尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ້າງ​​ອະ​ນາ​ຄົດ​ທີ່ສວຍ​ສົດ​ງົດ​ງາມກ​ວ່າ​ເກົ່າ​ຢູ່​ເຂດ​ຕິ​ເບດ

2020-09-01 16:21:08 cri

ສ້າງ​​ອະ​ນາ​ຄົດ​ທີ່ສວຍ​ສົດ​ງົດ​ງາມກ​ວ່າ​ເກົ່າ​ຢູ່​ເຂດ​ຕິ​ເບດ_fororder_微信图片_20200901162016

ກອງ​ປະ​ຊຸມສຳ​ມະ​ນາ​ຂອງ​ສູນ​ກາງ​ຈີນ​ກ່ຽວ​ກັບ​ວຽກ​ງານ​ຕິ​ເບດ​ຄັ້ງ​ທີ 7 ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 28 ຫາ​ວັນ​ທີ 29 ສິງ​ຫາ​ນີ້, ທ່ານເລ​ຂາ​ທິ​ການ​ໃຫຍ່ ສີ​ຈິ້ນ​ຜິງ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ພ້ອມ​ທັງ​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ. ໃນ​ຄຳ​ປາ​ໄສ, ທ່ານ ສີ​ຈິ້ນ​ຜິງ ໄດ້​ທົບ​ທວນ​ຄືນ​ຜົນ​ງານ​ແລະ​ປ​ະ​ສົບ​ການ​​ຢ່າງ​ຮອບ​ດ້ານນັບ​ແຕ່ກອງ​ປະ​ຊຸມ​​ສຳ​ມະ​ນາ​ຂອງ​ສູນ​ກາງ​ຈີນ​ກ່ຽວ​ກັບວຽກ​ງານ​ຕິ​ເບດ​ຄັ້ງ​ທີ 6 ເປັນ​ຕົ້ນ​ມາ, ​ທ່ານໄດ້​ລົງ​ເລິກວິ​ເຄາະ​ສະ​ພາບການ​ດ້ານ​ວຽກ​ງານ​ຕິ​ເບດ​ໃນ​ປັດ​ຈຸ​ບັນ, ​ໄດ້​ຊີ້​ແຈງ​ຍຸດ​ທະ​ສາດ​ດ້ານ​ການ​ປົກ​ຄອງ​ເຂ​ດ​ຕິ​ເບດແລະ​ໃຫ້​ທິດ​ຊີ້​ນຳ​ການ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ຂອງ​ພັກ​ໃນ​ຍຸກ​ໃໝ່​ກ່ຽວ​ກັບ​ວຽກ​ງານ​ຕິ​ເບດ, ທ່ານ​ໄດ້​ເນັ້ນ​ໜັກ​ໃຫ້​ເອົາ​ໃຈ​ໃສ່​ການ​ປະ​ຕິ​ບັດ​ເປົ້າ​ໝາຍ, ​ທິດ​ທາງນະ​ໂຍ​ບາຍແລະ​ມາດ​ຕະ​ການຕາມ​ຍຸດ​ທະ​ສາດ​​ກ່ຽວ​ກັບ​ວຽກ​ງານ​ຕິ​ເບດ​ໃນ​ໄລ​ຍະ​ປັດ​ຈຸ​ບັນ​ແລະ​ຕໍ່​ໜ້າ,​ເຊິ່ງ​ເປັນ​ການ​ໃຫ້​ທິດ​ທາງ​ໂດຍ​ພື້ນ​ຖານ​ກ່ຽວ​ກັບ​ການ​ເຮັດ​ວຽກ​ງານ​ຕິ​ເບດ​ໃນ​ຍຸກ​ໃໝ່​ໃຫ້​ດີ.

