黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ເປີດ​ສົກ​ຮຽນ​ໃໝ່​ດັ່ງ​ການ​ສອບ​ເສັງ​ເປັນ​ພິ​ເສດ​ອີກ​ຄັ້ງ​ໜຶ່ງ

2020-08-31 14:48:58 cri

ການ​ເປີດ​ສົກ​ຮຽນ​ໃໝ່​ດັ່ງ​ການ​ສອບ​ເສັງ​ເປັນ​ພິ​ເສດ​ອີກ​ຄັ້ງ​ໜຶ່ງ_fororder_3e40efb9j00qfwkpo0034c000u000mic

ໂດຍ​ຜ່ານ​ການ​ລໍ​ຄອຍ​ເປັນ​ເວ​ລາ​ດົນ​ນານ, ​ໃນ​ທີ່​ສຸດຈີນ​ໄດ້​ເປີດ​​ສົກຮຽນ​ໃໝ່. ນັກ​ຮຽນ​ແລະ​ນັກ​ສຶກ​ສາ​ຫຼາຍ​ລ້ານ​ຄົນ​ກັບ​ຄືນ​ສູ່​ໂຮງ​ຮຽນຫຼັງໄດ້​ຢຸດ​ການ​ຮຽນ​ການ​ສອນ​ໄດ້​ຊົ່ວ​ຄາວ​ມາເປັນ​ເວ​ລາ 8 ເດືອນ, ແລະ​​ເປັນ​ການຟື້ນ​ຟູ​ການ​ຮຽນ​ຄືນ​ໃໝ່, ທັງ​ສະ​ທ້ອນ​ໃຫ້​ເຫັນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃຫ້​ກັບ​ຄືນ​ສູ່​ສະ​ພາບປົກ​ກະ​ຕິ​ແລະ​ສາ​ມາດ​ຟື້ນ​ຟູ​ຊີ​ວິດ​ການ​ເປັນ​ຢູ່​​ໃຫ້​ເປັນ​ປົກ​ກະ​ຕິ​ໄດ້.

ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ ສ​ປ ຈີນ, ຈາກ​ຈຸດ​ວັດ​ແທກ​ອຸນ​ຫະ​ພຸມ​​ຮ່າງ​ກາຍ​ດ້ວຍ​ການ​ຈຳ​ແນກ​ໃບ​ໜ້າ​​ທີ່​ຕັ້ງ​ຢູ່​ໜ້າ​ປະ​ຕູ​ທາງ​ເຂົ້າໂຮງ​ຮຽນ, ​ເສັ້ນຮັກ​ສາ​ໄລ​ຍະ​ຫ່າງ 1 ແມັດ​ທີ່​ແຕ້ມ​​ໄວ້ຢູ່​ຕາມ​ໜ້າ​ດິນ​ຕໍ່​ໜ້າ​ອາ​ຄານ​ຮຽນ, ຈົນ​ຮອດ​ເຄື່ອງ​​ທີ່​ໃຊ້​ໃນ​ການ​ເພື່ອ​ຂ້າ​ເຊື້ອ​ພະ​ຍາດ​ທີ່​ໄວ້​ຢູ່​ປະ​ຕູ​ຫ້ອງ​ຮຽນ, “​ເຄື່ອງ​ໝາຍ​ປ້ອງ​ກັນ​ເຊື້ອ​ພະ​ຍາດ​ໂຄວິດ-19” ໃນ​ຫ້ອງ​ຮຽນ, ລາຍ​ລະ​ອຽດ​ຕ່າງໆ​ໃນ​ໂຮງ​ຮຽນ​ລ້ວນ​ແຕ່​ຢູ່​ໃນ​ຂອບ​ເຂດ​ຂອງ​ການກວດ​ກາ​ຂອງ​ໂຮງ​ຮ​ຽນ.

ການ​ເປີດ​ສົກ​ຮຽນ​ໃໝ່​ດັ່ງ​ການ​ສອບ​ເສັງ​ເປັນ​ພິ​ເສດ​ອີກ​ຄັ້ງ​ໜຶ່ງ_fororder_9663193fj00qfwkpr001ic000u000gwc

ຢູ່​ນະ​ຄອນ​ຢື້​ຈ້າວ​ແຂວງ​ຊ່ານ​ຕຸ້ງ, ​ບົດຮຽນ​ທຳ​ອິດ​ຂອງ​ການ​ເປີດ​​ສົກຮຽນ, ຄູ​ທັງ​ຫຼາຍ​ໄດ້​​ໃຫ້​ຄວາມ​ຮູ້​ກ່ຽວ​ກັບ​​ວິ​ທີປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ຕິດ​ແປດ, ຝຶກ​ອົບ​ຮົມ​ເຕັກ​ນິກ​ປ້ອງ​ກັນ​ພະ​ຍາດ​ຕິດ​ແປດ, ເພື່ອ​ຍົກ​ສູງ​ສະ​ຕິ​ລະ​ວັງ​ຕົວ​ແລະ​ຄວາມ​ສາ​ມາດ​ປ້ອງ​ກັນ​ຕົວ​ຂອງ​ຄູ​ອາ​ຈານ​ແລະ​ນັກ​ຮຽນ​ທັງ​ຫຼາຍ.

