尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈົ່ງຮັກ​ສາ​ພູ​ຂຽວ​ນ້ຳ​ໃສໄວ້

2020-08-17 16:38:27 cri

ມວນ​ມະ​ນຸດ​ແລະ​ທຳ​ມະ​ຊາດ​ແມ່ນ​ປະ​ຊາ​ຄົມ​ຮ່ວມ​ຊີ​ວິດ, ມວນ​ມະ​ນຸດ​ສາ​ມາດ​ນຳ​ໃຊ້​ທຳ​ມະ​ຊາດ​ແລະ​ດັດ​ສ້າງ​ທຳ​ມະ​ຊາດ​ໄດ້, ແຕ່​ເວົ້າ​ໂດຍ​ພື້ນ​ຖານ​ແລ້ວ​​ມວນ​ມະ​ນຸດແມ່ນ​ພາກ​ສ່ວນ​ໜຶ່ງ​ຂອງ​ທຳ​ມະ​ຊາດ,ບໍ່​ສາ​ມາດຖື​ໂຕ​​ເອງຢູ່​ເໜືອກວ່າ​ທຳ​ມະ​ຊາດ. ນັບ​ແຕ່​ການ​ປະ​ຕິ​ຮູບ​ດ້ານ​ອຸດ​ສາ​ຫະ​ກຳ​ເປັນ​ຕົ້ນ​ມາ, ​ເຖິງວ່າຂະ​ບວນ​ວິ​ວັດ​ໃນ​ການ​ພັດ​ທະ​ນາ​ໄດ້​ຫັນ​ເປັນ​ອຸດ​ສາ​ຫະ​ກຳ​​ເຊິ່ງໄດ້​ສ້າງ​ຊັບ​ສິນ​ດ້ານ​ວັດ​ຖຸ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ​ຫວັດ​ສາດ​ກໍ​ຕາມ, ແຕ່​ກໍ່​ໄດ້​ເຮັດ​ໃຫ້​ເກີດ​ມີ​ຜົນ​ຮ້າຍ​​ຕໍ່​ສິ່ງ​ແວດ​ລ້ອມ​ຊີ​ວະ​ພາບ​ທີ່​ຍາກ​ທີ່​ຈະ​ແກ້​ໄຂ​ໃຫ້​ໄດ້​ອີກ​ດ້ວຍ, ​ການ​ກະ​ທຳ​ໃນ​ລັກ​ສະ​ນະທຳ​ລາຍ​ຈາກມວນ​ມະ​ນຸດ​ທີ່​ມີ​ຕໍ່​ທຳ​ມະ​ຊາດ​ກໍ​ໄດ້​ເຮັດ​ໃຫ້​ມວນ​ມະ​ນຸດ​ເອງ​ນັ້ນ​ແຫຼະ​ຖືກ​ທຳ​ລາຍ​ໃນ​ທີ່​ສຸດ. ການ​ພັດ​ທະ​ນາ​ແບບ​ສີຂຽວ​ທີ່​​ເຄົາ​ລົບທຳ​ມະ​ຊາດ​ແລະ​ອະ​ນຸ​ລັກ​ຊີ​ວະ​ພາບ​ຈຶ່ງ​ຈະ​ສາ​ມາດ​ກ້າວ​ເດີນ​ໄປ​ໜ້າ​ຢ່າງ​ໝັ້ນ​ທ່ຽງ.
 

