ວັນທີ 18 ສິງຫາປີ 2020 ນີ້, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດຄົ້ນຄວ້າວຽກງານຢູ່ແຂວງອ່ານຮຸຍ. ຕອນບ່າຍມື້ດຽວກັນ, ທ່ານໄດ້ໄປກວດເບິ່ງສະພາບການຂອງແມ່ນ້ຳຫວຍເຫີ ເພື່ອຊອກຮູ້ ສະພາບການກ່ຽວກັບການປ້ອງກັນນ້ຳຖ້ວມແລະກູ້ໄພ ກໍຄືສະພາບການຟື້ນຟູການຜະລິດຫຼັງໄພນ້ຳຖ້ວມຂອງທ້ອງຖິ່ນດັ່ງກ່າວ ທັງໄປຢ້ຽມຢາມຖາມຂ່າວປະຊາຊົນຜູ້ປະສົບໄພທັງຫຼາຍ.
ການພັດທະນາຂອງແຂວງອ່ານຮຸຍເປັນສິ່ງທີ່ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ມາໂດຍຕະຫຼອດ. ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ທ່ານເຄີຍໄດ້ລົງໄປເຄື່ອນໄຫວເຮັດວຽກການສຳຫຼວດຄົ້ນຄວ້າຢູ່ຫຼາຍແຫ່ງຂອງແຂວງອ່ານຮຸຍ, ຍັງໄດ້ປຶກສາຫາລືກັບຄະນະຜູ້ແທນແຂວງອ່ານຮຸຍທີ່ເຂົ້າຮ່ວມກອງປະຊຸມສະພາປະຊາຊົນແຫ່ງຊາດແລະກອງປະຊຸມສະພາປຶກສາການເມືອງປະຊາຊົນແຫ່ງຊາດ ເຊິ່ງໄດ້ມີຫຼາຍເລື່ອງລາວທີ່ສ້າງຄວາມປະທັບໃຈອັນເລິກເຊິ່ງໃຫ້ແກ່ຄົນທັງຫຼາຍ.
ໃນນີ້, ມີເລື່ອງໜຶ່ງທີ່ເກີດຂຶ້ນໃນເມື່ອ 4 ປີກ່ອນ, ພໍ່ແມ່ພີ່ນ້ອງປະຊາຊົນອ່ານຮຸຍຍັງຈະຈື່ໄດ້ດີຈົນມາເຖິງປັດຈຸບັນ.
ພໍ່ເຖົ້າ ວ່າງເນີງປາວ ຜູ້ທຸກຍາກ ທີ່ມີອາຍຸ 68 ປີໄດ້ຫວນຄືນສະພາບໃນອະດີດວ່າ: ໃນເດືອນເມສາປີ 2016, ທ່ານສີຈິ້ນຜິງໄດ້ເດີນທາງໄປເຄື່ອນໄຫວເຮັດວຽກການສຳຫຼວດຄົ້ນຄວ້າຢູ່ແຂວງອ່ານຮຸຍ ໂດຍໄດ້ເດີນທາງໄປຢ້ຽມຢາມຊາວບ້ານບ້ານຕ້າວ່ານ ເມືອງຈິ່ນຈ້າຍ ເຊິ່ງເປັນເຂດຖານທີ່ໝັ້ນຂອງການປະຕິວັດ. ມື້ນັ້ນ, ເມື່ອໄດ້ເຫັນທ່ານສີຈິ້ນຜິງຍ່າງຂຶ້ນຂັ້ນໄດທີ່ປູກດ້ວຍຫີນມາຫາເຮືອນຕົນ, ພໍ່ເຖົ້າວ່າງເນີງປາວກໍຂ້ຽວອອກໄປຕ້ອນຮັບທັນທີ, ເພິ່ນຈັບມືທ່ານສີຈິ້ນຜິງແໜ້ນໆດ້ວຍຄວາມຕື່ນເຕັ້ນໃຈທີ່ສຸດ. ທ່ານສີຈິ້ນຜິງເວົ້າກັບເພິ່ນແບບເປັນກັນເອງວ່າ: “ສະບາຍດີ ຫຼາວວ່າງ, ຂ້າພະເຈົ້າມາຢາມພວກເຈົ້າແລ້ວໄດ.”ພໍ່ເຖົ້າວ່າງເນີງປາວບອກວ່າ: ບໍ່ນຶກບໍ່ຝັນເລີຍວ່າ ທ່ານເລຂາທິການໃຫຍ່ສີຈິ້ນຜິງຈະມາຢາມເຖິງເຮືອນຕົນ, ນະໂຍບາຍຂອງພັກກອມມູນິດຈີນດີຫຼາຍ, ອັນໄດ້ນຳ ເອົາຄວາມສຸກແລະໂຊກໄຊມາໃຫ້ພວກເຮົາ.