ການ​ຟື້ນ​ຟູ​ການ​ຮຽນ​ສຳ​ລັບ​ນະ​ຄອນ​ອູ​ຮັ້ນ​​ມີ​ຄວາມ​ໝາຍເປັນ​ພິ​ເສດ. ນະ​ຄອນ​ອູ​ຮັ້ນ​ມີ​ໂຮງ​ຮຽນຢ່າງ​ໜາ​ແໜ້ນ, ແລະ​ມີ​ນັກ​ຮຽນ​ຢ່າງ​ຫຼວງ​ຫຼາຍ. ​ການຟື້ນ​ຟູ​ການ​ຮຽນ​ແບບ​​ເປັນປົກ​ກະ​ຕິ, ນັ້ນ​ກໍໝາຍ​ຄວາມ​ວ່າ​ໝາກ​ຜົນ​​ຂອງ​ການປ້ອ​ງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ໄດ້​​ຮັບ​ການປັບ​ປຸງ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ, ທັງ​ໝາຍ​ຄວາມ​ວ່າ​ນະ​ຄອນ​ອູ​ຮັ້ນ​ເຊິ່ງ​ເຄີຍ​ເປັນ​ໃຈ​ກາງ​ຂອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ນັ້ນ​ບໍ່​ແມ່ນ​ບ່ອນ​​ທີ່​ຕ້ອງ​ລະ​ວັງ​ເປັນພິ​ເສດ​ອີກ​ແລ້ວ.

ການ​ເປີດ​ສົກ​ຮຽນ​ໃໝ່​ດັ່ງ​ການ​ສອບ​ເສັງ​ເປັນ​ພິ​ເສດ​ອີກ​ຄັ້ງ​ໜຶ່ງ_fororder_f4dfd86bj00qfwkpo003ac000u000mic

ການ​ເປີດ​​ສົກ​ຮຽນ​ໃໝ່​ຈະ​ເປັນ​ການ​ສອບ​ເສັງ​ເປັນ​ພິ​ເສດ​ຄັ້ງ​ໜຶ່ງ​ສຳ​ລັບ​ຕົວ​ເມືອງ​, ​ໂດຍຈະ​ເປັນ​ການ​ກວດ​ກາ​ຄວາມ​ສາ​ມາດ​ດ້ານ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ທີ່​ປະ​ຕິ​ບັດ​ຢ່າງ​ລະ​ອຽດ​​ແລະ​ຫັນ​ເປັນ​ທັນ​ສະ​ໄໝ​ນັ້ນ​ມີ​ປະ​ສິດ​ທິ​ຜົນ​ແນ​ວ​ໃດ. ​ການ​ເປີດ​ສົກ​ຮຽນ​ໃໝ່, ເບິ່ງ​ແລ້ວ​ຄື​​ເປັນ​ພຽງນັກ​ຮຽນ​​ນັກ​ສຶກ​ສາ​ອອກ​ຈາກ​ເຮືອນ​ໄປ​ໂຮງ​ຮຽນ​ເທົ່າ​ນັ້ນ, ທີ່​ຈິງ​ແລ້ວ​ໄດ້​ກ່ຽວ​ພັນ​ເຖິງ​ຫຼາຍ​ດ້ານ​ຂອງ​ການ​ສັບ​ຊ້ອນ​ວາງ​ແຜນ​ການ​ແລະ​ການ​ບໍ​ລິ​ຫານ​ທາງ​ສັງ​ຄົມ​ຂອງ​ຕົວ​ເມືອງ, ນັກ​ຮຽນ​​ນັກ​ສຶກ​ສາ​ກັບ​ຄືນ​ສູ່​ໂຮງ​ຮຽນ​ໝາຍ​ຄວາ​ມ​ວ່າ​​ປະ​ຊາ​ກອນຢູ່​ຕົວ​ເມືອງ​ໄດ້​​ຟື້ນ​ຟູ​ຄືນ​ສູ່​ລະ​ດັບ​ປົກ​ກະ​ຕິ​ແລ້ວ.

ໃນ​ເວ​ລາ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ, ຖ້າ​​ວ່າ​ມີ​ການ​ຫ້າງ​ຫາກະ​ກຽ​ມ​ກໍ​ສາ​ມາ​ດ​ໄດ້​ຮັບ​ຜົນ​ສຳ​ເລັດ, ​ເມື່ອມີ​ປະ​ສົບ​ການ​ດ້ານ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ມີ​ການ​ຫ້າງ​ຫາ​ກະ​ກຽມ​ທີ່​ພຽງ​ພໍ, ມີ​ແຜນ​ການ​ລ່ວງ​ໜ້າ​ທີ່​ລະ​ອຽດ​ຮອບ​ຄອບ, ແລະ​ມີ​ວິ​ທີ​ທີ່​ເປັນ​ໄປ​ໄດ້, ການ​ເປີດ​ຮຽນ​ຄືນ​ໃໝ່​ຈຶ່ງ​​ຈະສາ​ມາດ​ເຮັດ​ໃຫ້​ປະ​ຊາ​ຊົນ​ໃນ​ທົ່ວ​ສັງ​ຄົມ​ໄວ້​​ວາງໃຈ​ໄດ້.

ຄຳ​ເຫັນ

0