ເຖິງວ່ານັກການເມືອງອາເມຣິກາຈຳນວນໜຶ່ງຍຸຍົງສົ່ງເສີມໃຫ້ວິສາຫະກິດອາເມຣິກາຍ້າຍຖານອອກຈາກປະເທດຈີນຢ່າງບໍ່ຢຸດຢັ້ງ, ແຕ່ບົດລາຍງານສະບັບໜຶ່ງທີ່ສະພາການຄ້າທົ່ວປະເທດອາເມຣິກາ-ຈີນເປີດເຜີຍໃນເມື່ອບໍ່ດົນມານີ້ສະແດງໃຫ້ເຫັນວ່າ, ວິສາຫະກິດອາເມຣິກາທີ່ໄດ້ຮັບການສຳຫຼວດມີເຖິງ 83% ຍັງຈະຖືປະເທດຈີນເປັນປະເທດສຳຄັນທີ່ສຸດຫຼື 1 ໃນ 5 ຕະຫຼາດສຳຄັນທາງຍຸດທະສາດທົ່ວໂລກຂອງຕົນ. ມີ 75% ຂອງວິສາຫະກິດກ່າວວ່າການລົງທຶນຢູ່ຈີນຈະບໍ່ປ່ຽນແປງຫຼືຈະເພີ່ມຂຶ້ນອີກໃນ 1 ປີຕໍ່ໜ້າ.
ຕົວເລກຕ່າງໆໄດ້ສະທ້ອນໃຫ້ເຫັນຄວາມເຂັ້ມແຂງທາງດ້ານເສດຖະກິດຂອງຈີນແລະກຳລັງດຶງດູດຂອງຕະຫຼາດຈີນ. ໃນເດືອນກໍລະກົດແລ້ວນີ້, ທົ່ວປະເທດຈີນສາມາດດຶງດູດການລົງທຶນຕົວຈິງຂອງຕ່າງປະເທດໄດ້ເຖິງ 63.47 ຕື້ຢວນ, ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາແລ້ວເພີ່ມຂຶ້ນ 15.8%, ບັນລຸການດຶງດູດການລົງທຶນຂອງຕ່າງປະເທດເພີ່ມຂຶ້ນເປັນ 4 ເດືອນລຽນຕິດ. ໃນໄລຍະເດືອນທຳອິດປີນີ້, ຈີນສາມາດດຶງດູດການລົງທຶນຂອງຕ່າງປະເທດໄດ້ 535.65 ຕື້ຢວນ, ເພີ່ມຂຶ້ນ 0.5%; ວິສາຫະກິດຕ່າງປະເທດສ້າງຕັ້ງຂຶ້ນໃໝ່ 18.838 ແຫ່ງ.
ປັດຈຸບັນ, ພາຍໃຕ້ສະພາບການທີ່ການລົງທຶນຂ້າມຊາດຂອງທົ່ວໂລກໄດ້ຮັບຜົນສະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງໜັກໜ່ວງ, ແຕ່ຖ້າຫາກວິສາຫະກິດຕ່າງປະເທດຖອນຖານຂອງຕົນອອກຈາກຈີນແມ່ນບໍ່ສອດຄ່ອງກັບກົດເກນການຄ້າ, ການທີ່ເພີ່ມການລົງທຶນຢູ່ຈີນຈຶ່ງແມ່ນທາງເລືອກທີ່ສະຫຼາດ.
ຍ້ອນວ່ານະໂຍບາຍເປີດປະຕູສູ່ພາຍນອກຂອງຈີນມີລັກສະນະຕໍ່ເນື່ອງ, ພ້ອມກັນນັ້ນ, ສະພາບແວດລ້ອມໃນການດຳເນີນທຸລະກິດຢູ່ຈີນໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ. ນອກຈາກນັ້ນ, ຫ້ອງວ່າການລັດຖະບານຈີນໄດ້ອອກມາດຕະການແລະນະໂຍບາຍ 15 ຂໍ້ກ່ຽວກັບການຊຸກຍູ້ການຄ້າຕໍ່ຕ່າງປະເທດແລະດຶງດູດການລົງທຶນຂອງຕ່າງປະເທດໃນໄລຍະບໍ່ດົນມານີ້, ມາດຕະການເຫຼົ່ານີ້ແມ່ນການສະໜັບສະໜູນດ້ານນະໂຍບາຍທີ່ແນໃສ່ແກ້ໄຂຄວາມຫຍຸ້ງຍາກຂອງວິສາຫະກິດຕ່າງປະເທດຢູ່ຈີນ, ເປັນການຕອບສະໜອງກັບຄວາມປາຖະໜາຂອງວິສາຫະກິດຕ່າງປະເທດທີ່ຢາກເພີ່ມການລົງທຶນຢູ່ຈີນທີ່ແນ່ນອນ.
ຄຳເຫັນ
0