尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໄດ້ເຜີຍ​ແບ​ຂໍ້​ບົກ​ຜ່ອງ​ພື້ນ​ຖານຂອງ​ອາ​ເມ​ຣິ​ກາ

2020-08-20 16:13:03 ​cri

ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໄດ້ເຜີຍ​ແບ​ຂໍ້​ບົກ​ຜ່ອງ​ພື້ນ​ຖານຂອງ​ອາ​ເມ​ຣິ​ກາ_fororder_8ebe34c79aeb4a8ca55a328f5f8c7438


ຫວ່າງ​ມໍ່ໆ​ມາ​ນີ້, ວາ​ລະ​ສານ​ທ້າມ​ສ໌​ລາຍ​ສັບ​ປະ​ດາຂອງ​ອາ​ເມ​ຣິ​ກາ​ໄດ້​ພິມ​ບົດ​ຄວາ​ມ​ທີ່​ພາດ​ຫົວ​ຂໍ້​ວ່າ​ “ເປັນ​ຫຍັງ​ອາ​ເມ​ຣິ​ກາ​ພວມ​ປະ​ລາ​ໄຊ​ໃນ​ການ​ຕໍ່​ສູ້​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19” ໂດຍ​ຂ​ຽນ​ວ່າ: ການ​ຮັບ​ມື​ກັບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ພວມປະ​ລາ​ໄຊ​ຢ່າງ​ສິ້ນ​ເຊີງແບບ​ນີ້, ສາ​ເຫດ​ຕົ້ນ​ຕໍ​ແມ່ນ​ຍ້ອນ​ຄວາມ​ຜິດ​ພາດ​ຂອງ​ລັດ​ຖະ​ບານ.
 

ບົດ​ຄວາມ​ຊີ້​ໃຫ້​ເຫັນ​ວ່າ: ເຖິງວ່າ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ແລະ​ບຸກ​ຄົນ​ອື່ນໆ​ໄດ້​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ຢ່າງ​ສຸດ​ຂີດ​ແລ້ວ​ກໍ​ຕາມ, ແຕ່​ເຈົ້າ​ໜ້າ​ທີ່​ທີ່​​ໄດ້ຮັບ​ການ​​ເລືອກ​ຕັ້ງ​ຈາກ​ປະ​ຊາ​ຊົນ​ຫຼາຍ​ທ່ານ​ຂອງ​ອາ​ເມ​ຣິ​ກາ​ບໍ່​ໄດ້​ເອົາ​ໃຈ​ໃສ່ຕໍ່​ໄພ​ຂົ່ມ​ຂູ່​ຈາກ​ພະ​ຍາດ​ໂຄວິດ-19 ​ໃນ​ໄລ​ຍະ​ເບື້ອ​ງ​ຕົ້ນ​ຢ່າງ​ຕັ້ງ​ໜ້າ. ທຳ​ນຽບ​ຂາວ​ໄດ້​ສິ້ນ​ເປືອງ​ເວ​ລາ​ຫຼາຍ​ອາ​ທິດ​​ໂດຍ​ເມີນ​ເສີຍ​ຕໍ່​ຄວາມ​ຮ້າຍ​ແຮງ​ຂອງເຊື້ອ​ພະ​ຍາດ​ດັ່ງ​ກ່າວ,ແລະ​ເຊື່ອ​ວ່າ​ເຊື້ອ​ພະ​ຍາດ​ຈະ​ສູນ​ຫາຍ​ໄປ​ເອງ; ລັດ​ຖະ​ບານ​ບໍ່​ໄດ້​ວາງ​ແຜນ​ການຕິດ​ຕາມ​ແລະກວດ​ຫາ​ເຊື້ອ​​ທີ່​ເໝາະ​ສົມ; ​ຮ້າຍແຮງກວ່າ​ນັ້ນ​ອີກ​ແມ່ນ​ທຳ​ນຽບ​ຂາວ​ໄດ້​ສົ່ງ​ເສີມ​ໃຫ້​ລັດ​ຕ່າງໆ​ເປີດ​ລັດ​ຄືນ​ໃໝ່​ໃນ​ສະ​ພາບການ​ທີ່​ຍັງ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໜັກ​ໜ່ວງຄື​ເກົ່າ.

ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໄດ້ເຜີຍ​ແບ​ຂໍ້​ບົກ​ຜ່ອງ​ພື້ນ​ຖານຂອງ​ອາ​ເມ​ຣິ​ກາ_fororder_61d37f3f9e0340bcbc67fc7549c2711f

ບົດ​ຄວາມ​​ຍັງ​ລະ​ບຸ​ອີກວ່າ: ຄວາມ​ຜິດ​ພາດ​ທີ່​ຈະ​ແຈ້ງ​ຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ແມ່ນ​ບໍ່​ມີ​ອຸ​ປະ​ກອນກວດ​ຫາ​ເຊື້ອ​ຂັ້ນ​ພື້ນ​ຖານ​ທີ່​ພຽງ​ພໍ ເພາະ​ນີ້​ເປັນ​ປັດ​ໄຈ​ສຳ​ຄັນ​ໃນ​ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂະ​ໜາດໃຫຍ່. ຄົນ​ອາ​ເມ​ຣິ​ກາ​ບາງ​ຄົນ​ເວົ້າ​ວ່າ: ເຂົາ​ເຈົ້າ​ຕ້ອງ​ລໍ​ຖ້າ​ສອງ​ອາ​ທິດ​ປາຍ​ຈຶ່ງ​ສາ​ມາດ​ໄດ້​ຮັບ​ຜົນ​​ກວດ. ​ແຕ່​ເມື່ອ​ປະ​ເຊີນ​ກັບ​ສະ​ພາບ​ການ​ແບບ​ນີ້, ທຳ​ນຽບ​ຂາວ​ບໍ່​ໄດ້​ຮຽກ​ຮ້ອງ​ໃຫ້​ຍົກ​ສູງຄວາມ​ສາ​ມາດ​ດ້ານ​ການກວດ​ຫາ​ເຊື້ອ​​ເພີ່ມຂຶ້ນ,​ແຕ່ຫາກ​​ໄດ້​ສະ​ເໜີ​​ວ່າໃຫ້​ອາ​ເມ​ຣິ​ກາ​​ຫຼຸດ​ການກວດ​ຫາ​ເຊື້ອ.

ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໄດ້ເຜີຍ​ແບ​ຂໍ້​ບົກ​ຜ່ອງ​ພື້ນ​ຖານຂອງ​ອາ​ເມ​ຣິ​ກາ_fororder_1597732804161606

ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຄັ້ງ​ນີ້​ໄດ້​ເຜີຍ​ແບ​ຂໍ້​ບົກ​ຜ່ອງ​ພື້ນ​ຖານ​ທີ່​ສຳ​ຄັນ​ຂອງ​ອາ​ເມ​ຣິ​ກາ ເຊິ່ງ​ລວມ​ທັງ​ຕາ​ໜ່າງ​ຄວາມ​ໝັ້ນ​ຄົງ​ທາງ​ສັງ​ຄົມ​ທີ່​ຖືກ​ທຳ​ລາຍ​ຢ່າງ​ໜັກ​ໜ່ວງ ກໍ​ຄື​ລັດ​ທິ​​ຊາດ​ນິ​ຍົມທີ່​ເປັນ​ລະ​ບົບ​ທີ່​​ເປັນ​ໄພອັນ​ຕະ​ລາຍ​ຕໍ່​ຊີ​ວິດ.

ຄຳ​ເຫັນ

0