覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ: ພູ​ຂຽວ​ນໍ້າ​ໃສ ກໍ​ແມ່ນ​ພູ​ເງິນ​ພູ​ຄຳ 2

2020-08-27 16:46:17 cri


 

“ພູ​ຂຽວ​ນໍ້າ​ໃສ ກໍ​ແມ່ນ​ພູ​ເງິນ​ພູ​ຄຳ”, ປະຈຸ​ບັນ ແນວ​ຄວາມ​ຄິດ​ທີ່​ມີ​ຄວາມ​ໝາຍ​​ເລິກ​ເຊິ່ງ​ປະ​ໂຫຍກນີ້ ​ໄດ້​ກາຍ​ເປັນຄວາມ​ເວົ້າ​ອະມະຕະ​ທີ່​ປະຊາຊົນ​ຈີນ​ຮັບ​ຮູ້​ຢ່າງ​ກວ້າງຂວາງ, ທັງ​ໄດ້​ເຊື່ອມ​​ສານ​ເຂົ້າ​ສູ່​ຊີວິດ​ປະຈຳ​ວັນ​ຂອງ​ປະຊາຊົນ​ຈີນ.
 

ສີ​ແສງ​ແຫ່ງ​ຍຸກ: ພູ​ຂຽວ​ນໍ້າ​ໃສ ກໍ​ແມ່ນ​ພູ​ເງິນ​ພູ​ຄຳ 2_fororder_绿水青山2-1

​ເດືອນ​ກັນຍາ​ປີ 2016, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນກອງ​ປະຊຸມ​ສຸດ​ຍອດ​ດ້ານອຸດສາຫະກຳ​ການ​ຄ້າG20

 

ກ່ຽວ​ກັບ​ບັນຫາວ່າ​ຄວນ​ເຮັດ​ແນວ​ໃດ​ຈຶ່ງ​ຈະ​ສາມາດ​ນຳ​ໃຊ້ “ພູ​ຂຽວ​ນໍ້າ​ໃສ”​ເພື່ອ​ຊຸກຍູ້​ການ​ພັດທະນາ​ເສດ​ຖະກິດ,  ​ແລະ ສ້າງ “ພູ​ເງິນ​ພູ​ຄຳ”ນັ້ນ, ທ່ານ​ສີ​ຈິນຜິ​ງ​ເຄີຍ​ໃຫ້​ທິດ​ຊີ້​ນຳ​ມາ​ຫຼາຍ​ເທື່ອ​ແລ້ວ​ວ່າ: “ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ໃຫ້​ດີ​ຂຶ້ນ​ກໍ​ແມ່ນ​ຮັກສາ​ກຳລັງ​ການ​ຜະລິດ, ການ​ປັບປຸງ​ສິ່ງ​ແວດ​ລ້ອມ​ກໍ​ແມ່ນ​ການ​ພັດທະນາ​ກຳລັງ​ການ​ຜະລິດ”. ​ເດືອນ​ກັນຍາ​ປີ 2016, ​ໃນ​ເວລາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ດ້ານອຸດສາຫະກຳ​ການ​ຄ້າG20, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ກ່າວ​ວ່າ: “ຢູ່​​ໃນຈຸດ​ເລີ່​ມຕົ້ນ​ໃໝ່, ພວກ​ເຮົາ​ຈະ​ຊຸກຍູ້​ການ​ພັດທະນາ​ແບບ​ສີຂຽວ​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ, ສະ​ແຫວ​ງຫາ​​ການ​ພັດ​ທະ​ນາ​ທີ່​ມີປະສິດທິ​ຜົນ​ ແລະ​ມີ​ຄຸນ​ນະພາ​ບສູງ​ກວ່າ​ເກົ່າ.”

 

ເມື່ອ​ລະ​ບົບນິ​ເວດ​ດີ​ຂຶ້ນກໍ​ຈະ​ມີ​ຄວາມ​ສິວິ​ໄລ​ເພີ່ມ​ຂຶ້ນ, ​ເມື່ອ​ລະ​ບົບນິ​ເວດ​ຊຸດ​ໂຊມ​ກໍ​ຈະ​ເຮັດ​ໃຫ້​ຄວາມ​ສິວິ​ໄລ​ຊຸດ​ໂຊ​ມລົງ. ການ​ອະນຸລັກ​ສິ່​ງ​ແວດ​ລ້ອມ​ແມ່ນພາລະກິດ​ໃນ​ການ​ສ້າງ​ຜົນງານ​ໃນ​ປະຈຸ​ບັນ ​ແລະ ມີ​ຜົນ​ປະ​ໂຫຍ​ດ​​ໃຫ້​ກັບ​ຫຼາຍ​ເຊັ່ນ​ຄົນ.