ສ້າງ​​ອະ​ນາ​ຄົດ​ທີ່ສວຍ​ສົດ​ງົດ​ງາມກ​ວ່າ​ເກົ່າ​ຢູ່​ເຂດ​ຕິ​ເບດ_fororder_微信图片_20200901162022

ສູນ​ກາງ​ພັກ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ໃນ​ລະ​ດັບ​ສູງ​ຕໍ່​ວຽກ​ງານ​ເຂດ​ຕິ​ເບດ​ມາ​ໂດຍ​ຕະ​ຫຼອດໂດຍ​ສະ​ເພາະ​ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຂອ​ງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18​ ເປັນ​ຕົ້ນ​ມາ, ສູນ​ກາງ​ພັກ​ທີ່​ມີ​ສະ​ຫາຍ​ສີ​ຈິ້​ນ​ຜິງ​ເປັນ​​ແກນ​ນຳ​ໄດ້​ເອົາ​ໃຈ​ໃສ່​​ເປັນ​ຫ່ວງ​ເປັນ​ໃຍປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່​ເຂດ​ຕິ​ເບດ, ​ສະ​ນັ້ນເຂດ​ຕິ​ເບດ​ຈຶ່ງ​ສາ​ມາດ​ບັນ​ລຸ​ການ​ພັດ​ທະ​ນາ​ໄດ້​​ຢ່າງວ່ອງ​ໄວ​ແລະ​​ມີຄວາມ​ໝັ້ນ​ຄົງ​ຖາ​ວອນ, ການ​ພັດ​ທະ​ນາ​​ຕິ​ເບດ​ກໍ​ໄດ້​ປະ​ກົດ​ໃຫ້​ເຫັນ​ຄວາ​ມ​ມີ​ຊີ​ວິດ​ຊີ​ວາ​ແລະ​ພະ​ລັງ​ຊີ​ວິດ​ທີ່​ເຂັ້ມ​ແຂງ. ຕົວ​ເລກ​ຂໍ້​ມູນ​ສະ​ຖິ​ຕິ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ປີ 2019, ລວມຍອດ​​ຜະ​ລິດ​ຕະ​ພັນພາຍ​ໃນ​ຫຼື GDP ​ຢູ່​ເຂດ​ຕິ​ເບດ​ໄດ້​ບັນ​ລຸ​ເຖິງ 169,782 ຕື້ຢວນ, ເມື່ອ​ໄລ່​ຕາມ​ລາ​ຄາສົມ​ທຽບ​ໄດ້, ໄດ້​ເພີ່ມ​ຂຶ້ນ​ປະ​ມານ 205,8 ເທົ່າ​ເມື່ອ​ທຽບ​ໃສ່ 174 ລ້ານຢວນ​ໃນ​ປີ 1959, ລາຍ​ຮັບ​ທີ່​ສາ​ມາດ​ໃຊ້​ຈ່າຍ​ໄດ້​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຂອງ​ປະ​ຊາ​ຊົນ​ຢູ່​ຕົວ​ເມືອງ​ບັນ​ລຸ​ໄດ້ 37.410 ຢວນ, ​ຢູ່ຊົນ​ນະ​ບົດ​ບັນ​ລຸ​ໄດ້ 12.951 ຢວນ, ອາ​ຍຸ​ຍືນ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ໄດ້​ຍົກ​ສູງ​ຈາກ 35,5 ປີ​ໃນ​ຕົ້ນ​ໄລ​ຍະ​ຂອງ​ການ​ປົດ​ປ່ອຍ​ໂດຍ​ສັນ​ຕິ​ເປັນ 70,6 ປີ​ໃນ​ປັດ​ຈຸ​ບັນ. ​ໜຶ່ງ​ໃນ​ເຫດ​ການ​ທີ່​ເຮັດ​ໃຫ້​ຄົນ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ສຸດ​ກໍ​ແມ່ນ​ໃນ​ປີ 2019, ​ເນື່ອງ​ໃນ​ໂອ​ກາດ​ການ​ປົດ​ປ່ອຍຂ້າ​ທາດ​ລ້ານ​ຄົນ​ຢູ່​ເຂດ​ຕິ​ເບດ​ຄົບ​ຮອບ 60 ປີ, ທົ່ວ​ເຂດ​ຕິ​ເບດ​ໄດ້​ບັນ​ລຸ​ການ​ລຶບລ້າງ​ຄວາມ​ທຸກ​ຍາກ, ​ເຊິ່ງ​ເປັນຜົນ​ງານ​​ທີ່​ສະ​ຫວ່າງ​ສະ​ໄຫວໃນ​ປະ​ຫວັດ​ການ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຂອງ​ຈີນ​ກໍ​ຄື​ການ​​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂອງ​ໂລກ. ຜ່ານ​ການ​ພັດ​ທະ​ນາ​ເປັນ​ເວ​ລາຫຼາຍ​ປີ, ​ການ​ສ້າງ​ສັງ​ຄົມ​ນິ​ຍົມ​ທັນ​ສະ​ໄໝ​ຢູ່​ຕິ​ເບດ​ໃນ​ຍຸກ​ໃໝ່​ໄດ້​ມີ​ຄວາມ​ເຂັ້ມ​ແຂງ, ປະ​ຊາ​ທິ​ປະ​ໄຕ, ມີວັດ​ທະ​ນະ​ທຳ​, ​ມີຄວາມ​ກົມ​ກຽວ​ແລະ​ສວຍ​ສົດ​ງົດ​ງາມ​ເຊິ່ງ​ໄດ້​ຕັ້ງ​ເດັ່ນ​ສະ​ຫງ່າ​ຢູ່​ໃນ​ໂລກ.

