何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ເມື່ອ​ຜະ​ເຊີນ​ກັບ​ສະ​ພາບ​ການ​ທີ່​ຂ້ຽວ​ຂາດ ແລະ ສັບ​ສົນ ຕ້ອງ​ຊຸກ​ຍູ້​ເຂດ​ສາມຫຼ່ຽມ​ປາກ​ແມ່​ນ້ຳ​ຢາ​ງ​ເຊ​ໃຫ້​​ພັດ​ທະ​ນາ​ແບບ​ເຊື່ອມ​ໂຍງ​ເຂົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​​ໃຫ້​ດີກວ່າ​ເກົ່າ

2020-08-22 17:33:17 CRI

ວັນ​ທີ 20 ສິງ​ຫາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​ໄດ້​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ ຊຸກ​ຍູ້​ເຂດ​ສາມຫຼ່ຽມ​ປາກ​ແມ່​ນ້ຳ​ຢາ​ງ​ເຊ​ໃຫ້​​ພັດ​ທະ​ນາ​ແບບ​ເຊື່ອມ​ໂຍງ​ເຂົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ຢູ່​ນະ​ຄອນ​ເຫີ​ເຟີຍ ທັງ​ປະ​ກອບ​ຄຳ​ເຫັນ​ທີ່​ສຳ​ຄັນ. ທ່ານ​ກ່າວ​ເນັ້ນ​ວ່າ, ຕ້ອງ​ຮັບ​ຮູ້​ເຖິ​ງ​ຖາ​ນະ​ບົດ​ບາດ​ທີ່​ສຳ​ຄັນ​ຂອງ​ເຂດ​ສາມຫຼ່ຽມ​ປາກ​ແມ່​ນ້ຳ​ຢາງ​ເຊ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ຈີນ, ຕ້ອງ​ປະ​ສົມ​ປະ​ສານ​ກັບ​ຄວາມ​ຮຽກ​ຮ້ອງ​ຂອງ​ສະ​ພາບ​ການ​ໃໝ່, ກຳ​ແໜ້ນ​ວຽກ​ງານ​ສຳ​ຄັນ​ໂດຍ​ປິ່ນ​ອ້ອມ “ການ​ເຊື່ອມ​ໂຍງ​ເຂົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ” ແລະ “ຄຸນ​ນະ​ພາບ​ສູງ”, ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ເຊື່ອມ​ໂຍງ​ເຂົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ຂອງ​ເຂດ​ນີ້ໃຫ້​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ຢ່າງ​ບໍ່​ຢຸດ​ຢັ້ງ.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ເຂດ​ສາມຫຼ່ຽມ​ປາກ​ແມ່​ນ້ຳ​ຢາ​ງ​ເຊ​ຕ້ອງ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຕ່າງໆ ເຊັ່ນ: ເຕົ້າ​ໂຮມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຢ່າງຫຼວງຫຼາຍ, ມີ​ ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​​ໃນລະ​ດັບ​ສູງ, ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ມີ​ການ​ພັດ​ທະ​ນາຫຼາຍ ແລະ​ອື່ນໆ, ຕັ້ງ​ໜ້າ​ຄົ້ນ​ຄວ້າ​ເສັ້ນ​ທາງ​ທີ່​ກຳ​ເນີດ​ສະ​ພາບ​ການ​ພັດ​ທະ​ນາ​ອັນ​ໃໝ່. ນະ​ຄອນ​ຊຽງ​ໄຮ ແລະ ເຂດ​ສາມຫຼ່ຽມ​ປາກ​ແມ່​ນ້ຳ​ຢາ​ງ​ເຊບໍ່​ພຽງ​ແຕ່​ຕ້ອງ​ສະ​ໜອງ​ຜະ​ລິດ​ຕະ​ພັນ​ທີ່​ມີ​ຄຸນ​ນະ​ພາບ​ດີເທົ່າ​ນັ້ນ, ຍັງ​ຕ້ອງ​ສະ​ໜອງ​ສິນ​ຄ້າ​ທີ່​ມີ​ສ່ວນ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ທີ່​ມີ​ລະ​ດັບ​ສູງ, ເພື່ອ​ຄ້ຳ​ຊູ​ການ​ພັດ​ທະ​ນາ​​ດ້ວຍ​ຄຸນ​ນະ​ພາບ​ສູງ​ໃນ​ທົ່ວ​ປະ​ເທດ. ເຂດ​ນີ້​ຕ້ອງ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ການ​ດຳ​ເນີນ​ທຸ​ລະ​ກິດ​ຕາມ​ມາດ​ຕະ​ຖານ​ສຸດຍອ​ດ​ຂອງ​ສາ​ກົນ, ໃຊ້​ສະ​ພາ​ບ​ແວດ​ລ້ອມ​ທີ່​ເປີດກວ້າງ ມີ​ການ​ບໍ​ລິ​ການ​ທີ່​ດີ ປະ​ດິດ​ສ້​າງ​ໃໝ່ ແລະ ມີ​ປະ​ສິດ​ທິ​ພາບ​ສູງ​ເພື່ອ​ດຶງ​ດູດ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ ກໍ​ຄື ວິ​ສາ​ຫະ​ກິດ ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ໄປ​ສ້າງ​ທຸ​ລະ​ກິ​ດ​ຢູ່​ແຫ່ງ​ນີ້, ຊຸກ​ຍູ້​ໃຫ້​ການ​ຄ້າ​ແລະ ການ​ລົງ​ທຶນ​ມີ​ຄວາມ​ສະ​ດວກ​ກວ່າ​ເກົ່າ, ພະ​ຍາ​ຍາມ​ກາຍ​ເປັນ​ຂົວ​​ຕໍ່​ອັນ​ສຳ​ຄັນ​ໃນ​ການ​ເຊື່ອມ​ຈອດຕະຫຼາດ​ສາ​ກົນ​ກັບ​ຕະຫຼາດ​ພາຍ​ໃນ​ປະ​ເທດ.

