尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊາວ​ເນັດ​ອາ​ເມ​ຣິ​ກາຖາມ​ວ່າ: ເປັນ​ຫຍັງ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ​ຢູ່​ຈີນ​ມີ 90% ​ໄດ້​ອອກ​ໂຮງ​ໝໍ, ແຕ່ພວກ​ເຮົາ​ຍັງ​ສູ້​ຊົນຄື​ເກົ່າ?

2020-08-21 16:22:48 cri

ຫວ່າງ​ມໍ່ໆ​ມາ​ນີ້, ຂ່າວ​ທີ່​ນະ​ຄອນ​ອູ​ຮັ້ນ​ເປີດ​ “​ກິດ​ຈະ​ກຳປາ​ຕີ” ເຮັດ​ໃຫ້​ສື່ມວນ​ຊົນ​ຕາ​ເວັນ​ຕົກ​​ອິດ​ສາ​ຈົນຕາ​ແດງ, ສຳ​ນັກ​ຂ່າວ​ AFP ​​ຂອງ​ຟ​ຣັງໄດ້​ເອີ້ນ​​ປະ​ກົດ​ການ​ນີ້​ເປັນ “ກະ​ແສ​ອູ​ຮັ້ນ”. ສ່ວນ​ຢູ່​ເທິງ Quora ສະ​ບັບ​ອາ​ເມ​ຣິ​ກາ, ກໍ​ໄດ້​ມີ​ຊາວ​ເນັດ​ຖາມ​ດ້ວຍ​ຄວາມ​ສະ​ເທືອນ​ໃຈ​ຄື​ແນວ​ນີ້: “ເປັນ​ຫຍັງ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ຈີນ​ໄດ້​ອອກ​ໂຮງ​ໝໍ​ແລ້ວກວມ​ເຖິງ 90%, ແຕ່​ແຫ່ງ​ອື່ນໆ​ໃນ​ໂລກ​ຍັງ​​ສູ້​ຊົນຄື​ເກົ່າ?

ຊາວ​ເນັດ​ອາ​ເມ​ຣິ​ກາຖາມ​ວ່າ: ເປັນ​ຫຍັງ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ​ຢູ່​ຈີນ​ມີ 90% ​ໄດ້​ອອກ​ໂຮງ​ໝໍ, ແຕ່ພວກ​ເຮົາ​ຍັງ​ສູ້​ຊົນຄື​ເກົ່າ?_fororder_8ad4b31c8701a18b1a141c568bb5200f2938fe49

ທ່ານ ປີ​ເຕີ ຕ​ຣຸ​ມານ ຊາວ​ເນັ​ດ​ຜູ້​ໜຶ່ງ​ຕອບ​ວ່າ: “ຍ້ອນ​ວ່າ​ຈີນ​ໄດ້​ແກ້​ໄຂ​ບັນ​ຫາ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ດ້ວຍ​​ຈິດ​ໃຈ​ສູ້​ຊົນທີ່​ເດັດ​ດ່ຽວ​ໜຽວ​ແໜ້ນ​ຂອງ​ຕົນ​​ຕັ້ງ​ແຕ່​ໄລ​ຍະ​ເບື້ອງ​ຕົ້ນ,ຫາກ​ບໍ່​ແມ່ນ​ເພື່ອ​ຜົນ​ປະ​ໂຫຍດ​ທາງ​ການ​ເມືອງ!” ແຕ່​ອາ​ເມ​ຣິ​ກາ​ພັດ​ໄດ້​ຂົ່ມ​ເຫັງ​ “​ຄູ່​ແຂ່ງ” ຂອງ​ຕົນ, ​ເພື່ອເອົາ​ຊະ​ນະ​ການ​ແຂ່ງ​ຂັນ​ໃນ​ທຸກ​ຮູບ​ແບບ.
 

