蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປັນ​ຫຍັງ​ທ່ານ​ໄມ ພົມ​ເພວ​ໜ້າ​ດ້ານ​ປານ​ນັ້ນ?

2020-09-02 10:42:32 CRI

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ໄມ ພົມ​ເພວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ໄດ້​ໃສ່​ຮ້າຍ​ປ້າຍ​ສີ​ຈີນ​ຢູ່​ຕາມ​ສື່​ສັງ​ຄົມ​ອອນ​ລາຍໂດຍ​ກ່າວ​ວ່າ: ຈີນໄດ້​ປະ​ໝາດ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ໃນ​ຂະ​ນະ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ. ກ່ຽວ​ກັບ​ເລື່ອງ​ນີ້, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​​ກ່າວ​ຕອບ​ໂຕ້ວ່າ: “ທ່ານ​ໄມ ພົມ​ເພວ​ຄວນ​ສຳຫຼວດ​​ຕົນ​ເອງ​ໃຫ້​ດີໆ​ກ່ອນ.”

ສຳ​ລັບ​ຜູ້​ທີ່​ຕິດ​ຕາມ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຈີນ​​ແມ່ນ​ຮູ້​ດີ​ແລ້ວ​ວ່າ: “ການ​ພັດ​ທະ​ນາ​ແບບ​ສີ​ຂຽວ” ເປັນ​​ເນື້ອ​ໃນ​ສຳ​ຄັນ​ຢ່າງ​ໜຶ່ງ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​​ຂອງຈີນ​ດ້ວຍ​ຄຸນ​ນະ​ພາບ​ສູງ. ໃນຫຼາຍ​ປີ​ມໍ່ໆ​ມາ​ນີ້, ​ການ​ປ່ອຍ​ສິ່ງມົນ​ລະ​ພິດ​ຕົ້ນ​ຕໍ​ຂອງ​ຈີນ​ໄດ້ຫຼຸດ​ລົງ​ຄູ່​ປີ, ສິ່ງ​ແວດ​ລ້ອມ​ນິ​ເວດ​ຂອງ​ຈີນ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ຈະ​ແຈ້ງ. ປີ 2018, ການ​ລະ​ບາຍ​ກາກບອນ​ດິ​ອອກ​ຊິດ​ຕໍ່​ຫົວ​ໜ່ວຍ GDP ຂອງ​ຈີນ​ໄດ້ຫຼຸດ​ລົງ 45,8% ເມື່ອ​ທຽບ​ໃສ່​ປີ 2005; ມາ​ຮອດ​ທ້າຍ​ປີ 2019, ອັດ​ຕາ​​ການຊຳ​ລະ​ແກ້​ໄຂ​ຂີ້​ເຫຍື້ອ​ດ້ານ​ຊີ​ວິດ​ການ​ເປັນ​ຢູ່ແບບ​ປອດ​ມົນ​ລະ​ພິດໃນ​ຕົວ​ເມືອງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ຈີນ​ໄດ້​ບັນ​ລຸ​ເກືອບ 99%. ເມື່ອ​ສັງ​ເກດ​ຈາກ​ແງ່​ມຸມ​​ຂອງສາ​ກົນ​ແລ້ວ, ຈີນ​ໄດ້​ປະ​ຕິ​ບັດ​ຕາມ​ພັນ​ທະ​ໃນ “ສົນ​ທິ​ສັນ​ຍາ​​ໃນຂອບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງ ສ​ປ​ຊ”, “ສັນ​ຍາ​ປາ​ຣີ”, “ສົນ​ທິ​ສັນ​ຍາ​ປາ​ເຊນ” ແລະ ​ສັນ​ຍາອື່ນໆຢ່າງ​ແທ້​ຈິງ, ເປັນ​ປະ​ເທດ​ທີ່​ໄດ້​ລົງ​ທຶນ​​ດ້ານ​ພະ​ລັງ​ງານ​​ສະ​ອາດຫຼາຍ​ທີ່​ສຸດ​ໃນ​ໂລກ ເຊິ່ງ​ໄດ້​ເປັນ​ການ​ປ​ະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​​ເຂົ້າ​ໃນການ​ປັບ​ປຸງ​ສິ່ງ​ແວດ​ລ້ອມ​ຂອງ​ໂລກ.