 

ທ່ານ​ສີ​ຈິ້ນ​ຜິງ​ຍັງ​ຊີ້​ອອກວ່າ, ການ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ພັດ​ທະ​ນາ ເຂດ​ສາມຫຼ່ຽມ​ປາກ​ແມ່​ນ້ຳ​ຢາ​ງ​ເຊ​ໃຫ້​ເຊື່ອມ​ໂຍງ​ເຂົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ຕ້ອງ​ທຳ​ລາຍ​ອຸ​ປະ​ສັກ​ດ້ານ​ການ​ບໍ​ລິ​ຫານ, ປັບ​ປຸງ​ນະ​ໂຍ​ບາຍ​ຂອງ​ແຫ່ງ​ຕ່າງໆ​ໃຫ້​ປະ​ສາ​ນ​ສົມ​ທົບ​ກັນ, ຊຸກ​ຍູ້​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ.  3 ແຂວງ ແລະ 1 ກຳ​ແພງ​ນະ​ຄອນ​ຢູ່​ເຂດ​ນີ້​ຕ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຕ່າງໆ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ບົນ​ພື້ນ​ຖານ​ທີ່​ກຳ​ແໜ້ນ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ​ຢ່າງ​ເປັນ​ປົກ​ກະ​ຕິ, ຮັບ​ປະ​ກັນ​ມາດ​ຕະ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ຕ່າງໆ​ສາ​ມາດ​ເຂົ້າ​ເຖິງ​ຮາກ​ຖານ, ເກີດ​ຜົນ​ປະ​ໂຫຍດ​ຕໍ່​ອົງ​ກອນ​ເສດ​ຖະ​ກິດ​ໃນ​ຕະຫຼາດ​ໂດຍ​ກົງ, ນຳ​ພາ​ທຶນ​ຮອນ​ສະ​ໜັບ​ສະ​ໜູນ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ. ຕ້ອງ​ເລັ່ງ​ລັດ​ການ​ຫັນ​ເປັນ​ແບບ​ດີ​ຈີ​ຕອນ ແລະ ​ແບບອັດ​ສະ​​ລິ​ຍະ​ຂອງ​ອຸດ​ສາ​ຫະ​ກຳ, ເລັ່ງ​ລັດ​ຊຸກ​ຍູ້​ການ​ສ້າງ​ສາ​ໂຄງ​ການ​ໃຫຍ່​ທີ່​ສຳ​ຄັນ.

ຄຳ​ເຫັນ

0