່​ບໍ່​ແມ່ນ​ທາງ​ການ​ອື່ນໆ​ກັບ​ໄຕ້​ຫວັນ​​ໄດ້ເທົ່າ​ນັ້ນ​​ຕາມ​ຂອບ​ຂອງ​ຫຼັກ​ການ​ດັ່ງ​ກ່າວ. ໃນ​ຖາ​ນະ​ເປັນ​ເຈົ້​າ​ໜ້າ​ທີ່​ລະ​ດັບ​ລັດ​ຖະ​ມົນ​ຕີ​ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຂອງ​ອາ​ເມ​ຣິ​ກາ, ທ່ານ ອາ​ເລັກ ອາ​ຊາ ໄດ້​ເດີນ​ທາງ​ໄປ​ໄຕ້​ຫວັນ​ໃນ​ຂໍ້​ອ້າງ​ຄື “ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19” ໂດຍ​ມີ​ເຈດ​ຕະ​ນາ​ເພື່ອ​ປົກ​ປິດຈຸດ​ປະ​ສົງ​ທີ່​ແທ້​ຈິງ​ຂອງ​ຕົນ. ແຕ່​ສິ່ງ​​ທີ່​ໜ້າ​​ຫົວ​ຂວັນ​ກໍ​ຄື: ອາ​ເມ​ຣິ​ກາ​ໃນ​ຖາ​ນະ​ເປັນ​ປະ​ເທດ​ທີ່​ມີ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ໜັກ​ໜ່ວງ​ທີ່​ສຸດ​ໃນ​ໂລກ, ພັດ​ໄດ້​ເດີນ​ທາງໄປ​ແລກ​ປ່ຽນ​ແລະ​ຖອດ​ຖອນ​ບົດ​ຮຽນ​ດ້ານ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ນຳ​ອຳ​ນາດ​ການ​ປົກ​ຄອງ​ພັກກ້າວ​ໜ້າ​ເພື່ອ​ປະ​ຊາ​ທິ​ປະ​ໄຕ​​ຂອງ​ເຂດ​ໄຕ້​ຫວັນ, ການ​ແລກ​ປ່ຽນ​ບົດ​ຮຽນ​ລະ​ຫວ່າງ​ “ນັກ​ຮຽນ​ທີ່​ຮຽນ​ບໍ່​ເກັ່ງ” ສອງ​ຄົນ​ນີ້​ຈັ່ງ​ແມ່ນ​ເລື່ອງ​​ແປກ​ປະ​ຫຼາດ​ໃນ​ຂົງ​ເຂດ​ການ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ​ຂອງ​ໂລກ, ມີ​ແຕ່​ຕົວະ​ຕົນ​ເອງ​ໄດ້.

ນັກ​ການ​ເມືອງ​ອາ​ເມ​ຣິ​ກາທີ່​ສວຍ​ໃຊ້​ບັນ​ຫາ​ໄຕ້​ຫວັນ​ນັ້ນ​ຈະ​ເປັນ​ການ​ຫາ​ເຫົາ​ໃສ່​ຫົວ​ໃນ​ທີ່​ສຸດ_fororder_微信图片_20200812154023

ບັນ​ຫາ​ໄຕ້​ຫວັນ​ແມ່ນ​ຜົນ​ປະ​ໂຫຍດ​​ໃຈກາງ​ຂອງ​ຈີນ, ​ທັງ​ແມ່ນ​ບັນ​ຫາ​ທີ່​​ອ່ອນ​ໄຫວ​ທີ່​ສຸດ​ແລະ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ. ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​​ໄດ້ສວຍ​ໃຊ້​ບັນ​ຫາ​ໄຕ້​ຫວັນ​ມາ​ກໍ່​ເລື່ອງ​​ຂຶ້ນ​ເຊິ່ງຈະ​ເຮັດ​ໃຫ້​ຄວາມ​ຂັດ​ແຍ້ງ​ກັນ​ລະ​ຫວ່າງ​ສອງ​ປະ​ເທດ​ມີ​ຄວາມ​ຮ້າຍ​ແຮງ​ຂຶ້ນ​ຕື່ມ​ອີກ​ຢ່າງ​ແນ່​ນອນ,ແລະ​​ຈະທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​​ອາ​ເມ​ຣິ​ກາ​ເອງ​ໃນ​ທີ່​ສຸດ!

ຄຳ​ເຫັນ

0