ໃນເມື່ອບໍ່ດົນມານີ້, ນັກການເມືອງອາເມຣິກາຈຳນວນໜຶ່ງໄດ້ໃຫ້ທັດສະນະຫຼອກລວງຢ່າງຫຼວງຫຼາຍກ່ຽວກັບບັນຫາເຂດຊິນຈ່ຽງຈີນ. ເລີ່ມແຕ່ເດືອນກຸມພາປີນີ້ເປັນຕົ້ນມາ, ທູຕານຸທູດອາເມຣິກາປະຈຳຕ່າງປະເທດໄດ້ພົບປະກັບພວກຂະບວນການອິສຣາມຕວກກີສະຕັງຕາເວັນອອກເຊັ່ນໂດລີຄຸນ ເອຊາແລະອື່ນໆທີ່ຢູ່ຕ່າງປະເທດ, ໄດ້ປຶກສາຫາລືອັນທີ່ເອີ້ນວ່າ “ການຮ່ວມມື”, ສະໜັບສະໜູນເຂົາເຈົ້າຢ່າງເປີດແປນເພື່ອສ້າງຄວາມວຸ້ນວາຍໃຫ້ກັບຈີນໂດຍການສວຍໃຊ້ອິດທິກຳລັງກໍ່ການຮ້າຍ. ການກະທຳທີ່ໂຫດຮ້າຍແບບນີ້ໄດ້ກີດຂວາງຄວາມພະຍາຍາມຕໍ່ຕ້ານລັດທິກໍ່ການຮ້າຍສາກົນ, ເຮັດໃຫ້ຄົນທັງຫຼາຍໄດ້ສຳນຶກຄືນເຖິງບົດສະຫຼຸບຂອງທ່ານນົມ ໂຊມສ໌ກີ ນັກປັດຊະຍາຍຸກປັດຈຸບັນຂອງອາເມຣິກາທີ່ວ່າ: ອາເມຣິກາຈຶ່ງແມ່ນປະເທດລັດທິກໍ່ການຮ້າຍໃຫຍ່ທີ່ສຸດໃນໂລກ.
ພາຍຫຼັງເກີດເຫດການ “ວັນທີ 11 ກັນຍາ” ທີ່ເຮັດໃຫ້ທົ່ວໂລກຕື່ນຕົກໃຈທີ່ສຸດນັ້ນ, ການຕໍ່ຕ້ານລັດທິກໍ່ການຮ້າຍໄດ້ຢູ່ໃນສະໝອງຂອງປະຊາຊົນອາເມຣິກາມາໂດຍຕະຫຼອດ, ການຕໍ່ຕ້ານລັດທິກໍ່ການຮ້າຍໃນທົ່ວໂລກໄດ້ກາຍເປັນສັນຍາລັກຂອງອາເມຣິກາຕາມປົກກະຕິທີ່ສຸດ. ເດືອນຕຸລາປີ 2018, ອາເມຣິກາໄດ້ປະກາດ “ຍຸດທະສາດຕໍ່ຕ້ານລັດທິກໍ່ການຮ້າຍແຫ່ງຊາດ”, ໄດ້ສຸມໃສ່ຕິດຕາມພວກກໍ່ການຮ້າຍຈາກຕົ້ນກຳເນີດ, ຕັດຊ່ອງທາງສະໜັບສະໜູນພວກກໍ່ການຮ້າຍ, ແລະເພີ່ມທະວີການສ້າງຄວາມສາມາດຕໍ່ຕ້ານລັດທິກໍ່ການຮ້າຍຮ່ວມກັນກັບປະເທດພັນທະມິດສາກົນແລະອື່ນໆ. ແຕ່ສິ່ງທີ່ເປັນຕາຫົວຂວັນກໍຄື: ການກະທຳຂອງອາເມຣິກາກ່ຽວກັບບັນຫາຂະບວນການອິສຣາມຕວກກີສະຕັງຕາເວັນອອກພັດຝືນກັບຍຸດທະສາດຂອງຕົນ, ການກະທຳ “ສອງມາດຕະຖານ” ແມ່ນໄດ້ຕົບໜ້າອາເມຣິກາເອງ.
ການກະທຳທີ່ມີຄວາມຂັດແຍ້ງກັນໃນໂຕຂອງອາເມຣິກາໄດ້ສະແດງໃຫ້ຄົນທັງໂລກເຫັນເຖິງຂໍ້ອ້າງຕໍ່ຕ້ານລັດທິກໍ່ການຮ້າຍແບບອາເມຣິການັ້ນກໍຄື: ສິ່ງໃດທີ່ບໍ່ເປັນໄພຂົ່ມຂູ່ຕໍ່ອາເມຣິການັ້ນລ້ວນແຕ່ບໍ່ແມ່ນລັດທິກໍ່ການຮ້າຍ, ສິ່ງໃດທີ່ສ້າງໄພຂົ່ມຂູ່ໃຕ້ກັບຄູ່ແຂ່ງຂອງອາເມຣິການັ້ນກໍບໍ່ແມ່ນລັດທິກໍ່ການຮ້າຍ, ອິດທິກຳລັງໃດໆພຽງແຕ່ເປັນໄພຂົ່ມຂູຕໍ່ອາເມຣິການັ້ນຈຶ່ງແມ່ນລັດທິກໍ່ການຮ້າຍ, ອິດທິກຳລັງໃດໆທີ່ຕ້ອງຖືກຕັດສິນໂດຍອາເມຣິການັ້ນຈຶ່ງແມ່ນລັດທິກໍ່ການຮ້າຍ. ແຕ່ທີ່ຈິງແລ້ວ, ໃນໂລກນີ້ບໍ່ມີ “ລັດທິກໍ່ການຮ້າຍທີ່ດີ” ຫຼືວ່າ “ລັດທິກໍ່ການຮ້າຍທີ່ຊຸດຮ້າຍ”, ມັນລ້ວນແຕ່ແມ່ນລັດທິກໍ່ການຮ້າຍທັງໝົດ, ຍ້ອນອາເມຣິກາຢືນຢູ່ຄຽງບ່າຄຽງໄຫຼ່ກັບພວກລັດທິກໍ່ການຮ້າຍຈຶ່ງຈະສ້າງຜົນຮ້າຍໃຫ້ແກ່ຕົນເອງໃນທີ່ສຸດ.
ຄຳເຫັນ
0