黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບໍ​ລິ​ສັດ TikTokບໍ່​ຍອມ​ຮັບ​ຕໍ່​ການ​ກະ​ທຳ​ແບບ​ມະ​ຫາ​ອຳ​ນາດ​ດ້ານ​ເສດ​ຖະ​ກິດ​ຂອງ​ອາ​ເມ​ຣິ​ກາ

2020-08-26 10:59:17 cri

ວັນ​ທີ 24 ສິງ​ຫາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ບໍ​ລິ​ສັດ​ TikTok ເຊິ່ງ​ເປັນ​ບໍ​ລິ​ສັດ​ວິ​ທະ​ຍາ​ສາດ​​ເຕັກ​ໂນ​ໂລ​ຊີ​ທາງ​ອິນ​ເຕີ​ເນັດ​ທີ່​ມີ​ສຳ​ນັກ​ງານ​ໃຫຍ່​​ຕັ້ງຢູ່​ລັອ​ສ​​ແອງ​ເຈີລິ​ສ​ອາ​ເມ​ຣິ​ກາ​ໄດ້​ຍືນ​ເອ​ກະ​ສານ​ຮ້ອງ​ຟ້ອງ​ຕໍ່​ສານ​ທ້ອງ​ຖິ່ນແຫ່ງ​ໜຶ່ງ​ຂອງ​ອາ​ເມ​ຣິ​ກາ, ໂດຍ​ຮ້ອງ​ຟ້ອງຢ່າງ​ເປັນ​ທາງ​ການ​​ວ່າ: ​ການ​ອອກ​ລັດ​ຖະ​ດຳ​ລັດ​ຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ໃນ​ກ່ອນ​ນີ້​ບໍ່​ດົນ​​​ທີ່ກ່ຽວ​ຂ້ອງ​ກັບ​ບໍ​ລິ​ສັດ​ຕົນກໍ​ຄືບໍ​ລິ​ສັດ bytedance ທີ່​​ເປັນ​ບໍ​ລິ​ສັດ​ແມ່​ນັ້ນ​ໄດ້​ລະ​ເມີດ​ກົດ​ໝາຍ.

ເຖິງວ່າ​ບໍ​ລິ​ສັດ TikTok ໄດ້​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ອາ​ເມ​ຣິ​ກາ​ຢ່າງ​ຖືກ​ຕ້ອງ​ຕາມລະ​ບຽບ​ການ​ຂອງ​ອາ​ເມ​ຣິ​ກາ​​ທັງໝົດ, ແຕ່​ວ່າ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ຍັງ​ໄດ້​ສັ່ງ​ໃຫ້​ບໍ​ລິ​ສັດ TikTok ຂາຍ​ບໍ​ລິ​ສັດ​​ໃຫ້​ວິ​ສາ​ຫະ​ກິດ​ອາ​ເມ​ຣິ​ກາ​ດ້ວຍ​ຂໍ້​ອ້າງ “ທຳ​ລາຍ​ຜົນ​ປະ​ໂຫຍດ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ອາ​ເມ​ຣິ​ກາ”. ຫວ່າງ​ກ່ອ​ນ​ນີ້​ບໍ່​ດົນ, ທ່ານ​ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາໄດ້​ອອກ​ລັດ​ຖະ​ດຳ​ລັດ​​ເຊິ່ງ​ໄດ້​ລະ​ບຸວ່າ, ບໍ​ລິ​ສັດ TikTok ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ອາ​ເມ​ຣິ​ກາ, ​ສະ​ນັ້ນ​ຈຶ່ງວ່າ​ເປັນ​ຕ້ອງ​ຫ້າມ​ບໍ່​ໃຫ້​ບຸກ​ຄົນ​ຫຼື​ວິ​ສາ​ຫະ​ກິດ​ອາ​ເມ​ຣິ​ກາ​ດຳ​ເນີນ​ທຸ​ລະ​ກິດ​ກັບ​ບໍ​ລິ​ສັດ TikTok ແລະບໍ​ລິ​ສັດ bytedance ທີ່​​ເປັນ​ບໍ​ລິ​ສັດ​ແມ່​​ຂອງ​ບໍ​ລິ​ສັດ TikTok ຫຼັງ​​ລົງ​ລາຍ​ເຊັນ 45 ວັນ.

ອາ​ເມ​ຣິ​ກາ​ເວົ້າ​ຕົນ​ເອງ​ເປັນ​ປະ​ເທດ​ທີ່​​ປົກ​ຄອງ​ດ້ວຍ​ກົດ​ໝາຍ, ແຕ່​ຖ້າ​ວ່າ​​ອາ​ເມ​ຣິ​ກາ​ຍັງສືບ​ຕໍ່​ມີ​ພຶດ​ຕິ​ກຳ​ທີ່​ບໍ່​ເອົາ​ຫົວ​ຊາ​​ຕໍ່ກົດ​ໝາຍ, ແລະ​ບໍ່​ມີ​ຫຼັກ​ຖານ​ອ້າງ​ອີງ​ຕາມ​ຄວາມ​ຈິງ, ​ກໍຈະ​ເຮັດ​ໃຫ້​ຄົນ​ທັງ​ຫຼາຍ​ໃນ​ທົ່ວ​ໂລກ​ເຫັນ​​ໄດ້​ຢ່າງ​ຈະ​ແຈ້ງ​ເຖິງ​ພຶດ​ຕິ​ກຳ​ທີ່​ເປັນໂຈ​ນ​ຂອງ​ອາ​ເມ​ຣິ​ກາ. ການ​ທີ່​​ບໍ່​ຍອມ​ຮັບ​ຕໍ່​ການ​ກະ​ທຳ​​ແບບມະ​ຫາ​ອຳ​ນາດ​ທາງ​ເສດ​ຖະ​ກິດ​ໃນ​​ຮູບ​ການ​ທາງກົດ​ໝາຍ, ຈະ​ເຮັດ​ໃຫ້​ປະ​ຊາ​ຊົນ​ຜູ້​ທີ່​ຮັກ​ຫອມ​ຄວາມ​ເປັນ​ທຳ​ໃນ​ໂລກ​ສາ​ມາດ​ເບິ່ງ​ອອກ​ເຖິງ​ການກະ​ທຳ​ແບບ​ມະ​ຫາ​ອຳ​ນາດ​ຂອງ​ອາ​ເມ​ຣິ​ກາ​​ໄດ້​ຈະ​ແຈ້ງ​ກວ່າ​ເກົ່າ.

ຄຳ​ເຫັນ

0