尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​​ໃນເວ​ລາລ້ຽງ​ແຂກບໍ່​ຄວນ​ກິນ​ຖິ້ມ​ກິນ​ເຫຼືອ

2020-08-24 16:52:25 cri

​​ໃນເວ​ລາລ້ຽງ​ແຂກບໍ່​ຄວນ​ກິນ​ຖິ້ມ​ກິນ​ເຫຼືອ_fororder_微信图片_20200824103650

ໃນ​ຊີ​ວິດ​ປະ​ຈຳ​ວັນ​, ​ການ​ລ້ຽງ​ແຂກທີ່​​ໃຫ້​ອາ​ຫານ​ເຫຼືອເຄິ່ງ​ໂຕະ​​ເປັນ​ເຫດ​ການ​ທີ່​ເກີດ​ຂຶ້ນ​ເລື້ອຍໆ, ​ການ​ກະ​ທຳ​ທີ່​ລ້ຽງ​​ເຫຼືອ​ເກືອ​ອີ່ມ​ເພື່ອ​ສະ​ແດງ​ຄວາມ​ຈິງ​ໃຈຕໍ່​ແຂກແບບ​ນີ້​ເປັນທ່າ​ທີ​ແລະ​ພຶດ​ຕິ​ກຳ​ທີ່​ບໍ່​ເໝາະ​ສົມ.
 

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ເຜີຍ​ແຜ່ “ບົດ​ລາຍ​ງານ​ກ່ຽວ​ກັບ​ໂພ​ສະ​ນາ​ການແລະ​ຄວາມ​​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ຂອງ​ໂລກ​ປີ 2020” ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ປີ 2019, ​ທົ່ວ​ໂລກ​ໄດ້​ມີ​ເກືອບ 690 ລ້ານ​ຄົນ​ຕົກ​ຢູ່​ໃນ​ສະ​ພາບ​ອຶດ​ຫິວ. ຮອດ​ທ້າຍ​ປີ 2020, ​​ຈະມີ​ປະ​ມານ 83 ລ້ານ​ຫາ 132 ລ້ານ​ຄົນ​ຕົກ​ຢູ່​ໃນ​ສະ​ພາບ​ຄວາ​ມ​ອຶດ​ຫິວ​ຍ້ອ​ນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເຊິ່ງ​ຈະເຮັດ​ໃຫ້​ເສດ​ຖະ​ກິດ​ໂລກ​ຊຸດ​ໂຊມ​ລົງ.
 

ໃນ​ສະ​ໄໝທີ່​ຂາດແຄນ​ອາ​ຫານ, ການ​ທີ່​ເຮັດ​ໃຫ້​ແຂກ​ກິນ​​ອີ່ມ, ກິນ​ດີ​ແມ່ນສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຈິງ​ໃຈ​ຂອງ​ເຈົ້າ​ພາບ. ແຕ່​ວ່າ, ໃນ​ສະ​ໄໝ​ທີ່​ຄົນ​ທັງ​ຫຼາຍ​ລ້ວນ​ແຕ່​ມີອາ​ຫານ​ການ​ກິນ​ບໍ່​ຂາດ​ແຄນຈັກ​ໜ້ອຍ, ​ເຈົ້າ​ພາບມັກ​ສັ່ງ​ອາ​ຫານ​ໃຫ້​ຫຼາຍ​ຢູ່​ເລື້ອຍໆ​​ບໍ່​ມີ​ເທື່​ອ​ໃດ​ຈະ​ສັ່ງ​ໜ້ອຍ​ຢ່າງ​ເດັດ​ຂາດ, ພຶດ​ຕິ​ກຳ​ແບບ​ນີ້​ກໍ​ຈະ​ເປັນ​ການ​ກິນ​ຖິ້ມ​ກິນ​ເຫຼືອ​ແລະ​ຟຸມ​ເຟືອຍ ຈະ​ເປັນການ​ສິ້ນ​ເປື​ອງ​ອາ​ຫານ.
 

ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​​ຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ໃຫ້​ທິດ​ຊີ້​ນຳ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ ໂດຍ​ເນັ້ນ​ໜັກ​ການ​​ຫ້າມ​ບໍ່​ໃຫ້​ມີ​ການ​ກະ​ທຳ​​ທີ່​ກິນ​ຖິ້ມ​ກິນ​ເຫຼືອ​ແລະ​ຟຸມ​ເຟືອຍ​ຢ່າງ​ເດັດ​ຂາດ​ແລະ​ຄວນ​ສ້າງ​ຄວາມ​ຊິ່ນ​ເຄີຍ​​ໃນ​ການ​ຮູ້​ປະ​ຢັດ​ມັດ​ທະ​ຍັດ​ຢ່າງ​ແທ້​ຈິງ, ເພື່ອ​ສ້າງ​ບັນ​ຍາ​ກາດ​ທີ່​​ເອົາ​ການ​ກິນ​ຖິ້ມ​ກິນ​ເຫຼືອ​ເປັນ​ເລື່ອງ​ໜ້າ​ລະ​ອາຍ​ແລະ​ການ​ປະ​ຢັດ​​ມັດ​ທະ​ຍັດເປັນ​ເລື່ອງ​ມີ​ກຽດ​ໃນ​ທົ່ວ​ສັງ​ຄົມ.
 

ການ​​ສ້າງ​ບັນ​ຍາ​ກາດ​ໃນ​ການ​ພັກ​ຜ່ອນ​ຢ່ອນ​ອາ​ລົມ​ແລະ​ການ​ແລກ​ປ່ຽນ​ທາງດ້ານ​ຈິດ​ໃຈໃນ​ເວ​ລາ​ລ້ຽງ​ອາ​ຫານ,ອາດ​ຈະ​ສາ​ມາດ​ເພີ່ມ​​ຄວາມ​ຮັກ​ແພງ​ສ້າງ​ມິດ​ຕະ​ພາບ​ລະ​ຫວ່າງ​ແຂກ​ກັບ​ເຈົ້າ​ພາບ​ໄດ້​ຫຼາຍ, ແຕ່​ຖ້າ​ເອົາ​ການ​ລ້ຽງ​ອາ​ຫານ​ແບບ​ກິນ​ຖິ້ມ​ກິນ​ເຫຼືອ​ແລະ​ຟຸມ​ເຟືອຍ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ພາບ​ຍິນ​ດີ​ຕ້ອນ​ຮັບ​ແລະ​ມີ​ຄວາມ​ຈິງ​ໃຈ​ຕໍ່​ແຂກ, ການ​ກະ​ທຳ​ແບບ​ນີ້​ເປັນ​ພຶດ​ຕິ​ກຳ​ທີ່​ບໍ່​ສົມ​ຄວນ​ເຮັດ,ຄວນ​ສະ​ກັດ​ກັ້ນ​ການ​ກະ​ທຳ​ທີ່​ກິນ​ຖິ້ມ​ກິນ​ເຫຼືອ​ແລະ​ຟຸມ​ເຟືອຍ​ຢ່າງ​ເດັດ​ຂາດ.

ຄຳ​ເຫັນ

0