 

​ບໍ່​ວ່າ​ໃນ​ສະ​ໄໝ​ບູຮານ​ຫຼື​ສະ​ໄໝ​ປະຈຸ​ບັນ, ຢູ່​ຈີນ ຫຼືວ່າ​ຢູ່ຕ່າງປະ​ເທດ​ກໍ​ຕາມ, ກໍລະນີທີ່​ກ່າວ​ມາ​ນີ້​ມີ​ຢູ່​ຢ່າງ​ຫຼວງ​ຫຼາຍ. ທ່ານ​ອັງ​ແກນ​​ໄດ້​ຂຽນ​​ໄວ້ໃນ​ປື້​ມ “ທຳ​ມະ​ຊາດສັດຈະ​ວິພາກ​” ວ່າ: “ພົນລະ​ເມືອງ​ຢູ່​ເມ​ໂຊ​ປູ​ຕາ​ເມຍ, ​ເກຼັກ, ອາຊີ​ນ້ອຍ ​ແລະ ​ແຫ່ງ​ອື່ນໆ, ​​ໄດ້​ທຳລາຍ​ປ່າ​ໄມ້ເພື່ອ​ບຸກ​ເບີກ​ດິນ​ປູກຝັງ, ​ແຕ່​ເຂົາ​ເຈົ້າ​ບໍ່​ນຶກ​ບໍ່​ຝັນ​ວ່າ, ສະຖານ​ທີ່​ເຫຼົ່າ​ນີ້​ໃນ​ປະ​ຈຸ​ບັນ​ໄດ້​ກາຍ​ເປັນ​ດິນ​ແດນ​ທີ່​ບໍ່​ມີ​ພືດ​ຫຍັງ​ເກີດ​ຂຶ້ນ​​ເລີຍ. ພວກ​ເຮົາ​ບໍ່​ຄວນຫຼົງ​​ເມົາ​ມົວຫຼາຍ​ເກີນ​ໄປ​​​ຕໍ່​ໄຊຊະນະ​ຂອງມະນຸດ​ເໜືອ​ທຳ​ມະ​ຊາດ. ສຳລັບ​ໄຊຊະນະ​​ທຸກ​ເທື່ອ​ໃນ​ລັກ​ສະ​ນະ​ແບບ​ນີ້, ທຳ​ມະ​ຊາດ​ລ້ວນ​ແຕ່​ຈະ​ແກ້​ແຄ້ນ​ ​ມະນຸດ​ພວກ​ເຮົາ. ”

 

​ເຊັ່ນ​ດຽວ​ກັນ, ອະລິຍະ​ທຳ​ຈີນ​ກໍ​ໄດ້​ສະ​ສົມ​ສະຕິ​ປັນຍາ​ທີ່​ເຄົາລົບ​ທຳ​ມະ​ຊາດ​ນິ​ເວດ. ຕົວຢ່າງ​ວ່າ, ຈີນ​ມີ​ແນວ​ຄິດ​ປັດ​ຊະ​ຍາ​ທີ່ວ່າ “ທຳ​ມະ​ຊາດ ​ແລະ ມະນຸດ​ເຊື່ອມ​​ໂຍງ​​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ” “​ກົດ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ທຸກ​ສິ່ງ​ຢ່າງ​ໃນ​ໂລກ​ເປັນ​ໄປ​ຕາມ​ກົດ​ເກນທຳ​ມະ​ຊາດ” , ມີ​ກະວີ​ອະມະຕະ​ທີ່​ວ່າ “​ຂໍ​ວອນ​ທ່ານ​ຢ່າຕີ​ນົກ​​ໂຕແມ່, ​ເພາະ​ນົກ​ນ້ອຍ​ຍັງ​ຖ້າ​ແມ່​​ບິນ​ກັບ​ຄືນ​ຮັງ”, ທັງ​ໝົດ​ເຫຼົ່າ​ນີ້​ໄດ້​​ແຝງ​ຊ້ອນທັດສະນະ​​ກ່ຽວ​ກັບທຳ​ມະ​ຊາດ​ທີ່​ລຽບ​ງ່າຍ ​ແລະ ສະຫຼາດ, ​ຈົນມາ​ຮອດ​​ຍຸກປະຈຸ​ບັນ​ຍັງ​​ເປັນ​ການ​ເຕືອນ​ສະຕິ ​ແລະ ​​ເປັນແຮງ​ບັນດານ​ໃຈ​​ໃຫ້ແກ່​ພວກ​ເຮົາ​ຢູ່.

