ວັນທີ 17 ສິງຫານີ້ຕາມເວລາທ້ອງຖິ່ນ, ທ່ານໄມ ພົມແພວ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາໄດ້ອອກຖະແຫຼງການວ່າ: ກະຊວງການຄ້າອາເມຣິກາຈະເພີ່ມການຈຳກັດຕໍ່ບໍລິສັດຫົວເຫວີຍທີ່ໄດ້ນຳໃຊ້ເຕັກນິກຂອງອາເມຣິກາຕື່ມອີກ, ພ້ອມກັນນັ້ນຈະຈັດເອົາບໍລິສັດ 38 ແຫ່ງຢູ່ 21 ປະເທດໃນໂລກທີ່ຂຶ້ນກັບບໍລິສັດຫົວເຫວີຍເຂົ້າໃນບັນຊີລາຍຊື່ນິຕິບຸກຄົນ. ການກະທຳດັ່ງກ່າວບໍ່ພຽງແຕ່ໄດ້ທຳລາຍຕ່ອງໂສ້ອຸດສາຫະກຳ, ຕ່ອງໂສ້ການສະໜອງແລະຕ່ອງໂສ້ມູນຄ່າຂອງໂລກເທົ່ານັ້ນ, ແຕ່ຍັງຈະທຳລາຍຜົນປະໂຫຍດແລະພາບພົດຂອງອາເມຣິກາເຊັ່ນກັນ, ເຮັດໃຫ້ວິສາຫະກິດຂ້າມຊາດຂອງໂລກເລັ່ງເຫີນຫ່າງຈາກອາເມຣິກາ.
ເບິ່ງຈາກປະຫວັດສາດແລ້ວ, ວິສາຫະກິດທີ່ໄດ້ຮັບຜົນສຳເລັດຂອງຫຼາຍປະເທດລ້ວນແຕ່ມີປະສົບການຄ້າຍຄືກັນກັບບໍລິສັດຫົວເຫວີຍ. ປີ 2013, ອາເມຣິກາກໍໄດ້ໃຊ້ມາດຕະການຄ້າຍຄືກັນນີ້ໂດຍໄດ້ບັງຄັບແລະຈັດຊື້ບໍລິສັດ ALSTOM ຂອງຝຣັ່ງເຊິ່ງເປັນບໍລິສັດຄົມມະນາຄົມທາງລາງແລະເຄື່ອງອຸປະກອນໄຟຟ້າລະດັບນຳໜ້າຂອງໂລກ. ໃນໄລຍະສິບກວ່າປີມານີ້, ອາເມຣິກາໄດ້ເຮັດໃຫ້ບໍລິສັດຂ້າມຊາດຂະໜາດໃຫຍ່ຫຼາຍແຫ່ງຂອງເອີຣົບຖືກທຳລາຍດ້ວຍການນຳໃຊ້ມາດຕະການທີ່ຄ້າຍຄືກັນ. ປັດຈຸບັນ, ອາເມຣິກາມີເຈດຈະນານຳໃຊ້ມາດຕະການທີ່ຄ້າຍຄືກັນອີກແລ້ວ, ເພື່ອໂຈມຕີວິສາຫະກິດຈີນເຊັ່ນ: ບໍລິສັດຫົວເຫວີຍ, ບໍລິສັດ TikTok ຢ່າງປ່ວງບ້າ, ການກະທຳແບບນີ້ຈະເຮັດໃຫ້ວິສາຫະກິດຂ້າມຊາດອື່ນໆເຫັນແລ້ວຮູ້ສຶກຕົກໃຈຫຼາຍ. ແມ່ນໃຜຊິຮູ້ວ່າໃນອະນາຄົດ, ເປົ້າໝາໂຈມຕີຕໍ່ໄປຂອງອາເມຣິກາຈະແມ່ນບໍລິສັດຕົນຫຼືບໍ່? ຍັງມີວິສາຫະກິດໃດອີກທີ່ຍັງຈະກ້າລົງທຶນຢູ່ອາເມຣິກາທີ່ເອີ້ນວ່າ “ຕະຫຼາດເສລີ” ແຕ່ບໍ່ຖືກກັບຄວາມຈິງ?
ມີແຕ່ເຮັດໃຫ້ການຄ້າບໍ່ຫັນເປັນບັນຫາການເມືອງ, ນີ້ແມ່ນຄວາມຮຽກຮ້ອງຕ້ອງການຮ່ວມກັນຂອງວິສາຫະກິດຂ້າມຊາດຂອງໂລກ. ແຕ່ພວກໄມ ພົມແພວພັດຖືເອົາບັນຫາເສດຖະກິດຫັນເປັນບັນຫາການເມືອງເພື່ອຜົນປະໂຫຍດຂອງຕົນ, ໄດ້ທຳລາຍຜົນປະໂຫຍດຂອງວິສາຫະກິດທົ່ວໂລກລວມທັງວິສາຫະກິດອາເມຣິກາ. ພວກເຂົາສະກັດກັ້ນບໍ່ໃຫ້ວິສາຫະກິດຈີນດຳເນີນການຮ່ວມມືສາກົນ, ເຊິ່ງໄດ້ຝຶນກັບກະແສພັດທະນາດ້ານວິທະຍາສາດເຕັກນິກຂອງໂລກ, ທັງໄດ້ທຳລາຍຄວາມຜາສຸກຂອງປະຊາຊົນໂລກ, ແລະຈະໄດ້ຮັບຜົນຮ້າຍຕາມມາຈາກປະຫວັດສາດໃນທີ່ສຸດ.
ຄຳເຫັນ
0