黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ສວຍ​ໂອ​ກາດທາງ​ການ​ເມືອງ​ບໍ່​ມີ​ຜົນ​​ດີໃດໆ​ຕໍ່​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ

2020-08-19 16:13:35 cri

ເມື່ອ​ບໍ່​ດົນ​ມາ​ນີ້​ໃນ​ເວ​ລາ​ເວົ້າ​ເຖິງ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຜູ້​ນຳ​ອາ​ເມ​ຣິ​ກາໄດ້​ໃຊ້​ຖ້ອຍ​ຄວາມ “ການ​ລະ​ບາດ​ຈາກ​ຈີນ” ແລະ “ເຊື້ອ​ພະ​ຍາດ​ຈາກ​ຈີນ” ແລະ​ອື່ນໆ​ເຊິ່ງ​ເປັນ​ຖ້ອຍ​ຄວາມ​ທີ່​ເຕັມ​ໄປ​ດ້ວຍ​​ແນວ​ຄິດລັດ​ທິ​ຈຳ​ແນກ​ເຊື້ອ​ຊາດ, ​ເຊິ່ງໄດ້​ຖືກ​ຄັດ​ຄ້ານ​ຢ່າງ​ຮຸນ​ແຮງ​ທັງ​ຢູ່ພາຍ​ໃນ​ອາ​ເມ​ຣິ​ກາ​ແລະ​ຕ່າງ​ປະ​ເທດ. CNN ຂອງ​ອາ​ເມ​ຣິ​ກາ​​ໄດ້​ອອກ​ບົດ​ຄວາມ​ຕອບ​ໂຕ້​ວ່າ: ການຕັ້ງ​ຊື່​ຂອງ​ພະ​ຍາດ​ດັ່ງ​ກ່າວ​​ມີ​ຄຳ​ຢືນ​ຢັນ​ເປັນ​ເວ​ລາ​ດົນ​ແລ້ວ, ບໍ່​ໄດ້​ເອີ້ນ​ວ່າ “ເຊື້ອ​ພະ​ຍາດ​ຈີນ” ຢ່າງ​ເດັດ​ຂາດ. ນອກ​ນີ້​ມີ​ຊາວ​ເນັດ​ອາ​ເມ​ຣິ​ກາ​ເວົ້າ​ໂດຍ​ກົງ​ວ່າ: ພາຍ​ໃຕ້​ແຮງ​ກົດ​ດັນ​ດ້ານ​ການ​ເລືອກ​ຕັ້ງ​ທົ່ວ​ໄປ, ການ​ກະ​ທຳ​ຂອງ​ນັກ​ການ​ເມືອງ​ທີ່​​ບັງ​ຄັບ​ໃຈ​ໃຫ້​ປະ​ຊາ​ຊົນ​​ເຫັນ​ດີ​ເຫັນ​ພ້ອມ​ກັບຄວາມ​ເວົ້າ​ດັ່ງ​ກ່າວ​​ນັ້ນ​ພຽງ​ແຕ່​ຈະ​ເປັນ​ເລື່ອງ​ຕະ​ຫຼົກ​ຫຼາຍກວ່າ​ເກົ່າ.

ທີ່​ຈິງ​ແລ້ວ, ນັບ​ແຕ່​ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ​ໃນ​ໂລກ​ເປັນ​ຕົ້ນ​ມາ, ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ຈຳ​ນວນ​ໜຶ່ງ​ໄດ້​ຕັ້ງ​ໃຈ​ເອົາ​ຂໍ້​ອ້າງ​ເຊື້ອ​ພະ​ຍາດ​ໄປ​ກ່ຽວ​ຂ້ອງ​ກັບ​ຈີນ​ຢ່າງ​ບໍ່​ມີ​ຫຼັກ​ຖານ​ທາງວິ​ທະ​ຍາ​ສາດ​ເພື່ອ​ຖິ້ມ​ໂທດ​ໃຫ້​ຈີນ​ແລະ​ເພື່ອ​ຫັນ​ເຫ​ຄວາມ​ສົນ​ໃຈ​ຂອງ​ປະ​ຊາ​ຊົນ​ທີ່​ຕົນ​ໃນ​ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ບໍ່​ໄດ້​ດີ, ແລະ​ຍຸ​ຍົງ​ຄວາມ​ຄຽດ​​ຊັງ​ທາງ​ເຊື້ອ​ຊາດ​ຢ່າງ​ເປີດ​ເຜີຍ. ຍິ່ງກວ່າ​ນັ້ນ, ເພື່ອ​ສ້າງ​ຄວາມ​ວຸ້ນວາຍ​ແລະ​​ເພື່ອ​ຫາ​ຜົນ​ປະ​ໂຫຍດ, ນັກ​ການ​ເມືອງ​ເຫຼົ່​າ​ນີ້​ຍັງ​ໄດ້​​ສ້າງ​ຄວາມ​ເປັນ​ປໍ​ລະ​ປັກ​ກັນ​ໃນ​ດ້ານຮູບ​ຖານ​ຈິດ​ສຳ​ນຶກ, ຖື​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ຣິ​ກາ​ໄປ​ກ່ຽວ​ຂ້ອງກັບ​ກາ​ນ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ອາ​ເມ​ຣິ​ກາ, ແລະ​​ມີ​ການ​ເຄື່ອນ​ໄຫວໄປ​​ໃນ​ທິດ​ທາງທີ່​ຜິດ​ພາດ.

