尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ໄມ ພົມ​ເພວ ມີ​ເຈດ​ຕະ​ນາ​ຢາກ​ດຳ​ເນີນ​ສົງ​ຄາມ​ເຢັນ​ຄືນ​ໃໝ່​ຈະ​ບໍ່ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ເອີ​ຣົບ​ກາງ​ແລະ​ເອີ​ຣົບ​ຕາ​ເວັນ​ອອກ

2020-08-18 16:27:41 cri

ທ່ານ ໄມ ພົມ​ເພວ ມີ​ເຈດ​ຕະ​ນາ​ຢາກ​ດຳ​ເນີນ​ສົງ​ຄາມ​ເຢັນ​ຄືນ​ໃໝ່​ຈະ​ບໍ່ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ເອີ​ຣົບ​ກາງ​ແລະ​ເອີ​ຣົບ​ຕາ​ເວັນ​ອອກ_fororder_aa64034f78f0f7362936bd858614921eeac41336

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ໄມ ພົມ​ເພວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມ 4 ປະ​ເທດ​ເອີ​ຣົບ​ຄື: ​​ສ.ເຊັກ, ສະ​ໂລ​ເວ​ນີ, ໂອ​ຕຼິ​ສ​ແລະ​ໂປ​ໂລຍ. ກໍ​ຄືກັບ​ທ່ານທີ່​ເຄີຍ​ໄດ້​ເຮັດຜ່ານ​ມາ, ທ່ານ ໄມ ພົມ​ເພວ ​ເມື່ອເດີນ​ທາງ​ໄປ​ເຖິງ​ບ່ອນ​ໃດ​ກໍ​ຈະ​ນຳ​ເອົາ “ເຊື້ອ​ພະ​ຍາດ​ການ​ເມືອງ” ໄປ​​ເຖິງ​ບ່ອນ​ນັ້ນ, ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ກໍ​ເຊັ່ນ​ກັນ, ທ່ານ ໄມ ພົມ​ເພວ ໄດ້​ສືບ​ຕໍ່​​ໂຄ​ສະ​ນາ​ຊ້ວນ​ເຊື່ອ​ດ້ວຍ​ຂ່າວ​ລືທີ່​ໃສ່​ຮ້າຍ​ປ້າຍ​ສີ​ພັກ​ກຳ​ອຳ​ນາດ​ຂອງ​ຈີນ, ປ່າວ​ຂ່າວ​ໂດຍ​ນຳ​ໃຊ້​ຄຳ​ທີ່​ວ່າ​: “ໄພ​ຂົ່ມ​ຂູ່​ຈາກ​ຈີນ”.
 

ເນື່ອງ​ຈາກ​ປະ​ເທດ​ເອີ​ຣົບ​ກາງ​ແລະ​ເອີ​ຣົບ​ຕາ​ເວັນ​ອອກ​​ມີ​ການ​ຮ່ວມ​ມື​ທີ່​ແໜ້ນ​ແຟ້ນ​ກັບ​ຈີນ​ໃນ​ຂົງ​ເຂດ​ການ​ຄ້າ, ເຕັກ​ນິກ 5G, ພະ​ລັງ​ງານ​ແລະ​ຂົງ​ເຂດ​ອື່ນໆ, ທ່ານ ໄມ ພົມ​ເພວ​ ທີ່​ຍຶດ​ຕິດ​ກັບ​ແນວ​ຄິດ​ຕໍ່​ຕ້ານ​ຈີນ​ນັ້ນ​ໄດ້​ມີ​ຄວາມ​ບໍ່​ພໍ​ໃຈ​ຕໍ່​ເລື່ອງ​ນີ້​ມາ​ແຕ່​ດົນ​ແລ້ວ,ແລະ​ມີ​ເຈດ​ຕະ​ນາ​ສະ​ກັດ​ກັ້ນ​ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດ​ເຫຼົ່​າ​ນີ້​ກັບ​ຈີນ, ໂດຍ​ປະ​ເຊີນ​ກັບ​ການ​ໃສ່​ຮ້າຍ​ປ້າຍ​ສີ​ຂອງ​ທ່ານ ໄມ ພົມ​ເພວ ​​ທີ່​ມີ​ຕໍ່​ວິ​ສາ​ຫະ​ກິດ 5G ຂອງ​ຈີນ​ວ່າ​ເປັນ​ໄພຂົ່ມ​ຂູ່​​ຕໍ່ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ນັ້ນ​, ທ່ານ ອັນ​ເດ​ຣ ບາ​ບິ​ສ໌ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຊັກ​​ໄດ້​ກ່າວຕອບ​ໂຕ້​ວ່າ: ເຊັກ​ເປັນ​ປະ​ເທດ​ອະ​ທິ​ປະ​ໄຕ​ປະ​ເທດ​ໜຶ່ງ, ບໍ່​ໄດ້​ເຫັນ​​ວ່າປະ​ເທດ​ຕົນ​ພວມ​ປະ​ເຊີນ​ກັບ​ໄພ​ຂົ່ມ​ຂູ່​ດ້ານ​ຄວາມ​ໝັ້ນ​ຄົງ​ທີ່​ມີ​ລັກ​ສະ​ນະ​​ຕົວ​ຈິງ​ໃດໆ. ທ່ານ ອ​າ​ເລັກ​ຊັນ​ເດີ ຊາ​ເລັນ​ເບີກ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໂອ​ຕຼິ​ສກ່າວ​ວ່າ: ນະ​ໂຍ​ບາຍ​ຂອງ​ໂອ​ຕຼິ​ສ​ບໍ່​ແມ່ນ​ໄປ​ເກືອດ​ຫ້າມ​ຫຼື​ຈຳ​ກັດ​ການ​ແຂ່ງ​ຂັນ​ຂອງ​ບໍ​ລິ​ສັດ​ແຫ່ງ​ໃດ​ແຫ່ງ​ໜຶ່ງ​ສະ​ເພາະ,ຫາກ​ແມ່ນ​ມີ​ຈຸດ​ປະ​ສົງ​ເພື່ອ​ສ້າງ​ລະ​ບົບ​ຂໍ້​ມູນ​ຂ່າວ​ສານ​​ຊຸດ​ໜຶ່ງທີ່​ໜ້າ​ໄວ້​​ໃຈ​ໄດ້.
 

