尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ຕ້ອງໃຫ້ຄວາມ​ກະ​ຈ່າງ​ແຈ້ງ​​ຕໍ່​ຊາວ​ໂລກ​ກ່ຽວ​ກັບ​ຫ້ອງ​ທົດ​ລອງ​​ຊີ​ວະ​ພາບຂອງຕົນ​ຢູ່​ຕ່າງ​ປະ​ເທດ

2020-09-03 16:23:14 cri

ອາ​ເມ​ຣິ​ກາ​ຕ້ອງໃຫ້ຄວາມ​ກະ​ຈ່າງ​ແຈ້ງ​​ຕໍ່​ຊາວ​ໂລກ​ກ່ຽວ​ກັບ​ຫ້ອງ​ທົດ​ລອງ​​ຊີ​ວະ​ພາບຂອງຕົນ​ຢູ່​ຕ່າງ​ປະ​ເທດ_fororder_微信图片_20200903162150

ໃນ​ໄລ​ຍະ​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ສື່ມວ​ນ​ຊົນ​ຫຼາຍ​ແຫ່ງ​ໄດ້ລາຍ​ງານ​ແລະ​ເປີດ​ເຜີຍ​ຂໍ້​ມູນ​ຂ່າວ​ສານ​ຢ່າງ​ຫຼວງ​ຫຼາຍ​ກ່ຽວ​ກັບ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ຂອງ​ອາ​ເມ​ຣິ​ກາ​ຢູ່​ຕ່າງ​ປະ​ເທດ, ກ່ຽວ​ກັບ​ບັນ​ຫາ​ຫ້ອງ​ທົດ​ລອງ​ທີ່​ເລິກ​ລັບ​ເຫຼົ່າ​ນີ້, ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ຕ້ອງ​ອະ​ທິ​ບາຍ​ເພື່ອ​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ຕໍ່​ປະ​ຊາ​ຊົນ​ຂອງ​ປະ​ເທດ​ຕົນ​ແລະ​ປະ​ຊາ​ຄົມ​ໂລກ,ດັ່ງ​ຄຳ​ຖາ​ມ​ລຸ່ມ​ນີ້:

ອາ​ເມ​ຣິ​ກາ​ຕ້ອງໃຫ້ຄວາມ​ກະ​ຈ່າງ​ແຈ້ງ​​ຕໍ່​ຊາວ​ໂລກ​ກ່ຽວ​ກັບ​ຫ້ອງ​ທົດ​ລອງ​​ຊີ​ວະ​ພາບຂອງຕົນ​ຢູ່​ຕ່າງ​ປະ​ເທດ_fororder_139158068_15928069139371n

ຄຳ​ຖາມ​ທີ 1: ເປັນ​ຫຍັງ​ອາ​ເມ​ຣິ​ກາ​ຕ້ອງ​ສ້າງເຄືອ​ຂ່າຍ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ລະ​ດັບ​ໂລກ​ຢູ່​ຕ່າງ​ປະ​ເທດ​​ໃນ​ຈຳ​ນວນ​ຫຼວງ​ຫຼາຍ? ປັດ​ຈຸ​ບັນ, ອາ​ເມ​ຣິ​ກາ​ໄດ້​ສ້າງ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ຫຼາຍ​ກວ່າ 200 ແຫ່ງ​​ຢູ່ໃນ​ໂລກ, ໃນ​ນັ້ນ​ຢ່າງ​ໜ້ອຍ​ມີ​ຫ້ອງ​ທົດ​ລອງ​ລັບ 25 ແຫ່ງ​ດຳ​ເນີນ​ການ​ຄົ້ນ​ຄວ້າ​ຈຸ​ລະ​ຊີບ​ກໍ່​ໂລກ​ຫຼື pathogens ທີ່ອັນຕະລາຍ​ທີ່​ສຸດ.
 

ຄຳຖາມທີ 2: ອາເມຣິກາໄດ້ສ້າງຫ້ອງທົດລອງຊີວະພາບຈຳນວນຫຼວງຫຼາຍຢູ່ປະເທດອ້ອມຂ້າງຈີນແລະຣັດເຊຍມີເຈດຕະນາ​ຄື​ແນວ​ໃດ? ໃນ​ເຄືອ​ຂ່າຍຫ້ອງທົດລອງຊີວະພາບຂອງອາເມຣິກາຢູ່ຕ່າງປະເທດທີ່​ມີ​ຂະ​ໜາດໃຫຍ່ໂຕມະໂຫ​ລານ​ເຊັ່ນ:ຢູ່ຊັອກຊີ, ກາຊັກສະຖານ, ສ.ເກົາຫຼີ ແລະແຫ່ງອື່ນໆລ້ວນ​ແຕ່ແມ່ນເຂດຈຸດສຸມ. ອາເມຣິກາໄດ້ດຳເນີນການຄົ້ນຄວ້າ​ຈຸ​ລະ​ຊີບ​ກໍ່​ໂລກທີ່ມີຈຸດປະສົງທາງດ້ານການທະຫານໃນຫ້ອງທົດລອງທີ່ຕັ້ງຢູ່ປະເທດເຫຼົ່ານີ້.
 