ພະ​ຍາດ​ຕິດ​ແປດ​ບໍ່​ມີ​ພົມ​ແດນ​ແລະ​ບໍ່​ຈຳ​ແນກ​ເຊື້ອ​ຊາດ, ແມ່ນ​ສິ່ງ​ທ້າ​ທາຍ​ຮ່ວມ​ກັນ​ຂອງມວນ​ມະ​ນຸດ. ການ​ໃສ່​ຮ້າຍ​ປ້າຍ​ສີ​ແລະ​ເວົ້າ​​ຂີ້​ຕົວະ​ຫຼອກ​ລວງ​ອາດ​ຈະ​​ຊ່ວຍ​ຕອບ​ສະ​ໜອງ​ຄວາມ​ຫວັງ​​ຂອງ​ນັກ​ການ​ເມືອງໄດ້​ສ່ວນ​ໜ້ອຍ​ໜຶ່ງ, ແຕ່​ບໍ່​ສາ​ມາດ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄດ້​ຢ່າງ​ແນ່ນອນ. ​ນອກ​ນີ້ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ທີ່​ເອົາ​ເຊື້ອ​ພະ​ຍາດ​​ໄປ​ກ່ຽວ​ຂ້ອງ​ກັບ​ຈີນ​ຊ້ຳ​ແລ້ວ​ຊ້ຳ​ອີກ, ການ​ກະ​ທຳ​ດັ່ງ​ກ່າວ​ພັດ​ໄດ້​ເຮັດ​ໃຫ້​ຄວາມ​ຂັດ​ແຍ້ງ​ກັນ​ດ້ານ​ການ​ຈຳ​ແນກ​ເຊື້ອ​ຊາດ​ຜິວ​ພັນ​​ຢູ່ອາ​ເມ​ຣິ​ກາ​ຮຸນ​ແຮງ​ຂຶ້ນ​ອີກ, ເຮັດ​ໃຫ້​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ຕົກ​ຢູ່​ໃນ​ສະ​ພາບ​ທີ່​ຫຍຸ້ງ​ຍາກວ່າ​ເກົ່າ​ອີກ.

ໂດຍ​ຜະ​ເຊີນ​ກັບ​ຕົວ​ເລກ​ສະ​ຖິ​ຕິ​ກ່ຽວ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ໜ້າ​ຕົກ​ໃຈ. ​ທາງ​ທີ່​ດີ​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​​ຄວນ​ຢຸດ​ຕິ​ການ​ກະ​ທຳ​ທີ່ “​ຖິ້ມ​ໂທດ​​ໃສ່​ປະ​ເທ​ດ​ອື່ນ” ​ຈະດີກວ່າ, ແລະ​ຖື​ເອົາ​ຄວາມ​ປອດ​ໄພ​ທາງ​ດ້ານ​ຊີ​ວິດ​ແລະ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​​ໄວ້​ໃນ​ຖາ​ນະ​ສຳ​ຄັນ​ກວ່າ​ໝູ່, ແລະ​ກັບ​ຄືນ​ສູ່​​ທິດ​ທາງ​ທີ່​ຖືກ​ຕ້ອງ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢ່າງ​​ຕັ້ງ​ໃຈ.

ຄຳ​ເຫັນ

0