ໃນ​ດ້ານ​ພະ​ລັງ​ງານ, ເມື່ອ​ທ່ານ ໄມ ພົມ​ເພວ​ມີ​ເຈດ​ຕະ​ນາ​ຢາກ​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການກໍ່​ສ້າງ​ໂຮງ​ງານ​ຜະ​ລິດ​ໄຟ​ຟ້າ​ພະ​ລັງ​ນິວ​ເຄ​ລຍ​ດູ​ໂຄວາ​ນີ​ກັບ​ເຊັກເພື່ອ​ປັດ​ປ່າຍ​ວິ​ສາ​ຫະ​ກິດ​ຈີນ​ແລະ​ຣັດ​ເຊຍ, ທ່ານ ທໍ​ມັ​ສ ເປ​ຕ​ຣິກ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເຊັກ​ໄດ້​ປະ​ຕິ​ເສດ​ຂໍ້​ສະ​ເໜີ​ດັ່ງ​ກ່າວ, ແລະ​ກ່າວ​ວ່າ​ການ​ກະ​ທຳ​ດັ່ງ​ກ່າວ​ອາດ​ຈະ​​ເປັນ​ການ​ລະ​ເມີດ​ຂໍ້​ກຳ​ນົດ​ແລະ​ລະບຽບ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ສະ​ຫະ​ພາບ​ເອີ​ຣົບ.
 

ຈີນ​ແລະ​ປະ​ເທດ​​ເອີ​ຣົບ​ກາງ​ແລະເອີ​ຣົບ​ຕາ​ເວັນ​ອອກ​ບໍ່​ໄດ້ເປັນ​ປໍ​ລະ​ປັກ​ກັນ​ທາງ​ການ​ເມືອງ​ພູ​ມີພາກ​ໃນ​ປະ​ຫວັດ​ສາດ. ​ສອງ​ຝ່າຍໄດ້​ມີ​ການ​ຮ່ວມ​ມື​​ກັນຢ່າງ​ແໜ້ນ​ແຟ້ນ​ໃນ​ຫຼາຍ​ດ້ານ​ເຊັ່ນ: ຊັບ​ພະ​ຍາ​ກອນ, ເຕັກ​ໂນ​ໂລ​ຊີ, ຕະ​ຫຼາດ​ແລະ​ດ້ານ​ອື່ນໆ, ມີ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​​ຢ່າງກວ້າງ​ຂວາງ. “ຈີນ​ເປັນ​ຄູ່​ຮ່ວມ​ມື​ຫາກ​ບໍ່​ແມ່ນ​ຄູ່​ປໍ​ລະ​ປັກ​ກັນ, ​ທັງແມ່ນ​ກາ​ລະ​ໂອ​ກາດ​ຫາກ​ບໍ່​ແມ່ນ​ໄພ​ຂົ່ມ​ຂູ່” ​ສິ່ງ​ເຫຼົ່າ​ນີ້ໄດ້​ກາຍ​ເປັນ​ຄວາມ​ຮັບ​ຮູ້​ຢ່າງ​ເປັນ​ເອ​ກະ​ພາບ​ນັບ​ມື້​ນັບ​ຫຼາຍ​ຢູ່ເອີ​ຣົບ​ເຊິ່ງ​ລວມ​ທັງ​ປະ​ເທດ​ເອີ​ຣົບ​ກາງ​ແລະ​ເອີ​ຣົບ​ຕາ​ເວັນ​ອອກ​. ນັກ​ການ​ເມືອງຊົ່ວ​​ຮ້າຍ​ຄື​ທ່ານ ໄມ ພົ​ມ​ເພວ​​ ນີ້ໄດ້​ກ່າວ​ຖ້ອຍ​ຄວາມ​ຂີ້​ຕົວະ​​ຊ້ຳ​ແລ້ວ​ຊ້ຳ​ອີກຢ່າງ​ບໍ່​ຢຸດ​ຢັ້ງ​ເພື່ອ​ບິດ​ເບື່ອນ​ຄວາມ​ຈິງ​ແລະ​ຕົວະ​​ປະ​ເທດ​ພັນ​ທະ​ມິດ​ແລະ​ຫາ​ຜົນ​ປະ​ໂຫຍດ​ໃຫ້​ຕົນ, ​ຍຸ​ແຍ່​ການ​ເປັນ​ປໍ​ລະ​ປັກ​ກັນ​ໃນ​ຂອບ​ເຂດ​ທົ່ວ​ໂລກ ແລະ ມີ​ເຈດ​ຕະ​ນາ​ຢາກ​ດຳ​ເນີນ​ສົງ​ຄາມ​ເຢັນ​ຄືນ​ໃໝ່​ນັ້ນຈະ​ບໍ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນຢ່າງ​ແນ່ນອນ.

ຄຳ​ເຫັນ

0