ແຕ່​ວ່າ, ໃນ​ຖາ​ນະ​ເປັນ​ປະ​ເທດ​ທີ່​ປ່ອຍ​ອາຍ​ພິ​ດ​ເຮືອນ​ແກ້ວຫຼາຍ​ທີ່​ສຸດ​ໃນ​ໂລກ, ອາ​ເມ​ຣິ​ກາ​ໄດ້​ປະ​ກາດ​ຢຸດ​ຕິ​ການ​ປະ​ຕິ​ບັດພັນ​ທະ​ຕ​າມ “ສັນ​ຍາ​ປາ​ຣີ” ໃນ​ເດືອນ​ມິ​ຖຸ​ນາ​ປີ 2017; ໃນ​ຖາ​ນະ​ເປັນ​ປະ​ເທດ​ສົ່ງ​ອອກ​ຂີ້​ເຫຍື້ອວັດ​ຖຸ​ແຂງ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ, ອາ​ເມ​ຣິ​ກາ​ໄດ້ຖ່າຍ​ເທຂີ້​ເຫຍື້ອ​ໄປ​ສູ່​ປະ​ເທ​ດ​ພວມ​ພັດ​ທະ​ນາ​ເປັນ​ຈຳ​ນວນຫຼວງຫຼາຍ. ແຕ່​ວ່າ: ​ໃນ​ກໍ​ລະ​ນີ​ນີ້, ທ່ານ​ໄມ ພົມ​ເພວ​ພັດບໍ່​ໄດ້​ສົນ​ໃຈ​ແຕ່​ຢ່າງ​ໃດ​ເລີຍ, ຫາກ​ໄດ້​ໃສ່​ຮ້າຍ​ປ້າຍ​ສີ ແລະ ກ່າວ​ໂຈມ​ຕີ​ປະ​ເທດ​ທີ່​ໄດ້​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ໃນ​ການ​ພັດ​ທະ​ນາ​ແບບ​ສີ​ຂຽວ.

ທີ່​ຈິງ​ແລ້ວ, ນອກ​ຈາກ​ຂົງ​ເຂດ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ແລ້ວ, ນັບ​ແຕ່​ລັດ​ຖະ​ບານ​ຊຸດ​ປັດ​ຈຸ​ບັນ​ຂອງ​ອາ​ເມ​ຣິ​ກາ​ຂຶ້ນ​ຄອງ​ອຳ​ນາດ​ເປັນ​ຕົ້ນ​ມາ, ດ້ານ​ໜຶ່ງ, ອາ​ເມ​ຣິ​ກາ​ໄດ້​ຖອນ​ຕົວ​ອອກ​ຈາກ​ສົນ​ທິ​ສັນ​ຍາ​ສາ​ກົນ​ຕ່າງໆ, ອີກ​ດ້ານ​ໜຶ່ງ, ພັດ​ໄດ້​​ສືບ​ຕໍ່ສະ​ແດງ​ໂຕ​ເປັນ​ເຈົ້າ​ອຳ​ນາດ​ຕໍ່​ໄປ. ສິ່ງ​ທີ່​ເປັນ​ຕາ​ຫົວ​ຂວັນ​ນັ້ນ​ກໍ​ຄື: ພວກ​ດຽວ​ກັບ​ໄມ ພົມ​ເພວ​ຍັງ​ອວດ​ໂຕ​ວ່າເປັນ “ຕົ​ວ​ແທນ​ຂອງ​ສາ​ກົນ”, ສະ​ແດງ​ເລື່ອງ​ຕະຫຼົກ​ທາງ​ການ​ເມືອງ​ຊ້ຳ​ແລ້ວ​ຊ້ຳ​ອີກ ເຊິ່ງເປັນ​ການ​ກະ​ທຳ​ແບບ​ໄຮ້​ສາ​ລະ​ແທ້ໆ!

ຄຳ​ເຫັນ

0