黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄວາມ​ຂັດ​ແຍ້​ງ​ໃນ​ສັງຄົມ​ອາ​ເມຣິກາຮຸນ​ແຮງ​ຂຶ້ນ​ອີກ​ຍ້ອນ​ເຫດການ​ຈຳ​ແນ​ກ​ເຊື້ອ​ຊາດ​ຜິວ​ພັນ

2020-08-28 08:46:20 CRI

ວັນ​ທີ 23 ສິງຫາ​ນີ້, ຕຳຫຼວດເມືອງ​ເກ​ໂນ​ຊາ ລັດ​ວິສ​ຄອນ​ຊິນ ສະຫະລັດ​ອາ​ເມຣິກາ​ໄດ້​ຍິງ​ປືນ​ໃສ່​ຊາຍ​ຜິວ​ດຳຊື່ວ່າ ຈາ​ຄົບ ​ແບຼກ ​ອາຍຸ 29 ປີ ແລະ ​ເຮັດ​ໃຫ້​ຊາຍ​ຄົນ​ນີ້​ໄດ້ຮັບ​ບາດ​ເຈັບ. ວີ​ດີ​ໂອ​ຕອນ​ໜຶ່ງ​ຢູ່​ສື່​ສັງຄົມ​ອອນ​ລາຍ​ໄດ້ຖືກ​ເຜີຍ​ແຜ່​ ​​ແລະ​ໃຫ້​ຮູ້ວ່າ: ​ໃນຕອນ​ບ່າຍ​ວັນ​ດັ່ງກ່າວ, ທ້າວ​ແບຼກ ກຳລັງ​ຍ່າງ​ໄປ​ຂັບ​ລົດ​ຂອງ​ຕົນ ​ແລະ ​ໃນ​ຂະນະ​ທີ່​ກຳລັງ​ດຶງ​ປະຕູ​ລົດ​ອອກ ​ແລະ​ກຽມ​ຂຶ້ນ​ລົດ​ນັ້ນ, ​ໄດ້​ຖືກ​ຕຳຫຼວດສອງ​ຄົນ​ທີ່​ຕິດຕາມ​ຢູ່​ທາງຫຼັງຈ່ອງດຶງເສື້ອ​ໄວ້ ​ແລະ ຍິງ​ປືນ​ໃສ່ຫຼັງລາວຢ່າງໜ້ອຍ 7 ນັດ​ໃນ​ໄລຍະ​ປະຊິດ.

​ວັນ​ທີ 25 ພຶດສະພາ​ປີ​ນີ້, ຢູ່​ນະຄອນມີນນີອາ​ໂປ​ລິ​ສ ລັດມິນ​ນິດ​ໂຊ​ຕາກໍ​ໄດ້​ເກີດ​ເຫດການທີ່​ທ້າວ​ຈອດ​ຈ໌ ​ຟຼອຍດ໌ ຜູ້​ຊາຍ​ເຊື້ອສາຍ​ອາ​ຟຣິກາຖືກ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໃຊ້​ຫົວ​ເຂົ່າ​​ເຕັກ​ລົງໃສ່ຄໍ ​ເຮັດ​ໃຫ້​ຜູ້ກ່ຽວຕາຍຄາທີ່ ​ແລະ ຈາກ​ນັ້ນ​ເປັນ​ຕົ້ນ​ມາ, ຢູ່​ຕົວ​ເມືອງຫຼາຍສິບ​ແຫ່ງ​ທົ່ວ​ປະ​ເທດອາ​ເມຣິກາ​ໄດ້​ເກີດມີ​ການ​ເຄື່ອນ​ໄ​ຫວປະ​ທ້ວງ​ດ້ວຍກຳລັງ​ຮຸນ​ແຮງຢ່າງ​ຕໍ່​ເນື່ອງ, ​ຄວາມ​ຂັດ​ແຍ້​ງກັນ​ໃນ​ສັງຄົມ​ອາ​ເມຣິກາ​ທີ່​ມີ​ມາ​ແຕ່​ດົນ​ນານ​ເນື່ອງ​ຈາກ​ການຈຳ​ແນ​ກ​ເຊື້ອ​ຊາດ​ຜິວ​ພັນ​ນັ້ນ​ໄດ້​ຮຸນ​ແຮງ​ຂຶ້ນ, ຢູ່​ອາ​ເມຣິກາ​ຢ່າງ​ໜ້ອຍ​ມີ 40 ຕົວ​ເມືອງ​ໄດ້ມີ​ຄຳ​ສັ່ງ​ຫ້າມ​ສັນຈອນ​ໃນ​ຍາມ​ກາງຄືນ, ຢູ່​ເຂດ​ພິ​ເສດ​ວໍ​ຊິງ​ຕັນ ​ແລະ ຢ່າງ​ໜ້ອຍ​​ 23 ລັດ​ໄດ້​ນຳ​ໃຊ້​ກອງກຳລັງ​ປ້ອງ​ກັນພາຍ​ໃນ​ເຂົ້າ​ມາ​ລະງັບ​ເຫດການ.

