尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ຂວ້ຳ​ບາດ​ອົງ​ການ​ຄົ້ນ​ຄວ້າ​ຢາ​ວັກ​ແຊັງ​ຂອງ​ຣັດ​ເຊຍ​ສະ​ແດງ​ໃຫ້​ເຫັນ​​ເຖິງການ​ກະ​ທຳ​ລັດ​ທິ​ເຈົ້າ​ອຳ​ນາດ​​ຈະ​ແຈ້ງກວ່າ​ເກົ່າ

2020-08-27 15:39:23 cri

ອາ​ເມ​ຣິ​ກາ​ຂວ້ຳ​ບາດ​ອົງ​ການ​ຄົ້ນ​ຄວ້າ​ຢາ​ວັກ​ແຊັງ​ຂອງ​ຣັດ​ເຊຍ​ສະ​ແດງ​ໃຫ້​ເຫັນ​​ເຖິງການ​ກະ​ທຳ​ລັດ​ທິ​ເຈົ້າ​ອຳ​ນາດ​​ຈະ​ແຈ້ງກວ່າ​ເກົ່າ_fororder_96dda144ad345982cbe41a3af7a101aacaef848d

ສຳ​ນັກ​ຂ່າວ​ສານ​ສະ​ປຸດ​ຍິກ​ຂອງ​ຣັດ​ເຊຍ​ໄດ້​ໃຫ້​ຮູ້​ໃນ​ວັນ​ທີ 26 ສິງ​ຫາ​ນີ້​ວ່າ: ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ໄດ້​ປະ​ກາດ​ຈະ​ຈັດ​ຊື່​ອົງ​ການ​ຄົ້ນ​ຄວ້າ​ຂອງ​ຣັດ​ເຊຍ 5 ແຫ່ງ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ການ​ຂວ້ຳ​ບາດ, ໃນ​ນັ້ນລວມ​ທັງສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ​ທີ່​ເຂົ້າ​ຮ່ວມ​ການ​ຄົ້ນ​ຄວ້າ​ຜະ​ລິດ​ຢາ​ວັກ​ແຊັງເຊື້ອ​ພະ​ຍາດ​ໂຄວິດ-19. ຂ່າວ​ແຈ້ງວ່າ: ສາ​ເຫດ​ທີ່​ອາ​ເມ​ຣິ​​ກາ​ອ້າງ​ເຖິງ, ພຽງ​ແຕ່​ສົງ​ໄສວ່າ: ​ອົງ​ການ​ເຫຼົ່າ​ນີ້​ດຳ​ເນີນ​ການ​ຄົ້ນ​ຄວ້າ​ອາ​ວຸດ​ຊີ​ວະ​ພາບແລະ​ອາ​ວຸດ​ເຄ​ມີ.
 

ໃນ​ຊຸມ​ປີ​ຜ່ານ​ມາ, ອາ​ເມ​ຣິ​ກາ​ໄດ້​ດຳ​ເນີນ​ການ​ຂວ້ຳ​ບາດ​ຕໍ່​ບັນ​ດາ​ປະ​ເທດ​ໃນ​ໂລກ​ດ້ວຍ​ຂໍ້​ອ້າງ​ຕ່າງໆ​ທີ່​ແປກໆ. ຣັດ​ເຊຍ, ຕວກ​ກີ, ອີ​ຣານ, ສະ​ຫະ​ພາບ​ເອີ​ຣົບ, ເວ​ເນ​ຊູ​ເອ​ລາ​ແລະ​ປະ​ເທດ​ອື່ນໆ​, ເກືອບ​ວ່າ​ບໍ່​ມີ​ປະ​ເທດ​ແລະ​ອົງ​ກອນ​ໃດ​ທີ່​ລອດ​​ຈາກ​ການ​ຂວ້ຳ​ບາດ​ຂອງອາ​ເມ​ຣິ​ກາ. ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວ​ໜ້າ​ແລະ​ທັນ​ສະ​ໄໝ​ຂອງ​ຈີນ​ເຊັ່ນ: ບໍ​ລິ​ສັດໂທ​ລະ​ຄົມ​ຫຸ້ນ​ສ່ວນ​ຈົ່ງ​ຊິ່ງ​ຈຳ​ກັດ, ບໍ​ລິ​ສັດ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຕ້າ​ຈ່​ຽງຈຳ​ກັດ​, ບໍ​ລິ​ສັດເຕັກ​ໂນ​ໂລ​ຊີ​ຫົວ​ເຫວີຍ​ຈຳ​ກັດ, TikTok ​ທີ່​ຂຶ້ນ​ບໍ​ລິ​ສັດວິ​ທະ​ຍາ​ສາດ​ເຕັກ​ນິກ ByteDance  ປັກ​ກິ່ງ​ຈຳ​ກັດ​ແລະ​ວິ​ສາ​ຫະ​ກິດ​ອື່ນໆ​ໄດ້​ຖືກ​ອາ​ເມ​ຣິ​ກາ​ຂວ້ຳ​ບາດ​ຢ່າງ​ຮ້າຍ​ແຮງ​​ພາຍ​ໃຕ້​ສະ​ພາບທີ່​ບໍ່​ມີ​ຫຼັກ​ຖານອ້າງ​ອີງ​ຕາມ​ຄວາມ​ເປັນ​ຈິງ.
ອາ​ເມ​ຣິ​ກາ​ຂວ້ຳ​ບາດ​ອົງ​ການ​ຄົ້ນ​ຄວ້າ​ຢາ​ວັກ​ແຊັງ​ຂອງ​ຣັດ​ເຊຍ​ສະ​ແດງ​ໃຫ້​ເຫັນ​​ເຖິງການ​ກະ​ທຳ​ລັດ​ທິ​ເຈົ້າ​ອຳ​ນາດ​​ຈະ​ແຈ້ງກວ່າ​ເກົ່າ_fororder_d8f9d72a6059252d965de0a0230d333c5ab5b96d

