ໃນຮູບແບບພັດທະນາແບບດັ້ງເດີ່ມ, ການພັດທະນາເສດຖະກິດ ແລະ ການອະນຸລັກສິ່ງແວດລ້ອມແມ່ນຄວາມຂັດແຍ້ງຍາກທີ່ຈະແກ້ໄຂໄດ້. ທ່ານຄຸສເນັສ ນັກເສດຖະສາດອາເມຣິກາເຫັນວ່າ, ໃນໄລຍະທີ່ເສດຖະກິດພັດທະນາໃນລະດັບຕ່ຳ, ມົນລະພິດຕໍ່ສິ່ງແວດລ້ອມກໍບໍ່ໄດ້ໜັກໜ່ວງປານໃດ, ແຕ່ໄປຄຽງຄູ່ກັບການພັດທະນາຂອງເສດຖະກິດ, ມົນລະພິດສິ່ງແວດລ້ອມກໍໄດ້ນັບມື້ນັບໜັກໜ່ວງຂຶ້ນ; ເມື່ອເສດຖະກິດພັດທະນາໄປຮອດໃນລະດັບໃດໜຶ່ງແລ້ວ, ມົນລະພິດສິ່ງແວດລ້ອມກໍຈະ ຫຼຸດຜ່ອນລົງ, ຄຸນນະພາບຂອງສິ່ງແວດລ້ອມກໍໄດ້ຮັບການປັບປຸງໃຫ້ດີຂຶ້ນ. ເຊິ່ງປະກົດການໃນລັກສະນະນີ້ເອີ້ນວ່າ “ເສັ້ນໂຄ້ງຄຸສເນັສທາງສິ່ງແວດລ້ອມ”.(Kuznets curve).
ທ່ານສີຈິ້ນຜິງມີຄວາມສະດຸ້ງໄວໃນການຮັບຮູ້ບັນຫານີ້, ທ່ານເຄີຍຊີ້ອອກຢ່າງຈະແຈ້ງວ່າ: ການສ້າງສາຄວາມສິວິໄລດ້ານນິເວດພົວພັນເຖິງການພັດທະນາແບບຍືນຍົງຂອງປະຊາຊາດຈີນທັງພົວພັນເຖິງ ການບັນລຸເປົ້າໝາຍສູ້ຊົນ 2 ເຫດການປະຫວັດສາດສຳຄັນ ຮ້ອຍປີ, ການອະນຸລັກສິ່ງແວດລ້ອມນິເວດກໍແມ່ນການຮັກສາກຳລັງການຜະລິດ, ການປັບປຸງສິ່ງແວດລ້ອມນິເວດໃຫ້ດີຂຶ້ນ ກໍແມ່ນການພັດທະນາກຳລັງການຜະລິດ.
ເດືອນພະຈິກປີ 2012, ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກກອມມູນິດຈີນໄດ້ຈັດຂຶ້ນ
ເດືອນພະຈິກປີ 2012, ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກກອມມູນິດຈີນໄດ້ຈັດຂຶ້ນ, ໃນນັ້ນໄດ້ກຳນົດຍຸດທະສາດ“ປະເທດຈີນທີ່ສວຍງາມ” ເຊິ່ງໄດ້ກາຍເປັນເປົ້າໝາຍອັນຍິ່ງໃຫຍ່ໃນການສ້າງສາຄວາມສິວິໄລດ້ານນິເວດ, ການສ້າງສາຄວາມສີວິໄລດ້ານນິເວດກໍໄດ້ຖືກຈັດເຂົ້າໃນຍຸດທະສາດທີ່ສຳຄັນຂອງແຜນແມ່ບົດ “5 ສ້າງສູ່ຄວາມເປັນໜຶ່ງ” ຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ. ສຳລັບບົດລາຍງານກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ທີ່ທ່ານສີຈິ້ນຜິງເປັນຫົວໜ້າໜ່ວຍງານຮ່າງບົດລາຍງານດ້ວຍຕົນເອງ ຍິ່ງໄດ້ສະແດງໃຫ້ເຫັນວ່າ ຊາວພັກກອມມູນິດຈີນມີຄວາມຮັບຮູ້ຢ່າງເລິກເຊິ່ງ ແລະ ຮອບດ້ານກວ່າເກົ່າຕໍ່ການສ້າງສາພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ.
ໃນກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18, ທ່ານສີຈິ້ນຜິງທີ່ໄດ້ຂຶ້ນຮັບຕຳແໜ່ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ຖະແຫຼງຕໍ່ສື່ມວນຊົນ.
ໃນທຸກມື້ນີ້, ການອະນຸລັກສິ່ງແວດລ້ອມນິເວດໄດ້ກາຍເປັນຄວາມຮັບຮູ້ທີ່ເປັນເອກະພາບກັນໃນທົ່ວໂລກ, ແຕ່ພັກກອມມູນິດຈີນໄດ້ເປັນພັກການເມືອງທຳອິດທີ່ໄດ້ຈັດເອົາການສ້າງສາຄວາມສີວິໄລດ້ານນິເວດເຂົ້າສູ່ໂຄງການດຳເນີນງານຂອງຕົນ.
“ບັນຫາໄດ້ບັງຄັບໃຫ້ຈີນຕ້ອງດຳເນີນການປະຕິຮູບໄປໜ້າ”. ບັນຫາສິ່ງແວດລ້ອມໄດ້ເກີດຂຶ້ນຫຼັງມາແລ້ວຢູ່ປະເທດຕາເວັນຕົກທີ່ພັດທະນາແລ້ວມາເປັນເວລາ 100ປີ ຫາ 200ປີ, ແຕ່ໄດ້ສະແດງອອກແບບລວມສູນໃນການພັດທະນາຢ່າງວ່ອງໄວຂອງຈີນໃນໄລຍະ 30 ກວ່າປີຜ່ານມາ. ຖ້າຮູບການພັດທະນາເສດຖະກິດແບບຊະຊາຍໃນເມື່ອກ່ອນບໍ່ໄດ້ຮັບການປັບປຸງ, ສິ່ງແວດລ້ອມດ້ານຊັບພະຍາກອນກໍຈະຍາກທີ່ຈະກາຍເປັນສິ່ງຄ້ຳຊູການພັດທະນາແບບຍືນຍົງຂອງຈີນ. ທ່ານສີຈິ້ນຜິງເຄີຍຊີ້ໃຫ້ເຫັນວ່າ: “ພວກເຮົາໄດ້ເປັນໜີ້ຫຼາຍເກີນໄປຕໍ່ສິ່ງແວດລ້ອມນິເວດ, ຖ້າບໍ່ກຳແໜ້ນວຽກງານນີ້ນັບແຕ່ປະຈຸບັນເປັນຕົ້ນໄປ, ໃນອະນາຄົດກໍຈະເສຍຄ່າຕອບແທນຫຼາຍກວ່ານີ້ອີກ.”
ປະຈຸບັນ, ຈີນເປັນປະເທດທີ່ນຳໃຊ້ພະລັງງານ ແລະ ເຫຼັກກ້າຫຼາຍທີ່ສຸດໃນໂລກ. ປີ 2012, ຈີນໄດ້ນຳໃຊ້ຖ່ານຫີນມາດຕະຖານເກືອບ 2,5ຕືິ້ໂຕນ, ຫຼາຍກວ່າຍອດປະລິມານການນຳໃຊ້ຂອງປະເທດອື່ນ; ໃນ 10 ລ້ອງແມ່ນ້ຳສຳຄັນຂອງຈີນ, ນ້ຳດ້ອຍຄຸນນະພາບປະເພດ5ກວມເຖິງ 10,2%, ຖ້າຍັງສືບຕໍ່ປະຕິບັດຕາມຮູບ ການພັດທະນາແບບຊະຊາຍ, ເມື່ອເຖິງເວລາທີ່ຕ້ອງບັນລຸເປົ້າໝາຍທີ່ໄດ້ກຳນົດໄວ້ໃນກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ຄື ເມື່ອຮອດປີ 2020 GDP ແລະ ລາຍຮັບສະເລ່ຍຂອງປະຊາຊົນໃນຕົວເມືອງ ແລະ ຊົນນະບົດໃຫ້ເພີ່ມຂຶ້ນ 1 ເທົ່າເມື່ອທຽບກັບປີ 2010ເວລານັ້ນ, ສິ່ງແວດລ້ອມນິເວດຈະຊຸດໂຊມລົງຢ່າງໜັກໜ່ວງແບບຄາດຄິດບໍ່ເຖິງ.
