尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຕັດ​ສິ​ນ​ລົງ​ໂທດ​ຜູ້​ກໍ່​ຄວາມ​ວຸ້ນ​ວາຍ​ຢູ່​ຮົງ​ກົງ​ເຮັດ​ໃຫ້​ອາ​ເມ​ຣິ​ກາ​​ໂມໂຫ​ໂທ​ໂສ

2020-08-14 15:59:57 cri

ການ​ຕັດ​ສິ​ນ​ລົງ​ໂທດ​ຜູ້​ກໍ່​ຄວາມ​ວຸ້ນ​ວາຍ​ຢູ່​ຮົງ​ກົງ​ເຮັດ​ໃຫ້​ອາ​ເມ​ຣິ​ກາ​​ໂມໂຫ​ໂທ​ໂສ_fororder_9213b07eca806538e591fb1b6fdcbc43ad34824c

ວັນ​ທີ 10 ສິງ​ຫາ​ນີ້, ທ່ານ ​ລີຈື້​ຢີ່ງ ຜູ້​ສ້າ​ງ​ຕັ້ງ​​ບໍ​ລິ​ສັດ​ເນັກ​ທ໌​ເມ​ເດຍ​ຈຳ​ກັດ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຖືກ​ສານ​ຕັດ​ສິນ​ລົງ​ໂທດ​​ຕາມ​ກົດ​ໝາຍຍ້ອນ​​ໄດ້ລະ​ເມີດ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຢູ່​ຮົງ​ກົງ. ທ່ານ ​ລີ​ຈື້​ຢີ່ງ ເຄີຍ​ໄດ້​ກ່າວ​ມາ​ເປັນ​​ເວ​ລາ​ດົນ​ນານ​ແລ້ວ​ວ່າ: “ຕໍ່​ສູ້​ເພື່ອ​ອາ​ເມ​ຣິ​ກາ”, ຫຼັງ​ຈາກ​ໄດ້ເລີ່ມ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຢູ່​ຮົງ​ກົງ​ແລ້ວ, ລາວຍັງ​ໄດ້​ກໍ່​ເຫດ​ຄື​ເກົ່າ. ລາວ​ໄດ້​ເຂົ້າ​ຮ່ວມ​ການ​ເດີນ​ຂະ​ບວນແບບ​ຜິດ​ກົດ​ໝາຍ​ເພື່ອ​ຕໍ່​ຕ້ານ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຢູ່​ຮົງ​ກົງ​ຢ່າງ​ເປີດ​ແປນ,ຍັງ​ໄດ້​ຮ້ອງ​ຂໍ​ໜີຈາກ​ຮົງ​ກົງ​ແລະ​ມີ​ເຈດ​ຕະ​ນາ​ໂຕນ​ໜີ​ຈາກ​ຮົງ​ກົງ​ມາ​​ຫຼາຍ​ເທື່ອແລ້ວ.
 

ພາຍ​ຫຼັງ​ທ່ານ ​ລີ​ຈື້​ຢີ່ງ ໄດ້​ຖືກ​ຈັບ​ມາ​ດຳ​ເນີນ​ຄະ​ດີ​ຕາມ​ກົດ​ໝາຍ​ແລ້ວ, ທ່ານ ໄມ ​ເພນ​ສ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ, ທ່ານ ໄມ ພົມ​ເພວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ, ທ່ານ ໂຣ​ເບີດ ບ​ຣຽນ ທີ່​ປຶກ​ສາ​ດ້ານ​ຄວາ​ມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ທຳ​ນຽບ​ຂາ​ວ​ແລະ​ນັກ​ການ​ເມືອງ​​ຄົນອື່ນໆ​ຂອງ​ອາ​ເມ​ຣິ​ກາ​ຕ່າງ​ກໍ​ໄດ້​ສະ​ແດງ​ທັດ​ສະ​ນະ​ຢ່າງ​ບໍ່​ມີ​ຄວາມ​ອັບ​ອາຍ​ໂດຍ​ຮຽກ​ຮ້ອງ​ໃຫ້​ຈີນ​ຍົກ​ເລີກ​​ກົດ​ໝາຍ​ວ່າ​ດ້ວຍ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຢູ່​ຮົງ​ກົງ,ແລະ​ຟື້ນ​ຟູ​ການ​ປົກ​ຄອງ​​ຂອງ​ເຂດ​ບໍ​ລິ​ຫານພິ​ເສດ​ຮົງ​ກົງ​ຕາມ​ກົດ​ໝາຍ​ເກົ່າ.
 

ເປັນ​ເວ​ລາ​ດົນ​ນານ​ມາ​ແລ້ວ, ທ່ານ ລີ​ຈື້​ຢີ່ງ ຍິນ​ດີ​ເປັນ​ຕົວ​ແທນ​ໃຫຍ່​ໃນ​​ດ້ານ​ການ​​ຕໍ່ຕ້ານ​ຈີນ​ແລະ​​ສ້າງ​ຄວາມ​ວຸ້ນ​ວາຍຢູ່​ຮົງ​ກົງ,ແລະ​ຟັງ​ຄຳ​ບົງ​ການ​ຈາກ​ອິດ​ທິກຳ​ລັງ​ຕໍ່​ຕ້ານ​ຈີນ​ແລະ​ພັກ​ກອມ​ມູ​ນິດ​ຈີນ​ຂອງ​ຝ່າຍ​ອາ​ເມ​ຣິ​ກາ, ເປັນ “ເຈົ້າ​​ທຶນ​ຢູ່​ເບື້ອງ​ຫຼັງ” ຂອງ​ຝ່າຍ​ຕໍ່​ຕ້ານ​ຢູ່​ຮົງ​ກົງ ​ສິ່ງ​ເຫຼົ່ານີ້​ເປັນ​ຄວາມ​ລັບ​ທີ່​ຖືກ​ເປີດ​ເຜີຍ​ມາ​ແຕ່​ດົນ​ແລ້ວ. ຫຼັງ​ຈາກ​ທ່ານ ລີ​ຈື້​ຢີ່ງ ໄດ້​ຖືກ​ຈັບ​ມາ​ດຳ​ເນີນ​ຄະ​ດີ​ຕາມ​ກົດ​ໝາຍ​ແລ້ວ, ປະ​ຊາ​ຊົນ​ຮົງ​ກົງ​ໄດ້​ພາ​ກັນ​ຈູດ​ໝາກ​ກະ​ໂພກແລະດື່ມ​​ເຫຼົ້າແຊັມ​​ເປນ​ເພື່ອ​ສະ​ເຫຼີມ​ສະ​ຫຼອງ. ເມື່ອນັກ​ການ​ເມືອງ​ອາ​ເມ​ຣິ​ກາ​​​ສະ​ແດງ​ອາ​ການໂມ​ໂຫ​ແບບນີ້,ແຮ່ງ​ສະ​ແດງ​ໃຫ້​ເຫັນວ່າ​ການ​ສ້າງ​ແລະ​ປັບ​ປຸງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຢູ່​ຮົງ​ກົງ​ແລະ​ກົນ​ໄກ​ປະ​ຕິ​ບັດ​​ກົດ​ໝາຍແມ່ນ​ການ​ກະ​ທຳ​ທີ່​​ເບິ່ງ​ກວ້າງມອງ​ໄກ.

ຄຳ​ເຫັນ

0