ສ້າງ​​ອະ​ນາ​ຄົດ​ທີ່ສວຍ​ສົດ​ງົດ​ງາມກ​ວ່າ​ເກົ່າ​ຢູ່​ເຂດ​ຕິ​ເບດ_fororder_微信图片_20200901162026

ການ​ສູ້​ຊົນໄດ້​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່​ແລະເດີນ​ຕາມ​ເສັ້ນ​ທາງ​ໃໝ່, ມີ​ແຕ່​ຍຶດ​ໝັ້ນ​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ຍຶດ​ໝັ້ນ​​ໃນລະ​ບອບ​ສັງ​ຄົມ​ນິ​ຍົມ ແລະຍຶດ​ໝັ້ນ​ລະ​ບອບ​ປົກ​ຄອງ​​ຕົນ​ເອງ​ຂອງ​ຊົນ​ເຜົ່າ​ຈຶ່ງ​ຈະ​ສາ​ມາດ​ສ້າງ​ພື້​ນ​ຖານ​ອັນ​ໝັ້ນ​ຄົງ​ໃຫ້​ແກ່​ການ​ພັດ​ທະ​ນາ​ແລະ​ຄວາມ​ກ້າວ​ໜ້າ​ຂອງ​ເຂດ​ຕິ​ເບດແລະ​ສ້າງ​ອະ​ນາ​ຄົດ​ທີ່ສະ​ຫວ່າງສະ​ໄຫວ​ໄດ້. ນີ້​ແມ່ນ​ຂໍ້​ສະ​ຫຼຸບ​ທີ່​ເລິກ​ເຊິ່ງ​ທີ່​ມີ​ລັ​ກ​ສະ​ນະປະ​ຫວັດ​ສາດ, ​ທັງ​ແມ່ນ​ສຽງ​ຮ່ວມ​ໃນ​ດວງ​ໃຈຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່​ເຂດ​ຕິ​ເບດ. ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ: ພາຍ​ໃຕ້​ການ​ນຳ​ພາ​ທີ່​ເຂັ້ມ​ແຂງ​​ຂອງ​ສູນ​ກາງ​ພັກ​ທີ່​ມີ​ສະ​ຫາຍ​ສີ​ຈິ້ນ​ຜິງ​ເປັນ​ແກນ​ນຳ, ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່​ເຂດ​ຕິ​ເບດ​ຈະ​ສາ​ມາດ​ສ້າງ​ອະ​ນາ​ຄົດ​ທີ່​ສວຍ​ສົດ​ງົດ​ງາມກວ່າ​ເກົ່າ​ໃຫ້​ແກ່​ເຂດ​​ຕິ​ເບດ, ​ແລະ​ຂຽນ​ປະ​ຫວັດ​ສາດ​ໜ້າ​ໃໝ່​ໃຫ້​ແກ່ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ແລະ​ມີ​ຄວາມ​ໝັ້ນ​ຄົງ​ຖາ​ວອນ​ຢູ່ເຂດ​ຕິ​ເບດ.

ຄຳ​ເຫັນ

0