ອົງ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ຂອງ​ຣັດ​ເຊຍ​ທີ່​ເຂົ້າ​ຮ່ວມ​ການ​ຄົ້ນ​ຄວ້າ​ຢາ​ວັກ​ແຊັງ​ໃນ​ຄັ້ງ​ນີ້​ໄດ້​ຖືກ​ຂວ້ຳ​ບາດ​ຈາກ​ອາ​ເມ​ຣິ​ກາ​ອີກ​ຄັ້ງ​ໜຶ່ງ, ພວກ​ເຮົາ​ກໍ​ຢາກ​ຖາມ​ວ່າ: ໃນ​ຂັ້ນ​ຕອນ​ຕໍ່​ໄປ, ພະ​ນັກ​ງານ​​ດ້ານສາ​ທາ​ລະ​ນະ​ສຸກ​, ພະ​ນັກ​ງານການ​ແພດ​ຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກ​ຈະ​ຖືກ​ຂວ້ຳ​ບາດ​ຈາກ​ອາ​ເມ​ຣິ​ກາ​ຫຼື​ບໍ່​ຍ້ອນ​ວ່າ​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ທີ່​ດີຫຼາຍກວ່າ​ອາ​ເມ​ຣິ​ກາ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ອາ​ເມ​ຣິ​ກາ​ຂວ້ຳ​ບາດ​ອົງ​ການ​ຄົ້ນ​ຄວ້າ​ຢາ​ວັກ​ແຊັງ​ຂອງ​ຣັດ​ເຊຍ​ສະ​ແດງ​ໃຫ້​ເຫັນ​​ເຖິງການ​ກະ​ທຳ​ລັດ​ທິ​ເຈົ້າ​ອຳ​ນາດ​​ຈະ​ແຈ້ງກວ່າ​ເກົ່າ_fororder_03087bf40ad162d9f4f4b5fa1c4d99eb8b13cd53

ອາ​ເມ​ຣິ​ກາ​ບໍ່​ຄິດ​ຫາ​ວິ​ທີ​ແກ້​ຄວາມ​ຜິດ​ພາດ​ຂອງ​ຕົນ​ໃນ​​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ​ລວມ​ທັງຄວາມ​ຂັດ​ແຍ້ງ​ກັນ​ພາຍ​ໃນ​ປະ​ເທດ​ທີ່​ນັບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນ​ຕື່ມ​ຍ້ອນ​ການ​ຈຳ​ແນກ​ເຊື້ອ​ຊາດຜິວ​ພັນ, ການ​ກະ​ທຳ​ທີ່​ຂວ້ຳ​ບາດ​ປະ​ເທດ​ອື່ນ​ຢູ່​ຕະ​ຫຼອດ​ກໍ​ເພື່ອ​ຫັນ​ເຫ​ຄວາມ​ສົນ​ໃຈ​ຂອງ​ປະ​ຊາ​ຊົນ​ປະ​ເທດ​ຕົນ,ມີ​ແຕ່​ຈະ​ເຮັດ​ໃຫ້​ປະ​ຊາ​ຊົນ​ຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກ​ຮັບ​ຮູ້ກ່ຽວ​ກັບ​ການ​ກະ​ທຳ​ທາງ​ການ​ເມືອງ​​ຂອງລັດ​ທິ​ເຈົ້າ​ອຳ​ນາດ​ຂອງ​ອາ​ເມ​ຣິ​ກາ​ໄດ້ຈະ​ແຈ້ງກວ່າ​ເກົ່າ.

ຄຳ​ເຫັນ

0