 

ທ່ານ​ສີ​ຈິ້ນ​ຜິ​ງເປັນ​ຜູ້ທີ່​ສົນ​ໃຈ​ປັດ​ຊະ​ຍາ ​ແລະ ວັນນະຄະດີທ່ານ​ຈຶ່ງ​ຊ່າງ​ຖອດ​ເອົາ​ບົດຮຽນ​​ແລະ ສະຕິ​ປັນຍາຈາກ​ປະຫວັດສາດ, ນັບ​ແຕ່ກອງ​ປ​ະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 18 ເປັນ​ຕົ້ນ​ມາ, ໃນ​ການ​ປະ​ກອບ​ຄຳ​ເຫັນຫຼາຍ​ເທື່ອ​, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ວ່າ: ການ​ພັດ​ທະ​ນາ​ແບບ​ສີ​ຂຽວ ກາກບອນ​ຕ່ຳ ແບບ​ໝູນ​ວຽນ, ເປັນ​ທາງ​ເລືອກ​ທີ່​ຕ້ອງ​ເປັນ​ໄປ​ຂອງ​ຈີນ​ໃນ​ການ​ຫັນ​ປ່ຽນ​ຮູ​ບ​ແບບ​ການ​ພັດ​ທະ​ນາ, ທັງ​ເປັນ​ທາງ​ເລືອກ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ.

 