ໃນເດືອນເມສາປີ 2016, ທ່ານສີຈິ້ນຜິງໄດ້ເດີນທາງໄປເຄື່ອນໄຫວເຮັດວຽກການສຳຫຼວດຄົ້ນຄວ້າຢູ່ແຂວງອ່ານຮຸຍ ໂດຍໄດ້ເດີນທາງໄປຢ້ຽມຢາມຊາວບ້ານບ້ານຕ້າວ່ານ ເມືອງຈິ່ນຈ້າຍ ເຊິ່ງເປັນເຂດຖານທີ່ໝັ້ນຂອງການປະຕິວັດ
ຢູ່ໃນເຮືອນຂອງພໍ່ເຖົ້າວ່າງເນີງປາວ, ທ່ານສີຈິ້ນຜິງໄດ້ນັ່ງໂອ້ລົມກັບຄົນໃນຄອບຄົວພໍ່ເຖົ້າ, ທ່ານໄດ້ຈັບເອົາຄູ່ມືລຶບລ້າງຄວາມທຸກຍາກທີ່ວາງໄວ້ຢູ່ເທິງໂຕະຂຶ້ນມາ ອ່ານທັງສອບຖາມກ່ຽວກັບສະພາບການໃນຄອບຄົວຂອງພໍ່ເຖົ້າ. ເມື່ອໄດ້ຍິນວ່າ ເມຍຂອງພໍ່ເຖົ້າວ່າງເນີງປາວເປັນພະຍາດຄວາມດັນເລືອດສູງ, ປີໜຶ່ງຕ້ອງຈ່າຍຄ່າຢ ເຖິງ 2000 ຫາ3000 ຢວນ. ທ່ານສີຈິ້ນຜິງເວົ້າວ່າ: ບັນຫາທຸກຍາກທີ່ເກີດຂຶ້ນຍ້ອນເຈັບເປັນຫຼືຍ້ອນເສຍອົງຄະ ໄດ້ເກີດຂຶ້ນເລື້ອຍໆ, ສະນັ້ນ, ຕ້ອງໄດ້ປັບປຸງກົນໄກການລຶບລ້າງຄວາມທຸກຍາກຕື່ມອີກໂດຍສະເພາະຕ້ອງປັບປຸງມາດຕະການຮັບປະກັນໃຫ້ສົມບູນຂຶ້ນ, ແລະໃຫ້ການສະໜັບສະໜູນຫຼາຍກວ່າເກົ່າໂດຍຜ່ານລະບົບປະກັນສຸຂະພາບແລະລະບົບປະກັນສຸຂະພາບແບບຮ່ວມມືກັນຢູ່ຊົນນະບົດແບບໃໝ່.