ວັນທີ 26 ພຶດສະພາ ປີ2017, ໃນການຮ່ຳຮຽນລວມໝູ່ຄັ້ງທີ 41 ຂອງກົມການເມືອງສູນກາງພັກກອມມູນິດຈີນ, ທ່ານສີຈິ້ນຜິງໄດ້ປະກອບຄຳເຫັນ.
ວັນທີ 26 ພຶດສະພາ ປີ2017, ໃນການຮ່ຳຮຽນລວມໝູ່ຄັ້ງທີ 41 ຂອງກົມການເມືອງສູນກາງພັກກອມມູນິດຈີນ, ທ່ານສີຈິ້ນຜິງໄດ້ສະເໜີຄຳຮຽກຮ້ອງອີກເທື່ອໜຶ່ງຕໍ່ພະນັກງານການນຳ, ທ່ານກ່າວວ່າ, ການອະນຸລັກສິ່ງແວດລ້ອມຈະໄດ້ຮັບການຈັດຕັ້ງປະຕິບັດຢ່າງແທ້ຈິງຫຼືບໍ່, ຂອດສຳຄັນຂຶ້ນຢູ່ກັບພະນັກງານການນຳ. ຕ້ອງຈັດຕັ້ງປະຕິບັດລະບຽບການວ່າດ້ວຍຄວາມຮັບຜິດຊອບດ້ານການສ້າງສາຄວາມສິວິໄລດ້ານນິເວດໃນເວລາທີ່ພະນັກງານການນຳຍັງຢູ່ໃນຕຳແໜ່ງງານ, ກວດສອບຊັບພະຍາກອນທຳມະຊາດໃນເວລາທີ່ພະນັກງານການນຳອອກຈາກຕຳແໜ່ງ, ຈັດຕັ້ງປະຕິບັດຫຼັກການດຳເນີນງານໃຫ້ເປັນໄປຕາມກົດໝາຍກົດລະບຽບ, ພາວະວິໄສ ຍຸດຕິທຳ, ຢືນຢັນຕາມຫຼັກວິທະຍາສາດ, ຕາມສິດທິ ແລະ ຄວາມຮັບຜິດຊອບທີ່ເປັນເອກະພາບກັນ, ທາວຫາຄວາມຮັບຜິດຊອບໄດ້ຕະຫຼອດຊີວິດ, ກຳນົດຢ່າງຈະແຈ້ງກ່ຽວກັບສະພາບການທາວຫາຄວາມຮັບຜິດຊອບຂອງພະນັກງານການນຳທຸກຂັ້ນ. ໃນເມື່ອກ່ອນ, ພະນັກງານການນຳຫຼາຍຄົນມີແນວຄິດປະໝາດ, ໂດຍຄິດວ່າ ຍາມເມື່ອສິ່ງແວດລ້ອມຊຸດໂຊມລົງແລ້ວເວລານັ້ນຕົນເອງກໍຍ້າຍໄປຮັບໜ້າທີ່ຕຳແໜ່ງອື່ນແລ້ວ, ແຕ່ປະຈຸບັນຖ້າມີປະກົດການແບບນີ້ ກໍຕ້ອງທາວຫາຄວາມຮັບຜິດຊອບຕໍ່ຜູ້ກ່ຽວຂ້ອງ ໂດຍບໍ່ຍົກເວັ້ນ ເຖິງວ່າໄດ້ຍ້າຍໄປຮັບຕຳແໜ່ງອື່ນແລ້ວ ຫຼືເລື່ອນຕຳແໜ່ງ ຫຼື ບຳນານແລ້ວກໍຕາມ.
