ຕອນເຊົ້າວັນທີ 24 ສິງຫານີ້, ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ປັກກິ່ງ, ທ່ານ ຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມກອງປະຊຸມຜູ້ນຳການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຜ່ານທາງວິດີໂອ. ທ່ານ ຫຼີເຄີ້ສຽງ ແລະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວໄດ້ຮ່ວມກັນເປັນປະທານ ກອງປະຊຸມ. ທ່ານ ຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍ, ທ່ານ ວິນມິນ ປະທານາທິບໍດີມຽນມາ, ທ່ານ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ແລະ ທ່ານ ຫງວນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມໄດ້ເຂົ້າຮ່ວມກອງປະຊຸມ.
ທ່ານ ຫຼີເຄີ້ສຽງ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຄວາມພະຍາຍາມຢ່າງຕັ້ງໜ້າຂອງບັນດາປະເທດໃນການຊຸກຍູ້ກົນໄກຮ່ວມມືຂອງພາກພື້ນ,ພ້ອມທັງໄດ້ສະເໜີຂໍ້ລິເລີ່ມ 6 ຂໍ້ໃນການເພີ່ມທະວີການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄື: ໜຶ່ງ, ຊຸກຍູ້ການຮ່ວມມືດ້ານຊັບພະຍາກອນນ້ຳໃຫ້ກ້າວຂຶ້ນສູ່ລະດັບໃໝ່. ສອງ, ເປີດກວ້າງການຮ່ວມມືດ້ານການຄ້າແລະການເຊື່ອມຈອດກັນ. ສາມ, ລົງເລິກການຮ່ວມມືດ້ານການພັດທະນາແບບຍືນຍົງ. ສີ່, ຍົກລະດັບການຮ່ວມມືດ້ານສາທາລະນະສຸກໃຫ້ສູງຂຶ້ນ. ຫ້າ, ເພີ່ມທະວີການຮ່ວມມືໃນຂົງເຂດທີ່ກ່ຽວກັບຊີວິດການເປັນຢູ່ຂອງປະຊາຊົນ. ຫົກ, ຈັດຕັ້ງປະຕິບັດແນວຄວາມຄິດກ່ຽວກັບການເປີດປະຕູສູ່ພາຍນອກແລະກວມລວມ.
ຜູ້ນຳທີ່ເຂົ້າຮ່ວມກອງປະຊຸມໄດ້ຕີລາຄາສູງຕໍ່ໝາກຜົນທີ່ອຸດົມສົມບູນໃນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ໄດ້ເຫັນດີຢ່າງຮອບດ້ານຕໍ່ຂໍ້ສະເໜີກ່ຽວກັບການເພີ່ມທະວີການຮ່ວມມືຕາມກົນໄກທີ່ທ່ານ ຫຼີເຄີ້ສຽງ ສະເໜີອອກ. ຍິນດີຮ່ວມກັນກັບຈີນລົງເລິກການຮ່ວມມືໃນຂົງເຂດສາທາລະນະສຸກ,ເພີ່ມທະວີການຮ່ວມມືດ້ານການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19, ຊຸກຍູ້ການຟື້ນຟູແລະການພັດທະນາເສດຖະກິດ, ພ້ອມທັງປົກປັກຮັກສາລັດທິຫຼາຍຝ່າຍຢ່າງມີປະສິດທິຜົນ.
ນັບແຕ່ການສ້າງກົນໄກການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງເປັນເວລາ 4 ກວ່າປີຜ່ານມາ, ການຮ່ວມມືລະຫວ່າງບັນດາຝ່າຍໄດ້ພັດທະນາຢ່າງຮອບດ້ານແລະວ່ອງໄວ. ໃນ 6 ເດືອນຕົ້ນປີນີ້, ໂດຍປະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ເກີດຂຶ້ນຢ່າງກະທັນຫັນ, ການຄ້າລະຫວ່າງຈີນກັບບັນດາປະເທດແມ່ນ້ຳຂອງໄດ້ເພີ່ມຂຶ້ນແບບເໜືອການຄາດຄຶດ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມສາມາດບົ່ມຊ້ອນດ້ານການຮ່ວມມືທີ່ໃຫຍ່ຫຼວງລະຫວ່າງສອງຝ່າຍ. ທາງລົດໄຟຈີນ-ລາວແລະທາງລົດໄຟຈີນ-ໄທທີ່ພວມຢູ່ໃນໄລຍະກໍ່ສ້າງນັ້ນຈະສະໜອງເສັ້ນທາງທີ່ວ່ອງໄວແລະສີຂຽວໃຫ້ແກ່ການກໍ່ສ້າງແລະພັດທະນາໃນພາກພື້ນ, ສອງຝ່າຍຈະຮ່ວມກັນສ້າງເວທີຊົມໃຊ້ຂໍ້ມູນຂ່າວສານຮ່ວມກັນກ່ຽວກັບການຮ່ວມມືດ້ານຊັບພະຍາກອນນ້ຳຕາມລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ,ເພື່ອເຮັດໃຫ້ປະເທດໃນພາກພື້ນນີ້ສາມາດຮັບມືກັບໄພນ້ຳຖ້ວມແລະໄພແຫ້ງແລ້ງໄດ້ເປັນຢ່າງດີກວ່າເກົ່າ. ການຮ່ວມມືໃນດ້ານຕ່າງໆໄດ້ນຳເອົາຜົນປະໂຫຍດທີ່ຕິດແທດຕົວຈິງມາໃຫ້ແກ່ປະຊາຊົນຂອງບັນດາປະເທດໃນພາກພື້ນ.
6 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຮ່ວມກັນຊົມໃຊ້ແມ່ນ້ຳສາຍດຽວ, ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງກໍຈະພັດທະນາຂຶ້ນຕື່ມເຊິ່ງຈະເປັນການພີ່ມທະວີການພົວພັນລະຫວ່າງປະຊາຊົນຂອງ 6 ປະເທດໃຫ້ມີຄວາມໃກ້ຊິດກັນຂຶ້ນຕື່ມ, ເປັນການສະໜັບສະໜູນການພັດທະນາໃນພາກພື້ນໃຫ້ຫຼາຍກວ່າເກົ່າ.
ຄຳເຫັນ
0