尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເສ​ດ​ຖະ​ກິດ​ຈີ​ນ​ຈະ​​ກາງ​ໃບ​ເຮືອ​ອອກແລະ​ເດີນ​ໄປ​ພາຍ​ໃຕ້​ສະ​ພາບ​​ທີ່ມີ​ຄວາມ​ຫຍຸ້ງ​ຍາກ

2020-08-26 15:26:53 cri

ເສ​ດ​ຖະ​ກິດ​ຈີ​ນ​ຈະ​​ກາງ​ໃບ​ເຮືອ​ອອກແລະ​ເດີນ​ໄປ​ພາຍ​ໃຕ້​ສະ​ພາບ​​ທີ່ມີ​ຄວາມ​ຫຍຸ້ງ​ຍາກ_fororder_7c1ed21b0ef41bd590e5cd290bfbafcc38db3d64

​ໃນ​ກອງ​ປະ​ຊຸມ​ສຳ​ມະ​ນາ​ກັບ​ຜູ້​ຊ່ຽວ​ຊານ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ສັງ​ຄົມ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ສິງ​ຫາ​ນີ້, ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ໃນ​ໄລ​ຍະ​ຕໍ່​ໜ້າ​, ພວກ​ເຮົາ​ຈະ​ປະ​​ເຊີນ​ກັບ​ສະ​ພາບ​ແວດ​ລ້ອມ​ພາຍນອກ​ທີ່​ມີ​ຄວາມ​ຫຍຸ້ງ​ຍາກ​ຕ່າງໆ​ຫຼາຍກວ່າ​ເກົ່າ, ຕ້ອງ​ກະ​ກຽມໃຫ້ເປັນ​ຢ່າງ​ດີ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ແລະ​ຄວາມ​ສ່ຽງ​ໃໝ່​ຕ່າງໆ. ຕ້ອງ​ກ້າ​ເດີນ​ເຮືອສວນ​ກັບ​ທິດ​ທາງ​ຂອງ​ກະ​ແສ​ລົມ, ຫັນ​ວິ​ກິດ​ການ​ເປັນ​ກາ​ລະ​ໂອ​ກາດ, ພະ​ຍາ​ຍາມ​ບັນ​ລຸ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງກວ່າ​ເກົ່າ, ມີ​ປະ​ສິດ​ທິ​​ພາບ​ສູງກວ່າ​ເກົ່າ, ຍຸ​ຕິ​ທຳ​ກວ່າ​ເກົ່າ, ຍືນ​ຍົງ​ກວ່າ​ເກົ່າ​ແລະ​ປອດ​ໄພ​ກວ່າ​ເກົ່າ.

ເສ​ດ​ຖະ​ກິດ​ຈີ​ນ​ຈະ​​ກາງ​ໃບ​ເຮືອ​ອອກແລະ​ເດີນ​ໄປ​ພາຍ​ໃຕ້​ສະ​ພາບ​​ທີ່ມີ​ຄວາມ​ຫຍຸ້ງ​ຍາກ_fororder_3c6d55fbb2fb4316b94791457785682409f7d35a

ການ​ເດີນ​ເຮືອ​ສວນ​ກັບ​ທິດ​ທາງ​ຂອງ​ກະ​ແສ​ລົມ,ຕ້ອງ​ມີ​ຄວາມ​ກ້າ​ຫານ​ໃນ​ການ​ສູ້​ກັບ​ກະ​ແສ​ລົມ, ຕ້ອງ​ຈຳ​ແນກ​ສະ​ພາບ​ການ​ທີ່​ປ່ຽນ​ແປງ​ຢ່າງວ່ອງ​ໄວ​ບົນເສັ້ນ​ທາງ​ທາງ​ທະ​ເລ, ​ຕ້ອງ​​ກຳ​ທິດ​ທາງ​ການ​ເດີນ​ເຮືອ​ໃຫ້​ໄດ້, ຕ້ອງ​ມີ​ທິດ​ສະ​ດີ​ດ້ານ​ວິ​ທະ​ຍາ​ສາດ​ແລະ​ຍັງ​ຕ້ອງ​ມີ​ພະ​ລັງ​ແຮງ​ດ້ານ​ການ​ເດີນ​ເຮືອ​ທີ່​ເຂັ້ມ​ແຂງອີກ​ດ້ວຍ.
 

​ການ​ທີ່​ພຽງ​ແຕ່​ສາ​ມາດ​ເດີນ​ເຮືອ​ໄປ​ຕາມ​ທິດ​ທາງ​ຂອງ​ກະ​ແສ​ລົມຈະ​ບໍ່​ສາ​ມາດ​ເດີນ​ເຮືອ​ຢູ່​ທະ​ເລ​ໄດ້​ຢ່າງ​ສະ​ດວກ​ແນ່ນອນ. ​ຊົນ​ຊາດ​ຈີນ​ຈະ​ບັນ​ລຸ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນ​ອັນ​ຍິ່ງ​ໃຫຍ່​ເໝືອນ​ດັ່ງ​ການ​ເດີນ​ເຮືອ​ທາງ​ທະ​ເລ, ການ​ເດີນ​ເຮືອ​ສວນ​ກັບ​ທິດ​ທາງ​ຂອງ​ກະ​ແສ​ລົມ​ກໍ​ຈະ​ກາຍ​ເປັນ​ສະ​ພາບ​ປົກ​ກະ​ຕິ. ຄຳ​ປາ​ໄສ​ຂອງ​ທ່ານເລ​ຂາ​ທິ​ການ​ໃຫຍ່ ສີ​ຈິ້ນ​ຜິງ ​ໄດ້​ໃຫ້​​ທິດ​ຊີ້​ນຳ​ທີ່​ຖື​ກ​ຕ້ອງ​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຈີນ​ພາຍ​ໃຕ້​ສະ​ພາບ​ທີ່​ມີ​ຄວາມ​ຫຍຸ້ງ​ຍາກ. ຂໍ​ແຕ່​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ, ຮ່ວມ​ທຸກ​ຮ່ວມ​ສຸກ, ພວກ​ເຮົາ​ກໍຈະ​ສາ​ມາດ​​ຂັບເຮືອ​ລຳໃຫຍ່​ຂອງ​ຈີນ​ນີ້​​ໄປ​ເຖິງ​ຈຸດ​ໝາຍ​ປາຍ​ທາງ​ໄດ້ເປັນ​ຢ່າງ​ດີ​​ແນ່ນອນ, ເພື່ອ​ໃຫ້​ເສດ​ຖະ​ກິດ​ຈີນສາ​ມາດ​​ພັດ​ທະ​ນາພາຍ​ໃຕ້​ສະ​ພາບ​ມີ​ຄວາມ​ຫຍຸ້ງ​ຍາກ.

ຄຳ​ເຫັນ

0