ວັນ​ທີ 8 ມີ​ນາ​ປີ 2006, ໃນ​ການ​ກ່າວ​ປາ​ຖະ​ກະ​ຖາ​ເທື່ອ​ໜຶ່ງ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ປະ​ຊາ​ຊົນ​ຈີນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ອະ​ທິ​ບາຍການ​ພົວ​ພັນ​ລະ​ຫວ່າງ “ພູ​ຂຽວ​ນ້ຳ​ໃສ” ແລະ “ພູ​ເງິນ​ພູ​ຄຳ” ດ້ວຍ​ຄວາມ​ເວົ້າ​ທີ່​ລຽບ​ງ່າຍ ທັງ​ໄດ້​ລົງ​ເລິກ​ການວິ​ເຄາະ​ແນວ​ຄວາມ​ຄິດ​ດັ່ງ​ກ່າວ. ທ່ານ​ກ່າວ​ວ່າ: “ໃນ​ພຶດ​ຕິ​ກຳ​ຕົວ​ຈິງ, ຄວາມ​ຮັບ​ຮູ້​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ ພູ​ຂຽວ​ນ້ຳ​ໃສ ແລະ ພູ​ເງິນ​ພູ​ຄຳ ໄດ້​ຜ່ານ 3 ໄລ​ຍະ, ຄື: ໄລ​ຍະ​ທີ 1 ​ແມ່ນ​ເອົາ​ພູ​ຂຽວ​ນ້ຳ​ໃສ​ແລກ​ປ່ຽນ​ພູ​ເງິນ​ພູ​ຄຳ, ບໍ່​ໄດ້​ພິ​ຈາ​ລະ​ນາ ຫຼື ພິ​ຈາ​ລະ​ນາ​ໜ້ອຍ​ກ່ຽວ​ກັບ​ຄວາມ​ສາ​ມາດ​​ຮອງ​ຮັບ​ຂອງ​ສິ່ງ​ແວດ​ລ້ອມ, ມີ​ແຕ່​ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ​ຢ່າງ​ດຽວ​ເທົ່າ​ນັ້ນ. ໃນ​ໄລ​ຍະ​ທີ 2 ກໍ​ຄື ທັງ​ຢາກ​ໄດ້​ພູ​ເງິນ​ພູ​ຄຳ ແຕ່​ກໍ​ຕ້ອງ​ຮັກ​ສາ​ພູ​ຂຽວ​ນ້ຳ​ໃສ​ເຊັ່ນ​ກັນ, ໃນ​ເວ​ລາ​ນີ້, ຄວາມ​ຂັດ​ແຍ່ງ​ລະ​ຫວ່າງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ​ກັບ​ການຂາດ​ເຂີນ​ຊັບ​ພະ​ຍາ​ກອນ ແລະ ການ​ຊຸດ​ໂຊມ​ຂອງ​ສິ່ງ​ແວດ​ລ້ອມ​ກໍ​ໄດ້​ພົ້ນ​ເດັ່ນ​ຂຶ້ນ, ມະ​ນຸດ​ຮັບ​ຮູ້​ວ່າ ສິ່ງ​ແວດ​ລ້ອມ​ແມ່ນ​ພື້ນ​ຖານ​ສຳ​ລັບ​ການ​ດຳ​ລົງ​ຄົງ​ຕົວ ແລະ ການ​ພັດ​ທະ​ນາ​ຂອງ​ຄົນ​ເຮົາ, ຕ້ອງ​ຮັກ​ສາ​ພູ​ຂຽວ​ໄວ້ ຈຶ່ງ​​ມີ​ຟືນ​ດັງ​ໄຟ​ຢ່າງ​ຍືນ​ຍົງ. ຮອດ​ໄລ​ຍະ​ທີ 3 ໄດ້​ຮັບ​ຮູ້​ວ່າ ພູ​ຂຽວ​ນ້ຳ​ໃສ​ກໍ​ສາ​ມາດ​ນຳ​ມາ​​ເຊິ່ງພູ​ເງິນ​ພູ​ຄຳ​ຢ່າງ​ບໍ່​​ເຫືອດ​ແຫ້ງ, ພູ​ຂຽວ​ນ້ຳ​ໃສ​ກໍ​ແມ່ນ​ພູ​ເງິນ​ພູ​ຄຳ​ນັ້ນ​ເອງ, ຕົ້ນ​ໄມ້​ສີ​ຂຽວ​ທີ່​ພວກ​ເຮົາ​ປູກ​ໄວ້​ກໍ​ແມ່ນ​ຕົ້ນ​​ເງິນ​ຕົ້ນ​ຄຳ, ທ່າ​ແຮງ​ດ້ານ​ນິ​ເວດ​ກາຍ​ເປັນ​ທ່າ​ແຮງ​ດ້ານ​ເສດ​ຖະ​ກິດ, ເຊິ່ງ​ກາຍ​ເປັນ​ການ​ພົວ​ພັນ​ທີ່​ສາ​ມາດ​ເຊື່ອມ​ໂຍງ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໄດ້​ມີ​ຄວາມ​ກົມ​ກຽວ ແລະ ເປັນ​ເອ​ກະ​ພາບ​ກັນ, ໄລ​ຍະ​ນີ້​ແມ່ນ​ໄລ​ຂະ​ທີ່​ກ້າວ​ເຂົ້າ​ສູ່​ລະ​ດັບ​ທີ່​ສູງກວ່າ​ເກົ່າ.”

 

ແນວ​ຄວາມ​ຄິດນີ້​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ສະ​ແດງ​ໃຫ້​ເຫັນ​ວ່າ, ມະ​ນຸດ​ມີ​ແຕ່​ຢູ່​ຮ່ວມ​ກັບ​ສິ່ງ​ແວດ​ລ້ອມ​ຢ່າງ​ກົມ​ກຽວ​ກັນ​ເທົ່າ​ນັ້ນ, ຈຶ່ງ​ຈະ​ສາ​ມາດ​ດຳ​ລົງ​ຄົງ​ຕົວ ແລະ ພັດ​ທະ​ນາ​ໄດ້​ຢ່າງ​ຍືນ​ຍົງ. ກໍ​ຄື​​ດັ່ງ​ທີ່ຄົນ​ບູ​ຮານ​ຈີນ​ເຄີຍ​ກ່າວ​ໄວ້​ວ່າ: “ທຳ​ມະ​ຊາດ​ຢູ່​ຮ່ວມ​ກັບ​ມະ​ນຸດ​ເຮົາ, ຊີ​ວະ​ນາ​ນາ​ພັນ ແລະ ມະ​ນຸດ​ເຮົາ​ເຊື່ອມ​ໂຍງ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ.”
 