ທ່ານ ປີ​ເຕີ ເວົ້າ​ວ່າ: “ຈີນ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຕ້ານກັບ​ພະ​ຍາດ​ໂຄວິດ-19 ສາ​ເຫດ​ທີ່​ສຳ​ຄັນ​ອັນ​ໜຶ່ງ​ກໍ່​ແມ່ນ​ຄວາມ​ສາ​ມາດ​ດ້ານ​ການກວດ​ຫາ​ເຊື້ອ​ທີ່​ເຂັ້ມ​ແຂງ​ວ່ອງ​ໄວ”. ທ່ານ​​ໄດ້​ຍົກ​ໃຫ້​ເຫັນ​ຕົວ​ຢ່າງວ່າ: ໃນ​ເດືອນ​ມິ​ຖຸ​ນາ​ປີ​ນີ້, ອູ​ຮັ້ນ​ທີ່​ເຄີຍ​ເປັນ​ສູນ​ກາງ​ຂອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ໄດ້​​ເຮັດສຳ​ເລັດ​ວຽກ​ງານກວດ​ຫາ​ເຊື້ອ​ດ້ວຍ​ການກວດ​ນີວ​ຄີ​ລ​ອິກ​ໃຫ້​ກັບປະ​ຊາ​ຊົນ​ທັງ​ໝົດ​ຢູ່​ນະ​ຄອນ​ອູ​ຮັ້ນ​ຈຳ​ນວນ 9,89 ລ້ານ​ຄົນ. ນັບ​ມາ​ຮອດ​ທ້າຍ​ເດືອນ​ກໍ​ລະ​ກົດ​ຜ່ານ​ມາ, ຈີນ​ໄດ້​ດຳ​ເນີນ​ການກວດ​ຫາ​ເຊື້ອ​ດ້ວຍ​ການກວດ​ນີວ​ຄິ​ລ​ອິກທັງ​ໝົດ 160 ລ້ານ​ເທື່ອ​ຄົນ.

ຊາວ​ເນັດ​ອາ​ເມ​ຣິ​ກາຖາມ​ວ່າ: ເປັນ​ຫຍັງ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ​ຢູ່​ຈີນ​ມີ 90% ​ໄດ້​ອອກ​ໂຮງ​ໝໍ, ແຕ່ພວກ​ເຮົາ​ຍັງ​ສູ້​ຊົນຄື​ເກົ່າ?_fororder_b999a9014c086e06ff440a4a14925cf30bd1cb60

ຊາວ​ເນັດທີ່​ຊື່​ວ່າ: ເອ​ວິ​ສ ມິ ຄູ​ກັ​ສ ທີ່​ໄດ້​ດຳ​ລົງ​ຊີ​ວິດ​ຢູ່​ຈີນມາ​ແຕ່​ປີ 2013 ຈົນ​ຮອດ​ປັດ​ຈຸ​ບັນ​ກໍ​ໄດ້​ເວົ້າ​ວ່າ: “ຕາມ​ຄວາມ​ຮັບ​ຮູ້​ຂອງ​ຂ້ອຍ, ໃນ​ໄລ​ຍະສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ທີ່​ໜັກ​ໜ່ວງ​ທີ່​ສຸດ, ຄົນ​ຈີນ​ລ້ວນ​ແຕ່​ໄດ້​ຕື່ນ​ຕົວ​​ກັກ​ບໍ​ລິ​ເວນ​ຕົນ​ເອງຢູ່​ໃນ​ເຮືອນ. ບໍ່​ຄື​ກັນ​ກັບ​ຢູ່​ອາ​ເມ​ຣິ​ກາ​ແລະ​ເອີ​ຣົບ, ປະ​ຊາ​ຊົນ​​ສັນ​ຈອນໄປ​ມາ​​ຕາມ​ໃຈ,ຈຶ່ງ​ເປັນ​ພາ​ຫະ​ນະ​ຂອງ​ການ​ແຜ່​ລະ​ບາດ​​ຂອງເຊື້ອ​ພະ​ຍາດ.”
 

