尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ພັດ​ທະ​ນາ​​ນະ​ຄອນ​ເສີ່ນ​ເຈີ້ນ​ສະ​ແດງ​ໃຫ້​ເຫັນເຖິງຄວາມ​ມີ​ຊີ​ວິດ​ຊີ​ວາໃໝ່​ດ້ານ​ການ​ປະ​ຕິ​ຮູບ​ແລະ​ການ​ເປີດ​ປະ​ຕູ​ຂອງ​ຈີນ

2020-08-19 17:23:24 cri

ການ​ພັດ​ທະ​ນາ​​ນະ​ຄອນ​ເສີ່ນ​ເຈີ້ນ​ສະ​ແດງ​ໃຫ້​ເຫັນເຖິງຄວາມ​ມີ​ຊີ​ວິດ​ຊີ​ວາໃໝ່​ດ້ານ​ການ​ປະ​ຕິ​ຮູບ​ແລະ​ການ​ເປີດ​ປະ​ຕູ​ຂອງ​ຈີນ_fororder_微信图片_20200819165142

ວັນ​ທີ 18 ສິງ​ຫາ​ນີ້​ແມ່ນ​ວັນ​ຄົບ​ຮອບ 2 ປີ​ຂອງນະ​ຄອນ​ເສີ່ນ​ເຈີ້ນ​ທີ່​ສ້າງ​ເປັນ​ເຂດ​ໂຕ​ແບບນຳ​ໜ້າ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ. ​ກ່ອນ​ໜ້າ​ນີ້ມື້​ໜຶ່ງ, ມີ​ຂ່າວ​ທີ່​ປິ​ຕິ​ຊົມ​ຊື່ນ​ຂ່າວ​ໜຶ່ງ​ຄື: ນະ​ຄອນ​ເສີ່ນ​ເຈີ້ນ​​ໄດ້ປະ​ກາດ​​ວ່າໄດ້​ສ້າງ​ສະ​ຖາ​ນີ​ສົ່ງ​ສັນ​ຍານ 5G ​ສຳ​ເລັດ​ແລ້ວຫຼາຍກວ່າ 46 ພັນ​ແຫ່ງ, ບັນ​ລຸ​​ເຄືອ​ຂ່າຍ 5G ​ທີ່​ປົກ​ຄຸມ​ໃນ​ຂອບ​ເຂດ​ທົ່ວ​ເມືອງ, ໄດ້​ກາຍ​ເປັນ​ເມືອງ 5G ​​ແຫ່ງທຳ​ອິດ​ຂອງໂລກ.

ການ​ພັດ​ທະ​ນາ​​ນະ​ຄອນ​ເສີ່ນ​ເຈີ້ນ​ສະ​ແດງ​ໃຫ້​ເຫັນເຖິງຄວາມ​ມີ​ຊີ​ວິດ​ຊີ​ວາໃໝ່​ດ້ານ​ການ​ປະ​ຕິ​ຮູບ​ແລະ​ການ​ເປີດ​ປະ​ຕູ​ຂອງ​ຈີນ_fororder_微信图片_20200819165148

ເດືອນ​ສິງ​ຫາ​ປີ 2019, ຈີນ​ໄດ້​​ເຜີຍ​ແຜ່ “​ຄວາມ​ເຫັນ​ຂອງ​ລັດ​ຖະ​ບານ​ແລະສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ກ່ຽວ​ກັບ​ການ​ສະ​ໜັບ​ສະ​ໜູນ​ການ​ສ້າງ​ນະ​ຄອນ​ເສີ່ນ​ເຈີ້ນ​ໃຫ້​ເປັນເຂດ​​ໂຕແບບ​ນຳ​ໜ້າ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​”​ຢ່າງ​ເປັນ​ທາງ​ການ. ອາດ​ເວົ້າ​ໄດ້​ວ່າ: ​ການ​ສ້າງເຂດໂຕ​ແບບ​ດັ່ງ​ກ່າວເປັນ​ການ​ສະ​ແດງ​ໃຫ້​ເຫັນເຖິງ​ການ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ແລະ​ການ​ເປີດ​ປະ​ຕູ​ຂອງ​ຈີນ​ຈາກ​ຈຸ​ດ​ເລີ່ມ​ຕົ້ນ​ໃໝ່​ທີ່​ສູງກວ່າ,ລະ​ດັບ​ທີ່​ສູງກວ່າ​ແລະ​ເປົ້າ​ໝາຍ​ທີ່​​ສູງກວ່າ.

ການ​ພັດ​ທະ​ນາ​​ນະ​ຄອນ​ເສີ່ນ​ເຈີ້ນ​ສະ​ແດງ​ໃຫ້​ເຫັນເຖິງຄວາມ​ມີ​ຊີ​ວິດ​ຊີ​ວາໃໝ່​ດ້ານ​ການ​ປະ​ຕິ​ຮູບ​ແລະ​ການ​ເປີດ​ປະ​ຕູ​ຂອງ​ຈີນ_fororder_微信图片_20200819165155

