黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເສດ​ຖະ​ກິດ​ດີ​ຈີ​ຕອນພວມ​ມີ​ທ່ວງ​ທ່າ​ໃໝ່​ໃນ​ການ​ຊຸກ​ຍູ້​ການ​ມີ​ວຽກ​ເຮັດ​ງານ​ທຳ

2020-08-21 16:30:17 cri

ໃນ​ໄລ​ຍະ​​ທີ່​ພະ​ຍາດ​ໂຄວິດ-19 ສືບ​ຕໍ່​ແຜ່​ລະ​ບາດ​ໃນ​ທົ່ວ​ໂລກ, ເສດ​ຖະ​ກິດ​ດີ​ຈີ​ຕອ​ນ​ພວມ​ກາຍ​ເປັນເວ​ທີທີ່​ມີ​ທ່າ​ແຮງ​ບົ່ມ​ຊ້ອນ​ຕໍ່​ການ​ສ້າງວຽກ​ເຮັດ​ງານ​ທຳ.

ກ່ອ​ນ​ອື່ນ, ເສດ​ຖະ​ກິດ​ດີ​ຈີ​ຕອນ​ມີ​ຄວາມ​ຕ້ອງ​ການໃນ​ຫຼາຍ​ຮູບ​ແບບ​ຕໍ່​ຕຳ​ແໜ່ງວຽກ​ເຮັດ​ງານ​ທຳ, ຄຽງ​ຄູ່​ກັບ​ເຕັກ​ນິກ​ຕີ​ຈີ​ຕອນ​ເຊື່ອມ​ເຂົ້າ​ກັບ​ເສດ​ຖະ​ກິດ​ຕົວ​ຈິງ​ຢ່າງ​ເລິກ​ເຊິ່ງ, ​ໄດ້​ກໍ່​ໃຫ້​ເກີດ​ມີຂະ​ແໜງ​ການ​ໃໝ່, ​ຮູບ​ແບບ​ທຸ​ລະ​ກິດໃໝ່​ແລະ​ຮູບ​ການ​ໃໝ່​ດ້ານ​ເສດ​ຖະ​ກິດຢ່າງ​ຫຼວງ​ຫຼາຍ, ​​ແລະຕ້ອງ​ການ​ຜູ້​ມີ​​ຄວາມ​ຮູ້ເຕັກ​ນິກ​ອ່າວ​ສູງ, ທັງ​ຕ້ອງ​ການ​ຕຳ​ແໜ່ງ​​ບໍ່​ເນັ້ນ​ໜັກ​ເຖິງ​ມີມາດ​ຕະ​ຖານ​ດ້ານ​ປະ​ສົບ​ການ​ເຮັດ​ວຽກ​ແລະ​ໃບ​ປະ​ລິນ​ຍາ.

ຖັດ​ມາ, ເງິນ​ເດືອນ​ຂອງ​ຕຳ​ແໜງ​​ງານດ້ານ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ມີ​ກຳ​ລັງ​ແຂ່ງ​ຂັນ​ອ່າວ​​ສູງ. ປີ 2018, ເງິນ​ເດືອນ​ຂອງ​ຜູ້​​ທີ່ເຮັດ​ວຽກ​​ໃນ​ຂະ​ແໜງ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ສະ​ເລ່ຍ​ແລ້ວ​ມີ​ລາຍ​ຮັບ​ເຖິງ 7057 ຢວນ, ສູງກວ່າ​ເງິນ​ເດືອນ​ຂອງ​ຜູ້​ເຮັດ​ວຽກ​ຢູ່​ວິ​ສາ​ຫະ​ກິດ​ທຳ​ມະ​ດາ​ປະ​ມານ 23.9%.

ນອກ​ນີ້, ຂະ​ແໜງ​ການ​ຕ່າງໆ​ເຊັ່ນ​: ການ​ຄ້າ​ເອ​ເລັກໂຕ​ຣ​ນິກ, ເສດ​ຖະ​ກິດ​ແບ່ງ​ປັນແລະ​ອື່ນໆ​ໄດ້​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ທັງ​ໄດ້​ສ້າງໂອ​ກາດ​ວຽກ​ເຮັດ​ງານ​ທຳສຳ​ລັບ​ວຽກ​ບໍ່​ປະ​ຈຳ​ໄດ້​ຢ່າງ​ຫຼວງ​ຫຼາຍ, ໄດ້​ກາຍ​ເປັນ​ພະ​ລັງ​ສຳ​ຄັນ​ທີ່​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຈີນ​ຢ່າງ​ໝັ້ນ​ທ່ຽງ.

ຕົວ​ເລກ​ສະ​ຖິ​ຕິ​ສະ​ແດງ​ໃຫ້​ເຫັນ​ວ່າ, ເສດ​ຖະ​ກິດ​ດີ​ຈີ​ຕອນໄດ້​ກວມ​ 67.7% ​ຂອງ​ອັດ​ຕາ​ການ​ເຕີບ​ໂຕ GDP ຂອງ​ຈີນ​ໃນ​ປີ 2019, ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ສຳ​ຄັນ​ຂອງ​ເສດ​ຖະ​ກິດ​ດີ​ຈີ​ຕອນ. ປີ 2019 ແລະ​ປີ 2020, ລັດ​ຖະ​ບານ​ຈີນ​ໄດ້​ປະ​ກາດ​​ອາ​ຊີບໃໝ່ 29 ​ປະ​ເພດ, ໃນ​ນັ້ນ​ມີ 75% ໄດ້​ກ່ຽວ​ພັນ​ກັບ​ເສດ​ຖະ​ກິດ​ດີ​ຈີ​ຕອນ.

​ເມື່ອເບິ່ງ​ຈາກ​ດ້ານ​ລວມ​ແລ້ວ, ເສດ​ຖະ​ກິດ​ດີ​ຈີ​ຕອນ​ພວມ​​ມີ​ທ່ວງ​ທ່າ​ໃໝ່​ໃນ​ການ​ຊຸກ​ຍູ້​ການ​ມີວຽກ​ເຮັດ​ງານ​ທຳ​​ຢູ່ຈີນ, ມັນ​ຈະ​ສືບ​ຕໍ່​ກາຍ​ເປັນ​ພະ​ລັງ​​ແຮ່ງ​ທີ່​ສຳ​ຄັນ​ທີ່​​ຈະຊຸກ​ຍູ້​ການ​ພັດ​ທະ​ນາ​ ​ເສດ​ຖະ​ກິດ​ຈີນ, ທັງ​ຈະ​ກາຍ​ເປັນ​ຈຸດ​ສົນ​ໃຈ​ປານ​ວ່າ “ອ່າງ​ເກັບ​ນ້ຳ” ​ທີ່​ດີ​ຂອງ​ຈີນ​ທີ່​​ສາ​ມາດດຶງ​ດູດ​ການ​ລົງ​ທຶນ​ແລະ​ສ້າງ​ໂອ​ກາດ​ໃຫ້​ກັບ​ການ​ມີ​ວຽກ​ເຮັດ​ງານ​ທຳ.

ຄຳ​ເຫັນ

0