ຊາວ​ເນັດ ມາ​ຕິນ ເຣວ​ໂຕ ເວົ້າ​ວ່າ: ຈີນ​ໄດ້​ປິດ​ສະ​ຖານ​ທີ່​ຂອງ​ການ​ເກີດ​ພະ​ຍາດ​ໂຄວິດ-19 ໃນ​ໄລ​ຍະ​ເບື້ອງ​ຕົ້ນ, ຈົນ​ເຖິງ​​ເວ​ລາ​ທີ່​ມີ​ຄວາມ​ໝັ້ນ​ໃຈ​ວ່າການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ຈຸດ​ລະ​ບາດສິ້ນ​ສຸດ​​ລົງແລະ​ຫາຍ​ໄປ​ໝົດ. ສະ​ນັ້ນ, ແຫ່ງ​ອື່ນໆ​ຂອງ​ຈີນ​ເກືອ​ບ​​ວ່າບໍ່​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19, ​ແລະສາ​ມາດ​ຄວບ​ຄຸມ​ໄດ້.

ຊາວ​ເນັດ​ອາ​ເມ​ຣິ​ກາຖາມ​ວ່າ: ເປັນ​ຫຍັງ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ​ຢູ່​ຈີນ​ມີ 90% ​ໄດ້​ອອກ​ໂຮງ​ໝໍ, ແຕ່ພວກ​ເຮົາ​ຍັງ​ສູ້​ຊົນຄື​ເກົ່າ?_fororder_d01373f082025aafc86c08f3e1778c63024f1ac8

ແຕ່​ເບິ່ງ​ຈາກ​ສະ​ພາບ​ການ​ໃນ​ປັດ​ຈຸ​ບັນ​​ຢູ່​ອາ​ເມ​ຣິ​ກາແລ້ວ, ມີ​ຄົນ​ຈຳ​ນວນ​ໜຶ່ງ​ຫຍຸ້ງ​ຢູ່​ກັບ​ການ​ຍຸ​ແຍ່​ການ​ພົວ​ພັນ​ລະ​ຫວ່າງປະ​ເທດ.ມີ​ຄົນ​ຈຳ​ນວນ​ໜຶ່ງ​ຫຍຸ້ງ​ຢູ່​ກັບ​ການອວດ​ອົ່ງ​ທະ​ນົງ​ຕົວ​ເພື່ອ​ຫາ​ສຽງ​ເລືອກ​ຕັ້ງ, ບໍ່​ເຂັ້ມ​ງວດນຳ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19;​ ມີ​ຄົນ​ຈຳ​ນວນ​ໜຶ່ງ​ຟ້າວ​ຟັ່ງ​ໄປ​ປະ​ກົດ​ໂຕ, ຊ່ວຍ​ນັກ​ການ​ເມືອງ​ຫົວ​ຮຸນ​ແຮງບາງ​ຄົນກໍ່​ຄວາມ​ວຸ້ນ​ວາຍ​ຢູ່​ປະ​ເທດ​​ນີ້​ປະ​ເທດ​ນັ້ນ. ຊີ​ວິດ​ຂອງ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ທີ່​ບໍ່​ມີ​ໂທດ​ກຳ​ຫຍັງ​ກໍ​ມີ​ຄ່າ​ຊ່ຳ​ກັບ​ເມັດ​ຊາຍ​​ຢູ່ເທິງ​ທຸງ​ຊາດ,ສິດ​ທິ​ມະ​ນຸດ​ຢູ່​ອາ​ເມ​ຣິ​ກາ​ກໍ​ຈຶ່ງ​ເປັນ​ເລື່ອງ​ທີ່​ເວົ້າ​ກັນ​ຫຼິ້ນໆ​ແບບ​ລົມໆ​ແລ້ງໆ​ເທົ່າ​ນັ້ນ.

ຄຳ​ເຫັນ

0