ສີ​ແສງ​ແຫ່ງ​ຍຸກ: ພູ​ຂຽວ​ນໍ້າ​ໃສ ກໍ​ແມ່ນ​ພູ​ເງິນ​ພູ​ຄຳ 2_fororder_绿水青山2-2
 

ເດືອນ​ພະ​ຈິກ​ປີ 2013, ໃນ​​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 3ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 18, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ບັນ​ລະ​ຍາຍ​ “ມະ​ຕິ​ຕົກ​ລົງ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ກ່ຽວ​ກັບ​ຫຼາຍ​ບັນ​ຫາ​ສຳ​ຄັນ​ໃນ​ການ​ລົງ​ເລິກ​ການ​ປະ​ຕິ​ຮູບ​ຢ່າງ​ຮອ​ບ​ດ້ານ”

 

ເດືອນ​ພະ​ຈິກ​ປີ 2013, ໃນ​​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 3ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 18, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ບັນ​ລະ​ຍາຍ​ “ມະ​ຕິ​ຕົກ​ລົງ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ກ່ຽວ​ກັບ​ຫຼາຍ​ບັນ​ຫາ​ສຳ​ຄັນ​ໃນ​ການ​ລົງ​ເລິກ​ການ​ປະ​ຕິ​ຮູບ​ຢ່າງ​ຮອ​ບ​ດ້ານ”, ໂດຍ​ໄດ້​ຊີ້​ແຈງ​ການ​ພົວ​ພັນ​ນິ​ເວດ​ທີ່ “ທຳ​ມະ​ຊາດ ແລະ ມະ​ນຸດ​ເຊື່ອມ​ໂຍງ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ” ຢ່າງ​ເລິກ​ເຊິ່ງ. ທ່ານ​ກ່າວ​ວ່າ: “ພູ​ຜາ​​ປ່າ​ໄມ້ແມ່​ນ້ຳ ທົ່ງ​ນາ ໜອງ​ບຶງແມ່ນ​​ປະ​ຊາ​ຄົມ​ຮ່ວມ​ຊີ​ວິດ, ເສັ້ນ​ຊີ​ວິດ​ຂອງ​ຄົນ​ຂຶ້ນ​ຢູ່​ກັບ​ນາ, ເສັ້ນ​ຊີ​ວິດ​ຂອງ​ນາ​ຂຶ້ນຢູ່​ກັບ​ນ້ຳ, ເສັ້ນ​ຊີ​ວິດ​ຂອງ​ນ້ຳ​ຂຶ້ນ​ຢູ່​ກັບ​ພູ, ເສັ້ນ​ຊີ​ວິດ​ຂອງ​ພູ​ຂຶ້ນ​ຢູ່​ກັບ​ດິນ, ເສັ້ນ​ຊີ​ວິດ​ຂອງ​ດິນ​ຂຶ້ນ​ກັບ​ຕົ້ນ​ໄມ້.” ຈາກ​ນັ້ນ​ພວກ​ເຮົາ​​ຈຶ່ງເຫັນ​ໄດ້​ວ່າ, ພູ​ຜາ​ປ່າ​ໄມ້ ​ແມ່​ນ້ຳ ທົ່ງ​ນາ ແລະ ໜອງ​ບຶ​ງ​ທີ່​ເປັນ​ປັດ​ໄຈ​ພື້ນ​ຖານ​ຂອງ​ລະ​ບົບ​ນິ​ເວດ, ມີ​ສາຍ​ພົວ​ພັນ​ຢ່າງ​ໃກ້​ຊິດ​ທີ່​ສຸດ​ກັບ​ມະ​ນຸດ, ເຊິ່ງ​ໄດ້​ ​ປະ​ກອບ​ເປັນ “ປະ​ຊາ​ຄົມ​ຮ່ວມ​ຊີ​ວິດແບບກາຍ​ອິນ​ຊີ ແລະ ​ມີ​ຄວາມເປັນ​ລະ​ບຽບ​ຮຽບ​ຮ້ອຍ”, ໃນ​ນັ້ນ​ບໍ່​ວ່າ​ປັດ​ໄຈ​ໃດ​ໜຶ່ງ​ຖືກ​ທຳ​ລາຍ, ມະ​ນຸດ​ກໍ​ຍາກ​ຈະ​ສາ​ມາດ​ດຳ​ລົງ​ຄົງ​ຕົວ ແລະ ພັດ​ທະ​ນາ​ຕໍ່​ໄປ​ໄດ້.