ອາ​ເມ​ຣິ​ກາ​ຕ້ອງໃຫ້ຄວາມ​ກະ​ຈ່າງ​ແຈ້ງ​​ຕໍ່​ຊາວ​ໂລກ​ກ່ຽວ​ກັບ​ຫ້ອງ​ທົດ​ລອງ​​ຊີ​ວະ​ພາບຂອງຕົນ​ຢູ່​ຕ່າງ​ປະ​ເທດ_fororder_9d82d158ccbf6c8100593d72dab1113332fa4057

ຄຳຖາມທີ 3: ເປັນຫຍັງຢູ່ຫ້ອງທົດລອງຊີວະພາບຂອງອາເມຣິກາຢູ່ຕ່າງປະເທດໄດ້ມີເຫດການຄວາມ​ບໍ່ປອດໄພ​ເກີດ​ຂຶ້ນເລື້ອຍໆ? ໃນເດືອນກໍລະກົດປີ 2019, ຖານເດຕຣິກຂອງອາເມຣິກາໄດ້ຖືກປິດ​ລົງ​ດ້ວຍ​ຂໍ້ສົງໄສ​ວ່າ:ຍ້ອນເຫດການເຊື້ອໂລກຮົ່ວອອກ, ແລະໄດ້ຖືກເຜີຍແບວ່າມີການພົວພັນໃນຫຼາຍດ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ອາເມຣິກາຍັງບໍ່ໄດ້ແຈ້ງ​ຄວາມ​ຈິງ​ຕໍ່​ຊາວໂລກຈົນຮອດປັດຈຸບັນ.


ອາ​ເມ​ຣິ​ກາ​ຕ້ອງໃຫ້ຄວາມ​ກະ​ຈ່າງ​ແຈ້ງ​​ຕໍ່​ຊາວ​ໂລກ​ກ່ຽວ​ກັບ​ຫ້ອງ​ທົດ​ລອງ​​ຊີ​ວະ​ພາບຂອງຕົນ​ຢູ່​ຕ່າງ​ປະ​ເທດ_fororder_d043ad4bd11373f094a832021f02fefdfaed04af

ຄຳຖາມທີ 4: ເປັນຫຍັງອາເມຣິກາ​ຈຶ່ງ​ຕ້ອງຄົ້ນຄວ້າ​ແລະຜະລິດຜະລິດຕະພັນຊີວະພາບທີ່​ມີ​ເປົ້າ​ໝາຍ​ນຳ​ໃຊ້​ລ່ວງ​ໜ້າ​ທີ່​ໄດ້​ກຳ​ນົດ​ໄວ້​ແລ້ວ? ສື່ມວນຊົນຣັດເຊຍ​ໄດ້ລາຍງານວ່າ: ອາເມຣິກາໄດ້ໃຊ້ເຕັກນິກ DNA ແລະ RNA ມາ​ພັດ​ທະ​ນາ “ແຊນ​ທີ່​ພາ​ໃຫ້​ເປັນ​​ມະ​ເຮັງ” ໂດຍ​ຜ່ານ​ການ​ເກັບ​ກຳ​ຂໍ້​ມູນ​ຊີ​ວະ​ພາບ​ຂອງ​ກຸ່ມ​ຄົນ​ສະ​ເພາະ. ໃນ 10 ກວ່າ​ປີ​ທີ່​ຜ່ານ​ມາ, ຢູ່​ເຂດ​ອາ​ເມ​ຣິ​ກາ​ລາ​ຕິນ​ໄດ້​ມີ​ຜູ້​ນຳ​ຫຼາຍ​ທ່ານ​ເປັນ​ພະ​ຍາດ​ມະ​ເຮັງ​ຍ້ອນ​ດຸດ​ດັ່ງ​ຕິດ​ແປດ​ໄດ້.
 

​ຄຳ​ຖາມ​ທີ 5: ເປັນ​ຫຍັງ​ຈົນ​ມາ​ຮອດ​ປັດ​ຈຸ​ບັນ​ອາ​ເມ​ຣິ​ກາ​ຍັງ​ສະ​ກັດ​ກັ້ນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ອະ​ນຸ​ສັນ​ຍາວ່າ​ດ້ວຍ​ການ​ສຳ​ຫຼວດກວດ​ກາ​​ຂອງສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ການ​ເກືອດ​ຫ້າມ​ອາ​ວຸດ​ຊີ​ວະ​ພາບ? ຢູ່​ໃນ​ຂອບ​ເຂດ​ທົ່ວ​ໂລກ, ມີ​ພຽງ​ແຕ່​ອາ​ເມ​ຣິ​ກາ​ໄດ້​ສ້າງ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ຢູ່​ແຫ່ງ​ຕ່າງໆ​ຂອງໂລກ​ໂດຍ​ມີກອງ​ທັບ​ເປັນ​ຜູ້​ປະ​ຕິ​ບັດ​ງານ, ແລະໄດ້​ເກັບ​ກຳ​ຊັບ​ພະ​ຍາ​ກອນ​ຊີ​ວະ​ພາບ​ຢູ່​ຕ່າງ​ປະ​ເທດ​ຕາມ​ລຳ​ພັງ​ໃຈ,ດຳ​ເນີນ​ການ​ທົດ​ລອງ​ຊີ​ວະ​ພາບ​ທີ່​ອັນ​ຕະ​ລາຍ​ແລະ​ຄົ້ນ​ຄວ້າ​ຜະ​ລິດ​ອາ​ວຸດ​ຊີ​ວະ​ພາບ.
 

​ໃນ​ດ້ານ​ບັນ​ຫາ​​ທີ່​ກ່ຽວ​ຂ້ອງ​ກັບຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ແລະ​ສຸ​ຂະ​ພາບ​ຂອງ​​ຊາວ​ໂລກ, ອາ​ເມ​ຣິ​ກາ​ຈຶ່ງ​ແມ່ນ​ຝ່າຍ​ທີ່​ຕ້ອງ​​ອອກ​ມາ​ອະ​ທິ​ບາຍ​​ແລະ​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ. ອາ​ເມ​ຣິ​ກາ​ຈະ​ກ້າ​ອະ​ທິ​ບາຍ​ຄວາມ​ຈິງ​ຕໍ່​ຊາວ​ໂລກ​ໄດ້​ບໍ່?

ຄຳ​ເຫັນ

0