黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພຶດ​ຕິ​ກຳ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຈີນ​ເປັນ​ບົດ​ຮຽນ​ໃຫ້​ແກ່​ພາ​ລະ​ກິດ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ໂລກ

2020-09-01 15:04:47 cri

ປີ 2020 ແມ່ນ​ປີ​ສຸດ​ທ້າຍ​ໃນ​ຕາ​ລະ​ລາງ​ເວ​ລາ​​ແຫ່ງ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຈີນ, ແຕ່​ປີ​ນີ້​ພັດ​ໄດ້​ຜະ​ເຊີນ​ກັບ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ​ໄພ​ນ້ຳ​ຖ້ວມ​ຢ່າງ​ໜັກ​ໜ່ວງ, ການສູ້​ຊົນ​ເພື່ອ​ຍາດ​ເອົາ​​ໄຊຊະ​ນະ​ໃນ​​ບັ້ນ​ຣົບ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຕາມ​ເວ​ລາ​ກຳ​ນົດ, ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ດ້ວຍ​ການ​ສ້າງວຽກ​ເຮັດງານ​ທຳ​ແລະ​ພັດ​ທະ​ນາ​ຂະ​ແໜງ​ການ​ໄດ້​ກາຍ​ເປັນ​ມາດ​ຕະ​ການ​ສຳ​ຄັນ.

ບັນ​ຫາ​ຄວາມ​ທຸກ​ຍາກ​ແມ່ນ​ບັນ​ຫາ​ທີ່​ມີ​ລັກ​ສະ​ນະ​ທົ່ວ​ໂລກ, ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແມ່ນ​ໜ້າ​ທີ່​ຮ່ວມ​ກັນ​ຂອງມວນ​ມະ​ນຸດ. ເລີ່ມ​ແຕ່​ຈີ​ນ​ຈັດ​ກອງ​ປະ​ຊຸມໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ເມື່ອ​ປີ 2012 ມາ​ນີ້, ປະ​ຊາ​ກອນ​ຜູ້​ທຸກ​ຍາກ​​ໃນຈີນ​ຈາກ 98.99 ລ້ານ​ຄົນ​ໃນ​ທ້າຍ​ປີ 2012 ​ໄດ້​ຫຼຸດ​ລົງ​ຍັງ​ເຫຼືອ 5.51 ລ້ານ​ຄົນ​ໃນ​ທ້າຍ​ປີ 2019, ຈີນ​ໄດ້​ສ້າງ​ຄວາມ​ມະ​ຫັດ​ສະ​ຈັນ​ໃນ​ປະ​ຫວັດ​ສາດ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງມວນ​ມະ​ນຸດ​ດ້ວຍ​ການ​ໃຊ້​​ເວ​ລາພຽງ 7 ປີ​ເທົ່າ​ນັ້ນກໍ​ສາ​ມາດໄດ້​ເລັ່ງ​​ຂະ​ບວນ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ໂລກໄດ້. ພຶດ​ຕິ​ກຳ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຈີນ​ໄດ້​ເພີ່ມ​ຄວາມ​ໝັ້ນ​ໃຈ​ໃຫ້​ກັບ​ປະ​ເທດ​ອື່ນ​ໃນ​ໂລກ​ໃນ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​​ໂດຍ​ສ​ະ​ເພາະ​ແມ່ນ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ.

ທ່ານ​ອັນ​ໂຕ​ນີ​ໂອກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ​ເຄີຍ​ກ່າວ​ວ່າ: “ວິ​ທີ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຢ່າງຖືກຕ້ອງ​ແມ່ນ​ທາງ​ອອກ​ພຽງ​ໜຶ່ງ​ດຽວ​ທີ່​ຊ່ວຍ​ເຫຼືອ​ປະ​ຊາ​ກອນ​ຜູ້​ທຸກ​ຍາກ​ແລະ​ການ​ບັນ​ລຸ​ເປົ້າ​ໝາຍຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ທີ່​ໄດ້​ກຳ​ນົດ​ໄວ້​ໃນ​ວາ​​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຮອດ​ປີ 2030 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ບົດ​ຮຽນ​ຂອງ​ຈີນ​ຈະ​​ມີ​ຜົນ​ດີ​ໃນ​ການຊ່ວຍ​ເຫຼືອປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ອື່ນໆ”. ທ່ານ​ຢາວ​ຊ້ຽງ​ຈຸ່ນ, ຜູ້​ຮັບ​ຜິດ​ຊອບ​ໂຄງ​ການ​ພາກ​ພື້ນ​ຂອງ​ຫ້ອງ​ການ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​ຂອງ​ອົງ​ການ​ອາ​ຫານ​ແລະ​ການ​ກະ​ເສດ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກໍ​ເຄີຍ​ຊີ້​ໃຫ້​ເຫັນ​ວ່າ: ການປະ​ກອບ​ສ່ວ​ນ​ຂອງ​ຈີນ​ໃນ​ຂົງ​ເຂດ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​​ໃຫ້​ກັບ​ໂລກ, ຕົ້ນ​ຕໍ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ​ຈີນ​ໄດ້​ເສີມ​ຂະ​ຫຍາ​ບົດ​ບາດ​ເປັນ​ແບບ​ຢ່າງ​ໃນ​ດ້ານ​ບົດ​ຮຽນ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ໃນດ້ານ​ຄວາມ​ຮູ້​​ກໍ​ຄື​ການ​ວາງ​ແຜນນະ​ໂຍ​ບາຍ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໃຫ້​ແກ່​ປະ​ເທດ​ອື່ນໆ​ໃນ​ໂລກ.

ການ​ສູ້​ຊົນ​ເພື່ອ​ຍາດ​ເອົາ​ຊະ​ນະ​ໃນ​ບັ້ນ​​ຣົບ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແມ່ນ​ໂຄງ​ການ​ສຳ​ຄັນ​ທີ່​ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເອົາ​ໃຈ​ໃສ່​ຮັບ​ຜິດ​ຊອບ​ດ້ວຍ​ຕົນ​ເອງ, ການ​ເອົາ​ຊະ​ນະ​ໃນ​ບັ້ນ​ຣົບ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​​ທາງການ​ເມືອງ, ​ມີຄວາມໝາຍ​​ຕໍ່​ການດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ແລະ​ມີ​ຄວາມ​ໝາຍ​​ຕໍ່ໂລກ​ຢ່າງ​ເລິກ​ເຊິ່ງ​​ແລະ​ຍາວ​ນານ. ບໍ່​ພຽງ​ແຕ່​ແມ່ນ​ພຶດ​ຕິ​ກຳ​ສຳ​ຄັນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ​ເພື່ອ “ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ, ​ທັງ​ຊ່ວຍ​ໃຫ້​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ຮັ່ງ​ມີ​ຂຶ້ນ​ຮ່ວມ​ກັນ” ເທົ່າ​ນັ້ນ, ​ນີ້​ຍັງ​ໄດ້​ເປັນ​ບົດ​ຮຽນ​ໃຫ້​ແກ່​ພາ​ລາ​ກິດ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ໂລກ. ​ທັງ​ເປັນ​ເລື່ອງ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ຊຸກ​ຍູ້ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ແລະ​​ຊຸກ​ຍູ້ຄວາມ​ກ້າວ​ໜ້າ​ຂອງ​ໂລກ.

ຄຳ​ເຫັນ

0