ໃນວຽກງານຕົວຈິງ, ທ່ານສີຈິ້ນຜິງໄດ້ຕຳໜິໂດຍກົງຕໍ່ພະນັກງານການນຳບາງຄົນທີ່ມີຄວາມຮັບຮູ້ທີ່ຜິດພາດໃນບັນຫາການພັດທະນາ, ຄື ເຂົາເຈົ້າໄດ້ເຂົ້າໃຈຢ່າງຜິດພາດວ່າ: “ການພັດທະນາແມ່ນຫຼັກການຂັ້ນເດັດຂາດ” ເຊິ່ງເຂົາເຈົ້າໝາຍເຖິງ “ການເຕີບໂຕດ້ານເສດຖະກິດແມ່ນຫຼັກການຂັ້ນເດັດຂາດ”, ຫຼືການພັດທະນາເສດຖະກິດ ກໍແມ່ນການເຕີບໂຕຂອງGDP. ທ່ານສີຈິ້ນຜິງຊີ້ອອກວ່າ, GDPເຕີບໂຕຢ່າງວ່ອງໄວແມ່ນຜົນງານການບໍລິຫານ, ການອະນຸລັກ ແລະ ການສ້າງສາສິ່ງແວດລ້ອມກໍແມ່ນຜົນງານການບໍລິຫານເຊັ່ນກັນ; ບໍ່ຄວນສະແຫວງຫາພຽງແຕ່ການພັດທະນາທີ່ເຕີບໂຕໄວເທົ່ານັ້ນ, ແຕ່ຄວນສະແຫວງຫາຄວາມເປັນເອກະພາບກັນລະຫວ່າງຄວາມໄວ ຄຸນນະພາບ ແລະ ປະສິດທິຜົນ; ບໍ່ຄວນພັດທະນາ ແບບຫຼັບຫູຫຼັບຕາ, ສ້າງມົນລະພິດຕໍ່ສິ່ງແວດລ້ອມ, ຖິ້ມພາລະອັນໜັກໜ່ວງໃຫ້ກັບຄົນຮຸ່ນຫຼັງ, ແຕ່ຕ້ອງປະຕິບັດຕາມຄວາມຮຽກຮ້ອງທີ່ມະນຸດ ແລະ ທຳມະຊາດພັດທະນາຢ່າງກົມກຽວກັນ, ເຮັດວຽກດ້ານປະຊາກອນ ຊັບພະຍາກອນ ແລະ ສິ່ງແວດລ້ອມໃຫ້ດີ.
ກ່ຽວກັບເລື່ອງນີ້, ທ່ານຈຽງຢິວຊີ້ ຜູ້ຊ່ຽວຊານດ້ານນິເວດວິທະຍາ ບັນດິດສະຖາບັນວິທະຍາສາດຈີນກ່າວວ່າ: “ທ່ານສີຈິ້ນຜິງໄດ້ລົງມືຈາກບັນຫາທີ່ຮີບດ່ວນທີ່ສຸດໃນການພັດທະນາ, ສະແດງໃຫ້ເຫັນເຖິງການໃຫ້ຄວາມສຳຄັນຢ່າງສູງຕໍ່ບັນຫາສິ່ງແວດລ້ອມ, ເປັນການອະທິບາຍການພົວພັນແບບສັດຈະວິພາກລະຫວ່າງການພັດທະນາເສດຖະກິດ ກັບການອະນຸລັກສິ່ງແວດລ້ອມນິເວດ, ໄດ້ໃຫ້ຄຳບັນລະຍາຍໃໝ່ຕໍ່ທັດສະນະການພັດທະນາ, ແລະໃຫ້ທິດຊີ້ນຳອັນໃໝ່ຕໍ່ການສ້າງ ລະບົບນິເວດ.”