​ແຕ່​ວ່າຄວາມ​ງົວ​ບໍ່​ທັນຫາຍ ຄວາມ​ຄວາຍ​ພັດເຂົ້າ​ມາ​ອີກ, ​ໃນ​ເຫດການຫຼ້າສຸດທີ່ທ້າວ​ແບຼກ ຊາຍ​ຄົນ​ຜິວ​ດຳ​ອາ​ເມຣິກາ​​ໄດ້ຖືກ​ຕຳຫຼວດຄົນ​ຜິວ​ຂາວ​ຍິງ​ປືນ​ໃສ່​​ ​ເຮັດ​ໃຫ້ການ​ປະ​ທະ​ກັນ​ທີ່​ເກີດ​ຈາກ​ການຈຳ​ແນ​ກ​ເຊື້ອ​ຊາດ​ຜິວ​ພັນ​ທີ່​ຍັງ​ບໍ່​ທັນ​ສະຫງົບ​ລົງ​ນັ້ນ​ໄດ້​ດຸ​ເດືອດ​ຂຶ້ນ​ອີກ. ຢູ່​ລັດ​ວິສ​ຄອນ​ຊິນ​ໄດ້​ເກີດ​ການ​ເຄື່ອນ​ໄຫວ​ປະ​ທ້ວງ​ດ້ວຍ​ກຳລັງ​ຮຸນ​ແຮງ​ຢ່າງ​ຂະໜາດ​ໃຫຍ່​ອີກ​ຄັ້ງ​ໃໝ່ ສົ່ງ​ຜົນ​ເຮັດ​ໃຫ້​ເຈົ້າ​ຄອງ​ລັດ​ຕ້ອງ​ໄດ້​ປະກາດ​​ເຂົ້າ​ສູ່ພາວະ​ສຸກ​ເສີນ.

​ເຫດການບັງຄັບ​ໃຊ້​ກົດໝາຍ​ດ້ວຍ​ກຳລັງ​ຮຸນ​ແຮງ​ຂອງ​ເຈົ້າ​ໜ້າທີ່ຕຳຫຼວດ​ອາ​ເມຣິກາ​ເທື່ອ​ນີ້ ​ໄດ້​ເປີດ​ເຜີຍ​ໃຫ້​ເຫັນ​ບັນຫາ​ສິດທິ​ມະນຸດ​ທີ່​ຝັງຮາກ​ເລິກຢູ່ອາ​ເມຣິກາອີກ​ຄັ້ງ​ໜຶ່ງ, ຫວັງ​ວ່າ​ອາ​ເມຣິກາ​ກ່ອນ​ຈະ​ຊີ້ນັ້ນ​ຊີ້​ນີ້ຕໍ່​ປະ​ເທດ​ອື່ນ​ໂດຍ​ຖື​ເອົາ​ບັນຫາ​ສິດທິ​ມະນຸດ​ເປັນ​ຂໍ້​ອ້າງ​ນັ້ນ ບໍ່​ຄວນ​ປະໝາດຕໍ່ຄວາມ​​ເປັນຈິງ​ທີ່​ປະ​ເທດ​ຕົນບໍ່ມີ​ຄວາມ​ສະ​ເໝີ​ພາບທາງ​ດ້ານ​ສິດທິ​ມະນຸດ​ ​ຄັນ​ບໍ່​ຊັ້ນ​ເລື່ອງຄວາມ​ອັບອາຍ​ຂາຍໜ້າ​ຂອງ​ຕົນ​ຈະຖືກ​ເປີດ​ເຜີຍ​ຕໍ່ຊາວ​ໂລກອີກ.

ຄຳ​ເຫັນ

0