何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ ແລະ ທ່ານ​ປູ​ຕິນໄດ້​ສົ່ງ​​ສານ​ຊົມ​ເຊີຍ​ເຖິງ​ພິ​ທີ​ເປີດ​ກິດ​ຈະ​ກຳ​ປີ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຈີນ-ຣັດ​ເຊຍ

2020-08-27 15:30:45 CRI

ວັນ​ທີ 26 ສິງ​ຫາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ແລະ ທ່ານວະ​ລາ​ດີເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ຕ່າງ​​ກໍໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ພິ​ທີ​ເປີດ​ກິດ​ຈະ​ກຳ​ປີ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຈີນ-ຣັດ​ເຊຍ.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ຈີນ ແລະ​ຣັດ​ເຊຍ​ ໃນ​ຖາ​ນະ​ເປັນ​ປະ​ເທດ​ໃຫຍ່​ທີ່​ມີ​ຄວາມຮັບ​ຜິດ​ຊອບ ແລະ​ເປັນ​ປະ​ເທດ​ໃຫຍ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ທີ່​ມີ​ບົດ​ບາດ​ສຳ​ຄັນ, ​ຄວນ​ເຄື່ອນ​ໄຫວ​ໃຫ້​ສອດ​ຄ່ອງ​ກັບ​ກະ​ແສ​ລວມ​ຂອງ​ຍຸກ​ສະ​ໄໝ ກຳ​ແໜ້ນ​ທ່ວງ​ທ່າ​ລວມ​ຂອງ​ການ​ພັດ​ທະ​ນາ, ຊຸກ​ຍູ້​ນັກ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ ແລະ​ວົງ​ການ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ສອງ​ປະ​ເທດ​ໃຫ້ດຳ​ເນີນ​ການ​ແລກ​ປ່ຽນ ແລະ ​ຮ່ວມ​ມືກັນ​ຢ່າງ​ຮອບ​ດ້ານ​ໃນຫຼາຍ​ລະ​ດັບ ໃນ​ຫຼາຍ​ຂົງ​ເຂດ​ຢ່າງກວ້າງ​ຂວາງ, ປະ​ກອບ​ສ່ວນ​ໃໝ່​ໃຫຍ່ຫຼວງກວ່າ​ເກົ່າເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ລະ​ບົບການ​ບໍ​ລິ​ຫານໂລກ ແລະ ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງ​ມວນ​ມະ​ນຸດ.

 

ໃນ​ສານ​ຊົມ​ເຊີຍ​ຂອງ​ທ່ານ​ປູ​ຕິນ​ລະ​ບຸ​ວ່າ: ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ແມ່ນ​ໜຶ່ງ​ໃນ​ຂົງ​ເຂດ​ການ​ຮ່ວມ​ມື​ທີ່​ມີ​ອະ​ນາ​ຄົດ​ອັນ​ສົດ​ໃສ​ທີ່​ສຸດ​ລະ​ຫວ່າງ​ສອງ​ປະ​ເທດ​ຣັດ​ເຊຍ-ຈີນ​ໃນ​ປະ​ຈຸ​ບັນ, ທັງ​ແມ່ນ​ສິ່ງ​ຕັດ​ສິນການ​ພັດ​ທະ​ນາ​ຂອງ​ສອງ​ປະ​ເທດ​ໃນ​ອະ​ນາ​ຄົດ, ​ທັງພົວ​ພັນ​ເຖິງ​ການ​ຍົກ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຂອງ​ສອງ​ປະ​ເທດ. ພາຍ​ໃຕ້​ຂອບ “ປີ​ປະ​ດິດ​ສ້າງ​ໃໝ່​ດ້​ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ” ຄັ້ງ​ນີ້​​ທີ່ມີ​ກິດ​ຈະ​ກຳ​ຢ່າງຫຼວງຫຼາຍ, ລວມ​ທັງໂຄງ​ການ​ຮ່ວມ​ມື​ຕ່າງໆ, ເຊັ່ນ: ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ ການ​ວາງ​ສະ​ແດງ ການ​ແລ​ກ​ປ່ຽນ​ດ້ານ​ວິ​ຊາ​ການ​ແລະ​ອື່ນໆ, ໂດຍ​ສະ​ເພາະ​ແມ່ນ​ລັດ​ຖະ​ບານ​ສອງ​ປະ​ເທດ ພາກ​ສ່ວນ​ການ​ແພດ ແລະ ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ໄດ້​ຮ່ວມ​ມື​ກັນ​ຢ່າງ​ໃກ້​ຊິດ​ກ່ຽວ​ກັບ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19, ໄດ້​ຮັບ​ໝາກ​ຜົນ​ສຳ​ຄັນຫຼາຍ​ຢ່າງ, ແລະ​ມີ​ບົດ​ບາດ​ຢ່າງກວ້າງ​ຂວາງ.

 

ເດືອນ​ມິ​ຖຸ​ນາ​ປີ 2019, ​ໃນ​ໄລ​ຍະ​ທີ່ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ໄປ​ຢ້ຽມ​ຢາມ​ຣັດ​ເຊຍ, ໄດ້​ຮ່ວມ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີປູ​ຕິນ​ໄດ້​ປະ​ກາດ​ວ່າ​ປີ 2020 ແລະ ປີ 2021ຈະ​ຈັດ​ກິດ​ຈະ​ກຳ “​ປີ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຈີນ-ຣັດ​ເຊຍ”, ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ຈີນ ແລະ ຣັດ​ເຊຍ​ໄດ້​ຈັດ​ກິດ​ຈະ​ກຳ​ປີ​ທີ່​ກ່ຽວ​ຂ້ອງ​ພາຍ​ໃຕ້​ຫົວ​ຂໍ້ “ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລຊີ​”.

 

ຄຳ​ເຫັນ

0