ໃນເດືອນເມສາປີ 2016, ທ່ານສີຈິ້ນຜິງໄດ້ນັ່ງໂອ້ລົມກັບຊາວບ້ານບ້ານຕ້າວ່ານ ເມືອງຈິ່ນຈ້າຍ
ພາຍຫຼັງອອກຈາກເຮືອນຂອງພໍ່ເຖົ້າວ່າງເນີຍປາວແລ້ວ, ທ່ານສີຈິ້ນຜິງໄດ້ໄປຢາມ ຊາວກະສິກອນ 5 ຄອບຄົວລຽນຕິດຢູ່ບ້ານຕ້າວ່ານ, ໃນເຮືອນຂອງຊາວບ້ານເຫຼົ່ານີ້, ທ່ານສີຈິ້ນຜິງໄດ້ສອບຖາມຢ່າງລະອຽດວ່າ: “ສຸຂະພາບເປັນແນວໃດ,ຍັງແຂງແຮງດີບໍ່?” “ ຍາມນີ້ ໃນເຮືອນຍັງຮູ້ສຶກໜາວຢູ່ຫວະ? ມີເນື້ອທີ່ປູກຝັງ ຫຼາຍເທົ່າໃດ? ປູກຊາຈັກປີຈິ່ງຈະໄດ້ຜົນເກັບກ່ຽວ?, ໄດ້ລ້ຽງໝູຈັກໂຕ? ຊີ້ນໝູມີລາຄາດີຢູ່ບໍ? ” ທ່ານສີຈິ້ນຜິງໄດ້ເວົ້າກັບພີ່ນ້ອງປະຊາຊົນດ້ວຍຄວາມຮັກແພງວ່າ: ເທື່ອນີ້,ຂ້າພະເຈົ້າມາຢາມພໍ່ແມ່ພີ່ນ້ອງຊາວບ້ານທັງຫຼາຍເປັນການສະເພາະ, ຂ້າພະເຈົ້າໄດ້ເດີນທາງຈາກປັກກິ່ງດ້ວຍເຮືອບິນເປັນເວລາ ຊົ່ວໂມງເຄິ່ງໄປເຖິງນະຄອນເຫີເຟີຍ, ຂີ່ລົດອີກຊົ່ວໂມງເຄິ່ງໄປຮອດເມືອງຈິ່ນຈ້າຍ ແລ້ວເດີນທາງເປັນເວລາອີກຊົ່ວໂມງປາຍຈິ່ງມາເຖິງບ້ານແຫ່ງນີ້. ຈຸດປະສົງກໍເພື່ອຢາກຊອກຮູ້ສະພາບຕົວຈິງກ່ຽວກັບການລຶບລ້າງຄວາມທຸກຍາກຢູ່ຊົນນະບົດໂດຍສະເພາະແມ່ນສະພາບການລຶບລ້າງຄວາມທຸກຍາກຂອງເຂດຖານທີ່ໝັ້ນ ຂອງການປະຕິວັດ, ເພື່ອໃຫ້ປະຊາຊົນເຂດຖານທີ່ໝັ້ນຂອງການປະຕິວັດໄດ້ມີຊີວິດການເປັນຢູ່ທີ່ມີຄວາມສຸກ.
ພາຍໃຕ້ຄວາມເອົາໃຈໃສ່ຂອງທ່ານສີຈິ້ນຜິງແລະການຊີ້ນຳຈາກແນວທາງລຶບລ້າງຄວາມທຸກຍາກຢ່າງຖືກຕ້ອງຕາມເປົ້າໝາຍ, ປະຊາຊົນເມືອງຈິ່ນຈ້າຍໄດ້ເປີດບັ້ນຮົບຂັ້ນສຸດທ້າຍເພື່ອລຶບລ້າງຄວາມທຸກຍາກ. ຊາວກະສິກອນທີ່ໄດ້ດຳລົງຊີວິດຢູ່ເຂດພູດອຍບ່ອນທີ່ມີອາກາດໜາວຈັດໃນເມື່ອກ່ອນດຽວນີ້ໄດ້ຍົກຍ້າຍໄປດຳລົງຊີວິດຢູ່ຕີນພູແລ້ວ, ດ້ວຍເຫດນີ້, “ການປູກຊາຢູ່ເທິງພູ,ຂາຍຊາທາງອິນເຕີເນັດ” ໄດ້ກາຍເປັນຊ່ອງທາງການສ້າງຄວາມຮັ່ງມີສຳ ລັບຄອບຄົວທຸກຍາກຈຳ ນວນຫຼາຍ. ວັນທີ 29 ເມສາປີ 2020, ແຂວງອ່ານຮຸຍໄດ້ປະກາດວ່າ, ເມືອງຈິ່ນຈ້າຍ ເຊິ່ງເປັນເຂດຖານທີ່ໝັ້ນຂອງການປະຕິວັດສາມາດລຶບຊື່ອອກຈາກບັນຊີເມືອງທຸກຍາກໄດ້ຢ່າງເປັນທາງການແລ້ວ.