ຈີນແມ່ນປະເທດໃຫຍ່ທີ່ພວມພັດທະນາ, ໃນການສ້າງສາປະເທດທີ່ທັນສະໄໝ, ແມ່ນເປັນໄປບໍ່ໄດ້ທີ່ຈະເດີນຕາມເສັ້ນທາງການພັດທະນາແບບເກົ່າຂອງປະເທດຕາເວັນຕົກທີ່ “ສ້າງມົນລະພິດກ່ອນແລ້ວຈຶ່ງປັບປຸງປົວແປງຕາມຫຼັງ”, ສະນັ້ນ ການຄົ້ນຫາເສັ້ນທາງໃໝ່ທີ່ອະນຸລັກສິ່ງແວດລ້ອມຈຶ່ງມີຄວາມຮີບດ່ວນທີ່ສຸດ. ກໍຄືດັ່ງທີ່ທ່ານສີຈິ້ນຜິງກ່າວໄວ້ວ່າ: “ຄວາມຂັດແຍ່ງດ້ານສິ່ງແວດລ້ອມນິເວດຂອງຈີນແມ່ນໄດ້ສະສົມມາເປັນເວລາດົນນານໃນປະຫວັດສາດ, ບໍ່ແມ່ນຫາກໍ່ຊຸດໂຊມລົງໃນໄລຍະມໍ່ໆມານີ້,ສະນັ້ນບໍ່ຄວນສືບຕໍ່ໃຫ້ຊຸດໂຊມລົງອີກພາຍໃນໄລຍະເວລາຂອງການບໍລິຫານຂອງພວກເຮົາ, ຊາວພັກກອມມູນິດຈີນຄວນມີຈິດໃຈທີ່ກວ້າງຂວາງ ແລະ ມີຄວາມຕັດສິນໃຈຂັ້ນເດັດຂາດເພື່ອແກ້ໄຂບັນຫານີ້.”
ປະຈຸບັນຈີນພວມເດີນຕາມເສັ້ນທາງພັດທະນາ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ”, ແມ່ນເສັ້ນທາງປະດິດສ້າງໃໝ່ທີ່ບໍ່ເຄີຍມີມາກ່ອນ, ແມ່ນການປະຕິຮູບຮອບດ້ານຕໍ່ທັດສະນະການພັດທະນາ ທັດສະນະກ່ຽວກັບຜົນງານການບໍລິຫານ ຄ່ານິຍົມ ແລະ ທັດສະນະທ່າທີຕໍ່ຊັບສົມບັດ, ແມ່ນການປະຕິຮູບຢ່າງເຖິງກົກເຖິງຮາກຕໍ່ຮູບການພັດທະນາ ຮູບການຜະລິດ ແລະ ຮູບການດຳລົງຊີວິດແບບເກົ່າ. ທິດສະດີນີ້ສອດຄ່ອງກັບກົດເກນການພັດທະນາຂອງຈີນ, ແລະພວມເຊື່ອມສານເຂົ້າສູ່ຊີວິດປະຈຳວັນຂອງປະຊາຊົນຈີນ, ການອະນຸລັກສິ່ງແວດລ້ອມໄດ້ກາຍເປັນການເຄື່ອນໄຫວແບບຕື່ນຕົວຂອງປະຊາຊົນ, ເພາະວ່າພວກເຮົາທຸກຄົນລ້ວນແຕ່ຫວັງວ່າ ພູຂຽວນ້ຳໃສຂອງຈີນຈະນັບມື້ນັບສວຍງາມກວ່າເກົ່າ, ກໍຫວັງວ່າພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງບັນດາປະເທດ, ສິ່ງແວດລ້ອມຂອງໜ່ວຍໂລກຈະນັບມື້ນັບດີຂຶ້ນ.
ຄຳເຫັນ
0