ໃນ 15 ປີ​ກ່ອນ, ທ່ານ ສີ​ຈິ້ນ​ຜິງ ທີ່​​ພວມດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ພັກ​ແຂວງ​ເຈີ້​ຈ່ຽງ​ໃນ​ຄາວ​ນັ້ນ​ໄດ້​ສະ​ເໜີ​ແນວ​ຄວາມ​ຄິດ​ວິ​ທະ​ຍາ​ສາດ​ວ່າ “ພູ​ຂຽວ​ນ້ຳ​ໃສ​ກໍ່​ແມ່ນ​ພູ​ເງິນ​ພູ​ຄຳ” ໃນ​ເວ​ລາ​ສຳ​ຫຼວດກວດ​ເບິ່ງ​ຢູ່​ບ້ານ​ຢູ​​ຊຸ່ມເມືອງ​ອ່ານ​ຈີ​ແຂວງ​ເຈີ້​ຈ່ຽງ. ໃນ 15 ປີ​ຜ່ານ​ມາ, ແນວ​ຄວາມ​ຄິດ​ດັ່ງ​ກ່າວ​ໄດ້ເຂົ້າ​ສູ່​ຈິດ​ໃຈ​ສ່ວນ​ເລິກ​ຂອງປະ​ຊາ​ຊົນ​ຢ່າງ​ເລິກ​ເຊິ່ງ, ​ນັບແຕ່​ການ​​ວາງ​ແຜນ​ການ​ພັດ​ທະ​ນາ​ແລວ​ເສດ​ຖະ​ກິດ​ຢາງ​ຊີ​ກຽງ​ທີ່​ມີ​ຫົວ​ຂໍ້ “ຮ່ວມ​ກັນ​ເອົາ​ໃຈ​ໃສ່​ການ​ອະ​ນຸ​ລັກ,ບໍ່​​ພັດ​ທະ​ນາ​ເກີນ​ກວ່າກົດ​ເກນ” ​ຈົນຮອດ​ການ​ຊຸກ​ຍູ້​ການ​ອະ​ນຸ​ລັກ​ຊີ​ວະ​ພາບ​ແລະ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ຢູ່​ເຂດ​ລ້ອງ​ແມ່​ນ້ຳ​ເຫຼືອງ; ​ຈາກການ​ດຳ​ເນີນ​ການ​ຄັດ​ແຍກ​ປະ​ເພດ​ຂີ້​ເຫຍື້ອ​ຈົນ​ຮອດ​ການ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ຫ້ອງ​ນ້ຳ​ຢູ່​ຊົນ​ນະ​ບົດ; ​ນັບແຕ່​ການ​ບຳ​ບັດ​ໜອງ​ເອີ​ໄຫ​ຢູ່​ແຂວງ​ຢຸນ​ໜານ​​ຈົນຮອດ​ການ​ອະ​ນຸ​ລັກ​ແຫຼ່ງ​ນ້ຳ​ສາມ​ສາຍ​ຢູ່​ແຂວງ​ຊິ່ງ​ໄຫ​ແລະ​ອື່ນໆ. ​ແຜ່ນ​ພາບ​ນາ​ນາ​ສີ​ທີ່ທ້ອງ​ຟ້າ​​ສົດ​ໃສ​ກວ່າ​ເກົ່າ,ພູຂຽວກວ່າ​ເກົ່າ​ ແລະ ນ້ຳ​ໃສ​​ສະ​ອາດກວ່າ​ເກົ່າ​ກຳ​ລັງ​ປະ​ກົດ​ຕົວ​ຂຶ້ນ​ຢູ່​ທົ່ວ​ປະ​ເທດ​ຈີນ.
 

​ການ​ປົວ​ແປງ​ຊີ​ວະ​ພາບແລະ​ບັນ​ລຸ​ການ​ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ​​ລະ​ຫວ່າງມວນ​ມະ​ນຸດ​ກັບ​ທຳ​ມະ​ຊາດ​ຍັງ​ມີ​ຄວາມ​ຫຍຸ້ງ​ຍາກ​ບໍ່​ໜ້ອຍ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ. ພວກ​ເຮົາ​ຕ້ອງ​ຊຸກ​ຍູ້​ການ​ສ້າງສາ​ຈີນ​ທີ່​ສວຍ​ງາມ​ຢ່າງ​ຕິດ​ແທດ​ຕົວ​ຈິງ, ພູ​ຂຽວ​ນ້ຳ​ໃສ​ທີ່​​ງາມ​ປານ​ຮູບ​ແຕ້ມ​​ຢູ່ແຫ່ງ​ຕ່າງໆ​ຈະ​ກາຍ​ເປັນ​ພູ​ເງິນ​ພູ​ຄຳ​​ຕ່າງໆຢ່າງ​ແນ່ນອນ.

ຄຳ​ເຫັນ

0