 

ການ​ພັດ​ທະ​ນາ​ແມ່ນຫຼັກ​ການ​ຂັ້ນ​ເດັດ​ຂາດ, ແມ່ນ​ຫົວ​ຂໍ້​​ອະ​ມະ​ຕະ​ຂອງ​ມະ​ນຸດ. ແຕ່​ໃນ​ໄລ​ຍະ​ທີ່​ແຕກ​ຕ່າງ​ກັນ​ຂອງ​ການ​ພັດ​ທະ​ນາ​ຈະ​ຜະ​ເຊີນ​ກັບ​ບັນ​ຫາ​ທີ່​ແຕກ​ຕ່າງ​ກັນ, ນີ້​ກໍ​ຕ້ອງ​ຮັບ​ຮູ້ ແລະ ແກ້​ໄຂ​ບັນ​ຫາ​ໃນ​ໄລ​ຍະ​​ການ​ພັດ​ທະ​ນາທີ່​ແຕກ​ຕ່າງ​ກັນ​ຕາມຫຼັກ​ວິ​ທະ​ຍາ​ສາດ. ປະ​ຈຸ​ບັນ, ຢູ່​ຈີນ​ເມື່ອ​ເວົ້າ​ເຖິງ “ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ” ໃນ​ຄວາມ​ເປັນ​ຈິງ​ແລ້ວ​ກໍ​ແມ່ນ​ການ​​ສະ​ແຫວງ​ຫາ​ເສັ້ນ​ທາງ​​ການພັດ​ທະ​ນາ​ອັນ​ໃໝ່​​ຢູ່​ຈີນ, ​ເພື່ອ​ແກ້​ໄຂ​ບັນ​ຫາ​ທີ່​ວ່າ “ຈີນ​ຄວນ​ພັດ​ທະ​ນາ​ໄປ​ໃນ​ທາງ​ທິດ​ໃດ”. ທ່ານ​ສີ​ຈິ້ນ​ໄດ້​ຜິງ​ສະ​ເໜີ​ແນວ​ຄວາມ​ຄິດ “ພູ​ຂຽວ​ນ້ຳ​ໃສ​ກໍ​ແມ່ນ​ພູ​ເງິນ​ພູ​ຄຳ” ​ເຊິ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ທັດ​ສະ​ນະ​ກ່ຽວ​ກັບ​ໄລ​ຍະ​ການ​ພັດ​ທະ​ນາ. ​ຢາກ​ໄດ້​ທັງ​ພູ​ເງິ​ນ​ພູ​ຄຳ, ​ທັງ​ພູ​ຂຽວ​ນ້ຳ​ໃສ, ພູ​ຂຽວ​​ນ້ຳ​ໃສ​ກໍ​ແມ່ນ​ພູ​ເງິນ​ພູ​ຄຳ, ນີ້​ແມ່ນ​ການ​​ຫັນປ່ຽນ​​ອັນ​ເລິກ​ເຊິ່ງທາງ​ດ້ານ​ແນວ​ຄິດ ແລະ ຮູບ​ແບບການ​ພັດ​ທະ​ນາ, ເປັນ​ການ​ປະ​ຕິ​ຮູບ​​ແນວ​ຄິດການ​ພັດ​ທະ​ນາ​ແບບ​ເກົ່າ ຄ່າ​ນິ​ຍົມ​ແບບ​ເກົ່າ ແລະ ທັດ​ສະ​ນະ​ແບບ​ເກົ່າ​ທີ່​ມີ​ຕໍ່ຊັບ​ສົມ​ບັດ, ​​ທັງ​ເປັນ​ການ​ປະ​ຕິ​ຮູບ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ແນວ​ຄິດ ແລະ ຮູບ​ການ​ປົກ​ຄອງ​ບໍ​ລິ​ຫານ​ການ​ປົກ​ຄອງ​ປະ​ເທດ, ນີ້​ຍ່ອມ​ຈະ​ນຳ​ພາ​​ການ​ພັດ​ທະ​ນາ​ຂອງ​ຈີນ​​ກ້າວ​ໄປສູ່ລະ​ດັບ​ສູງກວ່າ​ເກົ່າ, ​ທັງ​ຈະ​ເປັນ​ການ​ປະ​ກອບ​ສ່ວນຫຼາຍກວ່າ​ເກົ່າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ໂລກ.

ຄຳ​ເຫັນ

0