ໃນຖານະເປັນແຂວງໃຫຍ່ດ້ານກະສິກຳ, ເປັນເວລາດົນນານມາແລ້ວ, ແຂວງອ່ານຮຸຍໄດ້ປະກອບສ່ວນອັນສຳຄັນເຂົ້າໃນການຮັກສາຄວາມໝັ້ນຄົງດ້ານສະບຽງອາຫານແລະການປະຕິຮູບຊົນນະບົດຂອງຈີນ. ທ່ານສີຈິ້ນຜິງໄດ້ໃຫ້ຄວາມສຳຄັນທີ່ສຸດຕໍ່ກັບເລື່ອງນີ້.
ສຳລັບບັນຫາກ່ຽວກັບ ກະສິກຳ, ຊົນນະບົດ, ຊາວກະສິກອນ ກໍຄືການລົງເລິກການປະຕິຮູບ ຊົນນະບົດ, ທ່ານສີຈິ້ນຜິງໄດ້ ມີການພິຈາລະນາແລະຄົ້ນຄວ້າຢ່າງເລິກເຊິ່ງມາໂດຍຕະຫຼອດ. ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18ເປັນຕົ້ນມາ, ທ່ານໄດ້ລົງສະຫຼວດຄົ້ນຄວ້າຕົວຈິງກ່ຽວກັບສະພາບການພັດທະນາຢູ່ຊົນນະບົດຫຼາຍເທື່ອ ໂດຍໄດ້ໃຫ້ທິດຊີ້ນຳທີ່ສຳຄັນ. ໃນນັ້ນ, ການສຳຫຼວດຄົ້ນຄວ້າທີ່ສຳຄັນກໍຄືກອງປະຊຸມສຳມະນາສຳຄັນຄັ້ງໜຶ່ງລ້ວນແຕ່ໄດ້ດຳເນີນຢູ່ແຂວງອ່ານຮຸຍ.
ວັນທີ 25 ເມສາປີ 2016, ທ່ານສີຈິ້ນຜິງໄດ້ລົງໄປສຳຫຼວດກວດເບິ່ງບ້ານສຽວກາງເມືອງເຟີ້ງຢາງແຂວງອ່ານຮຸຍ
ວັນທີ 25 ເມສາປີ 2016, ທ່ານສີຈິ້ນຜິງໄດ້ລົງໄປສຳຫຼວດກວດເບິ່ງບ້ານສຽວກາງເມືອງເຟີ້ງຢາງແຂວງອ່ານຮຸຍ ໂດຍທ່ານໄດ້ເປັນປະທານຈັດກອງປະຊຸມສຳມະນາດກ່ຽວກັບການປະຕິຮູບ ຊົນນະບົດແລະໄດ້ປະກອບຄຳເຫັນສຳຄັນ.