ໃນ 6 ເດືອນ​ຕົ້ນ​ປີ​ນີ້, ໂດຍ​ປະ​ເຊີນ​ກັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ ສະ​ພາບ​ແວດ​ລ້ອມ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ທີ່​ສັບ​ສົນ​ແລະຜັນ​ແປ​ໄປ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ແຕ່ລວມຍອດ​​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ຫຼື GDP ຂອງເຂດ​ເສີ່ນ​ເຈີ້ນ​​ຍັງໄດ້​ບັນ​ລຸ​ການ​ເຕີບ​ໂຕ​ໂດຍໄດ້​ເພີ່ມ​ຂຶ້ນ 0,1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ການ​ພັດ​ທະ​ນາ​​ນະ​ຄອນ​ເສີ່ນ​ເຈີ້ນ​ສະ​ແດງ​ໃຫ້​ເຫັນເຖິງຄວາມ​ມີ​ຊີ​ວິດ​ຊີ​ວາໃໝ່​ດ້ານ​ການ​ປະ​ຕິ​ຮູບ​ແລະ​ການ​ເປີດ​ປະ​ຕູ​ຂອງ​ຈີນ_fororder_微信图片_20200819165200

ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ແມ່ນ “ປ້າຍ​ຄຳ” ຂອງ​ນະ​ຄອນ​ເສີ່ນ​ເຈີ້ນ​ມາ​ໂດຍ​ຕະ​ຫຼອດ. ປີ 2019, ​ງົບ​ປະ​ມານ​ທີ່​ນຳ​ໃຊ້​ເຂົ້າ​ໃນ​ໂຄງ​ການ​ວິ​ທະ​ຍາ​ສາດ​ເຕັກ​ນິກ​​ຂອງ​ນະ​ຄອນ​ເສີ່ນ​ເຈີ້ນ​ໄດ້​ເພີ່ມ​ຂຶ້ນ​ເກືອບ 1 ເທົ່າ, ມີ​ຫຼາຍກວ່າ 30% ໄດ້​ນຳ​ໃຊ້​ເຂົ້າ​ໃນ​ການ​ຄົ້ນ​ຄວ້າຂັ້ນ​ພື້ນ​ຖານ​ແລະ​ການ​ຄົ້ນ​ຄວ້າ​ການ​ປະ​ຍຸກ​ໃຊ້​​ຂັ້ນ​ພື້ນ​ຖານ.​ ​ໃນຂະ​ນະ​ດຽວ​ກັນ, ນະ​ຄອນ​ເສີ່ນ​ເຈີ້ນ​ໄດ້​ລົງ​ເລິກ​ການ​ປະ​ຕິ​ຮູບ​ຢ່າງ​ບໍ່​ຢຸດ​ຢັ້ງ,ໄດ້​ຢືນ​ຢູ່​​ແຖ​ວ​ໜ້າ​ໃນ​ດ້ານ​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ດ້ານ​ການ​ດຳ​ເນີນ​ທຸ​ລະ​ກິດ​ການ​ຄ້າ​ທີ່​ຫັນ​ເປັນ​ຕະ​ຫຼາດ,ການ​ປົກ​ຄອງ​​ດ້ວຍ​ກົດ​ໝາຍ​ແລະ​ເປັນແບບ​ສາ​ກົນ.

ການ​ພັດ​ທະ​ນາ​​ນະ​ຄອນ​ເສີ່ນ​ເຈີ້ນ​ສະ​ແດງ​ໃຫ້​ເຫັນເຖິງຄວາມ​ມີ​ຊີ​ວິດ​ຊີ​ວາໃໝ່​ດ້ານ​ການ​ປະ​ຕິ​ຮູບ​ແລະ​ການ​ເປີດ​ປະ​ຕູ​ຂອງ​ຈີນ_fororder_微信图片_20200819165204

“ການ​ກ້າວ​ເດີນ​ໄປ​ຕາມ​ທິດ​ທາງ​ຂອງ​ການ​ສ້າງເຂດ​​ໂຕ​ແບບ​ນຳ​ໜ້າ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ພະ​ຍາ​ຍາມສ້າງ​ໂຕ​ແບບ​ຂອງ​ຕົວ​ເມືອງ​ເພື່ອ​ບັນ​ລຸ​ການ​ສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ແລະ​ເຂັ້ມ​ແຂງ” ຄື​ທິດ​ທາງ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ນະ​ຄອນ​ເສີ່ນ​ເຈີ້ນ.  ດ້ວຍ​ທິດ​ຊີ້​ນຳ​ດັ່ງ​ກ່າວ, ທົ່ວ​ໂລກ​ຈະ​ໄດ້​ເຫັນ​ນະ​ຄອນ​ເສີ່ນ​ເຈີ້ນ​​ມີ​ຊີ​ວິດ​ຊີ​ວາ​ຫຼາຍກວ່າ​ເກົ່າ, ​ທັງ​ຈະ​ໄດ້​ເຫັນ​ປະ​ເທດ​ຈີນ​ຈະ​ເປັນ​ປະ​ເທດ​ທີ່​ມີ​ຊີ​ວິດ​ຊີ​ວາ​ຫຼາຍກວ່າ​ເກົ່າ​ແລະ​ສ້າງ​ໂອ​ກາດ​ໃຫ້​ກັບໂລກ​​ໄດ້​ຫຼາຍກວ່າ​ເກົ່າ.

ການ​ພັດ​ທະ​ນາ​​ນະ​ຄອນ​ເສີ່ນ​ເຈີ້ນ​ສະ​ແດງ​ໃຫ້​ເຫັນເຖິງຄວາມ​ມີ​ຊີ​ວິດ​ຊີ​ວາໃໝ່​ດ້ານ​ການ​ປະ​ຕິ​ຮູບ​ແລະ​ການ​ເປີດ​ປະ​ຕູ​ຂອງ​ຈີນ_fororder_微信图片_20200819165208

ຄຳ​ເຫັນ

0