ໃນກອງປະຊຸມສຳມະນາຄັ້ງນີ້, ທ່ານສີຈິ້ນຜິງກ່າວເນັ້ນວ່າ: ຕ້ອງຍຶດໝັ້ນໃນການຖືເອົາການແກ້ໄຂບັນຫາກ່ຽວກັບ ກະສິກຳ, ຊົນນະບົດ, ຊາວກະສິກອນ ເປັນວຽກງານສຳ ຄັນທີ່ສຸດຂອງວຽກງານທົ່ວພັກ, ອອກແຮງຊຸກຍູ້ການປະຕິຮູບຊົນນະບົດພາຍໃຕ້ສະພາບການໃໝ່, ເພີ່ມທະວີການປະສານງານໃຫ້ເປັນເອກະພາບກັນລະຫວ່າງຕົວເມືອງແລະຊົນນະບົດ,ຈັດຕັ້ງປະຕິບັດນະໂຍບາຍທີ່ສ້າງຄວາມເຂັ້ມແຂງ, ສ້າງຜົນປະໂຫຍດແລະສ້າງຄວາມຮັ່ງມີໃຫ້ແກ່ຊົນນະບົດຢ່າງຮອບດ້ານ, ຊຸກຍູ້ການປັບປຸງພື້ນຖານກະສິກຳໃຫ້ໝັ້ນຄົງ,ຊຸກຍູ້ຄວາມກົມກຽວປອງດອງແລະສ້າງຄວາມສະຫງົບສຸກໃຫ້ຊົນນະບົດແລະເຮັດໃຫ້ປະຊາຊົນຢູ່ເຢັນເປັນສຸກ.
ການປະກອບຄຳເຫັນອັນສຳຄັນເຫຼົ່ານີ້ໄດ້ເປັນການກຳນົດທິດທາງພື້ນຖານໃຫ້ແກ່ການປະຕິຮູບຊົນນະບົດຮອບໃໝ່ ຄື ຈີນຢາກມີຄວາມເຂັ້ມແຂງ, ກະສິກຳກໍຕ້ອງມີຄວາມເຂັ້ມແຂງ. ຈີນຢາກມີຄວາມສວຍງາມ, ຊົນນະບົດຕ້ອງມີຄວາມສວຍງາມ, ຈີນຢາກຮັ່ງມີ, ຊາວກະສິກອນຕ້ອງຮັ່ງມີ. ນີ້ຄືຂໍ້ສະຫຼຸບທີ່ໄດ້ມາຈາກການຄົ້ນຄວ້າພິຈາລະນາຢ່າງເລິກເຊິ່ງຂອງທ່ານສີຈິ້ນຜິງ ທັງເປັນອຸດົມການທີ່ໝັ້ນໜຽວບໍ່ປ່ຽນແປງຂອງທ່ານ.
ວັນທີ 25 ເມສາປີ 2016, ທ່ານສີຈິ້ນຜິງໄດ້ລົງໄປສຳຫຼວດກວດເບິ່ງບ້ານສຽວກາງເມືອງເຟີ້ງຢາງແຂວງອ່ານຮຸຍ,ທ່ານໄດ້ລົງສຳຫຼວດກວດເບິ່ງສະພາບການເຕີບໃຫຍ່ຂອງເຂົ້າວີດໃນບ້ານສຽວກາງ
ແຂວງອ່ານຮຸຍ, ເຊິ່ງແຂວງນີ້ ມີເຂດຖານທີ່ໝັ້ນຂອງການປະຕິວັດ ທີ່ຢັ່ງຢາຍຢູ່ໃນ 68 ເມືອງ ເຊິ່ງລວມທັງເມືອງຈິ່ນຈ້າຍ. ບໍ່ວ່າໃນສະໄໝສົງຄາມປະຕິວັດຫຼືສະໄໝໃໝ່ແຫ່ງການປະຕິຮູບແລະເປີດປະຕູສູ່ພາຍນອກ, ປະຊາຊົນຢູ່ໃນເຂດຖານທີ່ໝັ້ນຂອງການປະຕິວັດຂອງຈີນລ້ວນແລ້ວແຕ່ໄດ້ປະກອບສ່ວນອັນໃຫຍ່ຫຼວງເພື່ອພັກແລະປະເທດຊາດ. ເມື່ອໄດ້ພັດທະນາມາເປັນເວລາຫຼາຍສິບປີ, ການສ້າງສາພັດທະນາຂອງເຂດຖານທີ່ໝັ້ນຂອງການປະຕິວັດກໍໄດ້ຮັບຜົນງານອັນໃຫຍ່ຫຼວງ. ແຕ່ວ່າ, ເມື່ອທຽບໃສ່ແຫ່ງອື່ນໆໃນທົ່ວປະເທດແລ້ວ, ກໍຍັງມີຄວາມແຕກໂຕນກັນຫຼາຍສົມຄວນ. ດ້ວຍເຫດນີ້, ໃນເວລາເຮັດວຽກຢູ່ທ້ອງຖິ່ນ, ທ່ານສີຈິ້ນຜິງກໍໄດ້ກຳແໜ້ນວຽກງານການພັດທະນາຢູ່ເຂດຖານທີ່ໝັ້ນຂອງການປະຕິວັດມາໂດຍຕະຫຼອດ. ທ່ານເຄີຍເນັ້ນໜັກມາຫຼາຍເທື່ອແລ້ວວ່າ: ການສ້າງສັງຄົມທີ່ອີ່ມໜຳ ສຳລານໃຫ້ສຳເລັດຮອບດ້ານ, ຈະບໍ່ປະຖິ້ມເຂດແຄວ້ນໃດ, ໂດຍສະເພາະບໍ່ໃຫ້ຫຼົງລືມເຂດຖານທີ່ໝັ້ນຂອງການປະຕິວັດ. ເມື່ອເບິ່ງຈາກພຶດຕິກຳຕົວຈິງໃນການລຶບລ້າງຄວາມທຸກຍາກຂອງຈີນໃນຊຸມປີມໍ່ໆມານີ້ ສາມາດເຫັນໄດ້ວ່າ: ສູນກາງພັກກອມມູນິດຈີນໄດ້ໃຫ້ຄວາມສຳຄັນຢ່າງສູງຕໍ່ວຽກງານລຶບລ້າງຄວາມທຸກຍາກຢູ່ເຂດຖານທີ່ໝັ້ນຂອງການປະຕິບັດ, ເຂດຊົນເຜົ່າສ່ວນໜ້ອຍ, ເຂດຊາຍແດນແລະເຂດທຸກຍາກໂດຍສະເພາະແມ່ນເຂດທຸກຍາກພິເສດທີ່ຕິດຈອດກັນເປັນບໍລິເວນກວ້າງຂວາງ, ໂດຍໄດ້ສຸມທຸກຄວາມພະຍາຍາມໃນການຈັດຕັ້ງປະຕິບັດຍຸດທະສາດລຶບລ້າງຄວາມທຸກຍາກຢ່າງຖືກຕ້ອງຕາມເປົ້າໝາຍ ເພື່ອແກ້ໄຂບັນຫາກ່ຽວກັບ ກະສິກຳ, ຊົນນະບົດ, ຊາວກະສິກອນ, ເພື່ອຮັບປະກັນໃຫ້ສາມາດບັນລຸເປົ້າໝາຍໃນການສ້າງສັງຄົມທີ່ອີ່ມໜຳ ສຳລານໃຫ້ສຳເລັດຮອບດ້ານໃນປີ 2020ໃຫ້ໄດ້ຢ່າງເດັດຂາດ ເຊິ່ງໄດ້ສ່ອງແສງໃຫ້ເຫັນວ່າ ທ່ານສີຈິ້ນຜິງໄດ້ໃຫ້ຄວາມສຳຄັນຕໍ່ເຂດຖານທີ່ໝັ້ນຂອງການປະຕິວັດ ຍິ່ງໄດ້ສະແດງໃຫ້ເຫັນວ່າ ຈຸດປະສົງໃນການລຶບລ້າງຄວາມທຸກຍາກທີ່ທ່ານລິເລີ່ມນັ້ນກໍແມ່ນເພື່ອສ້າງຄວາມສຸກໃຫ້ກັບປະຊາຊົນນັ້ນເອງ.
ຄຳເຫັນ
0